ເສຖກິດຕົ້ນເຜິ້ງສ້າງ 6 ພັນວຽກ ຄົນລາວ ບໍ່ເຖິງຮ້ອຍ

ເຂດ ເສຖກິດ ພິເສດ ຢູ່ ເມືອງ ຕົ້ນເຜິ້ງ ແຂວງ ບໍ່ແກ້ວ ທີ່ ທາງການ ລາວ ເວົ້າວ່າ ໄດ້ ສ້າງ ວຽກເຮັດ ງານທຳ ໃຫ້ ຄົນທ້ອງຖິ່ນ ແລະ ຄົນ ຕ່າງ ປະເທດ ປະມານ 6,000 ຄົນ ແຕ່ ຊາວບ້ານ ບອກວ່າ ສ່ວນຫຼາຍ ແລ້ວ ມີແຕ່ຄົນ ຕ່າງ ປະເທດ.ຕາມການ ບອກເລົ່າ ຂອງ ຊາວບ້ານ.

ໝູ່ບ້ານໃນເຂດ ຊົນນະບົດ ແຂວງບໍ່ແກ້ວ Citizen Journalist

 

ຈາກ ກໍຣະນີ ທີ່ ມີຂ່າວ ອອກມາວ່າ ເຂດ ເສຖກິດ ພິເສດ ສາມ ຫລ່ຽມຄຳ ຢູ່ເມືອງ ຕົ້ນເຜິ້ງ ແຂວງ ບໍ່ແກ້ວ ພາກເໜືອ ຂອງ ປະ ເທດລາວ ໄດ້ມີການ ຈ້າງ ຄົນງານ ເຖີງ 6,000 ຄົນໃນ ທ້ອງຖິ່ນ ແລະ ຄົນ ຕ່າງ ປະເທດ. ອີງຕາມ ຣາຍງານ ຂອງ ໜັງສືພິມ ວຽງຈັນ ທາມ ສະບັບ ວັນທີ 17 ພຶສຈິກາ ຜ່ານມາ.

ສິ່ງ ດັ່ງກ່າວ ໄດ້ສ້າງ ຄວາມ ແປກໃຈ ໃຫ້ແກ່ ປະຊາຊົນ ຢູ່ເຂດ ທ້ອງຖິ່ນ ບໍ່ໜ້ອຍ ໂດຍ ສະເພາະ ປະຊາຊົນ ຢູ່ເຂດ ເມືອງ ຕົ້ນ ເຜິ້ງ ຍ້ອນວ່າ ເຂົາເຈົ້າ ເຫັນວ່າ ຈຳນວນ ຄົນລາວ ທີ່ ເຮັດວຽກຢູ່ ໃນເຂດ ເສຖກິດ ພິເສດ ນັ້ນ ບໍ່ຮອດ 100 ຄົນ. ດັ່ງ ທ່ານນຶ່ງ ກ່າວວ່າ:

"ຫົກພັນ ຫັ້ນ ເປັນຈີນ ຕີ້ ຈີນ ກັບ ພະມ້າ ຄົນລາວ ກະມີ ປະມານ 50, 60 ຄົນ ນີ້ລະ ເຂົາໄລ່ອອກ ກະຫລາຍ ລະເດ້. ບໍຣິສັດ ມາເປີດ ຮັບ ສະໝັກ ໃໝ່ ມີຄົນຈີນ ຄົນ ພະມ້າ".

ຖ້າເປັນ ແນວນັ້ນ ກໍ ສະແດງ ວ່າ ຄົນລາວ ທີ່ ເຮັດວຽກ ຢູ່ໃນເຂດ ເສຖກິດ ພິເສດ ນັ້ນ ມີ ປະມານ 60 ຄົນ ທີ່ ເຫລືອ ປະມານ 5,900 ຄົນ ກໍແມ່ນ ແມ່ນຄົນ ຕ່າງ ປະເທດ. ໃນ ບົດວິພາກ ເສຖກິດ ທີ່ ນັກລົງທຶນ ໄດ້ ຂຽນເອົາໄວ້ ສ່ວນຫລາຍ ແມ່ນໄດ້ ຣະບຸ ວ່າ ຈະຕ້ອງ ຮັບເອົາ ປະຊາຊົນ ທີ່ ຢູ່ທ້ອງຖິ່ນ ນັ້ນ ເຮັດວຽກ ນຳ. ຜົນໄດ້ຮັບ ຈາກ ໂຄງການ ເຂດ ເສຖກິດ ພິເສດ ຢູ່ເມືອງ ຕົ້ນເຜີ້ງ ກໍຄື:

ເກັບຣາຍຮັບ ຈາກການ ສຳປະທານ ເທົ່ານັ້ນ ແຕ່ ກໍບໍ່ ສາມາດ ຄິດໄລ່ໄດ້ ເປັນມູນຄ່າ ທີ່ ແນ່ນອນ, ມູນຄ່າ ການລົງທຶນ ຂອງ ໂຄງການ ເຂດ ເສຖກິດ ພິເສດ ຢູ່ເຂດ ສາມ ຫລ່ຽມຄຳ 80 ລ້ານ ໂດລາ ສະຫະຣັດ ແລະ ສາມາດ ສ້າງວຽກ ເຮັດ ງານທຳ ໃຫ້ ປະຊາຊົນ ຈຳນວນ ນຶ່ງ ຕາມການ ບອກເລົ່າ ຂອງ ປະຊາຊົນ ຢູ່ເຂດ ນັ້ນ.

ແຕ່ ຜົນກະທົບ ຂອງ ມັນກໍຄື ຢູ່ເຂດ ເມືອງ ຕົ້ນເຜີ້ງ ແຂວງ ບໍ່ແກ້ວ ກຳລັງ ກໍ່ໃຫ້ເກີດ ບັນຫາ ຂໍ້ຂັດແຍ່ງ ທີ່ດິນ ກັບ ຊາວບ້ານ ຢ່າງ ໜັກໜ່ວງ ເນື່ອງຈາກ ວ່າ ເນື້ອທີ່ ສຳປະທານ ທີ່ ບໍຣິສັດ ໄດ້ຮັບ ຈາກ ຣັຖບານ ລາວ ໄປກວມເອົາ ດິນນາ ຂອງ ຊາວບ້ານ ແລະ ຍັງມີຫລາຍ ບັນຫາ ທີ່ ເກີດຂຶ້ນ.

ຂໍ້ຂັດແຍ່ງ ເກີດຂຶ້ນ ໃນເດືອນ ມົກກະຣາ ປີ 2014 ທີ່ ຜ່ານມາ ເມື່ອ ບໍຣິສັດ ຄິງໂຣແມນສ ຜູ້ທີ່ເປັນ ເຈົ້າຂອງ ໂຄງການ ເສຖກິດ ພິເສດ ຈະເອົາ ຣົດ ມາບຸກເບີກ ເນື້ອທີ່ ດິນນາ ຂອງ ປະຊາຊົນ ແລະ ປະຊາຊົນ ກໍບໍ່ໄດ້ ອະນຸຍາດ ໃຫ້ບຸກເບີກ ທີ່ນາ ຂອງ ເຂົາເຈົ້າ ຈຶ່ງ ເກີດຂໍ້ ຂັດແຍ່ງກັນ ຂຶ້ນອີກ.

ຊາວບ້ານ ບອກວ່າ ເຂົາເຈົ້າ ບໍ່ສາມາດ ໄປຊື້ ທີ່ດິນ ບ່ອນອື່ນໄດ້ ເນື່ອງຈາກ ວ່າ ຄ່າຊົດເຊີຍ ມັນຖືກ ເກີນໄປ. ບໍຣິສັດ ຄິງໂຣແມນສ ຈະຈ່າຍຄ່າ ຊົດເຊີຍ ທີ່ດິນໃຫ້ ແກ່ ຊາວບ້ານ ປະມານ 100,000 ບາດ (ສະກຸນ ເງິນໄທ) ຕໍ່ນຶ່ງໄຣ່ ແຕ່ ຣາຄາ ຕົວຈິງ ທີ່ດິນ ຢູ່ເຂດ ດັ່ງກ່າວ ແມ່ນ ປະມານ 300,000 ບາດ ຕໍ່ ນຶ່ງໄຣ່. ອິງຕາມ ການບອກເລົ່າ ຂອງ ຊາວບ້ານ.

ໂຄງການ ສ້າງ ສນາມບິນ ກວມເອົາ ດິນນາ ຂອງ ຊາວບ້ານ ຫລາຍກວ່າ 1,000 ເຮັກຕາ ຢູ່ 6 ໝູ່ບ້ານ ຄື ບ້ານ ໂພນຮົມ, ບ້ານ ດອນມູນ, ບ້ານພຽງຍາມ, ບ້ານ ມອກກະຈອກ, ບ້ານຄວ້ານ ແລະ ບ້ານ ສີບຸນເຮືອງ. ຄວາມ ເປັນມາ ຂອງ ໂຄງການ ແມ່ນເກີດຂຶ້ນ ຕັ້ງແຕ່ ປີ 2007, ຣັຖບານ ລາວ ໄດ້ ອະນຸມັດ ໃຫ້ ບໍຣິສັດ ຄິງໂຣແມນສ ເປັນ ບໍຣິສັດ ຂອງຈີນ ສຳປະທານ ເວລາ 99 ປີ ໃນເນື້ອທີ່ ສຳປະທານ ປະມານ 3,000 ເຮັກຕາ ເພື່ອສ້າງ ເປັນ ເຂດ ເສຖກິດ ພິເສດ. ແຕ່ ໃນເວລາ ນັ້ນ ນິຕິກັມ ຮອງຮັບ ກ່ຽວກັບ ການ ສ້າງເຂດ ເສຖກິດ ພິເສດ ກໍຍັງ ບໍ່ຊັດເຈນ. ເຂດ ເສຖກິດ ພິເສດ ຢູ່ ເມືອງ ຕົ້ນເຜິ້ງ ຣັຖບານ ລາວ ໄດ້ ອະນຸຍາດ ໃຫ້ ບໍຣິສັດ ຄິງໂຣແມນ ສຳປະທານ ໃນປີ 2007 ຍັງບໍ່ມີ ກົດໝາຍ ຮອງຮັບ ໃນ ເວລາ ນັ້ນ.

ຈົນ ໃນປີ 2009 ຣັຖບານ ຈຶ່ງ ມີກົດໝາຍ ສົ່ງເສີມ ການລົງທຶນ ແລ້ວ ເນ໋ື້ອໃນ ຂອງ ກົດໝາຍ ກໍໄດ້ຣະບຸ ກ່ຽວກັບ ເຂດ ເສຖກິດ ພິເສດ ຫລັງຈາກ ນັ້ນ ຈຶ່ງມີການ ອອກດຳຣັຖ ວ່າດ້ວຍ ເຂດ ເສຖກິດ ພິເສດ ແລະ ເຂດ ເສຖກິດ ສະເພາະ.

ແລ້ວ ຕໍ່ມາ ໃນ ວັນທີ 26 ເດືອນ ຕຸລາ 2010 ຄນະ ປະຈຳ ສະພາ ແຫ່ງຊາດຈຶ່ງ ມີມະຕິ ຮັບຮອງ ເອົາ ດຳຣັຖ ວ່າດ້ວຍ ເຂດ ເສຖກິດ ພິເສດ ແລະ ເຂດ ເສຖກິດ ສະເພາະ ຢູ່ ສປປ ລາວ. ສລຸບງ່າຍໆ ກໍຄື ການໃຫ້ ສຳປະທານ ແລ້ວ ສ້າງ ເຂດ ເສຖກິດ ພິເສດ ຢູ່ເຂດ ສາມຫລ່ຽມຄຳ ແລ້ວ ຈຶ່ງມາເຮັດ ນິຕິກັມ ຫລື ກົດໝາຍ ມາຮອງຮັບ ຕາມຫລັງ.

ການ ສຳປະທານ ເຂດ ເສຖກິດ ພິເສດ ຢູ່ ສາມຫລ່ຽມຄຳ ເປັນ ເວລາ 99 ປີ ແລະ ຍັງສາມາດ ຕໍ່ໄດ້ອີກ ແລ້ວຈະເກີດ ຫຍັງຂຶ້ນ ໃນ ເວລາ ນັ້ນ. ຖ້າ ຢາກຮູ້ວ່າ ສິ່ງທີ່ ຣັຖບານ ໃຫ້ ສຳປະທານ ໄປມັນ ກຸ້ມຄ່າ ຂນາດໃດ ກໍຄື ການເອົາ ມູນຄ່າ ການລົງທຶນ ຂອງ ເຂດ ເສຖກິດ ພິເສດ 80 ລ້ານ ໂດລາ ສະຫະຣັຖ ມາປຽບທຽບ ກັບ ສິ່ງທີ່ເຮົາ ຈະເສັຽໄປ ກໍຄື ປະຊາຊົນ ຢູ່ 6 ບ້ານ ເສັຽດິນນາ ບໍ່ມີ ທີ່ດິນ ທໍາມາ ຫາກິນ ໄປຕລອດ ຊີວິດ ບັນຫາ ສັງຄົມ ເກີດຂຶ້ນ ອາຊຍາກັມ, ການພະນັນ, ຢາເສບຕິດ. ອີງຕາມ ການບອກເລົ່າ ຂອງ ຊາວບ້ານ ແລະ ຍັງມີ ແນວໂນ້ມ ວ່າ ຈະເສີຽ ທີ່ດິນ ໄປເລີຍ ຫລັງຈາກ ສຳປະທານ 99 ປີ.

ໃນ ເດືອນ ຕຸລາ ຜ່ານມາ ຣັຖບານໄດ້ ມີການ ທົບທວນ ສັນຍາ ການ ສຳປະທານ ເຂດ ເສຖກິດ ພິເສດ ສາມຫລ່ຽມຄຳ ກັບ ບໍຣິສັດ ຄີງສໂຣແມນສ ທີ່ ເປັນຜູ້ ໄດ້ຮັບ ສຳປະທານ ຍ້ອນວ່າ ສັນຍາ ການ ສຳປະທານ ໃນ ເບື້ອງຕົ້ນ ປະເທດ ລາວ ເສັຽປຽບ ນັກລົງທຶນ ຫລາຍ. ອີງຕາມ ການບອກເລົ່າ ຂອງ ເຈົ້າໜ້າທີ ທ່ານນຶ່ງ. ແລະ ນອກຈາກ ນີ້ ຜູ້ທີ່ເຄີຍ ເຮັດວຽກ ຢູ່ໃນເຂດ ເສຖກິດ ພິເສດ ກໍໄດ້ໃຫ້ ທັສນະ ວ່າ ມັນເປັນໄປ ໄດ້ຍາກ ທີ່ ເຂດ ພິເສດ ສາມຫລ່ຽມຄຳ ຊິສາມາດ ຈ້າງງານ ໃຫ້ໄດ້ 6,000 ຄົນ. ດັ່ງທ່ານ ກ່າວວ່າ:

"ຫົກພັນ ຕຳແໜ່ງ ງານໂຕນີ້ ຄວາມ ເປັນໄປໄດ້ ຄືຊິບໍ່ ໄດ້ດອກ ໂຕນີ້ ຄິດວ່າ ໄດ໋ ໂອ້ ເພາະວ່າ ສ່ວນຫລາຍມັນ ກະ ອາສັຍ ວ່າ ມີແຕ່ຄົນ ຈີນ ຢູ່ແຖວນັ້ນ ຄົນລາວ ສ່ວນຫລາຍ ຊິໄປ ເຮັດວຽກ ຢູ່ພຸ້ນຄືຊິ ບໍ່ຊົງ ດອກ".

ໃນ ຂນະທີ່ ປະຊາຊົນ 6 ບ້ານ ຢູ່ເຂດ ເມືອງ ຕົນເຜີ້ງ ຕ້ອງເສັຽ ທີ່ດິນນາ ທີ່ໃຊ້ເປັນ ບ່ອນລ້ຽງ ຊີບ ມາຫລາຍ ຊົ່ວອາຍຸ ຄົນ ຊຶ່ງ ເປັນວຽກງານ ທີ່ ໝັ້ນຄົງ ແລະ ຖາວອນ ຂອງ ພວກ ເຂົາເຈົ້າ. ມີ ຄົນລາວ ປະມານ 60 ຄົນ ໄດ້ເຮັດວຽກ ຢູ່ ໃນເຂດ ເສຖກິດ ພິເສດ ແລະ ຍັງ ບໍ່ມີໃຜ ຢັ້ງຢືນວ່າ ວຽກທີ່ ເຂົາເຈົ້າເຮັດ ຈະມີຄວາມ ໝັ້ນຄົງ ຂນາດໃດ, ແຕ່ວ່າ ປະຊາຊົນ  ຢູ່ 6 ບ້ານ ຢູ່ເມືອງ ຕົ້ນເຜີ້ງ ຕ້ອງ ສູນເສັຽ ວຽກ ເສັຽດິນ ເຮັດນາ ຂອງຕົນໃຫ້ ກັບ ເຂດ ເສຖກິດ ພິເສດ.

ທີ່ຜ່ານມາ ປະຊາຊົນ ຕ້ອງໃຊ້ ດິນນາ ຂອງ ຕົນ ເພື່ອປູກເຂົ້າ ລ້ຽງຊີບ ເປັນເວລາ ຫລາຍຊົ່ວ ອາຍຸ ຄົນ ຊຶ່ງ ກໍຖືວ່າ ເປັນອາຊີບ ທີ່ ຍືນຍົງ ທີ່ ເຂົາເຈົ້າ ຢຶດຖືມາ ຫລາຍ ເຊັ່ນຄົນ. ຖ້າ ເບິ່ງຕາມ ເນື້ອຜ້າແລ້ວ ມັນກໍຄົງ ຈະເປັນຮູບ ແບບ ທີ່ວ່າ ການເອົາ ທີ່ດິນ ແລະ ອາຊີບ ທີ່ ຍືນຍົງ ຂອງ ປະຊາຊົນ 6 ບ້ານ ຢູ່ເມືອງ ຕົ້ນເຜີ້ງ ແລກກັບ ຕຳແໜ່ງ ງານ 6,000 ຕຳແໜ່ງ ຊຶ່ງ ສ່ວນຫລາຍ ແລ້ວ ແມ່ນ ສຳລັບ ຄົນຈີນ ແລະ ຄົນພະມ້າ ເທົ່ານັ້ນ ໃນນັ້ນ ຄົນລາວ ກໍໄດ້ເຮັດພຽງ 60 ຄົນ ເທົ່ານັ້ນ.

ເຄີຍໄດ້ຍິນ ແຕ່ຄົນ ເວົ້າວ່າ ເອົາໝົກ ປະແດກ ໄປແລກ ກັບຊ້າງ ຊຶ່ງ ຈະໄດ້ ຊ້າງ ຫລື ບໍ່ນັ້ນ ມັນກໍບໍ່ ເປັນເລື້ອງ ເສັຽຫາຍ, ແຕ່ວ່າ ການທີ່ເຮົາ ເອົາຊ້າງ ໄປແລກ ກັບ ໝົກ ປາແດກ ມັນ ຊິກຸ້ມຄ່າ ກັນ ຫລື ບໍ່? ທ່ານ ຜູ້ຟັງ. ສະບາຍດີ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org