ຂ.ບໍ່ແກ້ວຊອກນາຍທຶນສ້າງເດີ່ນ ຕີກ໊ອຟ
ໂຄງການ ສ້າງ ສນາມ ກ໊ອຟ ຢູ່ແຂວງ ບໍ່ແກ້ວ ຍັງຢູ່ໃນ ແຜນການ ຢູ່ ແຕ່ຕ້ອງ ຊອກຫາ ຜູ້ລົງທຶນ ໃໝ່.
-
ສົມເນ
2014-03-19 -
-
-
Your browser doesn’t support HTML5 audio
ເຈົ້າໜ້າທີ່ ແຂວງ ບໍ່ແກ້ວ ບອກກັບ ເອເຊັຽ ເສຣີ ວ່າ ໂຄງການ ສ້າງສນາມ ກ໊ອຟ ຢູ່ບ້ານ ປາກຮາວ ເມືອງ ຫ້ວຍຊາຍ ທີ່ ຢຸດໄປ ຫລາຍເດືອນ ແລ້ວນັ້ນ ຍັງຢູ່ໃນ ໂຄງການ ຄືເກົ່າ ແຕ່ ກໍຕ້ອງ ຊອກ ຫາ ຜູ້ລົງທຶນ ໃໝ່ຫລັງຈາກ ຜູ້ທີ່ໄດ້ ລົງທຶນໄປ ແລ້ວນັ້ນ ມີບັນຫາ ການເງິນ ກັບ ບໍຣິສັດ ຮັບເໝົາ ກໍ່ສ້າງ. ດັ່ງທ່ານ ໄດ້ກ່າວ:
"ກໍາລັງ ຢຸດ ຊົ່ວຄາວ ເຂົາເຈົ້າ ມັນມີ ບັນຫາເຣື້ອງ ການເງິນ ຂອງ ບໍຣິສັດ ຫັ້ນເນາະ ກໍາລັງ ຄົ້ນຄວ້າ ຊອກຫາ ທຶນຢູ່ ອັນນີ້ນະ".
ເຈົ້າໜ້າທີ່ ວ່າ ບໍຣິສັດ ຮັບເໝົາ ກໍ່ສ້າງທີ່ ລົງມື ໄປແລ້ວ ນັ້ນຍັງ ຕັ້ງໃຈ ຈະດໍາເນີນ ວຽກງານ ສ້າງ ສນາມ ກ໊ອຟ ແຫ່ງນີ້ ຕໍ່ໄປ ຫາກວ່າ ມີ ຜູ້ລົງທຶນ ຄົນໄໝ່ ເຂົ້າມາຮັບ ມືຕໍ່ ແຕ່ທ່ານ ກໍບໍ່ແນ່ ໃຈວ່າ ທາງແຂວງ ຈະ ຊອກຫາ ບໍຣິສັດ ຮັບເໝົາ ກໍ່ສ້າງ ບໍຣິສັດ ໃໝ່ຫລືບໍ່. ເຈົ້າໜ້າທີ່ ວ່າ ໂຄງການ ສ້າງ ສນາມກ໊ອຟ ໃນເຂດ ເມືອງ ຫ້ວຍຊາຍ ມີຄວາມ ສໍາຄັນ ຫລາຍຍ້ອນ ຈະມີ ປໂຍດ ຫລາຍດ້ານ ໃນ ອະນາຄົດ ຈຶ່ງ ສງວນພື້ນທີ່ ໄວ້ສະເພາະ. ເຈົ້າໜ້າທີ່ ບໍ່ໄດ້ ກ່າວເຖິງ ບັນຫາ ຂັດແຍ້ງ ຣະຫວ່າງ ຜູ້ລົງທຶນ ກັບ ບໍຣິສັດ ຮັບເໝົາ ກໍ່ສ້າງ ແຕ່ຢ່າງໃດ.
ໂຄງການ ສນາມ ກ໊ອຟ ແຫ່ງນີ້ ມີພື້ນທີ່ ກວ້າງ ຂນາດ 65 ເຮັກຕາ. ຕາມແຜນ ການນັ້ນ ຈະເປັນ ສນາມຫລິ້ນ ກ໊ອຟ ຂນາດ 18 ຂຸມ. ຫາກສ້າງ ສໍາເຣັດ ແລ້ວ ກໍຫວັງວ່າ ຈະເປັນບ່ອນ ສ້າງບັນ ຍາກາດ ດຶງດູດ ເອົາ ນັກ ທ່ອງທ່ຽວ ແລະ ການລົງທຶນ ເຂົ້າມາ ໃນແຂວງ.