ອອສເຕຣເລັຽຊ່ອຍການສຶກສາ ໃນລາວ

ສິດນີ
2014.07.07
F-Students ເດັກນ້ອຍນັກຮຽນລາວ ມີຄວາມສາມາດ ແລະມັນສມອງ ພ້ອມທີ່ຈະຮຽນຮູ້ ທຸກຢ່າງໄດ້ ຫາກມີໂອກາດ ເທົ່າທຽມກັນ
Citizen Journalist

 

ຍານາງ JULIE BISHOP ຣັຖມົນຕຣີ ການຕ່າງ ປະເທດ ອອສເຕຣເລັຽ ໄດ້ ແຈ້ງການ ຊ່ອຍເຫລືອ ໃນຂະນະ ທີ່ ນາງ ຢ້ຽມຢາມ ສປປລາວ ອາທິດ ຜ່ານມາ ວ່າ ອອສເຕຣເລັຽຈະໃຫ້ເງິນ ຊ່ອຍເຫລືອ ທາງດ້ານ ການສຶກສາ ແກ່ ສປປລາວ ປະມານ 86 ລ້ານ ໂດລາ ໃນຣະຍະ 4 ປີ ຂ້າງຫນ້າ ເພື່ອຊ່ອຍ ເດັກນ້ອຍ ນັກຮຽນ ລາວ ຈຳນວນ 4 ແສນ 5 ຫມື່ນຄົນ ໃຫ້ສາມາດ ອ່ານອອກ ຂຽນໄດ້ ພ້ອມທັງ ປັບປຸງ ຄວາມຮູ້ ດ້ານ ຄະນິສາຕ ແລະ ວິທຍາສາຕ ວັດຖຸເຄມີ.

ທາງການ ອອສເຕຣເລັຽ ຫວັງວ່າ ເງິນ ຈຳນວນ ດັ່ງກ່າວ ຈະສົ່ງ ຜົລປໂຍດ ໃຫ້ແກ່ ເດັກນ້ອຍ ນັກຮຽນ ລາວ ໃນເຂດ ຊົນນະບົດ ຫລາຍຂື້ນ ໂດຍສະເພາະ ເດັກນ້ອຍ ຊົນ ເຜົ່າ ສໍາລັບ ຜູ້ຍິງ ແລະ ນັກຮຽນ ຜູ້ທີ່ດ້ອຍ ໂອກາດ ແລະ ເສັຽອົງຄະ ໃນລາວ ໃຫ້ໄດ້ຮັບ ການສຶກສາ ທີ່ມີ ຄນຸນະພາບ ຊື່ງ ໃນ ປັດຈຸບັນ ໃນລາວ ມີເດັກນ້ອຍ ຜູ້ຍິງ ສາມາດ ຈົບ ການສຶກສາ ຂັ້ນຕົ້ນໄດ້ ພຽງແຕ່ ນື່ງສ່ວນສີ່ ຂອງຈຳນວນ ເດັກນ້ອຍ ນັກຮຽນຍິງ ທັງຫມົດ ໃນທົ່ວ ປະເທດ.

ໃນການ ຢ້ຽມຢາມ ສປປລາວ ເປັນເວລາ ສອງວັນ ຣັຖມົນຕຣີ ຕ່າງປະເທດ ອອສເຕຣເລັຽ ຍັງໄດ້ເພີ້ມ ຄວາມຮ່ວມມື ກັບ ສປປລາວ ທັງ ຣະດັບ ພາກພື້ນ ແລະ ສາກົນ ຮ່ວມທັງ ການແລກປ່ຽນ ເຈົ້າຫນ້າທີ່ ຣະດັບສູງ ຣະຫວ່າງ ປະເທດ ນຳອີກ. ອອສເຕຣເລັຽ ເປັນນຶ່ງ ໃນບັນດາ ປະເທດ ທີ່ໃຫ້ການ ຊ່ອຍເຫລືອ ແກ່ ສປປລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.