ອັດຕະປື ຈະມີຄົນງານຕ່າງ​ດ້າວ ຫຼາຍຂຶ້ນ

ໄຊຍາ
2018.12.18
F-ATTAPEU ຕລາດເມືອງ ສາມັກຄີໄຊ ແຂວງອັດຕະປື
Screen captured Attapeu video

ປີໜ້າ ທາງການ ແຂວງອັດຕະປື ຄາດວ່າ ຈະມີແຮງງານ ຕ່າງປະເທດ ເຂົ້າມາເຮັດວຽກ ໃນແຂວງອັດຕະປື ເພີ່ມຂຶ້ນ ບໍ່ຕໍ່າກ່ວາ 300 ຄົນ ຈາກຈຳນວນ ໂຄຕ້າ ຂອງແຕ່ລະບໍຣິສັດ ທີ່ຂໍເຂົ້າມາ ສ່ວນຫຼາຍ ແມ່ນບໍຣິສັດ ປູກຢາງພາລາ ແລະການກໍ່ສ້າງ ເຂື່ອນໄຟຟ້າ ຂອງປະເທດວຽດນາມ, ດັ່ງເຈົ້າໜ້າທີ່ ຜແນກແຮງງານ ແລະ ສວັດດີການສັງຄົມ ແຂວງອັດຕະປື ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ນີ້ວ່າ:

"ແຮງງານສິມາເພີ່ມຢູ່ ເຫັນໃນຈຳນວນໂຄຕ້າ ທີ່ຂໍໄປມີບາງບໍຣິສັດ ກໍຫລາຍແນ່ ຄືຢາງພາລາ CCT ບໍຣິສັດນໍ້າຕານ ແລ້ວກໍມີບໍຣິສັດ ຢາງພາລາແນ່ ກ່ຽວກັບເຂື່ອນໄຟຟ້າ ບໍຣິສັດ ເຊກອງກຣຸບ ມີຄົນໄທ.”

ທ່ານໄດ້ກ່າວຕື່ມວ່າ ປັດຈັຍສຳຄັນ ທີ່ເຮັດໃຫ້ບໍຣິສັດເລົ່ານີ້ ຂໍໂຄຕ້າຄົນງານເພີ່ມ ໂດຍສະເພາະ ແຮງງານທີ່ມີສີມື ສະເພາະ ດ້ານເຕັກນິກ ແລະ ວິຊາການ ເພື່ອມາກຳກັບ ແລະ ຄວບຄຸມຄົນງານ ທັງໃນເຣື່ອງການແປຮູບຢາງພາລາ ການກໍ່ສ້າງ ເຂື່ອນໄຟຟ້າເຊກະໝານ, ຊານໄຊ ແລະ ເຂື່ອນໄຟຟ້າເຊກະໝານ 1.

ເຈົ້າໜ້າທີ່ ກ່າວ​ຕື່ມອີກວ່າ ຄົນງານຕ່າງປະເທດ ທີ່ຈະເຂົ້າມາເຮັດວຽກເພີ່ມຂຶ້ນ ຢູ່ແຂວງອັດຕະປື ສ່ວນຫຼາຍ ຈະເປັນຫົວໜ້າງານ ຫລື ຄົນຄຸມງານ ພາຍໃນບໍຣິສັດ ສ່ວນຄົນງານລາວ ບໍຣິສັດ ຈະຂໍເຂົ້າມາ ເພື່ອເປັນກຳມະກອນ ຈະມີຣາຍໄດ້ປະມານ 60 ພັນກີບ ຕໍ່ມື້ ເທົ່ານັ້ນ ດັ່ງທ່ານກ່າວຕື່ມວ່າ:

"ວ່າເປັນນາຍຄຸມ ສ່ວນຫລາຍ ກໍເປັນຄົນຕ່າງປະເທດ ກີດຢາງພາລາ ເກັບນໍ້າຕານ ສ່ວນຫລາຍ ຄົນບ້ານເຮົາ ໄປເປັນ ກຳມະກອນລາຍວັນ ວັນນຶ່ງກໍ 60 ພັນກີບ.”

ປີ 2016-2017 ຜ່ານມາ ຢູ່ແຂວງອັດຕະປື ມີຄົນງານຕ່າງປະເທດມາ ຂຶ້ນທະບຽນ ປະມານ 1,500 ຄົນ ໃນຈຳນວນນັ້ນ ປະມານ 600 ຄົນ ເປັນຄົນວຽດນາມ ສ່ວນຄົນງານ ທີ່ເຫລືອ ແມ່ນຄົນໄທ, ຄົນເກົາຫລີ ແລະ ຄົນຈີນ. ຄົນວຽດນາມ ສ່ວນຫຼາຍ ເຂົ້າມາເປີດບໍຣິສັດ ແລະ ຂາຍເຄື່ອງຍ່ອຍ ເຊີ່ງເຂົ້າມາອາສັຍ ຢູ່ກະຈາຍ ໃນທົ່ວແຂວງອັດຕະປື ມີທັງເຂົ້າມາ ແບບຖືກກົດໝາຍ ແລະ ບໍ່ຖືກກົດໝາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.