ປະຊາຊົນບ້ານຫ້ວຍແກ້ງ ແລະບ້ານປາກຮຸ່ງ ທັງໝົດ 87 ຄອບຄົວ ເມືອງໄຊຍະບຸຣີ ແຂວງໄຊຍະບຸຣີ ທີ່ສູນເສັຍທີ່ດິນ ໃຫ້ແກ່ໂຄງການ ເຂື່ອນນ້ຳຮຸ່ງນຶ່ງ ຮຽກຮ້ອງ ຄ່າຊົດເຊີຍ, ດັ່ງ ຊາວບ້ານປາກຮຸ່ງ ຄົນນຶ່ງ ໄດ້ກ່າວກັບ ວິທຍຸເອເຊັຍເສຣີ ເມື່ອວັນທີ່ 9 ກໍຣະກະດາ 2020 ນີ້ວ່າ:
“ມັນກໍຖືກຢູ່ໜ້າເຂື່ອນນັ້ນແຫຼະ ຂະເຈົ້າບໍ່ຊົດເຊີຍ ໃຫ້ດຽວນີ້ ເພາະດິນເຮົາກໍຢູ່ໜ້າເຂື່ອນ ແຕະໜ້າເຂື່ອນເລີຍນະ ບ່ອນເຂົາຊິຕັ້ງເຂື່ອນນະ ຄັນເວົ້າແລ້ວ ຄັນເຮົາຊິໄປເຮັດຄືນ ກະບໍ່ໄດ້ ເພາະເຮົາກໍໄດ້ເສັຽພາສີ ຄູ່ປີດິນຕອນນັ້ນ ກໍມີປູກໄມ້ສັກ ປູກຊາ ແລ້ວຂະເຈົ້າຄິດແນວໃດ ມາຕັດອອກ.”
ຊາວບ້ານຄົນນີ້ກ່າວອີກວ່າ ນອກຈາກຈະປູກໄມ້ສັກ ແລະ ຊາແລ້ວ ເຂົາຍັງລ້ຽງສັດຢູ່ດິນ ຕອນນັ້ນ, ເມື່ອສູນເສັຍທີ່ດິນຕອນນັ້ນແລ້ວເຂົາ ກໍບໍ່ມີບ່ອນ ທຳມາຫາກິນ; ສະນັ້ນ ເຂົາຈຶ່ງ ຮຽກຮ້ອງຂໍຄ່າຊົດເຊີຍ ເພື່ອໄປຫາຊື້ດິນຕອນໃໝ່. ເຂົາບໍ່ເຂົ້າໃຈອີກຢ່າງນຶ່ງ ເຖິງໄດ້ສູນເສັຍ ທີ່ດິນຕອນນີ້ໄປແລ້ວ ແຕ່ເປັນຫຍັງ ເຂົາຈຶ່ງຍັງຕ້ອງໄດ້ຈ່າຍພາສີທີ່ດິນ ສຳຣັບດິນຕອນ ນັ້ນ ໃຫ້ທາງການຢູ່.
ຕາມເອກກະສານໂຄງການ ສະເພາະບ້ານປາກຮຸ່ງ ມີຄອບຄົວໄດ້ຮັບ ຜົນກະທົບ ທັງໝົດ 36 ຄອບຄົວ, ດິນ 50 ຕອນ ລວມເນື້ອທີ່ 966,000 ຕາຕະລາງແມັດ, ແລະ ມູນຄ່າເສັຽຫາຍ 2.1 ຕື້ກີບ. ສ່ວນບ້ານຫ້ວຍແກ້ງ ມີຄອບຄົວໄດ້ຮັບຜົນກະທົບ 51 ຄອບຄົວ, ດິນ 91 ຕອນ ລວມເນື້ອທີ່ 357,000 ຕາຕະລາງແມັດ, ແລະມູນຄ່າເສັຍຫາຍ 1.2 ຕື້ກີບ.
ແຕ່ຊາວບ້ານຫ້ວຍແກ້ງ ຄົນນຶ່ງກ່າວວ່າເຂົາເອງບໍ່ໄດ້ສູນເສັຍທີ່ດິນ ແຕ່ໂຄງການສ້າງ ເຂື່ອນນ້ຳຮຸ່ງນຶ່ງ ນີ້ນອກຈາກຈະກະທົບປະຊາຊົນ ແລ້ວ ຍັງກະທົບປ່າ ທັມມະຊາດ ແລະ ແຫລ່ງທ່ອງທ່ຽວ ຜາຂີ້ມິ້ນ ນຳອີກ.
ສ່ວນເຈົ້າໜ້າທີ່ຜແນກພະລັງງານ ແລະ ບໍ່ແຮ່ ແຂວງໄຊຍະບຸຣີ ອະທິບາຍເຣື່ອງການຈ່າຍ ຄ່າຊົດເຊີຍວ່າ:
“ຊົດເຊີຍກະຍັງຢູ່ ກະມີບາງອັນທີ່ຊົດເຊີຍໄປແລ້ວ ອັນຮີບດ່ວນ ບາງອັນກະຍັງຢູ່. ເອີ, ຍັງບໍ່ແລ້ວເທື່ອ ກຳລັງດຳເນີນການກໍ່ສ້າງຢູ່ ເພາະວ່າມັນມີການປັບປຸງ ຫຼາຍອັນຫັ່ນໜ໋າ: ນຶ່ງ ເຣື່ອງມາຕຖານປັບຄືນໃໝ່ໝົດແຫຼະ; 2017-2018 ຊິໄດ້ດຳເນີນການຜລິດ ກໍຍັງບໍ່ ທັນແລ້ວ ໄດ້ແຕ່ 70 ປາຍເປີເຊັນ ຕອນນີ້.”
ເຈົ້າໜ້າທີ່ທ່ານນີ້ກ່າວຕື່ມວ່າ ການສ້າງເຂື່ອນນ້ຳຮຸ່ງນຶ່ງ ຊັກຊ້າຍ້ອນທາງການແຂວງ ໄຊຍະບຸຣີ ໄດ້ສັ່ງໃຫ້ປັບປຸງ ການກໍ່ສ້າງຄືນໃໝ່ໝົດ; ເຖິງຢ່າງໃດກໍດີ ປັດຈຸບັນ ການກໍ່ສ້າງ ໄດ້ສຳເຣັດໄປແລ້ວ 70 ສ່ວນຮ້ອຍ.
ທາງດ້ານເຈົ້າໜ້າທີ່ບໍຣິສັດເຂື່ອນນ້ຳຮຸ່ງນຶ່ງ ທ່ານນຶ່ງ ທີ່ ບໍ່ປະສົງອອກຊື່ແລະສຽງ ໄດ້ກ່າວ ກ່ຽວກັບການຈ່າຍຄ່າຊົດເຊີຍ ຊັກຊ້ານັ້ນວ່າ; “ເຣື່ອງການຈ່າຍເງິນຊົດເຊີຍ ໃຫ້ແກ່ຊາວບ້ານທີ່ ໄດ້ຮັບຜົນກະທົບນັ້ນ ກຳລັງດຳເນີນການຢູ່ ຊັກຊ້າຍ້ອນຕ້ອງອອກແບບ ເຂື່ອນໃໝ່ ຕາມຄຳສັ່ງຂອງທາງການແຂວງ.”
ບໍຣິສັດສີເມືອງກຣູບ ຊຶ່ງເປັນບໍຣິສັດຂອງຄົນລາວ ຮ້ອຍເປີເຊັນ ເປັນຜູ້ລົງທຶນ 34 ລ້ານດອນລ່າ ສະຫະຣັດ ເພື່ອສ້າງເຂື່ອນນ້ຳຮຸ່ງນຶ່ງ ຊຶ່ງກໍເປັນເຂື່ອນ ຂນາດນ້ອຍ ສາມາດ ຜລິດກະແສ ໄຟຟ້າໄດ້ພຽງແຕ່ 15 ເມກາວັດ.
ບໍຣິສັດສີເມືອງກຣຸບ ຈ້າງບໍຣິສັດ ໂດອູອີຊີ ລົງມືກໍສ້າງແຕ່ປີ 2015 ແລະ ມີກຳນົດຈະໃຫ້ສຳເຣັດພາຍໃນປີ 2017 ແຕ່ຈົນເຖິງປັດຈຸບັນ ກໍຍັງບໍ່ແລ້ວເທື່ອ.