ຣະເບີດຕົກຄ້າງທ່ວງດຶງການ ພັທນາ
ການເກັບກູ້ ຣະເບີດ ທີ່ ບໍ່ທັນແຕກ ຢູ່ ແຂວງ ຊຽງຂວາງ ຫລ້າຊ້າ ຊຶ່ງ ເປັນອຸປສັກ ຕໍ່ ການພັທນາ.
-
ຈຳປາທອງ
2016-11-14 -
-
-
Your browser doesn’t support HTML5 audio
ການເກັບກູ້ຣະເບີດ ທີ່ບໍ່ທັນແຕກ ຢູ່ແຂວງ ຊຽງຂວາງ ຫລ້າຊ້າ ຊຶ່ງເປັນອຸປສັກ ຕໍ່ການພັທນາ ຊຶ່ງທາງການ ສປປລາວ ຄວນເອົາ ໃຈໃສ່ ແກ້ໄຂ, ໃຊ້ ງົບປະມານ ສົມທົບ ນຳການ ຊ່ວຍເຫລືອ ຈາກ ຕ່າງປະເທສ. ຮວມທັງ ການລົງທຶນ ໃນຂແນງຕ່າງໆ ແລະ ສະຫະຣັຖ ອະເມຣິກາ ກໍໄດ້ມອບເງິນ ຊ່ວຍເຫລືອ ໃນໂຄງການ ເກັບກູ້ຣະເບີດ ບໍ່ທັນແຕກຢູ່ລາວ ຫຼາຍສິບລ້ານ ໂດລາ ສະຫະຣັຖ ແລະ ປະເທສ ປະຊາທິປະຕັຍ ອື່ນໆ ຮວມທັງ ນິວຊີແລນ ກໍຊ່ວຍເຫລືອ ແຂວງ ຊຽງຂວາງ ນີ້. ຕາມຄຳເວົ້າ ຂອງ ເຈົ້າໜ້າທີ່ ໂຄງການ ເກັບກູ້ ຣະເບີດ ບໍ່ທັນແຕກ ຕໍ່ ວິທຍຸ ເອເຊັຽເສຣີ ເມື່ອວັນທີ 11 ພຶສຈິກາ:
"ດຽວນີ້ ມີແຕ່ປະເທດ ນິວຊີແລນ ໃຫ້ຊ່ວຍ ຊຽງຂວາງ ພວກເຮົາ ກໍຍັງມີ ທີມງານ ບໍ່ສາມາດ ຂຍາຍເນື້ອທີ່ ໃຫ້ມັນເພີ່ມ ຂຶ້ນໄດ້ອີກ ແລະ ຈະສາມາດ ແກ້ໄຂ ແຜນເກົ່າ ແຕ່ວ່າ ການພັທນາ ເສຖກິດ ສັງຄົມ ມັນ ຕ້ອງການຫຼາຍ ເພື່ອ ໃຫ້ໂຄງການ ກວາດ ກູ້ຣະເບີດ ກ່ອນ ພວກເຮົາ ກໍບໍ່ສາມາດ ຈະຕອບສນອງ ໃຫ້ ທັນເວລາໄດ້ ກໍເປັນບັນຫາ ທີ່ຍາກ ໃນການຈັດ ບຸຣິມະສິດ ໃຫ້ ໃນການເກັບກູ້".
ທ່ານເວົ້າ ຕື່ມວ່າ ການຊ່ວຍເຫລືອ ທີ່ວ່ານັ້ນ ຍັງຖືວ່າ ບໍ່ຫຼາຍປານໃດ ເພາະ ຕ້ອງໄດ້ແບ່ງກັບ ພາກສ່ວນອື່ນໆ ທີ່ກ່ຽວຂ້ອງ ນຳດ້ວຍ. ໃນການ ເກັບກູ້ຣະເບີດ ບໍ່ທັນແຕກນັ້ນ ໄດ້ຮັບ ງົບປະມານ ໜ້ອຍ, ຍັງບໍ່ພຽງພໍ ກັບຄວາມ ຕ້ອງການ. ກ່ຽວກັບເຣື້ອງນີ້ ວິທຍຸ ເອເຊັຽເສຣີ ກໍໄດ້ ຖາມໄປຫາ ຜແນກ ແຜນການ ແລະ ການລົງທຶນ ແຂວງຊຽງຂວາງ, ໄດ້ຮັບ ຄຳຕອບວ່າ ການເກັບກູ້ ຣະເບີດ ບໍ່ທັນແຕກ ຫລ້າຊ້າ ມີສ່ວນ ທີ່ເຮັດໃຫ້ ການພັທນາ ຫລ້າຊ້າ ໄປນຳ.
"ກໍແນ່ນອນ ກໍມີສ່ວນຢູ່ ເພາະວ່າ ອັນ ຜູ້ລົງທຶນນີ້ ຂະເຈົ້າຮູ້ວ່າ ຈະມີຄວາມສ່ຽງ ກໍຢຸດໆຢ່ອນໆ ຫັ້ນແຫລະ ຖ້າວ່າ ຜ່ານໂຄງການ ເກັບກູ້ ຣະເບີດແລ້ວ ຂະເຈົ້າ ຈະມີຄວາມ ໝັ້ນໃຈ".
ທ່ານກ່າວ ຕື່ມວ່າ ທີ່ຜ່ານມາ ມີ ນັກທຸຣະກິດ ຈາກ ຫຼາຍພາກສ່ວນ ຢາກມາລົງທຶນ ຢູ່ ແຂວງຊຽງຂວາງ ເປັນຕົ້ນ ໃນຂແນງ ກະສິກັມ, ແຕ່ ພວກເຂົາເຈົ້າ ບໍ່ໝັ້ນໃຈ ນຳເຣື່ອງ ຣະເບີດ ບໍ່ທັນແຕກ ຢູ່ແຂວງນີ້ ແຕ່ທາງແຂວງ ກໍກຳລັງ ຈະຂຍາຍ ຊົລປະທານ ແລະ ຈະຂຍາຍ ພື້ນທີ່ ກະສິກັມ ສຳລັບ ນັກລົງທຶນ ຢູ່ບໍຣິເວນ ບ້ານຍອດງື່ມ ໃນເນື້ອທີ່ 8 ສິບປາຍ ເຮັກຕາ ຊຶ່ງ ຂນະນີ້ ມີໂຄງການ ເກັບກູ້ ຣະເບີດ ໃນເຂດນັ້ນຢູ່.
ເມື່ອ ເດືອນ ກັນຍາ ຜ່ານມານີ້ ປະເທສ ນິວຊີແລນ ກໍໄດ້ຊ່ວຍ ປະກອບທຶນ 7.2 ລ້ານ ໂດລາ ສະຫະຣັຖ ເຂົ້າໃນ ວຽກງານ ເກັບກູ້ ຣະເບີດ ຢູ່ແຂວງ ຊຽງຂວາງ ຊຶ່ງ ໃນນັ້ນມີ 12 ໜ່ວຍງານ. ມາເຖິງ ປັດຈຸບັນ ແຂວງຊຽງຂວາງ ສາມາດ ເກັບກູ້ຣະເບີດ ບໍ່ທັນແຕກ ໄດ້ໃນເນື້ອທີ່ 3 ພັນປາຍ ເຮັກຕາ.