ທາງຣົດໄຟຄືບໜ້າ ຄ່າຊົດເຊີຍ ຄືບຄານ

ຈໍາປາທອງ
2020.06.11
F-Railway-Boten ການເຈາະອຸມົງ ທາງຣົດໄຟ ລາວ-ຈີນ ຢູ່ເຂດ ບໍ່ເຕັນ ແຂວງຫຼວງນໍ້າທາ
RFA

ປະຊາຊົນລາວ ທີ່ໄດ້ຮັບຜົລກະທົບ ຈາກການກໍ່ສ້າງທາງຣົດໄຟ ຄວາມໄວສູງ ລາວ-ຈີນ ຮວມທັງບ້ານເຮືອນ ແລະທີ່ດິນທີ່ສູນເສັຍໄປນັ້ນ ເສັຽໃຈທີ່ທາງໂຄງການຊົດເຊີຍຄວາມເສັຽຫາຍ ຂອງພວກຕົນ ຄວນໄດ້ຮັບນັ້ນ ຫລ້າຊ້າ ຂນະທີ່ ການກໍ່ສ້າງທາງຄືບໜ້າໄປ ນໍາເລື້ອຍໆ ຈົນໄດ້ເກືອບ 90% ແລ້ວ. ກ່ຽວກັບເຣຶ່ອງທີ່ວ່ານີ້ ຊາວບ້ານຢູ່ແຂວງຫລວງນໍ້າທາທ່ານນຶ່ງ ທີ່ຍັງບໍ່ທັນໄດ້ຮັບຄ່າຊົດເຊີຍ ເທື່ອນັ້ນ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ວັນທີ 10 ມິຖຸນາ ນີ້ວ່າ:

“ຍັງບໍ່ທັນໄດ້ຈັກກີບເທື່ອແຫຼະ ເຮົານີ້ຖືວ່າກະທົບສະຖານີເນາະ ບໍ່ແມ່ນໂຕເສັ້ນທາງເນາະເຂົາບໍ່ທັນເວົ້າ ເຂົາສິໃຫ້ມື້ໃດບໍ່ທັນໄດ້ເວົ້າ ໂຕແລວ ເສັ້ນທາງທີ່ຂະເຈົ້າຊົດເຊີຍໃຫ້ໝົດແລ້ວ ເຮົານີ້ແມ່ນ ສິແມ່ນຮອບ ທີ 2 ພຸ້ນແຫຼະ ໂຕສະຖານີເຂົາ ຂະເຈົ້າຍັງບໍ່ທັນກໍ່ສ້າງເທື່ອເດ໋ ຊົດເຊີຍ ໃຫ້ເຮົາ ໄດ້ເງິນກ້ອນຫັ້ນແລ້ວ ຈັ່ງສ້າງ ບ່ອນໃໝ່ ໂອ໊.”

ທ່ານກ່າວຕື່ມວ່າ ຄັນຖ້າເປັນໄປໄດ້ ກໍຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ກັບເຣຶ່ອງນີ້ ເລັ່ງມອບເງິນຄ່າຊົດເຊີຍ ນັ້ນໃຫ້ແລ້ວໂດຍໄວ ເນຶ່ອງຈາກ ເຫັນວ່າ ແກ່ຍາວມາດົນເຕີບແລ້ວ ແລະການກໍ່ສ້າງທາງຣົດໄຟ ຢູ່ເຂດຂອງຕົນ ກໍນັບມື້ມີຄວາມຄືບໜ້າໄປຫຼາຍ ເປັນຕົ້ນການເຈາະອຸໂມງ ກໍໄດ້ຊອດກັນໝົດແລ້ວ ແລະຜູ້ຮັບເໝົາກໍ່ສ້າງ ກໍກໍາລັງຢູ່ໃນຣະຫວ່າງ ສ້າງຂົວຣົດໄຟ.

ໃນຂນະດຽວກັນ ປະຊາຊົນຢູ່ແຂວງຫລວງນໍ້າທາ ອີກຜູ້ນຶ່ງ ກໍເວົ້າວ່າ ຄອບຄົວຂອງຕົນ ກໍເປັນຄອບຄົວນຶ່ງ ທີ່ຈະໄດ້ເສັຍເຮືອນ ແລະດິນ ຂອງອ້າຍຮັກ ໃຫ້ແກ່ໂຄງການທາງຣົດໄຟ ລາວ-ຈີນ ແຕ່ມາຮອດ ປັດຈຸບັນ ກໍຍັງບໍ່ທັນໄດ້ຮັບຄ່າຊົດເຊີຍເທື່ອ ແລະວ່າ ຕົນຮູ້ສຶກເສັຽໃຈ ທີ່ການຈ່າຍຄ່າຊົດເຊີຍ ນັ້ນຫລ້າຊ້າ ເຮັດໃຫ້ຕົນມີຄວາມລັ້ງເລ ໃນເຣຶ່ອງການທີ່ຈະໄປປຸກເຮືອນ ຢູ່ບ່ອນໃໝ່, ດັ່ງທີ່ທ່ານກ່າວວ່າ:

“ຍັງບໍ່ທັນໄດ້ນະ ຍັງບໍ່ທັນຮູ້ນະ ດິນຫັ້ນບໍ່ແມ່ນດິນເຮົາດອກ ເປັນດິນຂອງອ້າຍຮັກຂອງເຮົາ ມັນເປັນເຮືອນຕັ້ງໃສ່ດິນລາວ ຍັງບໍ່ທັນໄດ້ຍ້າຍ ເທື່ອເດ໊ ດຽວນີ້.”

ເມື່ອວັນທີ 7 ຕຸລາ ປີກາຍ ທ່ານ ເພັດຖາວອນ ພິລາວັນ ເຈົ້າແຂວງຫຼວງນໍ້າທາ ພ້ອມດ້ວຍຄະນະ ໄດ້ໄປໂອ້ລົມກັບ ປະຊາຊົນທີ່ໄດ້ຮັບຜົນ ກະທົບຈາກໂຄງການຣົດໄຟ ລາວ-ຈີນຢູ່ບ້ານນາເຕີຍ, ບ້ານຕີນຕົກ, ບ້ານບໍ່ປຽດ ແລະ ບ້ານບໍ່ເຕັນ ເມືອງຫລວງນໍ້າທາ ກ່ຽວກັບແຜນການ ໃຫ້ຄ່າຊົດເຊີຍ ແກ່ຊາວບ້ານ 4 ບ້ານທີ່ມີ 331 ຄອບຄົວໄດ້ຮັບຜົນກະທົບ ຊຶ່ງໃນຈໍານວນນັ້ນ ໄດ້ຮັບຄ່າຊົດເຊີຍໄປແລ້ວ 171 ຄອບຄົວ.

ແລະຢູ່ແຂວງອຸດົມໄຊ ປະຊາຊົນຜູ້ນຶ່ງ ທີ່ໄດ້ສູນເສັຍທີ່ດິນ ໃຫ້ໂຄງການທາງຣົດໄຟ ລາວ-ຈີນ ແລະໄດ້ຮັບຄ່າຊົດເຊີຍ ຄວາມເສັຍຫາຍໄປ ແລ້ວນັ້ນ ກໍເວົ້າວ່າ ຕົນເສັຍໃຈທີ່ໄດ້ຮັບຄ່າຊົດເຊີຍ ຄວາມເສັຍຫາຍ ຈາກທາງໂຄງການໜ້ອຍ ໄດ້ຮັບແບບບໍ່ສົມເຫດສົມຜົລ, ແຕ່ກໍຕ້ອງໄດ້ ທໍາໃຈ ຮັບເອົາ ຍ້ອນບໍ່ສາມາດທີ່ຈະຮຽກຮ້ອງ ຂໍຄ່າຊົດເຊີຍນັ້ນ ເພິ່ມຕື່ມໄດ້ ດັ່ງທີ່ທ່ານກ່າວວ່າ:

“ພໍ່ຂ້ອຍຖືກຢູ່ ເປັນນາເຮັກຕາປາຍໄດ້ຢູ່ 770 ປາຍລ້ານ ມັນບໍ່ຄຸ້ມຄ່າ ທັມດາປະເພດນານີ໋ ເຮົາຈະໄດ້ກິນຕລອດຊີວິດຊົ່ວລູກຊົ່ວຫຼານເນາະ ພໍໃຈນີ໋ ມັນກະບໍ່ພໍຫັ້ນລະ.”

ແລະກ່ອນໜ້ານັ້ນການຈ່າຍຄ່າຊົດເຊີຍ ໃຫ້ແກ່ປະຊາຊົນ ທີ່ໄດ້ຮັບຜົລກະທົບ ຈາກໂຄງການທາງຣົດໄຟ ລາວ-ຈີນ ຢູ່ເມືອງໄຊ, ເມືອງນາໝໍ້ ແລະ ເມືອງງາ ແຂວງອຸດົມໄຊ ຍັງຊັກຊ້າ. ຫຼາຍຄອບຄົວ ຍັງລໍຖ້າ ເງິນຄ່າຊົດເຊີຍຢູ່, ດັ່ງເຈົ້າໜ້າທີ່ ເມືອງໄຊ ທ່ານນຶ່ງ ໄດ້ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ 19 ສິງຫາ ປີກາຍວ່າ:

“ຍັງບໍ່ແນ່ໃຈ ຄືວ່າຊິໄດ້ແລ້ວ. ທາງຣັຖບານເຊັນມາແລ້ວ. ຈັກເປັນຈັ່ງໃດ໊ ແກ່ຍາວຫລາຍ.”

ເພື່ອຂໍຄວາມກະຈ່າງແຈ້ງ ກ່ຽວກັບຄວາມຄືບໜ້າໃນເຣຶ່ອງຄ່າຊົດເຊີຍ ທີ່ວ່ານັ້ນ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ໄປຍັງ ຄະນະຮັບຜິດຊອບເຣຶ່ອງ ການຊົດເຊີຍສິ່ງກີດຂວາງ ໂຄງການກໍ່ສ້າງທາງຣົດໄຟ ລາວ-ຈີນ ແຕ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ບໍ່ສະດວກທີ່ຈະໃຫ້ຄໍາເຫັນ.

ແຕ່ເຈົ້າໜ້າທີ່ທ້ອງຖິ່ນທ່ານນຶ່ງ ທີ່ເຄີຍເຂົ້າຮ່ວມພິທີມອບ-ຮັບຄ່າຊົດເຊີຍ ຂອງໂຄງການກໍ່ສ້າງທາງຣົດໄຟ ລາວ-ຈີນ ນັ້ນເວົ້າວ່າ ຕົນຍັງບໍ່ ແນ່ໃຈວ່າ ການຊົດເຊີຍຜົລກະທົບຈາກໂຄງການນີ້ ໃຫ້ປະຊາຊົນ ທຸກເມືອງ ທຸກເເຂວງນັ້ນ ຈະສໍາເຣັດພາຍ ໃນປີ 2020 ນີ້ ຕາມທີ່ທາງ ຂັ້ນເທິງ ເຄີຍໃຫ້ຄໍາໝັ້ນສັນຍາໄວ້ ແຕ່ຕົ້ນປີນີ້ແທ້ ຫລືບໍ່. ແຕ່ມາເບິ່ງສະພາບໂຕຈິງແລ້ວ ແມ່ນຍັງມີຫລາຍທ້ອງຖິ່ນ ທີ່ທາງໂຄງການຍັງ ຄ້າງຄ່າຊົດເຊີຍຢູ່ ແລະໃນໄລຍະນີ້ ກໍຍັງບໍ່ມີຂ່າວຄືບໜ້າ, ດັ່ງທີ່ທ່ານກ່າວວ່າ:

“ເພິ່ນກໍວ່າຈະໃຫ້ແລ້ວໝົດ 2020 ເຣື່ອງການຊົດເຊີຍ ແລ້ວໝົດຫລືບໍ່ ແລ້ວໝົດຫັ້ນ ກະບໍ່ຮູ້ນໍາເພິ່ນແຫລະ ຖືກສິ່ງປຸກສ້າງແລ້ວ ເຂົາກະ ມີຄວາມ ຈໍາເປັນ ກໍຕ້ອງໄດ້ເອົາເງິນມາໃຫ້ ກະເພື່ອໃຫ້ເຂົາກະກຽມອອກ ແລ້ວເຂົາກໍອອກໃຫ້ໝົດ.”

ໃນກອງປະຊຸມເທື່ອທີ 8 ຂອງສະພາແຫ່ງຊາດຊຸດທີ 8 ຂອງ ສປປລາວ ເມື່ອເດືອນພຶສຈິກາປີກາຍ ຍານາງ ຄໍາຈັນ ພົມແສງສະຫວັນ ຮອງ ປະທານສູນກາງ ແນວລາວສ້າງຊາດ ໄດ້ກ່າວວ່າ ຊາວບ້ານ ສ່ວນໃຫຍ່ ທີ່ໄດ້ຮັບຜົລກະທົບ ຈາກໂຄງການທາງຣົດໄຟ ລາວ-ຈີນ ຍັງລໍຖ້າການຊົດເຊີຍ ຢ່າງເປັນທັມນັ້ນຢູ່.

ປັດຈະບັນ ການກໍ່ສ້າງທາງຣົດໄຟລາວ-ຈີນ ມີຄວາມຄືບໜ້າໄປໄດ້ປະມານ 89%. ໃນນັ້ນ ເຈາະອຸໂມງທະລຸແລ້ວ 65 ແຫ່ງ, ສ້າງຂົວຣົດ ໄຟໄດ້ແລ້ວ 164 ແຫ່ງ ແລະ ການວາງລາງຣົດໄຟ ແຕ່ເມືອງ ນາຊາຍທອງ ນະຄອນຫຼວງວຽງຈັນ ຫາ ແຂວງຫຼວງພຣະບາງ ກໍສ້າງໄດ້ 50 ກິໂລແມັດ ຈາກໄລຍະທາງ ທັງໝົດ 409 ກິໂລແມັດ ແລະການກໍ່ສ້າງໄລຍະ ທີສອງ ຈາກສະຖານີ ນະຄອນຫລວງວຽງຈັນ ໄປຫາ ສະຖານີວຽງຈັນໃຕ້ ເຂດທ່ານາແລ້ງ ກໍໄດ້ສໍາເຣັດການປັກຫລັກ ເຂດສະຖານີໂດຍສານ ໃນເນື້ອທີ່ 150 ເຮັກຕາ. ແລະ ຄາດວ່າວຽກກໍ່ ສ້າງທັງໝົດຈະສໍາເຣັດໃຫ້ທັນໃນທ້າຍປີ 2021, ອີງຕາມການ ຣາຍງານຂອງທ່ານ ຊຽວກົວເວິນ ຜູ້ອໍານວຍການໃຫຍ່ ບໍຣິສັດທາງຣົດໄຟ ລາວ-ຈີນ ຈໍາກັດ ໃນມື້ວັນທີ 4 ມິຖຸນາ 2020 ນີ້.

ເວົ້າເຖິງໂຄງການກໍ່ສ້າງທາງຣົດໄຟ ລາວ-ຈີນ, ເມື່ອບໍ່ດົນມານີ້ ທະນາຄານໂລກ ປະເມີນວ່າ ໂຄງການນີ້ຖືເປັນຜົລດີ ຕໍ່ປະເທດລາວ, ແຕ່ ການລົງທຶນກໍ່ສ້າງດ້ວຍທຶນ ມະຫາສານນັ້ນ ກໍມີຄວາມສ່ຽງຢູ່ ໂດຍສະເພາະ ເຣຶ່ອງໜີ້ສິນທີ່ຣັຖບານລາວ ຈະຕ້ອງໄດ້ຊໍາຣະ ແລະຣັຖບານ ລາວ ຕ້ອງໄດ້ປັບປຸງອີກຫລາຍດ້ານ ເພື່ອເຮັດໃຫ້ການບໍຣິຫານ ຈັດການ ທາງຣົດໄຟນີ້ ມີປະສິດທິພາບ ແລະເກີດປະໂຫຍດ ສູງສຸດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.