ທ້າວ ກິດຕິເດດ ລັດລິ ວິສະວະກອນໄທ ທີ່ຖືກທາງການລາວ ຈັບມາຕັ້ງແຕ່ ມື້ວັນທີ 20 ຕຸລາ 2018 ໃນຂໍ້ຫາສໍ້ໂກງ ແລະ ຖືກຂັງ ຢູ່ຄ້າຍຄຸມຂັງ ໂພນຕ້ອງ ນະຄອນຫຼວງວຽງຈັນ ມາໄດ້ 1 ປີປາຍແລ້ວ ກໍຍັງບໍ່ໄດ້ຮັບການປ່ອຍໂຕ ກັບປະເທດໄທຍ. ທະນາຍຄວາມໄທຍ ຂອງຜູ້ກ່ຽວ ໄດ້ຕິດຕໍ່ພົວພັນ ກັບພາກສ່ວນຕ່າງໆ ຮວມທັງຜ່ານ ສະຖານທູຕລາວ, ສະຖານທູດໄທຍ ແລະ ໜ່ວຍງານ ທີ່ກ່ຽວຂ້ອງ ຂອງລາວຫຼາຍເທື່ອ, ແຕ່ກໍບໍ່ໄດ້ ຮັບຄຳຕອບ. ດັ່ງນັ້ນ, ຈຶ່ງຢາກຮຽກຮ້ອງ ໃຫ້ຣັຖບານລາວ ປ່ອຍໂຕຜູ້ກ່ຽວ ຍ້ອນການກັກຂັງນັ້ນ ກາຍກຳນົດເວລາແລ້ວ, ຕາມຄຳເວົ້າຂອງທ່ານ ປີເຕີ ທະນາຍຄວາມ ຂອງທ້າວ ກິດຕິເດດ ລັດລິ ຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 3 ທັນວາ ນີ້.
"ທ່ ານ ກ່າວ ວ່າ ລາວ ນີ້ ແຈ້ງ ກະ ຊວງ ການ ຕ່າງ ປະ ເທດ ໄທ ຍ ວ່າ ລາວ ເຂົາ ມີ ອຳ ນາດ ກັກ ຂັງ ທ້າວ ກິດ ຕິ ເດດ ແຕ່ 1 ປີ , ເມື່ອ ຄົບ 1 ປີ ແລ້ວ ຖ້າ ສືບ ສວນ ແລ້ວ ບໍ່ ມີ ຄວາມ ຜິດ ກໍ ຕ້ອງ ປ່ອຍ , ສອບ ສວນ ບໍ່ແລ້ວ ກໍ ຕ້ອງ ປ່ອຍ , ເຮົາ ຈຶ່ງ ຮຽກ ຮ້ອງວ່າ ເມື່ອ ກັ ກ ຂັງ ເກີນ 1 ປີ ແລ້ວ ນີ້ ເປັນ ຫ ຍັງ ຈຶ່ງ ຍັງ ບໍ່ ປ່ອຍ ? ແລະ ໄດ້ຮ້ອງ ຂໍ ຄວາມ ເປັນ ທັມ ຈາກ ທຸກ ໜ່ວຍ ງານ ໃນ ລາວ ເກືອບ ຫົກ ສິບ ສະ ບັບ ແລ້ວ ມັນ ຫຼ າຍ , ແຕ່ບໍ່ ໄດ້ ຮັບ ການ ຕອບ ຮັບ ຈາກ ລາວ ຫຍັງ ເລີຍ ວ່າ ເພາະ ຫ ຍັງ ?"
ທ່ານກ່າວຕື່ມວ່າ ທ້າວ ກິດຕິເດດ ຖືກເຈົ້າໜ້າທີ່ຕຳຣວດ ກວດຄົນເຂົ້າເມືອງ ຂອງລາວ ຈັບມາຕັ້ງແຕ່ ມື້ວັນທີ 20 ຕຸລາ ປີກາຍ, ໂດຍບໍ່ມີ ການແຈ້ງຂໍ້ກ່າວຫາ ວ່າກະທຳຜິດຫຍັງແທ້. ແຕ່ມາຮອດ ວັນທີ 26 ຂອງເດືອນດຽວກັນ, ທະນາຍຄວາມ ຂອງທ້າວ ກິດຕິເດດ ໄດ້ຮັບແຈ້ງການວ່າ ສໍ້ໂກງ, ເຊິ່ງແມ່ນບໍຣິສັດ ຫົງຊັພທະວີ ທີ່ເປັນບໍຣິສັດ ຮັບເໝົາກໍ່ສ້າງ ທີ່ທ້າວ ກິດຕິເດດ ເຮັດວຽກນຳ ແຈ້ງຂໍ້ຫາເອົາຜິດ ດັ່ງທີ່ທ່ານ ກ່າວວ່າ:
" ທ່ານ ກ່າວ ວ່າ ທ້າວ ກິດ ຕິ ເດດ ນີ້ ເປັນ ວິ ສາ ວະ ກອນ ເຂົາ ໄດ້ ຮັບ ການ ຕິດ ຕໍ່ ຈາກ ປະ ທານ ບໍ ຣິ ສັດ ຫົງ ຊັ ພ ທະ ວີ ໃຫ້ ໄປ ອອກ ແບບ ກັບ ໂຄງ ການ ຂອງ ເຂົາ . ມື້ ທຳ ອິດ ທີ່ ຖືກ ຈັບ ວັນ ທີ 20 ຕຸ ລາ 2018 ບໍ ຣິ ສັດ ເຂົາ ແຈ້ງ ຂໍ້ ຫາ ວ່າ ສໍ້ ໂກງ ແລ້ວ ເຮົາ ກໍ ເລີຍບອກ ວ່າ ຖ້າ ເປັນ ບັນ ຫາ ສໍ້ ໂກງ ກໍ ວ່າ ກັນ ໄປ ຕາມ ຂະ ບວນ ການ ຂອງ ລາວ ."
ກ່ຽວກັບເຣື້ອງທີ່ວ່ານີ້, ວິທຍຸເອເຊັຽເສຣີ ໄດ້ພະຍາຍາມຕິດຕໍ່ ໄປຍັງອົງການອັຍການ ຂອງລາວ, ແຕ່ບໍ່ສາມາດຕິດຕໍ່ໄດ້ ແລະ ເມື່ອຖາມໄປຍັງສານຂອງລາວ, ໄດ້ຮັບຄຳຕອບໜ້ອຍນຶ່ງວ່າ ກໍຣະນີຄດີທ້າວ ກິດຕິເດດ ຍັງບໍ່ໄດ້ຂຶ້ນສານ ແລະ ກໍບໍ່ຮູ້ຈັກ ດັ່ງທີ່ທ່ານກ່າວວ່າ:
" ໂອ ໂຕ ນີ້ບໍ່ ຮູ້ ນ່າ ເດີ ຍັງບໍ່ຮູ້. ບໍ່ຮູ້ຈັກນ່າເດີ້. ບໍ່ ຮູ້ ຈັກ ນ່າ."
ພ້ອມກັນນັ້ນ, ວິທຍຸເອເຊັຽເສຣີ ກໍພະຍາຍາມ ຕິດຕໍ່ໄປຍັງ ສະຖານທູຕໄທຍ ປະຈຳລາວ, ແຕ່ບໍ່ໄດ້ຮັບຄຳຕອບ.
ຂ່າວວ່າ ໃນໄລຍະທີ່ຜ່ານມາ ທ້າວ ກິດຕິເດດ ບໍ່ໄດ້ຮັບຄວາມເປັນທັມ ໃນການດຳເນີນຄດີຢູ່ທຸກຂັ້ນຕອນ ຂອງຕຳຣວດ ແລະ ອັຍການ. ຫຼັງຈາກມີແຈ້ງການ ກ່ຽວກັບ ຂໍ້ຫາສໍ້ໂກງແລ້ວ, ກໍໄດ້ມີການ ສືບສວນສອບສວນ ນານກວ່າ 11 ເດືອນ, ແຕ່ບໍ່ສາມາດ ເອົາຜິດຜູ້ກ່ຽວໄດ້ ຍ້ອນພະຍານ ຫຼັກຖານບໍ່ພຽງພໍ. ຕໍ່ມາ ທະນາຍຄວາມ ຂອງທ້າວ ກິດຕິເດດ ໄດ້ຂໍຄວາມຊ່ອຍເຫຼືອ ຈາກສື່ມວນຊົນ ແລະ ເມື່ອວັນທີ 1 ກັນຍາ ທີ່ຜ່ານມານີ້, ອັຍການ ໄດ້ປ່ຽນຂໍ້ຫາໃໝ່ ເປັນຂໍ້ຫາເລີ່ນເລີ້ ໃນການປະຕິບັດໜ້າທີ່, ແລ້ວຟ້າວ ສົ່ງຟ້ອງຂຶ້ນສານ, ແຕ່ສານ ບໍ່ຮັບພິຈາຣະນາ. ດັ່ງນັ້ນ, ຈຶ່ງເຮັດໃຫ້ຄດີດັ່ງກ່າວ ຍືດເຍື້ອ ມາຮອດທຸກມື້ນີ້.