ຂົວແຫ່ງທີ 5 ຊາວບ້ານຈົ່ມ ຄ່າຊົດເຊີຍ
ຊາວບ້ານ ທີ່ໄດ້ຮັບ ຜົນກະທົບ ຈາກ ການກໍ່ສ້າງ ຂົວ ມິຕພາບ ລາວ-ໄທຍ ແຫ່ງທີ 5 ບໍລິຄໍາໄຊ ຫາ ບຶງການ ຈົ່ມເຣຶ່ອງ ຄ່າຊົດເຊີຍ ຕໍ່າ.
-
ຈໍາປາທອງ
2020-07-16 -
-
-
Your browser doesn’t support HTML5 audio
ປະຊາຊົນບ້ານກ້ວຍອຸດົມ ເມືອງປາກຊັນ ແຂວງບໍລິຄໍາໄຊ ເກືອບ 100 ຄອບຄົວ ທີ່ເສັຍດິນນາ, ດິນສວນຂອງພວກຕົນ ໃນເນື້ອທີ່ທັງໝົດ ປະມານ 52 ເຮັກຕາປາຍ ໃຫ້ໂຄງການກໍ່ສ້າງ ຂົວມິຕພາບລາວ-ໄທຍ ແຫ່ງທີ 5 ຣະຫວ່າງບໍລິຄໍາໄຊຫາບຶງການ ຈົ່ມວ່າທາງການລາວ ປະເມີນຣາຄາທີ່ດິນ ຂອງຊາວບ້ານຕໍ່າຫລາຍ ບໍ່ສົມເຫດສົມຜົລ ດັ່ງຊາວບ້ານກ້ວຍອຸດົມ ຜູ້ນຶ່ງ ທີ່ໄດ້ຮັບຜົລກະທົບ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 14 ກໍຣະກະດາ ນີ້ວ່າ:
“ໂອ໋..ຄືຖືກຢູ່ປະມານ 8 ໄລ່ປາຍຂອງຂ້ອຍ ເຮັກຕານຶ່ງມັນຖືກໄດ້ແຕ່ 3 ແສນບາດນຶ່ງໄດ້ (85 ລ້ານປາຍກີບ) ບໍ່ໄດ້ໃຫ້ຫຼາຍໄດ໋ຢູ່ລາວໄດ້ ໜ້ອຍຫລາຍ ໃຫ້ຄຸ້ມມັນກະບໍ່ຄຸ້ມແລ້ວ ກະເຮັດແນວໃດ ກະຕ້ອງໄດ້ເຮັດ.”
ທ່ານກ່າວຕື່ມວ່າ ດິນຂອງປະຊາຊົນ ທີ່ເສັຍໃຫ້ໂຄງການນັ້ນ ສ່ວນຫຼາຍເປັນດິນນາດິນສວນ ເພື່ອປູກຝັງ ແລະລ້ຽງສັດ ທາງການປະເມີນ ຣາຄາດິນ 85 ລ້ານປາຍກີບຕໍ່ ເຮັກຕາ ຊຶ່ງ ຖືວ່າໃຫ້ຕໍ່າຫຼາຍ. ແຕ່ເຖິງຢ່າງໃດ ຊາວບ້ານກໍບໍ່ມີສິດ ທີ່ຈະຮຽກຮ້ອງເອົາຄ່າຊົດເຊີຍຢ່າງ ສົມເຫດສົມຜົລນັ້ນໄດ້.
ປັດຈຸບັນ ປະຊາຊົນ ທີ່ມີສິ່ງປຸກສ້າງຢູ່ໃນເຂດທີ່ທາງໂຄງການກວມເອົາ ເປັນຕົ້ນຖຽງນາ ກໍາລັງມ້າງເພື່ອຂົນຍ້າຍອອກ. ສ່ວນຄ່າຊົດເຊີຍ ຊາວບ້ານເວົ້າວ່າ ທາງການລາວຈະຈ່າຍໃຫ້ ໃນປີໜ້າ.
ແລະຊາວບ້ານອີກຜູ້ນຶ່ງ ກໍກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ຄ່າຊົດເຊີຍ ທີ່ທາງການລາວ ຕີຣາຄາໃຫ້ນັ້ນແມ່ນຕໍ່າ ບໍ່ຄຸ້ມຄ່າປານ ໃດ໋ເມື່ອທຽບໃສ່ຣາຄາດິນ ທີ່ຢູ່ໃກ້ເມືອງ ປາກຊັນ ດັ່ງທີ່ທ່ານກ່າວວ່າ:
“ໂອ໋ ຢາກຖືກໃດ໋ ເຂດໃນເມືອງດີໆນີ໋ ກະໄດ້ປະມານ 5 ແສນ ຫາ 7 (150-200 ລ້ານກີບ) ແສນພຸ້ນແຫລະ ເພາະວ່າໄລຍະເວລາຈໍ໊ໆນີ໋ ພົລເມືອງ ຈະເພີ່ມຂຶ້ນ ການພັທນາເສຖກິດ ຄວາມເກັ່ງ ຂອງພາກສ່ວນທຸຣະກິດ ອື່ນເຂົ້າມາຫລາຍ ມັນສິດີຫັ້ນນ່າ ໂອກາດສິເຮັດ ທຸຣະກິດ ມັນຍາວນານ.”
ທ່ານກ່າວຕື່ມວ່າ ຫາກຂົວມິດຕະພາບລາວ-ໄທຍ ແຫ່ງນີ້ ຖືກສ້າງສໍາເຣັດ ຊາວບ້ານໃນພື້ນທີ່ ໃກ້ຂົວຈະສາມາດໃຊ້ທີ່ດິນ ຂອງຕົນຕັ້ງຮ້ານ ອາຫານ, ບ້ານພັກ ແລະ ເຮັດທຸຣະກິດອື່ນໆ ແຕ່ເຖິງແນວໃດ ກໍຢາກໃຫ້ທາງການພິຈາຣະນາ ຄ່າຊົດເຊີຍນັ້ນຄືນໃໝ່ ໃຫ້ເໝາະສົມກັບ ຣາຄາດິນທີ່ເສັຍໄປ.
ພ້ອມກັນນັ້ນ ຊາວບ້ານອີກຜູ້ນຶ່ງ ໃນບ້ານນີ້ ກໍກ່າວວ່າ ເຖິງຈະບໍ່ມີເຮືອນຜູ້ໃດຖືກໂຍກຍ້າຍ ຫລືໄດ້ຮັບຜົລກະທົບຫລາຍ ແຕ່ທາງການລາວ ກໍຄວນຈະມາ ໂອ້ລົມ ສ້າງຄວາມເຂົ້າໃຈ ກັບປະຊາຊົນ ເພາະເຫັນຫລາຍຄົນ ຍັງບໍ່ຮູ້ເຣຶ່ອງການສໍາຣວດ ເພື່ອຈະກໍ່ສ້າງຂົວມິຕພາບ ລາວ-ໄທຍ ແຫ່ງນີ້ເທື່ອ:
“ແມ່ນແຫລະ ບໍ່ຮູ້ຄືກັນເດີ໋ ເພາະວ່າມັນບໍ່ເຫັນເພິ່ນວ່າ ຈັ່ງໃດ ບໍ່ຖືກ ເພາະວ່າ ມັນຢູ່ໄກຈາກເຂດບ່ອນແລວ ເຮັດຂົວ ພວກເຮົາກະບໍ່ຮູ້ວ່າ ເພິ່ນສໍາຣວດແນວໃດ ເພາະວ່າບໍຣິເວນນັ້ນ ມັນກະບໍ່ມີເຮືອນໃກ້ຄຽງ ສວນດິນນາຂະເຈົ້າຊື່ໆ.”
ກ່ຽວກັບເຣຶ່ອງທີ່ວ່ານີ້ ເຈົ້າໜ້າທີ່ແຂວງບໍລິຄໍາໄຊທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຍເສຣີໃນມື້ວັນທີ 14 ກໍຣະກະດານີ້ວ່າ ໂຄງການກໍ່ສ້າງຂົວ ມິດຕະພາບລາວ-ໄທຍ ແຫ່ງທີ 5 ຣະຫວ່າງ ບໍລິຄໍາໄຊຂອງລາວ ແລະບຶງການຂອງໄທຍ ນີ້ຣັຖບານສອງປະເທດ ແລະບໍຣິສັດ ຮັບເໝົາ ກໍ່ສ້າງ, ບໍຣິສັດທີ່ປຶກສາໂຄງການ ຈະເຊັນສັນຍາກໍ່ສ້າງ ທີ່ນະຄອນຫລວງວຽງຈັນ ໃນເດືອນສິງຫາ 2020 ນີ້.
ໃນໄລຍະທີ່ຜ່ານມາ ທາງການລາວ ໄດ້ສໍາຣວດເຣຶ່ອງຜົລກະທົບ ແລະປະເມີນຣາຄາທີ່ດິນ ໃນເນື້ອທີີ່ທັງໝົດ 52 ເຮັກຕາປາຍ ເປັນມູນຄ່າ 5 ຕື້ ປາຍກີບ ແຕ່ເຣຶ່ອງຄ່າຊົດເຊີຍທີ່ດິນ ຂອງປະຊາຊົນ ທີ່ເສັຍໃຫ້ໂຄງການນັ້ນ ຍັງບໍ່ມີກໍານົດວ່າ ທາງການຈະຈ່າຍໃຫ້ເມື່ອໃດຊຶ່ງທ່ານ ເວົ້າວ່າ:
“ໄລຍະຜ່ານມາ ພວກເຮົາລະທັນໄດ້ເຮັດວຽກຊົດເຊີຍເນາະ ຊົດເຊີຍໃນໄລຍະລໍຖ້າການກໍ່ສ້າງ ສະເພາະຕັ້ງແຕ່ເບື້ອງຕອນດິນຊື່ໆ ເຮົາບໍ່ທັນ ໄດ້ມີສິ່ງ ປຸກສ້າງເນາະ ດິນກະສິກັມ ຣາຄາມັນ ກະບໍ່ແພງ.”
ຂົວມິຕພາບລາວ-ໄທຍ ແຫ່ງທີ 5 ຣະຫວ່າງ ບໍລິຄໍາໄຊ ແລະ ບຶງການ ນີ້ຈະໃຊ້ງົບປະມານກໍ່ສ້າງທັງໝົດ 3,640 ລ້ານບາດ ຫລືປະມານ 115 ລ້ານໂດລາສະຫະຣັຖ. ໃນນັ້ນຝ່າຍ ຣັຖບານລາວຈະຈ່າຍ 1,300 ລ້ານບາດ ຫລື 340 ຕື້ກີບ ຊຶ່ງຈະກູ້ຢືມເງິນຈາກ ສໍານັກງານການ ຮ່ວມມືພັທນາເສຖກິດ ກັບປະເທດເພື່ອບ້ານ ຫລື NEDA ຂອງໄທຍ ໃນໄລຍະຍາວ ດອກເບັ້ຍຕໍ່າ ຄື 1,5% ຕໍ່ປີ ເປັນເວລາ 30 ປີ ຊຶ່ງໄດ້ ລົງນາມກັນໃນສັນຍາກູ້ຢືມ ທີ່ນະຄອນຫລວງວຽງຈັນ ໃນມື້ວັນທີ 17 ມົກກະຣາ 2020 ນີ້.
ສໍາລັບເງື່ອນໄຂ ທີ່ທັງສອງຝ່າຍຕົກລົງກັນ ໃນການກໍ່ສ້າງຂົວແຫ່ງນີ້ຄື ຜູ້ຮັບເໝົາກໍ່ສ້າງ ແລະ ບໍຣິສັດທີ່ປຶກສາ ຈະເປັນບໍຣິສັດເອກກະຊົນ ໄທຍແລະອຸປະກອນ ກໍ່ສ້າງທັງໝົດ ກໍຕ້ອງ ໃຊ້ ຂອງໄທຍປະມານ 50% ຂອງມູນຄ່າການກໍ່ສ້າງ ທັງໝົດດັ່ງຍານາງ ມົນທິຊາຣັກ ວິຈິດກຸນ ເຈົ້າໜ້າທີ່ບໍຣິຫານ ໂຄງການສໍານັກງານ ການຮ່ວມມືພັທນາເສຖກິດ ກັບປະເທດເພື່ອນ ບ້ານຂອງໄທຍ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 14 ກໍຣະກະດາ ນີ້ວ່າ:
"ຍານາງກ່າວວ່າ “ຜູ້ຮັບເໝົາກໍ່ສ້າງ ແລະທີ່ປຶກສາຫລັກເປັນຄົນໄທຍ ຫລັກກໍຄືເໝືອນກັບເປີເຊັນ ປະມານ 50% ເພາ ມັນເປັນເງື່ອນໄຂ ຕ້ອງເປັ ນຄົນຄວບຄຸມ ດູແລພື້ນທີ່ ແລ້ວກໍຮັບ ຜິດຊອບໂຄງການ ເປັນເຈົ້າຂອງໂຄງ ການເລີຍ.”
ເວົ້າເຖິງໂຄງການກໍ່ສ້າງຂົວແຫ່ງນີ້ ເຈົ້າໜ້າທີ່ສໍານັກງານທາງຫລວງ ຣະຫວ່າງປະເທດ ກົມທາງຫລວງ ກະຊວງຄົມມະນາຄົມຂອງໄທຍ ກໍກ່າວໃນມື້ດຽວກັນນີ້ວ່າ ຢູ່ທາງເບື້ອງໄທຍ ປັດຈຸບັນ ການກໍ່ສ້າງກໍາລັງຢູ່ໃນຂັ້ນຕອນການສໍາຣວດຜົລກະທົບ, ການເວນຄືນທີ່ດິນ ແລະ ການຈ່າຍຄ່າຊົດເຊີຍ, ແຕ່ຍັງບໍ່ທັນໄດ້ເລີ້ມກໍ່ສ້າງເທື່ອ ດັ່ງທີ່ທ່ານກ່າວວ່າ:
"ທ່ານກ່າວວ່າ “ຍັງເປັນການແບບວ່າ ຢູ່ຂັ້ນຕອນສໍາຣວດ ເວນຄືນທີ່ດິນ ຍັງບໍ່ທັນໄດ້ສ້າງ”
ຂົວມິຕພາບລາວ-ໄທຍແຫ່ງ ທີ 5 ຣະຫວ່າງບໍລິຄໍາໄຊ-ບຶງການຍາວ 1,350 ແມັດ, ມີ 2 ຊ່ອງທາງ ຫລື 2 ເລນໄປ-ມາ. ຢູ່ຝັ່ງລາວ ຈະມີການກໍ່ສ້າງທາງຍາວ 3,180 ແມັດ ເຊື່ອມຕໍ່ໃສ່ ຖນົນເລກທີ 13, ສ້າງອາຄານດ່ານຊາຍແດນ ຄືອາຄານກວດຜູ້ໂດຍສານ ແລະ ອາຄານກວດກາສິນຄ້າ ໂດຍຈະເລີ້ມກໍ່ສ້າງໃນຕົ້ນປີໜ້າ ແລະຈະໃຫ້ສໍາເຣັດໃນປີ 2024 ຊຶ່ງທາງການ ລາວເວົ້າວ່າ ເມື່ອກໍ່ສ້າງເສັດແລ້ວ ຂົວແຫ່ງນີ້ ຈະເຮັດໃຫ້ເສຖກິດ ຢູ່ແຂວງບໍຣິຄໍາໄຊ ຂຍາຍໂຕຢ່າງໄວວາ ໂດຍສະເພາະທາງດ້ານ ການຄ້າ ແລະ ການລົງທຶນ ຮວມໄປເຖິງ ການທ່ອງ ທ່ຽວຣະຫວ່າງລາວແລະໄທຍ ນໍາດ້ວຍ.