ບໍຣິສັດ ພີເອັສ 2 ປີ ຕໍ່ມາ

ສອງປີ ທີ່ຜ່ານໄປ ພາຍຫຼັງທີ່ ປະຊາຊົນ ຜູ້ໄດ້ຮັບ ຄວາມເສັຽຫາຍ ທຳການປະທ້ວງໃຫຍ່ ຢູ່ ຕໍ່ໜ້າ ບໍຣິສັດ PS, ໃນຂນະທີ່ ການແກ້ໄຂ ບັນຫາ ຍັງບໍ່ທັນມີ ຄວາມຄືບໜ້າ ພໍເທົ່າໃດ.

ສະພາບ ເຮືອແພ ຂອງບໍຣິສັດ PS ທີ່ຖືກປະປ່ອຍ ໄປຕາມເວລາ ພວມເສັຽຫາຍ, ເປ່ເພ ແລະ ຈົມລົງນ້ຳແລ້ວສ່ວນນຶ່ງ (ຖ່າຍເມື່ອ: ວັນທີ 21 ສິງຫາ 2019) RFA/TS

ຜ່ານໄປແລ້ວ ເປັນເວລາ 2 ປີເຕັມ ພາຍຫຼັງ ທີ່ປະຊາຊົນ ໄດ້ທຳການປະທ້ວງໃຫຍ່ ເພື່ອທວງເງິນຄືນ ຈາກ ບໍຣິສັດ PS ສົ່ງເສີມກະສິກັມ ແລະ ອຸດສາຫະກັມ ຄົບວົງຈອນ ຂາເຂົ້າ-ຂາອອກ ຈຳກັດ ຫຼື ທີ່ຊາວບ້ານຮູ້ຈັກກັນດີ ໃນນາມ ບໍຣິສັດ PS ທີ່ໄດ້ ສໍ້ໂກງ ເງິນປະຊາຊົນ ທີ່ໄປຮ່ວມລົງທຶນນຳ.

ຈົນມາເຖິງປະຈຸບັນ, ເຖິງວ່າຈະມີການນຳໂຕ ຍານາງ ສຸກນາລີ ເທພສີເມືອງ ແລະ ທ້າວ ປໍເຮີ້, ອະດີດປະທານ ແລະ ອະດີດຮອງປະທານ ບໍຣິສັດ ພ້ອມດ້ວຍອະດີດ ຄນະບໍຣິຫານງານ ບໍຣິສັດຈຳນວນນຶ່ງ ໄດ້ຖືກສານຕັດສິນລົງໂທສ ທາງກົດໝາຍອາຍາ ແລ້ວກໍຕາມ, ແຕ່ບັນຫາ ດັ່ງກ່າວ ກໍຍັງບໍ່ທັນຖືກແກ້ໄຂໃຫ້ໝົດໄປໄດ້ ແລະຍັງບໍ່ທັນມີການສົ່ງເງິນຄືນ ໃຫ້ແກ່ປະຊາຊົນ ທີ່ໄດ້ຮັບຄວາມເສັຽຫາຍ ຫຼືຕົກເປັນ ເຫຍື່ອ ນັ້ນເທື່ອ, ໃນຂນະທີ່ຄວາມຄືບໜ້າ ໃນການແກ້ໄຂກໍຣະນີດັ່ງກ່າວ ພາກສ່ວນກ່ຽວຂ້ອງ ກໍບໍ່ໄດ້ອອກມາຊີ້ແຈງ ຫຼືແຈ້ງໃຫ້ ປະຊາຊົນສ່ວນ ໃຫຍ່ ທີ່ຕົກເປັນຜູ້ເສັຽຫາຍນັ້ນ ໄດ້ຮັບຮູ້ເລີຍ. ດັ່ງຊາວບ້ານທີ່ຕົກເປັນເຫຍື່ອ ທ່ານນຶ່ງ ໃນນະຄອນຫຼວງວຽງຈັນ ໄດ້ໃຫ້ສັມພາດກ່ຽວກັບ ບັນຫານີ້ ຕໍ່ຜູ້ສື່ຂ່າວວິທຍຸເອເຊັຽເສຣີ ໃນວັນທີ 10 ກັນຍາ ນີ້ວ່າ:

“ສຽງຊາວບ້ານ ທີ່ຕົກເປັນເຫຍື່ອ ທ່ານນຶ່ງ ໃນນະຄອນຫຼວງວຽງຈັນ”

ທ່ານກ່າວຕື່ມວ່າ ພາກສ່ວນກ່ຽວຂ້ອງ ພຽງແຕ່ໄດ້ສົ່ງໜ່ວຍ ສະເພາະກິຈ ລົງມາຕິດຕາມບັນຫາ, ແຕ່ຂັ້ນຕອນ ໃນການແກ້ໄຂຕ່າງໆ ກໍຍັງ ບໍ່ໄດ້ແຈ້ງການໃດໆ ໃຫ້ປະຊາຊົນຜູ້ໄດ້ຮັບ ຄວາມເສັຽຫາຍ ໄດ້ຮັບຮູ້ຢ່າງຈະແຈ້ງ ແຕ່ຢ່າງໃດ.

“ສຽງຊາວບ້ານທີ່ຕົກເປັນເຫຍື່ອທ່ານນຶ່ງ ໃນນະຄອນຫຼວງວຽງຈັນ”

ຊາວບ້ານທີ່ແຂວງບໍ່ແກ້ວ ນາງນຶ່ງທີ່ຕົກເປັນເຫຍື່ອ ກໍໄດ້ໃຫ້ສັມພາດກ່ຽວກັບ ບັນຫານີ້ ຕໍ່ຜູ້ສື່ຂ່າວວິທຍຸເອເຊັຽເສຣີ ໃນວັນທີ 09 ກັນຍາ ນີ້ວ່າ ຫຼາຍຄອບຄົວ ກໍເຖິງຂັ້ນຜິດຖຽງກັນ ຢ່າງຮຸນແຮງ, ຄອບຄົວແຕກແຍກ ແລະ ຄອບຄົວ ບໍ່ມີຄວາມສງົບ ພາຍຫຼັງທີ່ໄດ້ໄປລົງທຶນ ກັບບໍຣິສັດ PS.

“ສຽງຊາວບ້ານທີ່ແຂວງບໍ່ແກ້ວນາງນຶ່ງ ທີ່ຕົກເປັນເຫຍື່ອ”

ຢ່າງໃດກໍຕາມ, ນາງກໍຫວັງວ່າຢາກໃຫ້ພາກສ່ວນກ່ຽວຂ້ອງ ແຈ້ງໃຫ້ປະຊາຊົນຮັບຮູ້ ແລະເລັ່ງແກ້ບັນຫາ ໃຫ້ພໍ່ແມ່ປະຊາຊົນທີ່ຕົກເປັນ ເຫຍື່ອນັ້ນ, ເຖິງບໍ່ໄດ້ຫຼາຍ ກໍຂໍໃຫ້ໄດ້ສ່ວນໃດສ່ວນນຶ່ງ ເພາະປະຊາຊົນ ທີ່ຕົກເປັນເຫຍື່ອ ມີຄວາມຫຍຸ້ງຍາກຫຼາຍ.

“ສຽງຊາວບ້ານທີ່ແຂວງບໍ່ແກ້ວນາງນຶ່ງ ທີ່ຕົກເປັນເຫຍື່ອ”

ໃນຂນະດຽວກັນ, ບາງຄອບຄົວ ກໍເຖິງຂັ້ນທໍາໃຈ ແລະ ໝົດຫວັງແລ້ວວ່າຈະໄດ້ເງິນຄືນ ຈາກບັນຫານີ້ ເພາະເວົ້າຄືນມາ ກໍພອຍແຕ່ຈະເຮັດ ໃຫ້ຄອບຄົວ ຜິດຖຽງກັນຊື່ໆ. ດັ່ງຊາວບ້ານ ໃນແຂວງວຽງຈັນນາງນຶ່ງ ທີ່ມີມານດາຕົກເປັນເຫຍື່ອ ຂອງບັນຫານີ້ ໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸ ເອເຊັຽເສຣີ ໃນວັນທີ 09 ກັນຍາ ນີ້ວ່າ:

“ສຽງຊາວບ້ານທີ່ແຂວງວຽງຈັນນາງນຶ່ງ ທີ່ຕົກເປັນເຫຍື່ອ”

ຜູ້ທີ່ສັງເກດກໍຣະນີສໍ້ໂກງບໍຣິສັດ PS ກໍໄດ້ໃຫ້ທັສນະ ແກ່ຕໍ່ຜູ້ສື່ຂ່າວວິທຍຸເອເຊັຽເສຣີ ໃນວັນທີ 10 ກັນຍາ ນີ້ວ່າ ການສະສາງຄະດີ ທາງອາຍາ ຖືວ່າມີຄວາມຄືບໜ້າ ຫຼາຍສົມຄວນ, ແຕ່ການແກ້ໄຂຄະດີທາງແພ່ງ ພັດຍັງບໍ່ມີຄວາມຄືບໜ້າ ຢ່າງເປັນກິຈ ລັກສນະ ແຕ່ຢ່າງໃດເທື່ອ.

“ສຽງຜູ້ທີ່ສັງເກດກໍຣະນີສໍ້ໂກງບໍຣິສັດ PS”

ຕໍ່ບັນຫາດັ່ງກ່າວ, ຜູ້ສື່ຂ່າວວິທຍຸເອເຊັຽເສຣີ ກໍໄດ້ໂທຣະສັບຕິດຕໍ່ໄປຍັງ ຫ້ອງການກົມໃຫຍ່ຕຳຣວຈ, ກະຊວງປ້ອງກັນຄວາມສງົບ ທີ່ເປັນ 1 ໃນອະນຸກັມມະການ ດ້ານການສືບສວນ-ສອບສວນ ດຳເນີນຄະດີ ຕາມກົດໝາຍອາຍາ ແລະ ຮັກສາຄວາມສງົບ ໃນຕອນບ່າຍຂອງວັນທີ 10 ກັນຍາ ນີ້ ເພື່ອສອບຖາມເຖິງຄວາມຄືບໜ້າ ໃນການແກ້ໄຂບັນຫາ ຂອງບໍຣິສັດ PS, ແຕ່ເຈົ້າໜ້າທີ່ກ່ຽວຂ້ອງ ບໍ່ສາມາດໃຫ້ຄວາມເຫັນ ໃນບັນຫານີ້ທາງໂທຣະສັບໄດ້ ແລະ ໄດ້ແນະນຳໃຫ້ ເຂົ້າມາພົວພັນທາງຫ້ອງການ ໂດຍຕຣົງ.

ທັງໝົດນັ້ນ ແມ່ນສະພາບຫຼ້າສຸດ ຂອງເຫຕການມະຫາກາບ ການສໍ້ໂກງຄັ້ງໃຫຍ່ທີ່ສຸດ ຄັ້ງນຶ່ງ ໃນປະເທສລາວ ພາຍຫຼັງຄົບຮອບ 2 ປີ ທີ່ປະຊາຊົນ ຜູ້ເສັຽຫາຍໄດ້ພາກັນ ປະທ້ວງໃນວັນທີ 11 ເດືອນກັນຍາ ປີ 2017 ເພື່ອທວງເງິນຄືນ ຈາກ ບໍຣິສັດ PS ທີ່ໄດ້ສໍ້ໂກງເງິນ ປະຊາຊົນລາວ ເສັຽຫາຍໄປຈຳນວນຫຼາຍ 10 ລ້ານ ໂດລ້າ ສະຫະຣັຖ ທີ່ມີຜູ້ເສັຽຫາຍຫຼາຍ 10 ພັນຄົນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org