ກອງ​ຫລອນ ເກັບ​ເງິນ ຈາກຄົນ​ຫາໜໍ່ໄມ້ ໃນເຂດບ້ານອື່ນ

ສິດນີ
2018.08.17
F-OUDOMXAI-FOREST ຫາກບໍ່ແມ່ນ ປະຊາຊົນ ບ້ານນາສາວ ເມືອງໄຊ ແຂວງ ອຸດົມໄຊ ມາຫາໜໍ່ໄມ້ໃນປ່າ ຕ້ອງເສັຽພັນທະໃຫ້ບ້ານ
Screen captured: https://tinyurl.com/yblacobz

ໃນມື້ວັນທີ 16 ສິງຫາຜ່ານມາ ກອງຫລອນ ທີ່ບ້ານນາສາວ ເມືອງໄຊ ແຂວງອຸດົມໄຊ ໄດ້ລັດເກັບເງິນ ຊາວບ້ານຜູ້ທີ່ ໄປຫາໜໍ່ໄມ້ ຄົນລະ 30 ພັນກີບ ໂດຍບອກວ່າ ເປັນຄ່າຊັພຍາກອນ ທັມມະຊາດ ຂອງບ້ານນາສາວ ເນື່ອງຈາກ ຜູ້ມາຫາໜໍ່ໄມ້ນັ້ນ ເປັນຄົນ ຈາກບ້ານອື່ນ.

ຫລັງຈາກ ວີ​ດີ​ໂອ (video) ດັ່ງກ່າວ ລົງໄປໃນເຄືອຂ່າຍ ອິນເຕີເນັດ, ປະຊາຊົນ ກໍປະນາມ ການກະທຳ ດັ່ງກ່າວ ຂອງເຈົ້າໜ້າທີ່ ກອງຫລອນ ຖືວ່າ ເປັນການເອົາປຽບ ແລະ ຍັກຍອກເງິນ ປະຊາຊົນ ຜູ້ທຸກຍາກ ຕ້ອງການ ທາງການ ລົງໄປກວດກາໂດຍດ່ວນ.

ກ່ຽວກັບ ເຣື້ອງນີ້ ເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຫາ ຫ້ອງການປ້ອງກັນຄວາມສງົບ ເມືອງໄຊ ເພື່ອຢາກຮູ້ຄວາມຈິງ, ຊຶ່ງເຈົ້າໜ້າທີ່ ທ່ານນຶ່ງ ອະທິບາຍວ່າ ການກະທຳດັ່ງກ່າວ ຂອງກອງຫລອນ ເປັນການກະທຳ ທີ່ຖືກຕ້ອງ ເພາະວ່າ ປະຊາຊົນ ໄປເກັບໜໍ່ໄມ້ ໃນເຂດຫວງຫ້າມ ຂອງບ້ານດັ່ງນັ້ນ ຕ້ອງໄດ້ ເສັຽພັນທະ ໃຫ້ແກ່ບ້ານ, ດັ່ງທ່ານກ່າວວ່າ:

"ມັນເປັນເຂດຫວງຫ້າມ ຂອງບ້ານຂະເຈົ້າ ມັນມີ ຣະບຽບ ຂອງມັນເນາະ ໃນການຈັດຕັ້ງ ປະຕິບັດ ມັນກໍຖືກຕ້ອງແລ້ວ, ແຕ່ວ່າ ໃນຮູບການ ແກ້ໄຂຫັ້ນ ມັນບໍ່ຖືກ ຂະເຈົ້າ ກະບໍ່ເຂົ້າໃຈ ຄົນເປັນພົລເມືອງ ຂອງບ້ານອື່ນ ຫັ້ນນ່າ ແລ້ວຂະເຈົ້າ ກະປະຕິບັດ ກົດຣະບຽບ ຂອງບ້ານຫັ້ນ."

ລ່າສຸດ ຫ້ອງການ ປ້ອງກັນຄວາມສງົບ ທີ່ເມືອງໄຊ ກໍເອີ້ນເຈົ້າໜ້າທີ່ ກອງຫລອນ ກຸ່ມດັ່ງກ່າວ ຮ່ວມທັງ ພໍ່ບ້ານ ແລະ ປະຊາຊົນ ຜູ້ຖ່າຍຮູບ ພາບດັ່ງກ່າວ ມາສຶກສາອົບໂຮມ ແລະ ຊີ້ແຈງ ກ່ຽວກັບ ກົດຣະບຽບ ຂອງບ້ານ ໂດຍລະອຽດ ຫລັງຈາກນັ້ນ ເຈົ້າໜ້າທີ່ ຈະໃຫ້ຫ້ອງການ ຖແລງຂ່າວ ແລະ ວັທນະທັມ ທ້ອງຖິ່ນ ເປັນຜູ້ແກ້ຂ່າວນີ້ ເພື່ອໃຫ້ ປະຊາຊົນ ຮັບຮູ້ ແລະ ບໍ່ເຂົ້າໃຈຜິດ ຂອງການກະທຳ ຂອງເຈົ້າໜ້າທີ່ບ້ານ ໃນບັນຫາດັ່ງກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.