ເຂື່ອນນໍ້າອ້າວຍັງບໍ່ຈ່າຍ ຊົດເຊີຍ ເຕັມສ່ວນ
ຊາວບ້ານ ເມືອງທ່າໂທມ ທີ່ໄດ້ຮັບ ຜົນກະທົບ ຈາກ ເຂື່ອນນ້ຳອ້າວ ແຕກ ຍັງບໍ່ພໍໃຈ ທີ່ການຈ່າຍ ຄ່າຊົດເຊີຍ ຍັງບໍ່ໄດ້ຮັບ ຄວາມສໍາເຣັດ ເຕັມສ່ວນ.
-
ອຸ່ນແກ້ວ ສຸກສະຫວັນ
2020-06-11 -
-
-
Your browser doesn’t support HTML5 audio
ຊາວບ້ານຫຼາຍຄົນ ຢູ່ເມືອງທ່າໂທມ ແຂວງໄຊສົມບູນ ບໍ່ພໍໃຈວ່າ ການຊົດເຊີຍໃຫ້ແກ່ຜູ້ທີ່ໄດ້ຮັບ ຜົນກະທົບຈາກເຫດການ ເຂື່ອນນ້ຳອ້າວ ມີຄວາມຊັກຊ້າ ຍັງບໍ່ທັນສຳເຣັດ ເຖິງວ່າເຫດການເຂື່ອນນ້ຳອ້າວແຕກ ແຕ່ວັນທີ່ 11 ກັນຍາ 2017 ຊຶ່ງຜ່ານໄປເປັນເວລາ 3 ປີ ແລ້ວ. ຊາວບ້ານຢູ່ເມືອງທ່າໂທມ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 11 ມິຖູນາ ວ່າ:
"ຈັ່ງວ່າເນາະ ການເສັຍຫາຍຫັ້ນນະ ແມ່ນມີຄວາມຈິງແທ້ ກໍຍາກໃຫ້ມາຊົດເຊີຍເນາະ ຜູ້ເສັຍຫາຍກະເສັຍຫາຍແທ້ຫັ້ນນະ ເພິ່ນກະເກັບກຳ ຂໍ້ມູນຣະອຽດແລ້ວເດ້ ກະເຫັນເພິ່ນມາເກັບກຳຂໍ້ມູນຫຼາຍຢູ່."
ການຊົດເຊີຍຍັງບໍ່ທັນສຳເຣັດ 100 ເປີເຊັນ, ແລະ ຊາວບ້ານກໍຢາກໃຫ້ຊົດເຊີຍໄວໆ, ຊາວບ້ານອີກທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
"ເຂື່ອນໂຕແຕກຫັ້ນ ຄັນວ່າມັນເປັນໄປໄດ້ ກໍຢາກໃຫ້ຊົດເຊີຍໄວໆ ຊາວບ້ານ ຫັ້ນກໍແບບເຮັດໄຮ່ເຮັດນາ ເປັນອາຊີບນະ."
ຊາວບ້ານອີກສ່ວນນຶ່ງ ທີ່ມີດິນນາຖືກຜົນກະທົບ ຈາກເຂື່ອນແຕກ ກໍໄດ້ຮັບຄ່າຊົດເຊີຍໄປແລ້ວ ແຕ່ກໍບໍ່ພໍໃຈກັບຄ່າຊົດຊົດ ດັ່ງທ່ານກ່າວວ່າ:
"ເອີໃຫ້ແລ້ວ ເຂົາໃຫ້ແຕ່ 5 ລ້ານປາຍ ບໍ່ພໍໃຈປານໃດແຫຼະ ພໍໃຈເຂົາໃຫ້ເທົ່ານັ້ນແຫຼະ ນາ ກຳລັງໝານເບາະ ຕອນຫັ້ນຖືກຖ້ວມຫັ້ນນະ 5-6 ຄົນ ຫັ້ນເບາະໄດ້, ຍັງມີຫຼາຍໃດ໋ ເຂົາບໍ່ທັນໄດ້ໝົດ."
ເອເຊັຽເສຣິ ໄດ້ຕິດຕໍ່ຫາ ບໍຣິສັດບໍ່ທອງ ອິນເຕີກຣຸບ ຜູ້ທີ່ເປັນເຈົ້າຂອງໂຄງການ ເຂື່ອນໄຟຟ້ານ້ຳອ້າວ ຢູ່ເຂດເມືອງຜາໄຊ ແຂວງຊຽງຂວາງ ເພື່ອຄວາມຄວາມຄືບໜ້າ ເລື່ອງຄ່າຊົດເຊີຍ ແຕ່ເຈົ້າໜ້າທີ່ບໍຣິສັດ ບໍ່ສະດວກໃຫ້ຂໍ້ມູນ.
ມາເຖີງປັດຈຸບັນ ການຈ່າຍຄ່າຊົດເຊີຍສ່ວນທີ່ເຫຼືອ ໃຫ້ຊາວບ້ານຍັງບໍ່ທັນສຳເຣັດເທື່ອ ແລະ ຍັງບໍ່ມີຄວາມຄືບໜ້າຈາກບໍຣິສັດ. ເຈົ້າໜ້າທີ່ ແຂວງໄຊສົມບູນ ຜູ້ຮັບຜິດຊອບເລື່ອງຄ່າຊົດເຊີຍ ໄດ້ກ່າວຕໍ່ເອເຊັຽ ເສຣີ ວ່າ:
"ເຂື່ອນນ້ຳອ້າວ ຍັງຄືເກົ່າ ຫວ່າງສອງທິດຫຼັງນີ້ ເພິ່ນໄດ້ໄປປະຊຸມຢູ່ ແຂວງຊຽງຂວາງ ແຕ່ວ່າ ຍັງບໍ່ທັນໄດ້ເວົ້າຫຍັງກັນເທື່ອ ວ່າເຮັດຈັ່ງໃດ ແຕ່ວ່າ ການຊົດເຊີຍແທ້ ບໍ່ມີຫຼະ ຍັງບໍ່ທັນໄດ້ຍິນຄັກ."
ມີປະຊາຊົນ 60 ຄອບຄົວ ຢູ່ 8 ບ້ານ ທີ່ຂຶ້ນກັບເມືອງທ່າໂທມ ທີ່ລໍຖ້າການຊົດເຊີຍ ຈາກບໍຣິສັດ ຍ້ອນຖືກຂີ້ຕົມຖົມນາ ແລະ ຊັບສິນ ເຊັ່ນ: ເຮືອນ, ພາຫະນະ, ເຄຶ່ອງໃຊ້ ທີ່ໄດ້ຮັບຄວາມເສັຽຫາຍປະມານ 60% ກ່ອນໜ້ານີ້ ກໍມີຂ່າວວ່າ ບໍຣິສັດນີ້ ໄດ້ຊົດເຊີຍຄວາມເສັຍຫາຍແບບ ບໍ່ເປີດເຜີຍມູລຄ່າ ໃຫ້ປະຊາຊົນທີ່ໄດ້ຮັບຜົນກະທົບ ທັງໝົດ 100% ນັ້ນໄປແລ້ວ ປະມານ 30 ຄອບຄົວ.
ເຂື່ອນນ້ຳອ້າວ ມີກຳລັງການຜລິດ 15 ເມກະວັດ ໄດ້ພັທນາແລ້ວ ໄຟຟ້າຂາຍໃຫ້ ຣັຖວິສາຫະກິດໄຟຟ້າລາວ ຕັ້ງແຕ່ເດືອນຕຸລາ ປີ 2019, ຈົນມາເຖິງປັດຈຸບັນ ຫລັງຈາກ ບໍຣິສັດ ບໍ່ທອງ ອິນເຕີກຣຸບ ໄດ້ສ້າງເຂື່ອນ ໂຕໃໝ່ໃນຕົ້ນປີ 2019 ເພື່ອທົດແທນເຂື່ອນເກົ່າທີ່ແຕກ, ອີງຕາມຂໍ້ມູນຈາກເຈົ້າໜ້າທີ່ ຜແນກພະລັງງານ ແລະ ບໍ່ແຮ່ ແຂວງຊຽງຂວາງ.