ຊາວລາວຈົ່ມວ່າສິນຄ້າ ແພງຂຶ້ນ ນັບມື້
2020.07.14
ຊາວລາວຢູ່ນະຄອນຫຼວງວຽງຈັນ ຈົ່ມວ່າປັດຈຸບັນ ຣາຄາສິນຄ້າ ຫຼາຍຣາຍການແພງຂຶ້ນເປັນຕົ້ນ: ເຂົ້າສານ, ເຄື່ອງແຫ້ງ, ຊີ້ນໝູ ຕົວຢ່າງ ຊີ້ນໝູ ໃນເມື່ອກ່ອນຣາຄາ 32 ພັນກີບ ຕໍ່ກິໂລ ປັດຈຸບັນຣາຄາ 45-49 ພັນຕໍ່ກິໂລ, ສ່ວນເຂົ້າສານໜຽວ ຣາຄາຂຶ້ນເປັນ 8-9 ພັນກີບຕໍ່ ກິໂລ ຈາກແຕ່ກ່ອນຣາຄາພຽງ 5-6 ພັນກີບຕໍ່ກິໂລ, ສ່ວນພືດຜັກ ແລະເຄື່ອງແຫ້ງຕ່າງໆ ເຊັ່ນ: ແປ້ງນົວ, ມີ່ໄວໆ, ປາກະປ໋ອງ ຈະປັບ ຣາຄາຂຶ້ນຊນິດລະ 1-2 ພັນກີບ, ດັ່ງຊາວບ້ານ ຢູ່ບ້ານໜອງທາເໜືອ ເມືອງຈັນທະບູລີ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 14 ກໍຣະກະດາ ນີ້ວ່າ:
“ຊີ້ນໝູຫັ່ນ ໂລນຶ່ງ 32 ພັນເນາະ ຣາຄາມາຕຖານແຕ່ກີ້ ແຕ່ດຽວນີ້ຫັ້ນ ໂລນຶ່ງ 45-49 ແລ້ວ, ຜັກກໍຂຶ້ນເກືອບທຸກຜັກນະ ແບບວ່າປົກກະຕິ ໂລ 8 ພັນ, ດຽວນີ້ ໂລ 10 ພັນແລ້ວ ປະມານນີ້ ກະຫອມແປ້ງນົວນິ່ຕິບໍ ຄືສົມມຸດຂາຍວ່າ ແຕ່ກີ້ຂາຍ 6 ພັນ ເປັນຂາຍ 8 ພັນ ເວົ້າບໍ່ຈັກ ຄືເງິນເດືອນ 1 ລ້ານປາຍ ແຕ່ຄ່າຄອງຊີບນິ່ແພງ.”
ບໍ່ສະເພາະ ແຕ່ຣາຄາສິນຄ້າ ຢູ່ພາຍໃນນະຄອນຫຼວງວຽງຈັນ ທີ່ມີຣາຄາແພງຂຶ້ນເທົ່ານັ້ນ, ຣາຄາເຂົ້າສານ ຢູ່ເຂດຫ່າງໄກສອກຫຼີກ ກໍແພງ ຂຶ້ນເປັນເກືອບເຄິ່ງ, ຄືຈາກແຕ່ກ່ອນ ກິໂລລະ ບໍ່ເກີນ 4 ພັນກີບ ມາຂຶ້ນເປັນໂລລະ 6-8 ພັນກີບ, ເຮັດໃຫ້ຊາວບ້ານ ທີ່ມີຖານະທຸກຍາກ ບໍ່ສາມາດຊື້ເຂົ້າສານ ໃນຣາຄາຖືກໄດ້ ຕ້ອງຊື້ເຂົ້າຣາຄາແພງ ເອົາມາຫຸງໃສ່ນໍ້າຫຼາຍໆ ເພື່ອໃຫ້ ໄດ້ເຂົ້າຫຼາຍຂຶ້ນ, ດັ່ງຊາວບ້ານ ບ້ານຊໍ້ ເມືອງສັງທອງ ກ່າວວ່າ:
“ແນວຊິເຮັດຈັ່ງໃດ ມັນຣາຄາມັນແພງຢູ່ດີ ຄັນເຮົາບໍ່ເອົາ ຜູ້ທີ່ທຸກນະ ພັດບໍ່ມີອັນກິນ ປະຢັດແຫຼະ ຂາດໆເຂີນໆແຫຼະ ກິນແບບບໍ່ເຕັມເມັດ ເຕັມໜ່ວຍຫັ້ນແຫຼະ ແບບຜູ້ຫຸງໃສ່ນໍ້າຫຼາຍໆ ໃຫ້ມັນເບັງຂຶ້ນ ເຮັດໜ້ອຍ ກະໃຫ້ມັນຫຼາຍ ວ່າຊັ້ນຊະ.”
ແມ່ຄ້າຂາຍເຂົ້າ ຢູ່ຕລາດບ້ານຈອມມະນີເໜືອ ນະຄອນຫຼວງວຽງຈັນ ກ່າວເມື່ອປີກາຍວ່າ ເຂົ້າຢາກຂາດຕລາດ ເພາະປັດຈຸບັນ ຊາວລາວ ເຮັດນາ ໜ້ອຍລົງ. ຊາວນາບາງຄົນ ໃນເມືອງ ທຸຣະຄົມ ແຂວງວຽງຈັນ ເວົ້າວ່າ ເຂົາຂຸດສະລ້ຽງປາດຸກ, ປານິນຂາຍ ໄດ້ເງິນດີກວ່າເຮັດນາ ເພາະເຮັດນາ ຕ້ອງເສັຍຄ່າປຸ໋ຍ ແລະຄ່າແຮງງານ ຊຶ່ງກໍແຮ່ງຂຶ້ນເລື້ອຍໆ.
ພໍ່ຄ້າເຂົ້າຢູ່ນະຄອນຫຼວງວຽງຈັນ ເວົ້າວ່າປີນີ້ນໍາເຂົ້າ ເຂົ້າມາຈາກວຽດນາມໜ້ອຍລົງ ເຮັດໃຫ້ເຂົ້າຣາຄາແພງຂຶ້ນ, ໃນຂນະດຽວກັນຄົນລາວ ກໍເຮັດນາແຊງ ໜ້ອຍລົງ ຍ້ອນປະສົບ ບັນຫາຈາກພັຍແຫ້ງແລ້ງ.
ໃນຂນະທີ່ ຣາຄາເຂົ້າ ແລະຊີ້ນໝູ ຢູ່ເມືອງຊໍາເໜືອ ແຂວງຫົວພັນ ກໍແພງຂຶ້ນຄືກັນ ຕົວຢ່າງ: ແຕ່ກ່ອນຊີ້ນໝູຣາຄາພຽງແຕ່ 38 ພັນກີບ ຕໍ່ກິໂລ ມາປັດຈຸບັນ ເປັນ 50 ພັນກີບ ຕໍ່ກິໂລ, ສ່ວນເຂົ້າໜຽວຣາຄາຂຶ້ນ 8,500 ກີບ ຕໍ່ກິໂລ ຈາກແຕ່ກ່ອນ ພຽງແຕ່ກິໂລລະ 8 ພັນກີບ, ແຕ່ຊາວບ້ານ ກໍຕ້ອງຊື້ເຂົ້າແລະຊີ້ນມາກິນ ເພື່ອໃຫ້ມີທາດບໍາລຸງຮ່າງກາຍ, ດັ່ງຊາວບ້ານ ເມືອງພຽງຄັງ ເມືອງຊໍາເໜືອ ກ່າວວ່າ:
“ຣາຄາເຂົ້າ, ຣາຄາຊີ້ນໝູ ໂອ້! ຂຶ້ນແພງຫຼາຍເດ້ ກໍໄດ້ຊື້ ກໍຕ້ອງໄດ້ຊື້ກິນແຫຼະເນາະ ເພື່ອໃຫ້ມີທາດອາຫານຄົບຖ້ວນ ດົນໆກໍກິນຜັກແດ່ ກິນປາແດ່ ໝາກໄມ້ໝາກຕອກແດ່ ກິນແນວ ເລັກໆໜ້ອຍໆ ເພື່ອບໍ່ໃຫ້ຂາດທາດອາຫານ.”
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າ ສ່ວນຫຼາຍ ຫົວອາຫານລ້ຽງໝູ ແລະເຄື່ອງແຫ້ງ ນໍາເຂົ້າມາຈາກ ໄທຍ, ຂນະທີ່ ປັດຈຸບັນ ຄ່າເງິນບາດໄທຍ ແຂງໂຕ ເຮັດໃຫ້ເງິນກີບລາວ ໄປແລກເງິນບາດໄທຍ ໄດ້ຄ່າໜ້ອຍລົງ ຈຶ່ງເຮັດໃຫ້ຕ້ອງເພີ່ມ ຣາຄາຕົ້ນທຶນ ການນໍາເຂົ້າ, ຊີ້ນໝູ ແລະເຄື່ອງແຫ້ງ ຈຶ່ງມີຣາຄາແພງຂຶ້ນ:
“ໝູ ກະເວົ້າເຣື່ອງຫົວອາຫານນໍາເຂົ້າ ມັນເປັນຢາກແພງຂຶ້ນຫັ້ນນາ ຕົ້ນທຶນລ້ຽງມັນສູງ ຣາຄາມັນກະຢາກເໜັງຕີງຂຶ້ນຊີ້ນະ, ເຄື່ອງແຫ້ງ ສ່ວນຫຼາຍ ມັນກໍນໍາເຂົ້າ ອັດຕຣາແລກປ່ຽນມັນສູງ ຕົ້ນທຶນນໍາເຂົ້າມາ ມັນກໍສູງດ້ວຍ ຮອດຈໍາໜ່າຍຢູ່ພີ້ ມັນກໍຢາກແພງໄປຕາມໆກັນ ວ່າຫັ້ນແຫຼະ.”
ທ່ານວ່າສ່ວນຣາຄາພືດຜັກ ແລະຣາຄາເຂົ້າສານແພງຂຶ້ນ ເນື່ອງຈາກວ່າປີທີ່ຜ່ານມາ ເນື້ອທີ່ປູກເຂົ້າ ພາຍໃນນະຄອນຫຼວງວຽງຈັນຈໍານວນ ນຶຶ່ງໄດ້ຮັບຜົລກະທົບ ຈາກພັຍແຫ້ງແລ້ງ ແລະພິບັດນໍ້າຖ້ວມ ບໍ່ມີຊົລປະທານ ແລະການຣະບາດ ຂອງສັດຕຣູພືດ ເປັນຕົ້ນຕັກແຕນບຸກທໍາ ລາຍເຂົ້າໃນນາ ຂອງປະຊາຊົນ ເຮັດໃຫ້ຜົນຜລິດທາງການກະເສດ ໄດ້ຮັບບໍ່ເຕັມເມັດ ເຕັມໜ່ວຍ.
ໃນຂນະດຽວກັນເຈົ້າໜ້າທີ່ ທີ່ກ່ຽວຂ້ອງຢູ່ແຂວງຫົວພັນ ກ່າວວ່າຄ່າຂົນສົ່ງ ຊີ້ນໝູ ຈາກນະຄອນຫຼວງວຽງຈັນມາແຂວງຫົວພັນ ມີຣາຄາສູງ ແລະທີ່ຜ່ານມາ ຊາວນາພາຍໃນແຂວງ ປະສົບບັນຫາ ຝູງຕັກແຕນ ບຸກທໍາລາຍເຂົ້ານາ ເຮັດໃຫ້ປັດຈຸບັນ ເຂົ້າເພື່ອການບໍຣິໂພຄ ແລະ ສົ່ງອອກ ຂາດໄປ 700 ປາຍຕັນ ຈຶ່ງເຮັດໃຫ້ຣາຄາເຂົ້າ ແລະຊີ້ນໝູ ພາຍໃນແຂວງ ແພງຂຶ້ນ:
“ກ່ຽວກັບໝູນິ່ນາ ນະຄອນຫຼວງນິ່ແຫຼະ ອີງໃສ່ຄ່າຂົນສົ່ງຂຶ້ນສູງ ຣາຄາມັນເລີຍຖີບຂຶ້ນ ເຂົ້າສານຊ່ວງອັນນະປີນີ້ນະ ເຂົ້າຂາເຂົ້າຢູ່ອັນນະ 700 ກວ່າໂຕນເດ້ ພັຍທັມມະຊາດແດ່ ຕື່ມໃສ່ອັນນາ ໂຕແມງກິນແດ່ ຕັກແຕນນີ້ເດ້ ຣະບາດຫຼາຍເມືອງເດ້.”
ທ່ານກ່າວມ້ວນທ້າຍວ່າ ປັດຈຸບັນເຈົ້າໜ້າທີ່ກ່ຽວຂ້ອງ ກັບເຣື້ອງການຄວບຄຸມຣາຄາສິນຄ້າ ກໍມີການລົງກວດກາ ຄຸ້ມຄອງສິນຄ້າປະເພດ ຊີ້ນໝູ, ເຂົ້າສານ, ພືດຜັກ ແລະເຄື່ອງແຫ້ງ ທີ່ນໍາເຂົ້າຈາກຕ່າງປະເທດ ຕາມເມືອງຂອງໃຜລາວຢູ່ ເພື່ອໃຫ້ຣາຄາເປັນເອກກະພາບ ຕາມ ທິດຊີ້ນໍາ ຂອງຂັ້ນເທິງ, ຫາກພົບເຫັນ ມີການສວຍໂອກາດ ຂຶ້ນຣາຄາສິນຄ້າ ຫຼາຍກວ່າທີ່ ທາງການກໍານົດ ກໍຈະມີການເຮັດບົດບັນທຶກ ແລະປັບໃໝຕາມຣະບຽບການ.