ເສຖກິຈລາວຈະຂຍາຍໂຕ ຕິດລົບ

ສະຖາບັນ ການເງິນ ຣະຫວ່າງ ປະເທດ ຫຼາຍແຫ່ງ ຄາດຄະເນວ່າ ເສຖກິຈລາວ ຈະຂຍາຍໂຕ ຕິດລົບ ຍ້ອນຜົລກະທົບ ຈາກການແຜ່ ຣະບາດ ຂອງເຊື້ອໄວຣັສ ໂຄວິດ 19.

ໂຮງງານຕັດຫຍິບຂນາດໃຫຍ່ ແຫ່ງນຶ່ງໃນລາວ ທີ່ຜລິຕເສື້ອຜ້າອາພອນ ສົ່ງໄປຂາຍຕ່າງປະເທດ, ຕັ້ງຢູ່ບ້ານສີເກີດ, ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ. ຖ່າຍເມື່ອ: ວັນທີ 31 ເດືອນ ມີນາ 2020 RFA/TS

ສະຖາບັນການເງິນຣະຫວ່າງປະເທດ ຫຼາຍແຫ່ງ ເປັນຕົ້ນວ່າ ທນາຄານໂລກ ປະຈຳລາວ ແລະ ທນາຄານພັທນາອາຊີ ປະຈຳລາວ ໄດ້ມີ ການຄາດຄະເນ ອັດຕຣາການຂຍາຍໂຕ ຂອງຍອດຜລິຕພັນມວນລວມ ພາຍໃນ ຂອງລາວ ຫຼື GDP ໃນປີ 2020 ນີ້ ຈະຂຍາຍໂຕຕ່ຳ ທີ່ສຸດ ແລະ ພັຍຫວ່າງງານ ຈະສູງຂຶ້ນ ອັນມີສາເຫຕຫຼັກມາຈາກ ການໄດ້ຮັບຜົລກະທົບ ໂດຍຕຣົງ ຍ້ອນການແຜ່ຣະບາດ ຂອງເຊື້ອໄວຣັສ ໂຄວິດ-19 ພາຍໃນປະເທດ ແລະ ທົ່ວໂລກ.

ທນາຄານໂລກ ປະຈຳລາວ ໄດ້ອອກບົດຣາຍງານ ເມື່ອເດືອນມິຖຸນາ ທີ່ຜ່ານມານີ້ວ່າ GDP ຂອງລາວ ຈະຂຍາຍໂຕພຽງແຕ່ 0,7% ເທົ່ານັ້ນ ຈາກທີ່ຣັຖບານລາວ ຄາດຄະເນ ເມື່ອຕົ້ນປີ ວ່າຈະໃຫ້ໄດ້ຢ່າງໜ້ອຍປະມານ 6,5%. ແຕ່ເນື່ອງຈາກໄດ້ຮັບຜົລກະທົບຈາກການ ແຜ່ຣະບາດ ຂອງເຊື້ອໄວຣັສໂຄວິດ-19 ໂດຍຕຣົງ ເຮັດໃຫ້ທຸກຢ່າງພາຍໃນປະເທດ ຕ້ອງຢຸດຊະງັກ ແລະ ຣັຖບານລາວ ກໍໄດ້ອອກ ມາຕການປິດປະເທດໄປໄລຍະນຶ່ງ ບວກກັບສະຖານະການ ຂອງປະເທດອ້ອມຂ້າງ ທີ່ຍັງຄົງບັງຄັບໃຊ້ມາຕການ ປິດປະເທດເຊັ່ນກັນ ຈຶ່ງເຮັດໃຫ້ທຸຣະກິຈ ໃນຂແນງທ່ອງທ່ຽວໃນລາວ ໄດ້ຮັບຜົລກະທົບໜັກທີ່ສຸດ.

ນອກຈາກນີ້, ທນາຄານໂລກ ກໍຍັງໄດ້ຣະບຸວ່າ ມີຄົນງານລາວ, ໂດຍສະເພາະຄົນງານທີ່ໄປເຮັດວຽກຢູ່ປະເທດໄທຍ ເດີນທາງກັບຄືນເມືອ ເຮືອນ ທີ່ຢູ່ປະເທດລາວ ຈຳນວນຫຼາຍແສນ ຄົນ ແລະ ຈະມີປະຊາຊົນລາວຫຼາຍກວ່າ 200,000 ຄົນ ອາຈເຂົ້າສູ່ພາວະທຸກຍາກ.

ຫຼ້າສຸດນີ້, ທນາຄານພັທນາອາຊີ ປະຈຳລາວ ກໍໄດ້ອອກບົດຣາຍງານ ຄາດຄະເນອັດຕຣາການຂຍາຍໂຕ GDP ຂອງລາວ ໃນປີ 2020 ນີ້ ເຊັ່ນດຽວກັນວ່າ ການຂຍາຍໂຕ ອາຈຕິດລົບ -0,5%, ເຊິ່ງຫຼຸດລົງຈາກທີ່ໄດ້ຄາດຄະເນໄວ້ ເມື່ອເດືອນເມສາ ທີ່ປະມານ 3,5%. ສາເຫຕຫຼັກ ທີ່ທນາຄານພັທນາອາຊີ ປະຈຳລາວ ໄດ້ຄາດຄະເນໃຫ້ເສຖກິຈລາວຂຍາຍໂຕຕິດລົບ ກໍເນື່ອງມາຈາກໄດ້ຮັບຜົລກະທົບຈາກການແຜ່ຣະບາດ ຂອງເຊື້ອໄວຣັສໂຄວິດ-19 ທັງພາຍໃນ ແລະ ພາກພື້ນເຊັ່ນກັນ. ຫຼາຍກິຈກັມທາງດ້ານເສຖກິຈ ຢຸດຊະງັກໄປອັນເນື່ອງມາຈາກ ມາຕການ ຄວບຄຸມການແຜ່ຣະບາດ ຂອງເຊື້ອໄວຣັສດັ່ງກ່າວ ເຮັດໃຫ້ທຸຣະກິຈຫຼາຍຂແນງ ກໍໄດ້ຮັບຜົລກະທົບໄປນຳ, ເປັນຕົ້ນແມ່ນພາກການ ທ່ອງທ່ຽວ ທີ່ນັກທ່ອງທ່ຽວຕ່າງປະເທດ ບໍ່ມີເຂົ້າມາເລີຍ.

ຍ້ອນຜົລພວງຂອງບັນຫາດັ່ງກ່າວ, ຣັຖບານລາວເອງ ກໍຮັບຮູ້ບັນຫາ ແລະ ກໍໄດ້ສເນີໃຫ້ສະພາແຫ່ງຊາຕ ປັບຫຼຸດອັດຕຣາການຂຍາຍໂຕ ດ້ານເສຖກິຈຄືນໃໝ່ ຈາກທີ່ໄດ້ຕັ້ງໄວ້ ຢ່າງໜ້ອຍ 6,5% ມາຢູ່ທີ່ 3%. ພ້ອມກັນນັ້ນ, ຣັຖບານລາວ ຍັງໄດ້ສເນີ ທີ່ຈະຕັດຣາຍຈ່າຍບໍຣິຫານ ທີ່ບໍ່ຈຳເປັນອອກໄປຈຳນວນຫຼາຍ ແລະ ຣາຍຈ່າຍໃນໂຄງການລົງທຶນ ຂອງພາກຣັຖ ກໍຈະຫຼຸດລົງ 50% ຫຼືເລື່ອນອອກໄປກ່ອນ. ດັ່ງທ່ານ ທອງລຸນ ສີສຸລິດ, ນາຍົກຣັຖມົນຕຣີລາວ ໄດ້ກ່າວຕໍ່ກອງປະຊຸມສະພາແຫ່ງຊາຕລາວ ສມັຍສາມັນເທື່ອທີ 9 ຂອງສະພາແຫ່ງຊາຕ ຊຸດທີ 8 ເມື່ອທ້າຍເດືອນມິຖຸນາ ທີ່ຜ່ານມາ ຕອນນຶ່ງວ່າ:

“ຫຼຸດແຜນຣາຍຈ່າຍບໍຣິຫານດັດສົມ ຂອງຂັ້ນສູນກາງ 30%, ຫຼຸດຜ່ອນຣາຍຈ່າຍດັດສົມສົ່ງເສີມ ຂັ້ນທ້ອງຖິ່ນ 10%, ເລື່ອນຣາຍຈ່າຍລົງທຶນ ຂອງຣັຖຢ່າງໜ້ອຍ 50% ແລະ ຣາຍຈ່າຍ ອື່ນໆ ທີ່ສາມາດເລື່ອນໄດ້.”

ນອກຈາກນີ້ແລ້ວ, ໃນກອງປະຊຸມຄນະຣັຖບານ ເມື່ອວັນທີ 24 ກໍຣະກະດາ ທີ່ຜ່ານມານັ້ນ, ຣັຖບານ ກໍເຫັນດີ ທີ່ຈະຈັດລຽງລຳດັບ ບູຣິມະສິດ ໂຄງການຣັຖລົງທຶນຕ່າງໆຄືນໃໝ່, ໂດຍສະເພາະ ໂຄງການທີ່ບໍ່ຮີບດ່ວນ ເພື່ອໃຫ້ສອດຄ່ອງກັບສະພາບງົບປະມານທີ່ເປັນຈິງ ກໍຄືຫຼຸດຣາຍຈ່າຍ ແລະ ບໍ່ເພີ່ມພາຣະໜີ້ສິນ ທີ່ບໍ່ຈຳເປັນ ໃຫ້ແກ່ຣັຖບານ.

ກ່ຽວກັບບັນຫານີ້, ນັກເສຖສາດ ທນາຄານພັທນາອາຊີ ປະຈຳລາວທ່ານນຶ່ງ ໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນມື້ວັນທີ 29 ກໍຣະກະດາ ທີ່ຜ່ານມານີ້ວ່າ ຖ່າມກາງບັນຫາເສຖກິຈ ພາຍໃນ ທີ່ພວມຕົກຕ່ຳ ພາຍຫຼັງເກີດການຣະບາດ ຂອງເຊື້ອໄວຣັສໂຄວິດ-19 ນັບແຕ່ຕົ້ນເດືອນມີນາ ຈົນມາເຖິງປັດຈຸບັນນີ້ ມັນມີຄວາມຈຳເປັນສູງ ທີ່ຣັຖບານລາວ ຕ້ອງມີມາຕການ ກະຕຸ້ນເສຖກິຈຫຼາຍຢ່າງ ໃນຫຼາຍຂແນງການ ເພື່ອໃຫ້ສະພາບເສຖກິຈ ກັບມາຂຍາຍໂຕໃຫ້ດີຂຶ້ນ ແລະ ເພື່ອເປັນການສ້າງວຽກເຮັດງານທຳ ໃຫ້ແກ່ປະຊາຊົນ, ໂດຍສະເພາະ ຄົນງານລາວຈຳນວນຫຼາຍ ທີ່ກັບຄືນມາເຮືອນ ຈາກທີ່ໄດ້ໄປເຮັດວຽກຢູ່ປະເທດໄທຍ.

“ເຮົາຄຶດວ່າ ເຫັນບໍ່ ຄົນລາວກັບຄືນມາ ມາແຕ່ເມືອງໄທຍ ກະຫຼາຍພໍສົມຄວນເນາະ ແລ້ວພວກນີ້ຈະເປັນແຮງງານນຶ່ງ ທີ່ວ່າເສີມໃຫ້ແກ່ ການຜລິຕ ພາຍໃນ ມັນຈະເຮັດໃຫ້ອຸດສາຫະກັມ ພາຍໃນ ມີການຂຍາຍໂຕ, ໂດຍສະເພາະອຸດສາຫະກັມ, ກະສິກັມ ແລ້ວຊິເຮັດໃຫ້ ບັນດາແຮງງານພວກນີ້ ຕື່ມເຕັມເຂົ້າໄປ ຄວາມຕ້ອງການ ເພື່ອການຜລິຕພາຍໃນ.”

ທ່ານກ່າວອີກວ່າ ບໍ່ພຽງແຕ່ເສຖກິຈຕົກຕ່ຳ, ວຽກງານດ້ານການກະເສຕ ເປັນຕົ້ນແມ່ນການປູກຝັງຕ່າງໆ ຍັງເກີດມີບັນຫາ ຍ້ອນຝົນບໍ່ຕົກ ຕາມຣະດູ ເຮັດໃຫ້ຊາວນາ ໃນຫຼາຍແຂວງ ບໍ່ສາມາດເຮັດການກະເສຕ ໄດ້ທັນຕາມຣະດູການ ແລະ ເບິ່ງຄືວ່າ ຜົລຜລິຕຈະບໍ່ໄດ້ ຕາມຄາດໝາຍ. ພາກອຸດສາຫະກັມ ກໍໂຈະໄປຫຼາຍໂຄງການ ແລະ ຜູ້ປະກອບການຫຼາຍແຫ່ງ ກໍປະກາດປົດຄົນງານ.

ສ່ວນພາກການຜລິຕໄຟຟ້າ, ເຊິ່ງເປັນແຫຼ່ງຣາຍຮັບອັນສຳຄັນ ຂອງຣັຖບານ ແລະ ມີການລົງທຶນຢ່າງຕໍ່ເນື່ອງໃນລາວ ກໍຍັງເວົ້າບໍ່ໄດ້ວ່າ ຈະໄດ້ກຳລັຍ ຫຼືຂາດທຶນ ເພາະຂຶ້ນຢູ່ກັບການ ຜລິຕໄຟຟ້າ. ຈະໄດ້ໜ້ອຍຫຼາຍປານໃດ ປັດຈັຍສຳຄັນ ກໍມາຈາກສະພາບອາກາດຄືກັນ.

“ຄືເຮົາເວົ້າແຫຼະ ຂແນງການກະສິກັມນີ້ ຈະບໍ່ຂຍາຍໂຕເຕັມທີ່ ແລ້ວອຸດສາຫະກັມນີ້ ບໍ່ຂຍາຍຫຼາຍ. ອຸດສາຫະກັມກະເຫັນເດັ່ນໆກະຄືໄຟຟ້າ ເພາະວ່າຈະມີເຂື່ອນ 2 ເຂື່ອນເພີ່ມຂຶ້ນ. ປັດຈັຍນຶ່ງ ກໍຍ້ອນເບິ່ງສະພາຍດິນຟ້າອາກາດຄືກັນ. ຄັນຝົນບໍ່ຕົກ ປັ່ນໄຟກະບໍ່ໄດ້.”

ທ່ານກ່າວມ້ວນທ້າຍວ່າ ຄົນງານລາວທີ່ກັບຄືນປະເທດ ໃນໄລຍະການຣະບາດ ຂອງເຊື້ອໄວຣັສໂຄວິດ-19 ມີຢ່າງໜ້ອຍ 200,000 ປາຍຄົນໃນທົ່ວປະເທດ ຖືເປັນກຸ່ມຄົນທີ່ຫວ່າງງານ. ສະນັ້ນ, ຣັຖບານລາວ ຈະຕ້ອງສົ່ງເສີມ ແລະ ດຶງດູດເອົາຄົນງານລາວເຫຼົ່ານັ້ນ ເຂົ້າໄປເຮັດວຽກໃນໂຮງງານອຸດສາຫະກັມ ໃນເຂດເສຖກິຈພິເສດຕ່າງໆ ໃນທົ່ວປະເທດ ແລະ ພາກການກະເສຕ ເຊັ່ນສວນຜັກ ແລະ ຟາມລ້ຽງສັດ ເພື່ອໃຫ້ການຜລິຕສິນຄ້າພາຍໃນປະເທດ ເດີນໜ້າໄປໄດ້ ແລະ ຍັງສາມາດສ້າງຣາຍຮັບໃຫ້ກຸ່ມຄົນງານເຫຼົ່ານີ້ໄປພ້ອມ.

ຂະນະດຽວກັນ, ຄົນງານລາວຜູ້ນຶ່ງ ຢູ່ແຂວງຈຳປາສັກ ທີ່ເດີນທາງມາຈາກປະເທດໄທຍ ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 29 ກໍຣະກະດາ ນີ້ວ່າ ໄດ້ຍິນຂ່າວແຕ່ວ່າ ພາກຣັຖເພິ່ນຈະສົ່ງເສີມ ໃຫ້ຄົນຫວ່າງງານມີວຽກເຮັດງານທຳ ໃນເຂດອຸດສາຫະກັມ, ແຕ່ຈົນມາຮອດ ດຽວນີ້ ກໍຍັງບໍ່ເຫັນເພິ່ນປະຕິບັດໂຕຈິງແບບໃດ ກະເລີຍໄດ້ຢູ່ແຕ່ເຮືອນໄປກ່ອນ.

ໃນຂະນະທີ່ນາຍຈ້າງໄທຍ ກໍຢາກໃຫ້ກັບໄປເຮັດວຽກຢູ່ຝັ່ງພຸ້ນ, ແຕ່ກໍຊ້ຳພັດຍັງບໍ່ສາມາດ ຂ້າມໄປໄດ້ເທື່ອ.

“ຈັ່ງວ່າແຫຼະ ເພາະວ່າ ໄດ້ຍິນແຕ່ດົນແລ້ວວ່າ ຣັຖບານເຮົານີ້ ໃຫ້ເຮັດວຽກອຸດສາຫະກັມ ກະຄືຍັງບໍ່ເຫັນມີຫຍັງ. ເຈ້ກະນຳແລ້ວ ໂທນຳຢູ່, ເພິ່ນກະຟ້າວໄປໃຫ້ໄປ ຈັກຊິເຮັດແນວໃດ ໄປບໍ່ໄດ້, ນັ່ງໆນອນໆຢູ່ບ້ານ.”

ຍານາງກ່າວຕື່ມວ່າ ຖ້າຫາກມີວຽກໃນໂຮງງານອຸດສາຫະກັມ ທີ່ໂຕເອງສາມາດເຮັດໄດ້ ແລະ ຣາຍໄດ້ເໝາະສົມ ກໍພ້ອມທີ່ຈະເຮັດວຽກນຳ ໂຮງງານທັນທີ ແລະ ອາຈບໍ່ເດີນທາງກັບໄປ ເຮັດວຽກຢູ່ປະເທດໄທຍ.

ເມື່ອກ່າວເຖິງເຣື່ອງພັຍຫວ່າງງານ, ໃນເດືອນພຶສພາ ທີ່ຜ່ານມາ, ກະຊວງແຮງງານ ແລະ ສວັດດີການສັງຄົມ ໄດ້ຂຶ້ນທະບຽນຄົນງານລາວ ທີ່ກັບມາຈາກຕ່າງປະເທດ, ຫຼັກໆກໍແມ່ນ ປະເທດໄທຍ ເພື່ອຮິບໂຮມຂໍ້ມູນ ແລະ ຂຶ້ນທະບຽນເປັນຜູ້ຫວ່າງງານ ແລະ ຈະຫາແນວທາງ ໃນການຊ່ອຍເຫຼືອ ເຂົາເຈົ້າໃນຂັ້ນຕໍ່ໄປ.

ເຖິງຢ່າງໃດກໍຕາມ, ຫຼ້າສຸດນີ້, ເຈົ້າໜ້າທີ່ກະຊວງແຮງງານ ແລະ ສວັດດີການສັງຄົມ ທ່ານນຶ່ງ ກໍໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 29 ກໍຣະກະດາ ທີ່ຜ່ານມາວ່າ ຕາມການ ຄາດຄະເນໃນເບື້ອງຕົ້ນ ຄົນງານລາວ ທີ່ເດີນທາງກັບຄືນປະເທດ ໄລຍະເກີດການ ຣະບາດ ຂອງເຊື້ອໄວຣັສໂຄວິດ-19 ມີຢ່າງໜ້ອຍ 200,000 ຄົນ ແລະ ສ່ວນໃຫຍ່ມາຈາກ ປະເທດໄທຍ, ເຊິ່ງປັດຈຸບັນ ຄົນງານເຫຼົ່ານັ້ນ ຖືເປັນຜູ້ຫວ່າງງານ, ແຕ່ການເຮັດຖານຂໍ້ມູນຜູ້ຫວ່າງງານ ກໍຍັງບໍ່ສຳເຣັດເທື່ອ.

“ແຕ່ວ່າ ເຮົາຍັງບໍ່ສາມາດສນອງໄດ້ ເນື່ອງຈາກວ່າ ເຮົາໄດ້ພຽງແຕ່ການແນະນຳວ່າ ເອີ, ຜູ້ຈົບຈາກໂຕນີ້. ແຕ່ວ່າ ເຮົາຍັງບໍ່ທັນມີຖານຂໍ້ມູນ ຜູ້ຫວ່າງງານ ຮັບເອົາພະນັກງານ ເຂົ້າໃນເຂດໄດ້.”

ນັກເສຖສາດໃນລາວ ທ່ານນຶ່ງ ໄດ້ແບ່ງປັນທັສນະ ແກ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ເມື່ອບໍ່ດົນມານີ້ວ່າ ໃນສະພາວະທີ່ເສຖກິຈລາວພວມ ປະສົພ ບັນຫານີ້ ແລະ ພັຍຫວ່າງງານ ກໍເຣີ່ມກໍ່ໂຕ ຂຶ້ນຢ່າງກວ້າງຂວາງ, ມັນມີຄວາມຈຳເປັນຫຼາຍ ທີ່ພາກຣັຖບານ ຄວນມີມາຕການ ຊ່ອຍເຫຼືອພາກທຸຣະກິຈທຸກຣະດັບ ໃຫ້ຢູ່ລອດໄດ້ ເພື່ອຮັກສາການຈ້າງງານ ແລະ ສາມາດຟື້ນຟູໄດ້ງ່າຍ ເມື່ອສະພາບເສຖກິຈໂລກດີຂຶ້ນ. ດີກວ່າຈະປ່ອຍໃຫ້ພວກເຂົາ ລົ້ມລະລາຍ ແລ້ວເກີດມີພັຍຫວ່າງງານສູງຂຶ້ນ ແລ້ວຈະກັບມາຟື້ນຟູພາຍຫຼັງ ກໍຄົງເປັນເຣື່ອງທີ່ຍາກ ແລະ ໃຊ້ເວລາດົນ.

“ທຸຣະກິຈຄືກັນ ເສຖກິຈຄືກັນ ຫຼາຍໆອັນກຽມຊິລົ້ມລະລາຍ. ບໍ່ແມ່ນແຕ່ຄົນງານ ທີ່ກັບມາແຕ່ເມືອງໄທຍ ບໍ່ມີວຽກເຮັດ ຢູ່ລາວເອງ ກະຖືກປ່ອຍ ກັບບ້ານ ກະຫຼາຍຄົນ. ດຽວນີ້ິ້ຫຼາຍ ແສນຄົນ ບໍ່ມີວຽກງານເຮັດ ບໍ່ມີຣາຍໄດ້ ຍ້ອນທຸຣະກິຈ ບໍ່ມີເງິນຈ່າຍເງິນເດືອນໃຫ້. ທຸຣະກິຈນີ້ສຳຄັນທີ່ສຸດ, ຖ້າເຂົາເຈົ້າສາມາດຮັກສາ ພະນັກງານ ຢ່າງໜ້ອຍພະນັກງານໂຕຫຼັກ ເພື່ອຮັກສາຣະບົບການ ເຮັດວຽກ ຂອງ ເຂົາຫັ້ນນ່າ, ລະຈະມີຄົນຫວ່າງງານໜ້ອຍລົງ. ລະທຸຣະກິຈພວກນີ້ ກະຈະສາມາດຟື້ນໂຕໄດ້. ບໍ່ແມ່ນແຕ່ຈະຊ່ອຍບໍຣິສັດ, ແຕ່ຊ່ອຍແຮງງານ ໄປໃນໂຕ. ມັນຈະບໍ່ສ້າງພັຍຫວ່າງງານຫຼາຍ ສ່ຳທີ່ວ່າຄັນປ່ອຍໃຫ້ເຂົາເຈົ້າ ໄປຕາມລຳພັງຫັ້ນນ່າ. ລະບັນຫາຄວາມທຸກຈົນມັນຈະໜ້ອຍລົງ.”

ເມື່ອເດືອນພຶສພາ ທີ່ຜ່ານມາ ສະພາອຸດສາຫະກັມ ແລະ ການຄ້າ ແຫ່ງຊາຕລາວ ໄດ້ສເນີ 8 ນະໂຍບາຍ ເພື່ອຟື້ນຟູເສຖກິຈ ຫຼັງໝົດ ໄວຣັສ ໂຄວິດ-19 ຕໍ່ຣັຖບານລາວ ເປັນຕົ້ນວ່າ ໄດ້ຮຽກຮ້ອງໃຫ້ຣັຖບານ ເນັ້ນໜັກເຣື່ອງການຜລິຕ ສິນຄ້າໃຊ້ເອງ ໃນທຸກໆຂແນງການ ເພື່ອໃຫ້ມີສິນຄ້າພຽງພໍ. ສເນີໃຫ້ຣັຖບານລາວ ພິຈາຣະນາ ຂາຍຊັພສິນທີ່ບໍ່ໄດ້ໃຊ້ ຫຼືມີສະພາບ ບໍ່ຄ່ອຍດີປານໃດ ເພື່ອນຳຣາຍໄດ້ທັງໝົດ ເຂົ້າມາແກ້ໄຂສະພາບເສຖກິຈ ແລະ ຣັຖບານລາວ ຄວນຈັດສັນທຶນຢ່າງໜ້ອຍ 380 ລ້ານໂດລ່າຣສະຫະຣັຖ ຫຼື 2% ຂອງ GDP ເພື່ອຊ່ອຍເຫຼືອ ຫົວໜ່ວຍທຸຣະກິຈ, ຜູ້ຫວ່າງງານ ແລະ ປະຊາຊົນ ທີ່ໄດ້ຮັບຜົລກະທົບ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org