ຄົນງານລາວລົງທະບຽນ ຊອກວຽກ
ຄົນງານລາວ ພາກັນລົງທະບຽນ ວ່າງງານ ເປັນ ຈຳນວນ ຫຼວງຫຼາຍ ຕາມແຈ້ງການ ຂອງກະຊວງ ແຮງງານ.
-
ອຸ່ນແກ້ວ ສຸກສະຫວັນ
2020-06-06 -
-
-
Your browser doesn’t support HTML5 audio
ຄົນງານລາວ ເລີ່ມລົງທະບຽນວ່າງງານ ເປັນຈຳນວນຫຼາຍແລ້ວ ຫລັງຈາກກະຊວງແຮງງານ ແລະ ສວັດດີການສັງຄົມ ໄດ້ອອກແຈ້ງການ ລົງວັນທີ 8 ພຶສພາ ເພື່ອເກັບກຳຂໍ້ມູນຄົນງານ ແລະ ຜູ້ວ່າງງານ.
ຄົນງານທີ່ໄປລົງທະບຽນ ກໍມີຄວາມຫວັງວ່າ ຈະໄດ້ວຽກເຮັດງານທຳ ຫລັງຈາກຢຸດເຮັດວຽກ ມາຍ້ອນການຣະບາດຂອງໂຄວິດ19, ດັ່ງຄົນ ງານທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
"ລົງຢູ່ ລົງຢູ່ ເຫັນບ້ານເພິ່ນແຈ້ງມື້ວານ ເຂົາເຈົ້າກໍໄປຫລາຍຄົນ ເມື່ອກ່ອນ ເຄີຍເຮັດຢູ່ບໍຣິສັດເອຣີ ກ່ອນຈະອອກເນາະ ເພາະມັນຕິດຊ້ວງ ໂຄວິດ ນີ້ແຫລະ ເພິ່ນປະກາດຢຸດຮັບເອົາ ຄົນງານຈຳນວນຈຳກັດ ຄວາມຫວັງບໍ່ໄດ້ວຽກໃຫ້ດອກ ໃຫ້ໄດ້ວຽກນ້ອຍໆ ຄິດໃນໃຈ ປັດຈຸບັນ ເຮັດກໍ່ສ້າງແຖວ ໃກ້ບ້ານນີ້ແຫລະ."
ຄົນງານອີກຄົນນຶ່ງ, ທີ່ເຄີຍເຮັດວຽກເປັນແມ່ບ້ານ ແລະ ຖືກພັກວຽກໂດຍບໍ່ມີກຳໜົດ ນັບແຕ່ໂຄວິດ19 ຣະບາດ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
"ມີແຕ່ເຂົາເຈົ້າບອກໃຫ້ລົງທະບຽນ ກະໄປລົງ ພັກອັນຊ້ວງພຍາດຊື່ໆ ມີຄວາມຫວັງວ່າ ຊິໄດ້ມາເຮັດວຽກອີກ ຖ້າເພິ່ນບໍ່ເປີດ ກະຊິບໍ່ໄດ້ມາ ຫັ້ນແຫລະ ຜູ້ໃດກະຄືກັນ."
ປັດຈຸບັນອຳນາດການປົກຄອງບ້ານ ແຕ່ລະແຂວງ ໃຫ້ຄົນທີ່ວ່າງງານ ທີ່ຖືກຢຸດງານຢູ່ລາວ ແລະ ທີ່ກັບມາຈາກປະເທດໄທ ມາລົງທະບຽນ ເອົາໄວ້. ເຈົ້າໜ້າທີ່ກະຊວງແຮງງານ ແລະ ສວັດດີການສັງຄົມ ໄດ້ກ່າວວ່າ:
"ປັດຈຸບັນນີ້ ຫລາຍໆແຂວງ ກຳລັງເກັບກຳຂໍ້ມູນ ຂຶ້ນບັນຊີຜູ້ວ່າງງານ ກັບຈາກໄທຍເນາະ ແລະ ກະວ່າງງານພາຍໃນປະເທດ ຕາມຄາດ ໝາຍວ່າ ຢາກໃຫ້ສຳເຣັດພາບໃນ ອາທິດໜ້າ ໃນການຂຶ້ນທະບຽນທົ່ວ ປະເທດ ກໍຍັງເກັບບໍ່ໄດ້ໝົດ ຜູ້ຖືກໂຮງຈັກໂຮງງານ ຢຸດການ ຈ້າງງານ ກັບຈາກປະເທດໄທນີ້ ຊ່ວຍວ່າ ໃຫ້ທ່ານຂຶ້ນທະບຽນຈະໄດ້ມີວຽກງານທຳ."
ຜູ້ທີ່ຈະໄປລົງທະບຽນວ່າງງານ ຕ້ອງໄດ້ລົງທະບຽນຢູ່ໃນບ້ານ ທີ່ເປັນພູມລຳເນົາຂອງຕົນເອງ, ເຈົ້າໜ້າທີ່ນະຄອນຫຼວງວຽງຈັນ ກ່າວວ່າ:
ເພິ່ນມີແຈ້ງການໄປເນາະ ໃຫ້ໄປເຜີຍແຜ່ແຕ່ລະແຂວງ ແຕ່ລະເມືອງ ເວົ້າເລື່ອງລົງທະບຽນນີ້ ໃຫ້ທາງບ້ານເພິ່ນ ເກັບກຳໂຕຈິງແຕ່ລະບ້ານ ຢູ່ບ້ານໃດ ໄປລົງທະບຽນຢູ່ບ້ານນັ້ນ. ຢູ່ ແຂວງສວັນນະເຂດ ຜູ້ທີ່ມາ ລົງທະບຽນ ສ່ວນຫລາຍເປັນຄົນງານຮັບຈ້າງທົ່ວໄປ, ເຈົ້າໜ້າທີ່ ກ່ຽວຂ້ອງ ແຂວງສວັນນະເຂດ ໄດ້ກ່າວວ່າ:
"ກໍໄດ້ເຮັດແລ້ວ ກຳລັງເຮັດກໍໄດ້ເອົາບັນດາ ກັມມະກອນຫລືວ່າ ອັນນີ້ນ່າ ເຂົາເຈົ້າມາແລ້ວ ກໍເກັບຂໍ້ມູນຢູ່ແລ້ວ ມາລົງຫລາຍຢູ່ ສ່ວນຫຼາຍ ກະແມ່ນວຽກຮັບຈ້າງ ທົ່ວໄປນີ້ແຫຼະເຂົາ ກຳລັງເກັບສັງລວມຢູ່."
ເຈົ້າໜ້າທີ່ກະຊວງແຮງງານ ແລະ ສວັດດີການສັງຄົມ ໄດ້ກ່າວຕື່ມອີກວ່າ: ສຳລັບຄົນທີ່ລົງທະບຽນວ່າງງານ ໄປແລ້ວ ຈະໄດ້ວຽກງານເຮັດ ຫລື ບໍ່ນັ້ນ ກໍຕ້ອງລໍຖ້າ ໃຫ້ເຈົ້າໜ້າທີ່ແຈ້ງໄປ ໃຫ້ຫົວໜ່ວຍທຸຣະກິດ ຕ່າງໆ ປະກາດຮັບສະໝັກຄົນງານ ຫລື ໃຫ້ຫົວໜ່ວຍທຸຣະກິດ ແຈ້ງມາຫາກະຊວງແຮງງານ ແລະ ສວັດດີການສັງຄົມ ເພື່ອໃຫ້ຊ່ວຍຫາຄົນງານໃຫ້ ຫລັງຈາກນັ້ນ ເຈົ້າໜ້າທີ່ ຈະສົ່ງຂໍ້ມູນໃຫ້ຫົວໜ່ວຍ ທຸຣະກິດ ຫ້າງຮ້ານ ທີ່ຕ້ອງການຄົນງານ.
ອີງຕາມຂໍ້ມູນຈາກຄະນະສະເພາະກິດ ຄວບຄຸມໂຄວິດ19, ສະເພາະແຮງານລາວ ທີ່ເດີນທາງມາຈາກປະເທດໄທ ມີຈຳນວນຫລາຍກ່ວາ 100,000 ຄົນ ແຕ່ຍັງບໍ່ຍັງບໍ່ລວມ ເອົາຄົນງານທີ່ເຮັດວຽກ ຢູ່ພາຍໃນ ປະເທດ.