ຄົນງານບໍ່ໄດ້ສົ່ງເງິນ ເມືອບ້ານ ຍ້ອນໂຄວິດ-19
ການສົ່ງເງິນ ເຂົ້າປະເທດ ຂອງ ຄົນງານລາວ ທີ່ເຮັດວຽກ ຢູ່ ຕ່າງປະເທດ ເປັນຕົນຢູ່ໄທ ຫລຸດລົງຫຼາຍ ຍ້ອນ ຜົລກະທົບ ຈາກ ໂຄວິດ-19.
-
ຈໍາປາທອງ
2020-08-26 -
-
-
Your browser doesn’t support HTML5 audio
ສາທາຣະນະຣັຖ ປະຊາທິປະໄຕ ປະຊາຊົນລາວ ຕ້ອງປະເຊີນກັບການສົ່ງເງິນເຂົ້າປະເທດ ຫລຸດລົງ ຢ່າງຫຼວງຫຼາຍ ຍ້ອນການຣະບາດ ຂອງເຊື້ອພຍາດໂຄ ວິດ-19 ທີ່ເຮັດໃຫ້ຄົນງານ ລາວ ຢູ່ຕ່າງປະເທດ ເປັນຕົ້ນຢູ່ໄທ ບໍ່ມີວຽກເຮັດ ພາກັນຫລັ່ງໃຫລກັບຄືນບ້ານຫລາຍກວ່າ 1 ແສນຄົນ ທັງທີ່ມາຖືກຕ້ອງຕາມກົດໝາຍ ແລະ ລັກກັບເຂົ້າມາ.
ໜັງສືພິມ ຊິນຮົວ ຂອງທາງການຈີນ ຣາຍງານຈາກນະຄອນຫລວງວຽງຈັນ ໃນມື້ວັນທີ 18 ສິງຫາ ນີ້ວ່າ ການສົ່ງເງິນ ຈາກຕ່າງປະເທດ ເຂົ້າລາວ ຄາດວ່າຈະຫລຸດລົງ ປະມານ 50% ໃນປີ 2020 ນີ້ ຍ້ອນເກີດວິກິດການ ທາງດ້ານເສຖກິດ ຍ້ອນການຣະບາດຂອງໂຄວິດ-19 ຊຶ່ງ ທ່ານ ລີເບີ ລີບົວປາວ ນັກເສຖສາດອາວຸໂສ ປະທານກໍາມາທິການແຜນການ ການເງິນ ແລະການກວດສອບ ຂອງສະພາແຫ່ງຊາດ ໄດ້ກ່າວຕໍ່ ວຽງຈັນໄທມ໌ ໃນ ມື້ວັນຈັນ ທີ 17 ສິງຫາ ນີ້ວ່າ ການສົ່ງເງິນດັ່ງກ່າວ ເປັນສ່ວນສໍາຄັນ ໃນເສຖກິດລາວ ແລະ ຄວາມພຍາຍາມ ຫລຸດຜ່ອນຄວາມທຸກຍາກ.
ທ່ານກ່າວວ່າ “ແຮງງານຕ່າງດ້າວລາວ ຫລາຍກວ່າ 1 ແສນຄົນ ໄດ້ກັບຄືນບ້ານ ຍ້ອນການແຜ່ຣະບາດຂອງໂຄວິດ -19”, “ແຮງງານລາວ ສ່ວນໃຫຍ່ ເຮັດວຽກຢູ່ປະເທດໄທ, ສ່ວນທີ່ເຫລືອ ເຮັດຢູ່ເກົາຫລີໃຕ້ ແລະຍີ່ປຸ່ນ. ພວກເຮົາຍັງມີແຮງງານຈໍານວນນຶ່ງ ທີ່ເຮັດວຽກຢູ່ປະເທດ ອື່ນໆອີກ ແຕ່ວ່າບໍ່ມີຫລາຍ ດັ່ງນັ້ນຈຶ່ງຄາດວ່າ ການສົ່ງເງິນມາລາວ ຈະຫລຸດລົງຫລາຍ ທີ່ສຸດໃນຮອບຫລາຍທົສວັດ ທີ່ຜ່ານມານີ້”
ເວົ້າເຖິງການສົ່ງເງິນກັບບ້ານ ນອກຈາກຄົນງານແລ້ວ ຊຸມຊົນຊາວລາວ ຢູ່ປະເທດຕ່າງໆໃນທົ່ວໂລກ ກໍຝາກເງິນເມືອໃຫ້ພໍ່ແມ່, ຍາດພີ່ນ້ອງ ແລະ ໝູ່ຄູ່ເພື່ອນຝູງ ຊຶ່ງຫລາຍຄົນເວົ້າວ່າ ຫລາຍລ້ານ ໂດລາ ສະຫະຣັຖ ໃນແຕ່ລະປີ ແຕ່ບໍ່ມີຣາຍງານ ທີ່ເວົ້າເຖິງ ຈໍານວນແນ່ນອນ ວ່າມີເທົ່າໃດກັນແທ້. ຮູ້ແຕ່ວ່າ ການສົ່ງເງິນກັບບ້ານຫລຸດລົງນັ້ນ ເຮັດໃຫ້ຄວາມທຸກຍາກ ໃນລາວ ເພິ່ມຂຶ້ນ.
ອີງຕາມຣາຍງານກ່ຽວກັບການກວດສອບ ເສຖກິດລາວ ສະບັບລ່າສຸດ ຂອງທະນາຄານໂລກ ທີ່ເປີດເຜີຍເມື່ອເດືອນມິຖຸນາ ຜ່ານມາ, ການຣະບາດຂອງໂຄວິດ-19 ສົ່ງຜົລຕໍ່ການສົ່ງເງິນ ກັບບ້ານ ແລະອາຈເຮັດໃຫ້ຜູ້ຄົນຫຼາຍເຖິງ 214,000 ຄົນ ຕົກຢູ່ໃນຄວາມທຸກຍາກ ໃນປະເທດລາວ ຊຶ່ງມີພົລເມືອງ ປະມານ 7 ລ້ານຄົນ.
ທະນາຄານໂລກເວົ້າວ່າ ນັບຕັ້ງແຕ່ໂຄວິດ-19 ຣະບາດມາ ຄົນງານລາວຫລາຍພັນຄົນ ໄດ້ກັບຄືນມາປະເທດ ເຮັດໃຫ້ການສົ່ງເງິນ ກັບບ້ານ ຫລຸດລົງເຖິງ 125 ລ້ານໂດລາ ສະຫະຣັຖ ຫລື ເທົ່າກັບ 0,7% ຂອງລວມຍອດມູນຄ່າ ຜລິຕພັນ ພາຍໃນ ຫລື GDP ຂອງ ລາວໃນປີ 2020 ນີ້.
ຄອບຄົວໃນລາວປະມານ 9% ໄດ້ຮັບເງິນທີ່ສົ່ງມາຈາກ ຕ່າງປະເທດ ແລະ ການສົ່ງເງິນນັ້ນຄິດເປັນ 60% ຂອງຣາຍໄດ້ຄອບຄົວ, ອີງຕາມຣາຍງານ ຂອງທະນາຄານໂລກ, ເນື່ອງຈາກຣາຍໄດ້ຄອບຄົວ ທີ່ໄດ້ຮັບເງິນນັ້ນ ຫລຸດລົງຢ່າງຫຼວງຫຼາຍ ແລະຄວາມທຸກຍາກ ກໍຄາດວ່າ ຈະເພິ່ມຂຶ້ນຕື່ມ 1,4% ເຖິງ 3,1% ໃນປີ 2020 ນີ້.
ຄົນງານລາວ ທີ່ເຮັດວຽກຢູ່ຕ່າງປະເທດ ຊຶ່ງສ່ວນໃຫຍ່ຢູ່ປະເທດໄທ ທີ່ມີປະ ມານ 300,000 ຄົນ ປີ 2019, ຫລືປະມານ 15% ຂອງ ກໍາລັງແຮງງານ ໃນ ສປປລາວ ປີ 2017. ຄົນງານລາວ ເຮັດວຽກຢູ່ປະເທດໄທ ຫຼວງຫຼາຍທີ່ສຸດ ຄືມີເຖິງ 92% ຂອງຈໍານວນຄົນງານ ລາວ ຢູ່ຕ່າງປະເທດ ເຫັນວ່າ ເງິນທີ່ສົ່ງກັບບ້ານນັ້ນ ເປັນແຫລ່ງຣາຍໄດ້ ທີ່ສໍາຄັນ ສໍາລັບ ຄອບຄົວຂອງພວກເຂົາເຈົ້າ ຊຶ່ງໃນຈໍານວນ ຄົນງານ ທີ່ວ່ານັ້ນ ເກືອບເຄິ່ງນຶ່ງ ສົ່ງເງິນກັບບ້ານທຸກເດືອນ. ຄົນງານສ່ວນໃຫຍ່ ເຮັດວຽກໃນພາກທຸຣະກິດ ທີ່ໄດ້ຮັບຜົລກະທົບ ຈາກ ມາຕການ ຮັບມືກັບການຣະບາດ ຂອງໂຄວິດ-19 ແລະ ມາຕການຕອບໂຕ້ ຮວມທັງການປິດເມືອງ ແລະ ປິດຊາຍແດນໄທ-ລາວ.
ເວົ້າເຖິງຄົນງານລາວກັບຈາກໄທ ຊາວລາວທ່ານນຶ່ງຢູ່ພາຍໃນປະເທດ ເວົ້າກັບວິທຍຸເອເຊັຍ ເມື່ອອາທິດຜ່ານມາວ່າ ມື້ວານນີ້ກໍກັບມາ 100 ປາຍຄົນ:
"ມື້ວານນີ້ກະ 100 ປາຍຄົນກັບມາບໍ່ມີວຽກເຮັດ. ເຣື່ອງເງິນຄໍາແຕ່ກ່ອນເຂົາສົ່ງມາບ້ານ ດຽວນີ້ກະບໍ່ໄດ້ສົ່ງໃດ໋ນໍ, ກະບໍ່ໄດ້ສົ່ງລະ ຣາຍຮັບ ຂອງຣັຖບານກະຕົກ ຄືກັນໃດ໋ນໍ໋? ຕົກລະເວີ້ຍ. ເຖິງເງິນໂຕນັ້ນບໍ່ເຂົ້າທະນາຄານ ກະແມ່ນມັນເປັນຣາຍຮັບ ຂອງຣັຖບານຄືກັນ ກະແມ່ນ ແຫລະ ເງິນເຂົ້າມາໃນປະເທດ ມັນເປັນຣາຍຮັບ ຂອງປະຊາຊົນ."
ເວົ້າເຖິງການຝາກເງິນກັບບ້ານ ຄົນງານລາວຜູ້ນຶ່ງ ທີ່ໄປເຮັດວຽກພ້ອມກັບ ຄອບຄົວຢູ່ໄທຍ ຫລາຍປີ ເວົ້າຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 19 ສິງຫາ ນີ້ວ່າ ໄດ້ສົ່ງເງິນໄປ ໃຫ້ລູກຢູ່ບ້ານ ເດືອນນຶ່ງ ປະມານ 10,000 ບາດ:
"ຝາກໃຫ້ລູກ ຝາກເປັນເດືອນໆລະໝື່ນ ຝາກໄປຫຼາຍຄືແນວນັ້ນຫັ້ນ ສໍາລັບເຮົາໃຊ້ຈ່າຍຢູ່ພີ້ ກະມີຈໍານວນນຶ່ງໃດ໋ນໍ ເອົາໄວ້ຄ່າກິນຄ່າຢູ່."
ແຕ່ໃນໄລຍະໂຄວິດ-19 ຣະບາດນີ້ ທ່ານບໍ່ໄດ້ຝາກເງິນເມືອບ້ານຄືເກົ່າ:
"ບໍ່ໄດ້ຝາກ ຕອນໂຄວິດ-19 ມານີ໊ ບໍ່ໄດ້ຝາກ. ຢາມໂຄວິດ-19 ຣະບາດຢູ່ຈັ່ງຊີ້ ເຮົາກະໄດ້ເຮັດວຽກຢູ່ ບໍ່ນໍ? ຕອນໂຄວິດ-19 ເປັນແຮງໆ ກະບໍ່ໄດ້ເຮັດວຽກ. ມາເຮັດວຽກໄດ້ປະມານ ເດືອນສອງເດືອນແລ້ວ."
ແລະຊາວລາວອີກທ່ານນຶ່ງທີ່ເຮັດວຽກຢູ່ປະເທດໄທຍ ໄດ້ຫຼາຍປີ ແລະຮູ້ຈັກເຣຶ່ອງການຝາກເງິນກັບບ້ານກໍເວົ້າວ່າ ແຕ່ກ່ອນທະນາຄານ ໄທຍມີນະໂຍບາຍໃຫ້ຄົນລາວທີ່ຖືໜັງສື ຜ່ານແດນ ເປີດບັນຊີທະນາຄານ ຢູ່ຕາມຊາຍແດນໄທ ແລ້ວໂອນເງິນກັບບ້ານ:
"ແຕ່ກີ້ຫັ້ນ ທະນາຄານໄທຍ ມີນະໂຍບາຍ ໃຫ້ຄົນລາວ ທີ່ຖືປາສປັອດ ເປີດບັນຊີຢູ່ ທະນາຄານ ຕາມຊາຍແດນຂອງຝັ່ງໄທຍ ຄົນລາວ ເຮົາຈະເປີດບັນຊີ ລະກະຈະເອົາໂຕນີ້ມາຮັບ ບໍຣິການ ໂອນເງິນເຂົ້າບັນຊີໄທຍ ຄົນລາວກະໂອນເຂົ້າບັນຊີນີ໊ ລະເຂົາກະໄປຮັບເອົາຢູ່ ທາງລາວເຮົາ. ແຕ່ວ່າດຽວນີ້ເຂົາປິດແລ້ວ. ນະໂຍບາຍໂຕນີ້ບໍ່ມີແລ້ວ. ແຕ່ 5 ປີ ຫລັງມີຢູ່."
ເວົ້າທົ່ວໄປແລ້ວຄົນງານລາວ ເຮັດວຽກຢູ່ໄທຍ ນີ້ສົ່ງເງິນກັບບ້ານຫັ້ນເດືອນນຶ່ງ ສິປະມານ ເທົ່າໃດນໍ?
"ຖ້າຄົນຕັ້ງແຕ່ມາຫາ ປ່ອຍເມັຽປ່ອຍ ຫຍັງຢູ່ບ້ານ ເຂົາຈະສົ່ງໄປປະມານ 80% ຂອງເງິນ ເດືອນເຂົາ ເຂົາຈະຈົ່ງໄວ້ແຕ່ກິນຄືພວກເຂົາ ທີ່ວ່າມາແຕ່ງງານ ກັບຄົນໄທຍ ຢູ່ໄທຍ ນີ໋ປະມານ 10-20% ຊື່ໆເຂົາສົ່ງເມືອ. ເຂົາບໍ່ສົ່ງຫລາຍພວກທີ່ວ່າ ເຂົາແຕ່ງງານຢູ່ພີ້. ແຕ່ວ່າ ບາງພວກ ຄືເອົາລູກເອົາເມັຽໄວ້ບ້ານ ຕັ້ງໃຈມາຫາເງິນເຮັດເຮືອນ ເຮັດຫຍັງ ເຂົາກະສົ່ງເມືອເກືອຍ 100% ເລີຍ."
ປະມານເທົ່າໃດ?
"ລາງຄົນເຂົາສິໄດ້ເດືອນນຶ່ງ ໝື່ນສອງ ໝື່ນສາມ ນີ໊ເຂົາກະຝາກເມືອເປັນໝື່ນ ເຂົາກະເກັບຕິດໂຕໄວ້ 2-3 ພັນພໍໄດ້ກິນ. ລາງຜູ້ຫາໄດ້ນີ໊ ລາງຄົນປະມານໝື່ນ ໝື່ນຫ້າໄປໄດ້ຕໍ່ເດືອນ ໝື່ນສອງໝື່ນສາມ ກໍມີ ຕໍ່າສຸດນີ໊ 9 ພັນ. ຜູ້ຫາບໍ່ພໍກິນກະມີ ຫລືຜູ້ໃຊ້ເງິນເກີນ ໂຕກະມີ ສ່ວນໜ້ອຍກໍມີ ສ່ວນຫລາຍກະແມ່ນ ຫາພໍຢູ່ພໍກິນເໝິດ. ຄັນວ່າໄດ້ເງິນ 9 ພັນນໍ ເງິນເດືອນກະບໍ່ສົ່ງ ກັບບ້ານເລີຍ ລ້ຽງລູກລ້ຽງເຕົ້າ ຢູ່ພີ້ເລີຍ ພໍ່ແມ່ກະແມ່ນຫາ ໃຜຫາມັນ."
ພວກເດັກນ້ອຍມາເຮັດວຽກ ຢູ່ໄທຍນີ້ ຫລາຍໃດ໋:
"ຫຼາຍ ຫຼວງຫຼາຍກະຕັ້ງໃຈ ມາຫາອິຫຼີອິຫຼໍ. ຫາເງິນແຫຼະ ຫາໄດ້ເຮືອນຫຼັງບັກໃຫຍ່ໆພຸ້ນແຫຼ້ວ ເຂົາຕັ້ງໃຈຫາເງິນ ເຂົາພໍເງິນລະເຂົາກະ ກັບໃດ໋. ພວກລາງຄົນນີ໊ ເຂົາກະກັບໃດ໋."
ເມື່ອເວົ້າເຖິງການເກັບຄ່າທໍານຽມ ຂອງທາງການລາວ ຈາກຄົນງານລາວ ທີ່ໄປເຮັດວຽກຢູ່ປະເທດໄທຍ ທ່ານເວົ້າວ່າ ມີພາກສ່ວນແຮງ ງານເພິ່ນໄປເກັບເອົາ 2-3 ແສນກີບຕໍ່ປີ:
"ຢູ່ນໍາບ້ານນີ໊ກະມີ ພວກແຮງງານນີ໊ ລົງໄປເກັບເງິນໂລດ ປີນຶ່ງບໍ່ 2-3 ແສນພຸ້ນບໍ໊ຕໍ່ຄົນ. ຄົນເຂົາກະເສັຽພາສີໃດ໊ ຄົນລາວມາເຮັດວຽກເສັຽ ໃຫ້ບ້ານເຂົາຄືກັນ ເຂົາກະເກັບບໍ່ແພງ ພໍແຕ່ວ່າບໍາລຸງເຂົາເອງ ນັ້ນແຫລະ ເຂົາກະມີເອກສານ ມີຫຍັງມາໃຫ້ເຮົາວ່າ ເອີ໊ໄດ້ເກັບພາສີນໍາ ຜູ້ນີ້ໆ ໄດ້ໄປເຮັດວຽກຢູ່ໄທຍ."
ຣາຍງານຣະບຸວ່າ “ຜົລກະທົບຈາກການແພ່ຣະບາດ ຂອງໂຄວິດ-19 ຕໍ່ຄວາມ ທຸກຍາກ ໃນລາວແມ່ນຫລາຍ ຈົນຄາດວ່າ ໃນປີ 2021 ຄວາມທຸກຍາກຈະກັບໄປສູ່ ຣະດັບກ່ອນເກີດ ວິກິດການນີ້. ພາຍໃຕ້ສະຖານະການຕົກຕໍ່າ ຄືແນວນີ້ ການແກ້ໄຂບັນຫາ ຄວາມທຸກຍາກ ຄົງຈະຊ້າກວ່າປີ 2022.
ການສົ່ງເງິນກັບບ້ານ ເປັນເງິນຂອງສ່ວນບຸກຄົນ ທີ່ເຮັດວຽກຢູ່ຕ່າງປະເທດ ສົ່ງໄປໃຫ້ຄອບຄົວ ແລະໝູ່ເພື່ອນຢູ່ພາຍໃນປະເທດ ທີ່ສ່ວນ ໃຫຍ່ ມີຣາຍໄດ້ໜ້ອຍ. ບັນດາປະເທດ ທີ່ມີຣາຍຮັບຕໍ່າທີ່ສຸດ ຮວມທັງປະເທດລາວ ແມ່ນເພິ່ງພາການສົ່ງເງິນ ເຂົ້າປະເທດ ເພື່ອຊຸກຍູ້ ໃຫ້ລວມຍອດ ມູນຄ່າຜລິຕພັນ ພາຍໃນ ຫຼື GDP ເຕີບໂຕ.
ຖ້າເວົ້າໄປເຖິງທົ່ວໂລກ ໃນປີ 2020 ນີ້ ການສົ່ງເງິນກັບປະເທດຕ່າງໆ ຄາດວ່າຈະຫລຸດລົງ 20% ເນື່ອງຈາກການແພ່ຣະບາດຂອງ ໂຄວິດ-19. ສ່ວນວ່າ ການສົ່ງເງິນຂອງຄົນງານ ໄປຂົງເຂດເອເຊັຍ ຕະເວັນອອກ ແລະ ແປຊິຟິກ ເພິ່ມຂຶ້ນ 2,6% ໃນປີ 2019 ແຕ່ຄາດວ່າ ຈະຫລຸດລົງ 13% ໃນປີນີ້
ຄົນງານລາວທີ່ເຮັດວຽກຢູ່ຕ່າງປະເທດ ສ່ວນໃຫຍ່ສົ່ງເງິນກັບບ້ານ ແລະທາງບ້ານທີ່ໄດ້ຮັບ ກໍເອົາໄປປຸກເຮືອນ, ສົ່ງລູກໄປເຂົ້າໂຮງຮຽນ, ຈ່າຍຄ່າປິ່ນປົວເວລາເຈັບປ່ວຍ ແລະໃຊ້ຈ່າຍ ອື່ນໆ ທີ່ຈໍາເປັນໃນຊີວິດຄອບຄົວ.