ຄົນງານລາວຢູ່ ໄທຍ ຕັດໃຈ ກັບລາວ
ຄົນງານລາວ ຢູ່ໄທຍ ຍັງຄົງເດີນທາງ ກັບ ປະເທດລາວ ຕໍ່ເນື່ອງ ຍ້ອນຜົລກະທົບ ຂອງ ພຍາດໂຄວິດ-19.
-
ໄຊຍາ
2020-06-23 -
-
-
Your browser doesn’t support HTML5 audio
ຄົນງານລາວຢູ່ໄທຍ ຍັງຄົງເດີນທາງກັບປະເທດ ຢ່າງຕໍ່ເນື່ອງ ຍ້ອນຜົລກະທົບຈາກພຍາດໂຄວິດ-19 ໃນໄທຍ ທີ່ເຮັດໃຫ້ທຸຣະກິດຈຳນວນ ຫລາຍຍັງປິດກິຈການຢູ່ ເຖິງວ່າມີບາງກິຈການທີ່ເປີດແຕ່ ກໍຮັບຄົນງານແບບຈຳກັດ. ດັ່ງຄົນງານທີ່ເຮັດວຽກຢູ່ຮ້ານອາຫານໃນໄທຍ ໄດ້ກ່າວ ຕໍ່ເອເຊັຽເສຣີ ໃນວັນທີ 23 ມິຖຸນາ ວ່າ:
"ກັບຫລາຍເພາະວ່າຮ້ານເຂົາກະປິດເດ້ ບໍ່ເປີດບັດນີ້ ເຂົາກໍເປີດແຕ່ ແບບນ້ອຍໆນ່າ ແຕ່ວ່າເຂົາບໍ່ຮັບຄົນເຕັມຮ້ອຍ ເຂົາກະຫລຸດຈຳນວນເດ້ ຈາກທີ່ພໍ່ຄ່າເຊັ້ງຮ້ານໄດ້ແມ່ນບໍ່ ກໍຊ້າເຂົ້າໄດ້ໂຕະ ສອງໂຕະ ເຂົາກໍເລີບບໍ່ຈຳເປັນທີ່ຈ້າງລູກຈ້າງ ຈັ່ງຊີ້ນ່າກໍຈ້າງ ແບບຄົນສອງຄົນ."
ສ່ວນຄົນງານລາວອີກຄົນນຶ່ງ ທີ່ກັບມາລາວແລ້ວກ່າວວ່າ ຕົນເຄີຍເຮັດວຽກເປັນຍາມຢູ່ບໍຣິສັດໃນໄທຍ ແຕ່ເກີດວິກິຈພຍາດໂຄວິດ-19, ທາງ ບໍຣິສັດກໍປົດອອກ ຈາກນັ້ນກໍຕັດສີນໃຈ ກັບປະເທດລາວ ໄປຢູ່ກັບຄອບຄົວກ່ອນ.
"ມັນກະບໍ່ປິດໝົດ ແຕ່ກໍໃຫ້ໄປຫາເຮັດໝ້ອງໃໝ່ ມັນກໍຕາມໜ່ວຍງານຄື ກັນບາງງານກໍເປັນກໍ່ສ້າງ ອີຫຍັງກໍມີງານເຮົາບໍ່ຖນັດ ເຮົາກໍບໍ່ຢາກ ໄປ, ກະຖ້າແຕ່ດ່ານເປີດ ກັບມາໄດ້ແຕ່ຂຶ້ນໄປບໍ່ໄດ້ ຢາກເຂົ້າລະເນາະ ຫ້ອງກະເຊົ່າໄວ້ຢູ່ ເດືອນລະ 2,000 ບາດ ກະອາສັຍນໍານ້ອງນຸ່ງ ຢູ່ພຸ້ນກະມີ."
ເຈົ້າໜ້າທີ່ໄທຍ ປະຈຳດ່ານຂົວມິດຕະພາບ ລາວ-ໄທຍ ແຫ່ງທີ 2 ໄດ້ກ່າວວ່າ ປັດຈະບັນ ມີຄົນງານລາວ ກັບປະເທດມື້ນຶ່ງ ປະມານ 20 ຄົນ ເຊີ່ງເຈົ້າໜ້າທີ່ດ່ານ ຈະຕ້ອງໄດ້ປະສານ ຂໍອະນຸຍາດກັບ ທ່ານເຈົ້າແຂວງ ເພາະດ່ານຍັງປິດຢູ່.
"ເຂົາຈະກັບບ້ານ ຄົງມີເຫດຜົລຈຳເປັນ ບໍ່ມີຣາຍໄດ້ກໍກັບດີກ່ວາ ວັນນຶ່ງປະມານ 20 ຄົນ ກໍຂໍອະນຸຍາດທ່ານ ເຈົ້າແຂວງມຸກດາຫານ ຍັງ ເຂົ້າມາບໍ່ໄດ້ທາງໄທຍ ຍັງປິດຕ້ອງຣະດັບປະເທດ ສັ່ງການກ່ອນ."
ທາງເຈົ້າໜ້າທີ່ຜແນກແຮງງານ ແລະ ສວັດດີການສັງຄົມ ນະຄອນຫລວງວຽງຈັນ ໄດ້ກ່າວວ່າ ໄລຍະສອງເດືອນມານີ້ ມິຄົນງານລາວກັບ ຈາກປະເທດໄທຍ ປະມານ 2 ພັນ ຫາ 3 ພັນຄົນແລ້ວ ຍ້ອນຢູ່ໄທຍບໍ່ມີວຽກເຮັດ. ໂດຍຄົນງານລາວ ທີ່ມາທຸກຄົນຈະຖືກກັກໂຕ 14 ມື້.
"ກັບມາຈາກຝັ່ງໄທຍ ມາເປັນໄລຍະແຮງງານ ມັນມີນະຄອນຫຼວງແດ່ ແລະກະທົ່ວປະເທດເນາະ ຊ່ວງໄລຍະສອງເດືອນນີ້ກໍຖືກປະມານ 2 ພັນ ຫາ 3 ພັນຄົນພຸ້ນລະ ໂຕເລກຣະອຽດ ກະຍັງເກັບ ກໍາບໍ່ໄດ້ແນ່ນອນ ກະແມ່ນຍ້ອນວ່າມີ ພຍາດໂຄວິດ ນີ້ແຫລະເນາະ ອັນທີສອງກະ ແມ່ນຍ້ອນ ໂຮງງານປິດ ການເລີກຈ້າງງານ ຖ້າວ່າເປີດດ່ານ ມີບໍຣິສັດຈັດຫາງານ ຕິດຕາມສົ່ງໄປເລີຍ."
ປັດຈຸບັນຄົນງານລາວ ຍັງບໍ່ສາມາດເດີນທາງໄປເຮັດວຽກຢູ່ໄທຍໄດ້ ຍ້ອນດ່ານຍັງປິດຢູ່. ຈາກການປະສານງານກັນຣະຫວ່າງ ລາວ-ໄທຍ ຖ້າມີການເປີດດ່ານຄົນງານ ທີ່ຈະໄປເຮັດວຽກຢູ່ໄທຍ ຈະຕ້ອງມີນາຍຈ້າງຮອງຮອບຄັກແນ່ ຫລືມີ MOU. ດັ່ງເຈົ້າໜ້າທີ່ຜແນກແຮງງານ ແລະ ສວັດດີການສັງຄົມ ແຂວງສວັນນະເຂດ ໄດ້ກ່າວວ່າ:
"ເຣື່ອງຢາກໄປກໍມີຈຳນວນນຶ່ງຢາກໄປ ຍັງບໍ່ມີຜູ້ຂ້າມໄປເງື່ອນໄຂ ຜູ້ທີ່ຈະກັບໄປນຶ່ງ ຕ້ອງແມ່ນແຮງງານທີ່ວ່າໄດ້ມີໃບອະນຸຍາດຖືກຕ້ອງ ມີຫົວໜ່ວຍແຮງງານກ່ຽວກັບ MOU ຕ້ອງໄດ້ຜ່ານການ ຢັ້ງຢືນ ການກວດກາສຸຂພາບ ຈາກແພດຈາກໝໍ ແລະ ຄ່າໃຊ້ຈ່າຍຫັ້ນແຫລະ ອອກເງິນເອງຈ່າຍເອງ."
ອີງຕາມການຣາຍງານ ຂອງສື່ທາງການລາວ ປັດຈຸບັນດ່ານຂົວມິດຕະພາບ ລາວ-ໄທຍ ທັງ 5 ແຫ່ງຍັງບໍ່ໄດ້ມີການເປີດ່ານຢ່າງເປັນທາງ ການ, ຄົນທົ່ວໄປຍັງບໍ່ສາມາດ ເດີນທາງເຂົ້າ-ອອກ ຍົກເວັ້ນ ຣົດຂົນສົ່ງສີນຄ້າ.