ຄົນງານລາວຄ້າງຢູ່ໄທ ຂາດວຽກ ຂາດຣາຍໄດ້
ກ່ຽວກັບ ກໍຣະນີ ຄົນງານລາວ ຍັງຕົກຄ້າງ ຢູ່ໄທ ບໍ່ໄດ້ກັບບ້ານ ຍ້ອນ ການຣະບາດ ຂອງ ພຍາດໂຄວິດ-19 ນັ້ນ, ມາຮອດປະຈຸບັນ ຄົນງານເຫຼົ່ານີ້ ຈະກັບບ້ານ ດ່ານກໍປິດ ໂຮງງານ ບ່ອນເຮັດວຽກ ກໍບໍ່ເປິດ, ມີແຕ່ຣາຍຈ່າຍ.
-
ມະນີຈັນ
2020-05-19 -
-
-
Your browser doesn’t support HTML5 audio
ຄົນງານລາວ ທີ່ເຮັດວຽກຢູ່ໄທ ທີ່ຍັງບໍ່ໄດ້ກັບບ້ານ ຍ້ອນການຣະບາດ ຂອງເຊື້ອໄວຣັສໂຄວິດ-19 ໃນເວລານີ້ ປັດຈຸບັນ ຊີວິດການເປັນຢູ່ ມີຄວາມຫຍຸ້ງຍາກ ລໍາບາກຫຼາຍ ວຽກກໍບໍ່ມີເຮັດ ບໍ່ມີຣາຍໄດ້ມີແຕ່ ຣາຍຈ່າຍ ແຕ່ກໍຕ້ອງໄດ້ອົດທົນຢູ່ໄທຕໍ່ໄປ ເພາະຈະກັບລາວຕອນນີ້ ກໍຍັງກັບບໍ່ທັນໄດ້ ຍ້ອນດ່ານສາກົລຕ່າງໆຍັງບໍ່ເປີດເທື່ອ.
ກ່ອນໜ້ານີ້ກໍຄິດວ່າຈະກັບແລ້ວ ແຕ່ນາຍຈ້າງຍັງບໍ່ຢຸດກິຈການ ກໍເລີຍຕັດສິນໃຈຢູ່ຕໍ່ ແລະເຄີຍບໍ່ຄິດມາກ່ອນ ວ່າສະຖານະການຈະເປັນ ແບບນີ້, ດັ່ງຄົນງານລາວ ທີ່ເຮັດວຽກຂາຍນໍ້າ ແລະເຄື່ອງດື່ມໃນຫ້າງ ສັພສິນຄ້າແຫ່ງນຶ່ງ ຢູ່ແຂວງຊົນບູຣີ ກ່າວຕໍ່ວິທຍຸເຊັຽເສຣີວ່າ:
"ກະຢາກກັບຕອນນັ້ນ ແຕ່ວ່າເພິ່ນບອກວ່າຖ້າເບິ່ງ ນາຍຈ້າງເພິ່ນກະຍັງບໍ່ຢາກໃຫ້ກັບ ຕອນແລກໆກະຄຶດຢູ່ຫັ້ນແຫຼ້ວ ເພາະວ່າທາງນີ້ ຍັງ ບໍ່ປິດເດ້ ຮ້ານເພິ່ນຍັງບໍ່ປິດ ຮ້ານທີ່ເຮົາຢູ່ ເພິ່ນຍັງຂາຍເຄຶ່ອງຢູ່ຍັງບໍ່ມີ ທີ່ທ່າວ່າສິປິດມື້ໃດຫັ້ນນາ ລະກະທາງຜູ້ໃຫຍ່ທາງຫ້າງ ເພິ່ນກະລົມ ກັນ ວ່າມື້ນັ້ນມື້ນີ້ ກະເລື່ອນມື້ປິດໄປເລີຍໆຫັ້ນນາ ມື້ວັນທີ່ 28, 28, 29 ນີ້ແຫຼະປິດ 28 ມີນາ ແຕ່ກະຍັງບໍ່ໄດ້ປິດຄັກ ບໍ່ໄດ້ປິດຖາວອນ ໃຫ້ເຮົາໄປເຮັດຢູ່ໄປເຮັດຊະລໍວ່າ ຊິປິດແທ້ໆຫັ່ນມື້ໃດ ຟັງເບິ່ງ ຖ້າຫາກມັນດີຂຶ້ນເພິ່ນ ວ່າຈັກອາທິດ ສອງອາທິດ.”
ພາຍຫຼັງທີ່ນາຍຈ້າງປິດກິຈການ ຕັ້ງແຕ່ວັນທີ 28 ມີນາ ເປັນຕົ້ນມາ ການດໍາລົງຊີວິດກໍຫຍຸ້ງຍາກຂຶ້ນ ເພາະຜ່ານມາ ໄປເຮັດວຽກນາຍເພິ່ນ ຈ້າງລ້ຽງເຂົ້າ ແຕ່ດຽວນີ້ຕ້ອງຊື້ກິນເອງ:
"ກະຫຍຸ້ງຍາກແດ່ໜ້ອຍນຶ່ງ ຄ່າໃຊ້ຈ່າຍມັນກະສູງກວ່າເຮົາໄປເຮັດວຽກ ເພາະວ່າເຮົາມີແຕ່ຈ່າຍເດ້ ເຮົາໄປເຮັດວຽກເຮົາຍັງມີເງິນໃນແຕ່ລະມື້ ເຮົາໄປຊື້ກິນກະດາຍເນາະ ເຮົາໄປເຮັດວຽກເຮົາກິນ 200 ກະຍັງເຫຼືອ 200 ຫັ້ນນາ ແຕ່ບາດນີ້ມັນຢຸດໝົດທຸກຄົນນິ່ ເຮົາກະຕ້ອງໄດ້ໃຊ້ເງິນ ຫຼາຍ ຄ່າເຊົ່າເຮົາກະຕ້ອງເສັຍ ບາດນີ້ເງິນມັນກະຈະໝົດ ບໍ່ຖືວ່າໝົດເລີຍ ມັນກະຍັງເຫຼືອໜ້ອຍໆຫັ້ນນາ.”
ຄົນງານຜູ້ນີ້ ເວົ້າວ່າ ຕົນເຮັດວຽກເປັນລູກຈ້າງ ໄດ້ເງິນຄ່າແຮງງານເປັນມື້ ຖ້າມື້ໃດບໍ່ໄປກໍບໍ່ໄດ້ເງິນ ເຖິງແມ່ນວ່າຕົນຈະມາເຮັດວຽກຢູ່ໄທ ຖືກຕ້ອງຕາມກົດໝາຍ ແລະກໍເຄີຍຄິດວ່າຈະເຮັດປະກັນສັງຄົມ ແຕ່ນາຍຈ້າງຕອບວ່າ:
“ເພິ່ນວ່າ ຄັນຢາກເຮັດກະໄປດໍາເນີນການເອົາເອງ ເສັຍເງິນອີກກະເລີຍວ່າຢ່າຊະ ເຮົາກະບໍ່ມີເວລາໄປ ເຮັດແຕ່ງານຕື່ນມາກະໄປເຮັດງານ ເຮົາຢາກຢຸດເຮົາກະບໍ່ໄດ້ເງິນ ເຮົາບໍ່ໄດ້ໄປເຮັດວຽກ ເພິ່ນກະບໍ່ຈ່າຍ ເຮົາ."
ຄົນງານຜູ້ນີ້ ເວົ້າອີກວ່າ ທີ່ຕົນຕັດສິນໃຈ ມາເຮັດວຽກຢູ່ໄທ ກໍຍ້ອນວ່າ:
“ອໍຍ້ອນໄປຫາເຮັດວຽກຢູ່ບ້ານ ຫາເຮັດວຽກ ຄ່າແຮງມັນກະຖືກກວ່າຢູ່ພີ້ ເງິນມັນບໍ່ພໍໃຊ້ ລະກະຄ່າຄອງຊີບບ້ານເຮົາມັນກະແພງ ຂັ້ນວຸດສູງ ໄປຫາສມັກງານໃສ ກະຍັງຍາກ ຈົບມໍ 6 ມໍ 7 ກະຍັງໄດ້ມາພີ້ຄືເກົ່າ ບ້ານເຮົາຈັກມັນເປັນຫຍັງ ເຂົ້າເຮັດລ້າເຮັດງານ ຄັນບໍ່ແມ່ນຄົນຮູ້ຈັກ ກະບໍ່ໄດ້ເຮັດງານ ຢູ່ແຖວບ້ານເຮົາ.”
ໃນຂນະດຽວກັນ ຄົນງານລາວອີກຄົນນຶ່ງ ທີ່ເຮັດວຽກເປັນຜູ້ຊ່ວຍ ໃນຫ້ອງຂາຍອາຫານ ຢູ່ຫ້າງສັພສິນຄ້າດຽວກັນ ກໍເວົ້າວ່າ ຕົນບໍ່ມີຄວາມຮູ້ ສູງຊອກວຽກເຮັດຢູ່ລາວກໍຍາກ ເລີຍຕັດສິນໃຈມາເຮັດວຽກຢູ່ໄທ:
“ໃບປະກາດກະພຽງແຕ່ ມໍ 3 ໄປຫາເຮັດວຽກຫຍັງ ມັນກະເງິນບໍ່ພໍໃຊ້ພໍຈ່າຍຫັ້ນນະ ລະອີກຢ່າງໝ້ອງເຮັດວຽກກະຫາຍາກ ກະເລີຍຕ້ອງ ມາເຮັດວຽກຢູ່ໄທ ມາໄດ້ຫຼາຍປີແລ້ວ ມາກະມາແບບບັດແຮງງານ ຫັ່ນແຫຼະ ເຮັດມາໄດ້ 4 ປີແລ້ວ ເຮັດຢູ່ຫ້ອງອາຫານພະນັກງານ ເຮົາ ກະຕຽມເຂົ້າຕຽມຂອງ ໃຫ້ເຈົ້າຂອງຮ້ານ ກະມາເຮັດງານ ເຮັດງານຣາຍວັນ ເຂົ້າງານກະຕັ້ງແຕ່ 8 ໂມງ 4 ໂມງແລງກະເລີກ ເຮັດງານ ຣາຍວັນ ຖ້າມື້ໃດຢຸດ ກະບໍ່ໄດ້ເງິນ.”
ຄົນງານຜູ້ນີ້ ເວົ້າວ່າ ເຖິງແມ່ນວ່າຕົນຈະມາເຮັດວຽກຖືກຕ້ອງຕາມກົດໝາຍ ມີເອກກະສານຄົບທຸກຢ່າງ ແຕ່ບໍ່ໄດ້ເຮັດບັດປະກັນສັງຄົມ:
“ບໍໄດ້ເຮັດເພາະວ່າ ເຖົ້າແກ່ກໍເປັນເຖົ້າແກ່ ແບບຣາຍບຸກຄົນນະ ບໍ່ແມ່ນໍຣິສັດ ຂະເຈົ້າກະບໍ່ໄດ້ເຮັດ ເຮົາກະບໍ່ໄດ້ເຮັດຫັ້ນນາ ບໍຣິສັດເພິ່ນ ກະບໍ່ໄດ້ເຮັດໃຫ້ ກະເລີຍບໍ່ໄດ້ເຮັດບັດປະກັນສັງຄົມ ກະດາຍ ມີແຕ່ບັດ MOU ລ້າໆ ກະຢາກເຮັດຢູ່ ແຕ່ມັນກະເຂົາຫັກເດືອນລະ 400 ບາດ ຢາກເຮັດເພິ່ນກະຫັກເອົາ ແຕ່ເງິນເຮົານິ່ແຫຼະ ເພິ່ນກະບໍ່ໄດ້ແບບ ແບບຕາມກົດໝາຍ ກະຕ້ອງຫັກເອົາເງິນ ນາຍຈ້າງນໍາ ຈັກເປີເຊັນ ຈັກເປີເຊັນ ກະວ່າໄປເນາະ ທີ່ກົດໝາຍເຂົາກໍານົດມາຫັ້ນນາ ແຕ່ອັນນີ້ ຖ້າເຮັດກະເງິນລູກຈ້າງຄົນດຽວ ຢາກມີຢູ່ ຖ້າເຖົ້າແກ່ກະອອກ ແບບວ່າເຮົາເສັຍ 3% ເຖົ້າແກ່ອອກເປີເຊັນນຶ່ງ ກະຍັງດີ ແບບນີ້ນາ ຕິນິບຸກຄົນອັນນີ້ນະ.”
ຕາມປົກກະຕິແລ້ວ ຕົນຈະກັບເມືອລາວ ປີລະສອງເທື່ອ ແຕ່ປີນີ້ ບໍ່ໄດ້ເມືອ ຍ້ອນການຣະບາດຂອງໄວຣັສ ໂຄວິດ-19:
“ປີນຶ່ງເມືອສອງເທື່ອ ຊິເມືອຕອນລູກເຂົ້າໂຮງຮຽນ ກັບຕອນລູກປິດເທີມ ປິດສົກຮຽນນະ ປົກກະຕິກະຊິເມືອເດືອນພຶສພາ ນີ້ແຫຼະປະມານ ສິ້ນເດືອນພຶສພາ ວ່າຊິພາກັນເມືອ ເມືອກະຊິເມືອຜູ້ນຶ່ງ ບໍ່ໄດ້ເມືຶອ ພ້ອມກັນ ສົມມຸດຜົວເມັຍນິ່ ກະຊິສະຫຼັບກັນເມືອ ຄັນເມັຍເມືອກະຄືຜົວ ບໍ່ໄດ້ເມືອ ເມືອກະເຮົາໄປເສັຍຄ່າດ່ານມັນກະຫຼາຍ ເພາະວ່າງານກະບໍ່ມີເຮັດເດ້ ຢູ່ໄປກະບໍ່ມີງານເຮັດ ກະຈໍາເປັນຕ້ອງໄດ້ເມື່ອກ່ອນ.”
ຄົນງານຜູ້ນີ້ ເວົ້າອີກວ່າ ຕົນຢຸດເຮັດວຽກມາໄດ້ເດືອນນຶ່ງແລ້ວ ເງິນທີ່ສະສົມໄວ້ ກໍໃຊ້ຈ່າຍໄປໃນແຕ່ລະມື້ ລໍຖ້າເຮັດວຽກຄືນ ແຕ່ກໍບໍ່ຮູ້ວ່າ ມື້ໃດ ຫ້າງເພິ່ນຈະເປີດ:
“ກະຢຸດງານມາໄດ້ເດືອນນຶ່ງແລ້ວເນາະ ເຮົາເຮັດຣາຍວັນເຮົາກໍຕ້ອງໃຊ້ຣາຍວັນຣາຍວັນແມ່ນບໍ່ ລະເດືອນທີ່ຊິຮອດພວກເຮົາຄິດວ່າຫ້າງ ຊິເປີດ ລະພໍຮອດມື້ລະຫ້າງບໍ່ເປີດ ຫ້າງເລື່ອນອີກ ບໍ່ເປີດ ທີແລກຄິດວ່າ ເຂົາຊິປິດແຄ່ເດືອນດຽວ ແຕ່ວ່າໂຄວິດ ມັນຍັງຣະບາດຢູ່ເຂົາ ກະເລີຍບໍ່ເປີດ ເງິນທີ່ເຮົາເກັບມາຫັ່ນນະ ພວກເຮົາເຮັດຣາຍວັນ ເງິນທີ່ເກັບມາເດືອນນຶ່ງ ທີ່ເຮົາບໍ່ໄດ້ເຮັດງານ ເຮົາກະຊື້ກິນໄປໝົດແລ້ວ ຈ່າຍຄ່າເຊົ່າ ຄ່າຫຍັງໄປເໝິດ.”
ປັດຈຸບັນຊີວິດການເປັນຢູ່ ລໍາບາກຫຼາຍເງິນຈະຊືິ້ິກິນ ຫຼືຈ່າຍຄ່າເຊົ່າຫ້ອງກໍບໍ່ມີ ແຕ່ກໍຍັງດີ ທີ່ໄດ້ມີຜູ້ໃຈບຸນ ເພິ່ນບໍຣິຈາກເຂົ້ານໍ້າມາໃຫ້ກິນ:
“ກະຫຍຸ້ງຍາກຫັ່ນແຫຼະເນາະ ເງິນກະມີດ້າມໜ້ອຍນີ້ນະ ເກັບໄວ້ຊື້ແນວຢູ່ແນວກິນເພີ້ມນີ້ແຫຼະ ນອກເໜືອຈາກສິ່ງທີ່ເພິ່ນມາຊ່ອຍເຫຼືອລະ ກະດາຍ ກະມີຄົນຝາກເຂົ້າສານອາຫານແຫ້ງ ມາໃຫ້ເຮົາກິນ ບາງຄົນ ກະຊ່ອຍ ເອົາເງິນຈ່າຍຄ່າຫ້ອງຊ່ອຍໜ້ອຍນຶ່ງ ຈັກເລັກຈັກນ່ອຍ ຜູ້ລະຣ້ອຍສອງຣ້ອຍ ນີ້ແຫຼະ ລະບາດນີ້ຫ້ອງທີ່ຢູ່ນະ ພໍດີບິນມາມື້ວານນີ້ ເພິ່ນກະໂທມາວ່າ ເພິ່ນຫຼຸດເຊົ່າໃຫ້ພັນນຶ່ງ ຫຼັງຈາກທີ່ຕ້ອງຈ່າຍ 3 ພັນ ກະເຫຼືອແຄ່ 2 ພັນ.”
ໃນຂນະທີ່ ຄົນງານລາວ ທີ່ເຮັດວຽກຢູ່ໂຮງງານເຂົ້າໝົມ ຢູ່ແຂວງສະມຸດປາການ ຄົນນຶ່ງ ກໍກ່າວວ່າ:
“ຕອນນີ້ ກະລໍຖ້າ ແຕ່ເພິ່ນເປີດດ່ານ ຖ້າເພິ່ນເປີດດ່ານແລ້ວ ກໍຈະກັບລາວ ເພາະຢູ່ພີ້ບໍ່ຄ່ອຍມີວຽກເຮັດແລ້ວ ເພິ່ນໃຫ້ເຮັດແຕ່ເປັນຣາຍວັນ ບໍ່ມີໂອທີ ຄືແຕ່ກ່ອນ.”
ຄົນງານຜູ້ນີ້ ເວົ້າອີກວ່າ ຖ້າໄດ້ກັບເມືອລາວເທື່ອນີ້ ໃຈກໍບໍ່ຢາກມາໄທອີກແລ້ວ ຢາກຊອກຫາເຮັດວຽກຢູ່ລາວພຸ້ນ ເພາະຢ້ານວ່າຈະເກີດ ເຫດການແບບນີ້ຂຶ້ນອີກ ແລ້ວຈະກັບເມືອລາວຍາກ.