ຈີນບໍ່ໃຫ້ຣົດຂົນສົ່ງ ຂອງລາວ ເຂົ້າຈີນ

ບໍຣິສັດຂົນສົ່ງຈີນ ບໍ່ຍອມປ່ອຍໃຫ້ຣົດ ຂົນສົ່ງສິນຄ້າ ຂອງລາວ ເຂົ້າຈີນ.
ບໍຣິສັດຂົນສົ່ງຈີນ ບໍ່ຍອມປ່ອຍໃຫ້ຣົດ ຂົນສົ່ງສິນຄ້າ ຂອງລາວ ເຂົ້າຈີນ. (ຮູບຈາກ : ນັກຂ່າວພົລເມືອງ)

0:00 / 0:00

ບໍຣິສັດຂົນສົ່ງຈີນ ບໍ່ຍອມໃຫ້ຣົດ ຂົນສົ່ງສິນຄ້າ ການກະເສດ ຂອງລາວ ເຂົ້າໄປຈີນ ໂດຍອ້າງວ່າ ເປັນການປ້ອງກັນ ການຣະບາດຂອງ ເຊື້ອພຍາດໂຄວິດ-19 ພ້ອມທັງຈອດຣົດ ກີດຂວາງດ່ານໄວ້ ແລະ ຕ້ອງຈ້າງ ຄົນຂັບຣົດຂອງຈີນມາຂັບໃຫ້, ຕໍ່ກໍຣະນີດັ່ງກ່າວ ຄົນຂັບຣົດ ຂົນສົ່ງຝ່າຍລາວ ພາກັນບໍ່ຍອມ.