ລາວ ເພີ້ມມາຕການ ຄຸ້ມຄອງ ຕ່າງດ້າວ
ທາງການລາວ ເພີ້ມມາຕການ ໃນການຄຸ້ມຄອງ ຄົນຕ່າງດ້າວ ທີ່ເຂົ້າມາ ເຮັດວຽກ ຫຼື ດຳເນີນ ທຸຣະກິຈ ປະເພດຕ່າງໆ ໃນລາວ ຫລາຍຂຶ້ນ.
-
ສິດນີ
2016-11-23 -
-
-
Your browser doesn’t support HTML5 audio
ກຸ່ມທີ່ເຂົ້າມາ ເຮັດວຽກ ຫຼື ຂາຍແຮງງານນັ້ນ, ຕ້ອງໄດ້ຂໍບັດ ເຮັດວຽກ ແລະ ກຸ່ມທີ່ເຂົ້າມາ ດຳເນີນ ທຸຣະກິຈນັ້ນ ກໍຕ້ອງ ຂໍໃບອະນຸຍາດ ໃຫ້ຖືກຕ້ອງ. ເຈົ້າໜ້າທີ່ ນະຄອນຫຼວງ ວຽງຈັນ ນາງນຶ່ງ ກ່າວໃນວັນທີ 22 ພືສຈິການີ້ ວ່າ:
“ລາວເຮົານີ້ ກໍເຄັ່ງຄັດ ຫັ້ນແຫລະ ເຣື້ອງຄົນຕ່າງປະເທດ ເພິ່ນໃຫ້ມີ ການເຮັດບັດ ບັດນີ້ ເຈົ້າ ຕ້ອງໄດ້ມີບັດ ຖ້າເຈົ້າບໍ່ມີບັດ ໂຕນີ້, ເຈົ້າກະຢູ່ ປະເທດລາວ ບໍ່ໄດ້ ບໍ່ຄື ຕະກີ້ໃດ ມາກະມີແຕ່ ບັດຜ່ານແດນ ພາສປອດມາ ແລ້ວກະບໍ່ເປັນຫຍັງ ດຽວນີ້ ເພີ່ນຈຳກັດ ແຕ່ລະບ້ານ ເພີ່ນກະກວດໝົດ.
ຍານາງກ່າວ ຕື່ມວ່າ ຄົນຕ່າງດ້າວ ທີ່ເຂົ້າມາລາວ ສາມາດ ຂໍບັດເຮັດວຽກໄດ້ 2 ປະເພດ ຄື ປະເພດ ມີອາຍຸ 1 ເດືອນ ແລະ ປະເພດ 3 ເດືອນ, ພ້ອມທັງ ເສັຽຄ່າທຳນຽມ ໃຫ້ແກ່ທາງການລາວ. ຖ້າບັດດັ່ງກ່າວ ໝົດອາຍຸ, ກໍສາມາດ ຂໍຕໍ່ໄດ້ອີກ ແຕ່ຖ້າຜູ້ໃດ ບໍ່ມີບັດ ດັ່ງກ່າວ ຫຼື ບັດໝົດອາຍຸແລ້ວ ບໍ່ໄປຂໍຕໍ່ ຫາກຖືກກວດພົບ ກໍຈະຖືກສົ່ງກັບ ປະເທດ ທັນທີ.
ຍານາງວ່າ ໃນປັດຈຸບັນ ໂດຍສະເພາະ ທີ່ນນະຄອນຫຼວງ ວຽງຈັນ ມີຄົນຈີນ ແລະ ຄົນວຽດນາມ ເຂົ້າມາເຮັດວຽກ ແລະ ດຳເນີນທຸຣະກິຈ ນັບມື້ນັບຫລາຍຂຶ້ນ ທັງເປັນ ກັມມະກອນ ຄ້າຂາຍ ຮັບຊື້ ເສັດເຫລັກ, ເຮັດອາຊີບ ເສີມສວຍ ແລະ ຕັ້ງຮ້ານຄ້າ. ບາງຣາຍ ກໍເຂົ້າມາ ແບບບໍ່ມີວຽກເຮັດງານທຳ. ກຸ່ມນີ້ ມັກສ້າງ ບັນຫາ ທາງສັງຄົມ ໃນລາວ ເຮັດໃຫ້ ເຈົ້າຫນ້າທີ່ ຕ້ອງເຂັ້ມງວດ ຫລາຍຂຶ້ນ. ຕໍ່ບັນຫາ ດັ່ງກ່າວ ຊາວນະຄອນຫຼວງ ວຽງຈັນ ທ່ານນຶ່ງ ເວົ້າວ່າ:
“ຢາກໃຫ້ຍົກສູງ ຄົນພາຍໃນປະເທດ ເພິ່ນເປີດໂອກາດ ໃຫ້ຄົນວຽດນາມ ເຂົ້າມາຫຼາຍໂພດ ມາຫລາຍແລ້ວ ຄັນແມ່ນ ເຂົ້າມາ ໃນນາມ ລູກຈ້າງນີ້ ເປັນໄດ້ ແຕ່ຖ້າມາ ເປັນທຸຣະກິຈນີ້ ແບບວ່າ ຈັກໜ້ອຍໃຫຍ່ຊ່ຳໃດ ເຂົ້າມາ ຖືກກົດໝາຍ ຫຼື ບໍ່ຖືກກົດໝາຍ ມັນກໍທົ່ວປະເທດ ໄປໝົດເລີຍ ໃນຕົວເມືອງນີ້ນະ ເອົາໄປເອົາມາແລ້ວ ຖືວ່າ ວຽດນາມ ຫຼາຍກວ່າ ຄົນລາວ.
ເຖິງຢ່າງໃດ ກໍຕາມ, ໃນປັດຈຸບັນ ຣັຖບານລາວ ກໍໄດ້ເປີດໂອກາດ ໃຫ້ຄົນຕ່າງດ້າວ ເຂົ້າມາ ເຮັດວຽກ ແລະ ດຳເນີນ ທຸຣະກິຈ ໃນລາວ ຫຼາຍຂຶ້ນ ແຕ່ຕ້ອງ ລົງທະບຽນ ໃຫ້ຖືກຕ້ອງ ໃນແຂວງ ທີ່ຕົນເຂົ້າມາ.