ຊາວບ້ານຄາໃຈ ດິນ 100 ເຮັກຕ້າຣ ກັບທາງດ່ວນ

ຮູບພາບແຜນທີ່ ຖ່າຍທາງອາກາດ ເຂດເມືອງໄຊທານີ ນະຄອນຫຼວງວຽງຈັນ ທີ່ສະແດງໃຫ້ເຫັນເຖິງ ແລວທາງດ່ວນ ແລະ ດິນຊາວບ້ານ ທີ່ຫ່າງໄກຈາກທາງດ່ວນ 500-600 ແມັຕ, ແຕ່ພາກສ່ວນ ທີ່ກ່ຽວຂ້ອງ ພັດຍັງຢາກໃຫ້ຊາວບ້ານ ເສັຽສະຣະທີ່ດິນ ເພື່ອການພັທນາ
ຮູບພາບແຜນທີ່ ຖ່າຍທາງອາກາດ ເຂດເມືອງໄຊທານີ ນະຄອນຫຼວງວຽງຈັນ ທີ່ສະແດງໃຫ້ເຫັນເຖິງ ແລວທາງດ່ວນ ແລະ ດິນຊາວບ້ານ ທີ່ຫ່າງໄກຈາກທາງດ່ວນ 500-600 ແມັຕ, ແຕ່ພາກສ່ວນ ທີ່ກ່ຽວຂ້ອງ ພັດຍັງຢາກໃຫ້ຊາວບ້ານ ເສັຽສະຣະທີ່ດິນ ເພື່ອການພັທນາ (ນັກຂ່າວພົລເມືອງ)

0:00 / 0:00

ຊາວ​ບ້ານ ​ຢູ່​ເມືອງ​ໄຊ​ທາ​ນີ ແລະ ເມືອງໄຊ​ເສດ​ຖາ ນະ​ຄອນ​ຫຼວງວຽງ​ຈັນ ທີ່​ໄດ້​ຮັບ ​ຜົລ​ກະ​ທົບ ​ຈາກໂຄງ​ການກໍ່​ສ້າງ ​ທາງ​ດ່ວນ​ວຽງ​ຈັນ ໝາຍ​ເລຂ 1 ຍັງ​ບໍ່​ຕັດ​ສິນ​ໃຈ ​ຮັບ​ເອົາ​ຄ່າ​ຊົດ​ເຊີຍ ຍ້ອນ​ວ່າ ໂຄງ​ການ​ຈ່າຍ​ໃຫ້ເຂົາ​ເຈົ້າ ​ລາ​ຄາ​ຖືກ ແລະ ໂຄງ​ການ ​ຍັງ​ພະ​ຍາ​ຍາມເອົາ​ດິນ ​ຂອງ​ຊາວ​ບ້ານ​ ທີ່ບໍ່​ຢູ່​ໃນ​ແລວ ​ທາງ​ດ່ວນນັ້ນ. ຊາວ​ບ້ານ​ຜູ້​ທີ່​ຖືກ ​ຜົລ​ກະ​ທົບ ທ່ານ​ນຶ່ງ ໄດ້​ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 7 ສິງ​ຫາ ວ່າ:

"ເອື້ອຍ ​ຍັງ​ບໍ່​ໄດ້ເງິນ ເພາະ​ວ່າ​ຫຍັງ ດິນ​ຂອງ​ເອື້ອຍ​ນ່າ ຂະ​ເຈົ້າ​ບໍ່​ໄດ້​ມາ​ວັດ​ແທກ ລະກະ​ບໍ່​ໄດ້​ ລົງ​ມາ​ເບິ່ງ. ບໍ່​ໄດ້​ຮູ້​ວ່າ ​ເທິງດິນ​ມີ​ຫຍັງ​ແດ່ ຢູ່ໆ​ ແລ້ວ​ຊິ​ເອົາ​ເງິນ​ ໃຫ້​ຫັ້ນ​ນ່າ. ມັນ​ເປັນ​ໄປ​ບໍ່​ໄດ້ເດີ, ເອື້ອຍບໍ່​ໄດ້​ຍອມ ຖ້າ​ວ່າ​ດິນ​ຂອງ​ເຮົາ ​ຢູ່​ໃນ ນອນ​ຢູ່​ໃນ ​ແລວ​ທາງ​ດ່ວນ​ແທ້​, ຫັ້ນ​ນ່າ ເຮົາ​ກ​ະ​ຊິ​ຍອມ ຄື​ຄົນ​ອື່ນ, ແຕ່​ວ່າອັນ​ນີ້ ຂອງ​ເອື້ອຍມັນ​ບໍ່​ໄດ້​ຢູ່ ​ແລວ​ທາງ​ດ່ວນ."

ຍານາງ​ກ່າວ​ຕື່ມ​ວ່າ ໃນ​ໄລ​ຍະ​ ທີ່​ຜ່ານ​ມາ ຕົນ​ໄດ້​ນຳ​ບັນ​ຫານີ້ ໄປ​ປຶກ​ສາ​ ກັບ​ເຈົ້າ​ໜ້າ​ທີ່ ​ຫຼາຍ​ບ່ອນ ແລະ ເຈົ້າ​ໜ້າ​ທີ່​ ກໍ​ໃຫ້​ຄຳ​ເຫັນ​ວ່າ ເປັນ​ການ​ບີບ​ບັງ​ຄັບ ເອົາ​ດິນ​ປະ​ຊາ​ຊົນ ​ແບບບໍ່​ຖືກ​ຕ້ອງ, ແຕ່​ໂຄງ​ການ ກໍ​ຍັງ​ພະ​ຍາ​ຍາມ ​ຈະ​ເອົາ​ດິນ​ຂອງ​ຕົນ, ໂດຍບໍ່​ໄດ້​ຄິດ​ໄລ່ ລາ​ຄາ​​ທີ່​ດິນ​ໃຫ້​ຊ້ຳ, ແຕ່ບໍ່​ສາ​ມາດ​ ຟ້ອງ​ຮ້ອງ​ໄດ້ ຍ້ອນ​ວ່າ ເຈົ້າ​ໜ້າ​ທີ່ ສ​ເນີ​ແນະ ​ໃຫ້​ໂອ້​ລົມ​ກັບ​ໂຄງ​ການ ແລະ ບໍ່​ຕ້ອງ​ໃຫ້ເຣື່ອງ ​ເຖີງ​ຂັ້ນ​ຮອດ​ສານ.

ຊາວ​ບ້ານ ບໍ່​ຍອມ​ຮັບ​ເອົາ ​ຄ່າ​ຊົດ​ເຊີຍ​ນັ້ນ ຍ້ອນ​ວ່າ ໂຄງ​ການ​ສເນີລາ​ຄາ ​ຕ່ຳ​ເກີນ​ໄປ ແລະ ບໍ່​ສົມ​ເຫ​ດ​ສົມ​ຜົລ, ຊາວ​ບ້ານ ຜູ້​ທີ່​ໄດ້​ຮັບ​ ຜົລ​ກະ​ທົບ​ ອີກທ່າ​ນ​ນຶ່ງ ​ໄດ້​ກ່າວ​ວ່າ:

"ຍັງ ​ບໍ່​ຢາກ​ຂາຍ, ​ຫັ້ນ​ນ່າ. ເພິ່ນ​ຍັງ​ເວົ້າ​ກັນ​ຢູ່​ວ່າ ຊິ​ເຮັດ​ແນວ​ໃດ ຊິ​ຂໍ​ໃຫ້​ເພີ່ມ​ລາ​ຄາ ແນວ​ໃດ ຍັງ​ມີ​ການ​ຕໍ່​ລອງ​ ເຣື່ອງ​ລາ​ຄາ​ກ່ອນ ເອົາ​ແມັຕກາ​ເຣລະ 1,000 ບາທ ​ຫັ້ນແຫຼະ, ແຕ່​ວ່າ ເພິ່ນ​ຍັງ​ບໍ່​ທັນ​ຕອບ​ຫຍັງ, ເພິ່ນ​ໃຫ້​ແຕ່ 150,000 ກີບ ມັນ​ກໍ​ບໍ່​ໄດ້​ແຫຼະ. ເຮົາ​ຊື້​ມາ​ແພງ ແລ້ວ​ເຮົາ​ກໍ​ຢາກ​ໄດ້ ​ໂຕ​ທຶນ​ຫັ້ນ​ຄື​ເກົ່າ."

ທ່ານ​ກ່າວ​ອີກວ່າ ທີ່​ດິນ​ຂອງ​ຕົນ ​ກໍ​ບໍ່​ໄດ້​ຖືກ​ແລວ​ທາງ​ດ່ວນ ແຕ່​ທາງ​ໂຄງ​ການ ພະ​ຍາ​ຍາມ​ເອົາ ​ເພື່ອ​ໄວ້​ເປັນ​ ດິນສງວນ ໄວ້​ຂາຍ​ໃຫ້​ແກ່​ນາຍ​ທຶນ ​ໃນ​ອະ​ນາ​ຄົດ, ເຊິ່ງ​ຕົນ​ເຫັນ​ວ່າ ຖ້າ​ເກັບ​ດິນ​ໄວ້ ​ແລ້ວມີ​ນາຍ​ທຶນ ​ເຂົ້າ​ມາ​ຕິດ​ຕໍ່ ​​ດ້ວຍ​ຕົວ​ເອງ ກໍ​ໜ້າ​ຈະ​ໄດ້ ລາ​ຄາ​ສູງ​ກ່​ວາ ​ທີ່​ທາງ​ໂຄງ​ການ ​ໄດ້​ສ​ເນີໃຫ້. ດັ່ງ​ນັ້ນ, ຈຶ່ງ​ຍັງ​ບໍ່​ຍອມ ​ຮັບ​ເອົາ​ຄ່າ​ຊົດ​ເຊີຍ ຈົ​ນ​ວ່າ​ໂຄງ​ການ ​ຈະ​ຕົກ​ລົງຮັບ​ ເອົາ​ລາ​ຄາ ​​ທີ່​ຕົນ​ສ​ເນີ ​ເທົ່າ​ນັ້ນ.

ເຈົ້າ​ໜ້າ​ທີ່ ​ຜູ້​ທີ່​ລົງ​ມາ​ໄກ່​ເກ່ຽ ເຣື່ອງ​ຄ່າ​ຊົດ​ເຊີຍ ​ຂົ່ມ​ຂູ່​ປະ​ຊາ​ຊົນ ​ໃຫ້​ຮັບ​ເອົາ​ ຄ່າ​ຊົດ​ເຊີຍ, ຊາວ​ບ້ານ​ອີກທ່ານ​ນຶ່ງ​ກ່າວ​ວ່າ:

"ບາດນີ້ ​ ບໍ​ຣິ​ສັດ​ ຢາກ​ໄດ້ ບໍ​ຣິ​ສັດ​ ເລີຍ​ໝູນ​ໃຊ້​ ພວກ​ພະ​ນັກ​ງານ ​ໄກ່​ເກ່ຽ​ຫັ້ນ ມາ​ເຈ​ຣະ​ຈາ ​ວ່າ ໃຫ້​ປະ​ຊາ​ຊົນ ​ຍອມ​ຮັບ, ຂົ່ມ​ຂູ່ ​ຕໍ່ລອງ​ ກັບ​ປະ​ຊາ​ຊົນ. ອັນ​ທີ​ສອງ​ແລ້ວ ​ຂະ​ເຈົ້າ ​ໃຊ້​ດຳ​ຣັຖ​ ຂອງ​ນາ​ຍົກ​ ວ່າ​ດ້ວຍ​ ການ​ຊົດ​ເຊີຍ ​ຄ່າ​ເສັຽ​ຫາຍ​ ໃຫ້​ແກ່​ຜູ້​ໄດ້​ຮັບ​ ຜົລ​ກະ​ທົບ ​ຈາກ​ໂຄງ​ການ ​ຂອງ​ຣັ​ຖ, ແຕ່​ຄວາມ​ເປັນ​ຈິງ​ແລ້ວ ພວກ​ເຮົາ​ ບໍ່​ໄດ້​ນອນ​ ຢູ່​ໃນ​ຫັ້ນ, ແຕ່​ບໍ​ຣິ​ສັດ​ ຢາກ​ໄດ້​ດິນ​ພວກ​ເຮົາ."

ເອ​ເຊັຽ​ເສ​ຣີ ໄດ້​ຕິດ​ຕໍ່​ຫາ ​ເຈົ້າ​ໜ້າ​ທີ່​ ທີ່ກ່ຽວ​ຂ້ອງ ​ເຣື່ອງ​ຄ່າ​ຊົດ​ເຊີຍ ຢູ່​ເມືອງ​ໄຊ​ທາ​ນີ ແລະ ເມືອງ​ໄຊ​ເສດ​ຖາ ພ້ອມ​ທັງ​ ຕິດ​ຕໍ່​ຫາ​ ຜແນກ​ຊັພ​ຍາ​ກອນ​ທັມ​ຊາດ ແລະ ສິ່ງ​ແວດ​ລ້ອມ ນະ​ຄອນ​ຫຼວງວຽງ​ຈັນ, ແຕ່ບໍ່​ມີ​ ເຈົ້າ​ໜ້າ​ທີ່​ທ່ານ​ໃດ ໃຫ້​ຄຳ​ເຫັນ​ເຣື່ອງນີ້.

ການ​ຈ່າຍ​ຄ່າ​ຊົດ​ເຊີຍ ​ໃຫ້​ແກ່​ປະ​ຊາ​ຊົນ ​ທີ່​ໄດ້​ຮັບ ​ຜົລ​ກະ​ທົບ ຈາກ​ໂຄງ​ການທາງ​ດ່ວນ ວຽງ​ຈັນ​ໝາຍ​ເລຂ 1​ ຍັງ​ມີ​ບັນ​ຫາ ​ທີ່​ແກ້​ບໍ່​ຕົກ. ທ່ານ ດຣ. ສິນ​ລະ​ວົງ ຄຸດ​ໄພ​ທູນ, ເຈົ້າ​ຄອງ​ນະ​ຄອນ​ຫຼວງວຽງ​ຈັນ ໄດ້​ກ່າວ ​ໃນ​ກອງ​ປະ​ຊຸມ ​ສມັຍສາ​ມັນ​ ເທື່ອ​ທີ 9 ຂອງ​​ສະ​ພາ​ປະ​ຊາ​ຊົນ ນະ​ຄອນ​ຫຼວງວຽງ​ຈັນ ຊຸດ​ທີ 1 ໃນ​ວັນ​ທີ 17 ກໍ​ຣະ​ກະ​ດາ ຕອນ​ນຶ່ງວ່າ:

"ໂຄງ ​ການ​ທາງ​ດ່ວນ​ ວຽງ​ຈັນ​ນີ້ ໝາຍ​ເລຂ 1 ຜົລກະ​ທົບ ​ຢູ່ນີ້ 906 ຄອບ​ຄົວ. ການ​ຊົດ​ເຊີຍ​ ໄດ້​ດຳເນີນ​ການ ​ມາ​ຫຼາຍ​ແລ້ວ, ແຕ່​ບັນ​ຫາ​ ກົດ​ໝາຍ​ ກັບ​ດຳ​ຣັຖ ​ຂອງ​ນາ​ຍົກ ມັນ​ມີ​ບັນ​ຫາ​ຫຍັງ ບັນ​ຫາ​ບ່ອນ​ວ່າ ລາ​ຄາ​ຣັ​ຖ​ປະ​ກາດ ຄັນ​ມັນ​ຖືກ​. ຜູ້​ຢາກ​ໄດ້​ ລະ​ແມ່ນບໍ່​ພໍ​ໃຈ, ຊັ້ນ​ເຮົາ​ຊິ​ແກ້​ແນວ​ໃດ ສາ​ເຫດ​ວ່າ ​ມັນ​ແພງ​ຫັ້ນ​ນ່າ ມັນ​ບໍ່​ທັນ​ມີ​ທາງ​ອອກ."

ໃນ​ເບື້ອງ​ຕົ້ນ​, ຊາວ​ບ້ານ ຢູ່ເມືອງ​ໄຊ​ທາ​ນີ ແລະ ເມືອງ​ໄຊ​ເສດ​ຖາ ທີ່​ຖືກ​ຜົບ​ກະ​ທົບ ​ຈາກ​ໂຄງ​ການ​ດັ່ງ​ກ່າວ ມີ 268 ຄອບ​ຄົວ, ເຊິ່ງ​ໃນ​ນັ້ນ ມີ 107 ຄອບ​ຄົວ ໄດ້​ຍອມ​ຮັບ​ເອົາ ​ຄ່າ​ຊົດ​ເຊີຍ, ອີງ​ຕາມ​ແຈ້ງ​ການ ຂອງ​ຜ​ແນ​ກ​ຊັ​ພ​ຍາ​ກອນ​ທັມ​ຊາດ ແລະ ສິ່ງ​ແວດ​ລ້ອມ ນະ​ຄອນ​ຫຼວງວຽງ​ຈັນ ໃນ​ປີນີ້.

ແຕ່​ຕົວ​ເລຂ ​ອັບ​ເດດ​ຫຼ້າ​ສຸດ, ຈາກ​ ທ່ານ ດຣ. ສິນ​ລະ​ວົງ ຄຸດ​ໄພ​ທູນ, ເຈົ້າ​ຄອງ​ນະ​ຄອນ​ຫຼວງວຽງ​ຈັນ ໄດ້​ຣະ​ບຸ​ວ່າ ມີ​ປະ​ຊາ​ຊົນ ​ທີ່​ໄດ້​ຮັບ ​ຜົລ​ກະ​ທົບ ຈາກ​ໂຄງ​ການທາງ​​ດ່ວນ ວຽງຈັນ ​ໝາຍ​ເລຂ 1 ມີ 906 ຄອບ​ຄົວ.

ໃນ​ເດືອນ​ກໍ​ຣະ​ກະ​ດາ ທີ່​ຜ່ານ​ມາ, ຜ​ແນກ​ຊັພ​ຍາ​ກອນ​ທັມ​ຊາດ ແລະ ສິ່ງ​ແວດ​ລ້ອມ ນະ​ຄອນ​ຫຼວງວຽງ​ຈັນ ພະ​ຍາ​ຍາມ ​ຕິດ​ຕໍ່​ຫາ ​ເຈົ້າ​ຂອງ​ທີ່​ດິນ ເພື່ອ​ໃຫ້​ມາ​ແຈ້ງ​ ຮັບເອົາຄ່າ​ຊົດ​ເຊີຍ, ແຕ່ບໍ່​ສາ​ມາດ ​ຕິດ​ຕໍ່​ໄດ້ ແລະ ກາຍ​ວັນ​ທີ 31 ກໍ​ຣະ​ກະ​ດາ 2020 ທາງ​ໂຄງ​ການ ​ຈະໄດ້​ດຳ​ເນີນ​ ການ​ກໍ່​ສ້າງ ເຂົ້າ​ທີ່​ດິນ​ທັນ​ທີ, ໂດຍ​ຈະໂອນ​ເງິນ ຄ່າ​ຊົດ​ເຊີຍ​ ເຂົ້າ​ບັນ​ຊີ ​ທ​ນາ​ຄານ​ ຂອງ​ເຈົ້າ​ຂອງ​ທີ່​ດິນ. ປັດ​ຈຸ​ບັນ, ຍັງ​ບໍ່​ມີ​ຊາວ​ບ້ານ ຮັບ​ເອົາ​ ຄ່າ​ຊົດ​ເຊີຍນັ້ນ ຍ້ອນ​ວ່າ ເຂົາ​ເຈົ້າ​ຍັງ​ຕໍ່​ລອງ ​ລາ​ຄາ​ຊົດ​ເຊີຍ.

ໂຄງ​ການດັ່ງ​ກ່າວນີ້, ກວມ​ເອົາ​ເນື້ອ​ທີ່​ດິນ ​ເກືອບ 300 ເຮັກ​ຕ້າຣ ຂອງ​ຊາວ​ບ້ານ ຢູ່ 21 ບ້ານ, ຢູ່​ເມືອງໄຊ​ທາ​ນີ ແລະ ເມືອງ​ໄຊ​ເສດ​ຖາ, ຄ່າ​ຊົດ​ເຊີຍ​ທັງ​ໝົດ​ 350 ຕື້​ກີບ ຫຼື ປະ​ມານ 40 ລ້ານ​ໂດ​ລ້າຣ. ໂຄງ​ການກໍ່​ສ້າງທາງ​ດ່ວນ​ ວຽງ​ຈັນ ໝາຍ​ເລຂ 1 ມີ​ຄວາມ​ຍາວ 15 ກິ​ໂລ​ແມັຕ ຈາກ​ເຂດ​ເສ​ຖ​ກິຈສະ​ເພາະ​ ບຶງ​ທາດ​ຫຼວງ ໄປຫາ​ ເຂດບ້ານ​ດົງ​ໝາກ​ຄາຍ. ໃຊ້​ເວ​ລາກໍ່​​ສ້າງ 3 ປີ ແລະ ໄດ້ເຣີ່ມ ​ລົງ​ມືກໍ່​ສ້າງ ນັບ​ແຕ່​ເດືອນ​ກຸມພາ 2020.