ດ່ານປິດ ສູນກັກໂຕຫຼັກ 27 ເຕັມ ຄົນງານລາວຄ້າງຄາ
ຄົນງານລາວ 40 ຄົນ ລໍຖ້າຢູ່ດ່ານໜອງຄາຍ ເຖິງ 2 ສັປດາ ກັບບ້ານບໍ່ໄດ້ ຍ້ອນດ່ານປິດ ແລະ ສູນກັກບໍຣິເວນ ທີ່ຫຼັກ 27 ເຕັມ
-
ໄຊຍາ
2020-08-05 -
-
-
Your browser doesn’t support HTML5 audio
ຄົນງານລາວ 40 ຄົນ ຍັງຕົກຄ້າງຢູ່ດ່ານ ຂົວມິຕພາບ ລາວ-ໄທຍ ວຽງຈັນ-ໜອງຄາຍ ເປັນເວລາ ສອງອາທິດແລ້ວ ເນື່ອງຈາກທາງການລາວ ຍັງປິດດ່ານຢູ່. ປັດຈຸບັນ, ຄົນງານກຸ່ມນີ້ ອາສັຍຢູ່ ເຂດດ່ານໜອງຄາຍ ໂດຍມີເຈົ້າໜ້າທີ່ໄທຍ ເບິ່່ງແຍງ ລ້ຽງອາຫານ ແຕ່ລະວັນ. ດັ່ງຄົນງານລາວ ອາຍຸ 40 ປີ ທີ່ຕົກຄ້າງ ຢູ່ດ່ານໜອງຄາຍ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 05 ສິງຫາ ວ່າ ຂໍໃຫ້ດ່ານລາວ ເປີດຮັບເອົາ ພວກຕົນໄວໆ ເພາະຕົກງານຢູ່ໄທຍ ຫຼາຍເດືອນ ບໍ່ມີເງິນຊື້ຢູ່-ຊື້ກິນ, ຢູ່ຕາກແດດຕາກຝົນ ບໍຣິເວນ ດ່ານໜອງຄາຍ ແລະ ອາສັຍການເບິ່ງແຍງ ຂອງເຈົ້າໜ້າທີ່ໄທຍ.
"ບໍ່ມີງານທຳ ຕົກງານ ບໍ່ມີຄົນຈ້າງ ກໍກັບບ້ານ. ໄປກໍບໍ່ໄດ້ຂ້າມ ກໍລຳບາກແດ່ແຫຼະເນາະ. ເຮົາເມືອ ເຮົາກໍຢາກກັບ ບ້ານເຮົາເນາະ ແມ່ນບໍ່. ບໍ່ມີທີ່ພັກ ກໍນອນຢູ່ແຖວໜ້າດ່ານ, ທາງໄທຍ ເຂົາກໍດີຢູ່ ເອົາໄປກັກໂຕໄວ້ຫັ້ນ ເພິ່ນກໍເອົາ ລ້ຽງເຂົ້າ ລ້ຽງຫຍັງ. ເພິ່ນກໍດີຢູ່ ກໍມີແຕ່ ຢາກໃຫ້ດ່ານລາວ ເປີດຮັບເອົາຄົນລາວ ແລ້ວກໍກັບ ແຄ່ນີ້ແຫຼະ."
ເຈົ້າໜ້າທີ່ ດ່ານຕຳຣວດ ກວດຄົນເຂົ້າເມືອງ ແຂວງໜອງຄາຍ ກ່າວວ່າ ປັດຈຸບັນ, ເຈົ້າໜ້າທີ່ໄທຍ ໄດ້ປະສານກັບ ເຈົ້າໜ້າທີ່ລາວ ພ້ອມໄດ້ຮັບແຈ້ງ ຈາກທາງການລາວ ແບບບໍ່ເປັນທາງການວ່າ ຝ່າຍລາວ ຈະເປີດຮັບຄົນງານລາວ ທີ່ຕົກຄ້າງ 40 ປາຍຄົນ ກັບຄືນປະເທດ.
"ເຮົາກໍປະສານ ກັບທາງ ຕມ ລາວ ວ່າເຂົາຈະຮັບມື້ໃດ. ຫຼ້າສຸດ, ຫາກໍໄດ້ຮັບແຈ້ງ ມື້ນີ້ ມື້ອື່ນລາວ ຈະເປີດຮັບ ກໍຈະໄດ້ກັບໝົດ, ແຕ່ຕອນນີ້ ເຫຼືອຢູ່ປະມານ 40-50 ຄົນ ບໍ່ຫຼາຍແລ້ວ."
ໃນຂນະທີ່ ເຈົ້າໜ້າທີ່ ມູລນິທິ ພະຄີນີ ສີຊຸມພາບານ ແຂວງໜອງຄາຍ ປະເທດໄທຍ ກ່າວເມື່ອວັນທີ 03 ສິງຫາ ຜ່ານມາວ່າ ໄດ້ປະສານງານ ກັບເຈົ້າໜ້າທີ່ໄທຍ ຜັກດັນຄົນງານລາວ ທີ່ຕົກຄ້າງ ຢູ່ດ່ານຂົວມິຕພາບ ລາວ-ໄທຍ ວຽງຈັນ-ໜອງຄາຍ ຈຳນວນ 115 ຄົນ ກັບຄືນປະເທດ, ໂດຍຜ່ານດ່ານສາກົລ ຂົວມິຕພາບ ລາວ-ໄທຍ ແຫ່ງທີ່ 03 ຄຳມ່ວນ-ນະຄອນພນົມ.
"ເຖິງດ່ານໜອງຄາຍ ເຂົາບໍ່ໄດ້ຂ້າມ ເພາະເຂົາຖືກຫຼອກມາ ບອກວ່າ ໄດ້ຂ້າມແນ່ນອນ ມັນບໍ່ສາມາດຂ້າມໄດ້ ເຂົາກໍຕ້ອງໄປ ເຊົ່າໂຮງແຮມ 300-500 ບາດ ແລ້ວເຂົາກໍອົດເຂົ້າ. ໄດ້ກິນ 1 ຄາບຕໍ່ມື້ ຄືມາຕັ້ງແຕ່ ວັນທີ 15 ຢູ່ຈົນເງິນໝົດ ກໍບໍ່ຮູ້ວ່າ ຈະໄປໃສ ກໍເລີຍພາກັນ ນອນຢູ່ເຂດດ່ານຂົວ. ຕອນນີ້ ເຮົາສົ່ງເຂົາໄປແລ້ວ ສົ່ງກັບຝັ່ງ ດ່ານນະຄອນພນົມ 115 ຄົນ."
ຄົນງານລາວ ອາຍຸ 19 ປິ ທີ່ເຮັດວຽກ ຢູ່ໂຮງງານ ຜລິຕໄກ່ ແຂວງສຣະບູຣີ ປະເທດໄທຍ ກ່າວວ່າ ໂຕເອງເປັນ 1 ໃນ 115 ຄົນ ທີ່ຕົກຄ້າງ ຢູ່ດ່ານ ຂົວມິຕພາບ ວຽງຈັນ-ໜອງຄາຍ ແລ້ວໄດ້ເດີນທາງກັບ ຮອດປະເທດລາວ ທີ່ຕ້ອງຜ່ານ ແຂວງຄຳມ່ວນ ເມື່ອວັນທີ 03 ສິງຫາຜ່ານມາ.
"ຫຍຸ້ງຍາກໜ້ອຍນຶ່ງ ເພາະວ່າ ທາງວຽງ ເຂົາບໍ່ທັນເປີດດ່ານ. ຍ້ອນບໍ່ໄດ້ເຮັດວຽກ ຫັ້ນແຫຼະ ຫຼາຍເດືອນ ຢາກກັບບ້ານ. ຕັດສິນໃຈ ໄປທາງນະຄອນພນົມ ເງິນເຫຼືອພຽງ 2-3 ພັນ ຮອດກັບບ້ານເຮົາ."
ຄົນງານລາວ ໄດ້ກ່າວຕື່ມວ່າ ຢາກໃຫ້ພາກສ່ວນ ທີ່ກ່ຽວຂ້ອງ ຊ່ອຍພາຄົນງານລາວ ທີ່ຍັງຕົກຄ້າງຢູ່ໄທຍ ກັບມາຕື່ມ ເນື່ອງຈາກວ່າ ຄົນງານລາວ ທີ່ຕົກຄ້າງຢູ່ໄທຍ ສ່ວນຫຼາຍຕົກງານ ຍ້ອນຜົລກະທົບ ຈາກເຊື້ອໄວຣັສໂຄວິດ-19.
ສ່ວນສາເຫດ ທີ່ຍັງບໍ່ເປີດຮັບ ຄົນງານລາວ, ເຈົ້າໜ້າທີ່ຕຳຣວດ ປກສ ນະຄອນຫຼວງວຽງຈັນ ໃຫ້ເຫດຜົລວ່າ ບໍ່ທັນມີທີ່ພັກ ໃຫ້ເຂົາເຈົ້າກັກໂຕ, ແຕ່ອີກບໍ່ເທົ່າໃດມື້ ຈະເປີດຮັບ ເນື່ອງຈາກ ໄດ້ຣະບາຍ ຄົນງານລາວ ທີ່ຕິດຕາມອາການ ຈົນຄົບ 14 ມື້ ແລ້ວບໍ່ມີອາການ ຕິດເຊື້ອໄວຣັສໂຄວິດ-19 ອອກໄປຈຳນວນນຶ່ງ.
"ຍັງ ຍັງບໍ່ທັນໄດ້ ຄຳຕອບດອກ ໃຫ້ລໍຖ້າກ່ອນເນາະ ເບິ່ງວ່າ ສູນພວກເຮົາຫວ່າງ ທາງສະເພາະກິຈພວກເຮົາ ນະຄອນຫຼວງ ຈະປະສານຫາຝັ່ງໄທຍ ເພາະວ່າ ຄັນເອົາມາ ກໍບໍ່ມີບ່ອນຢູ່ ກໍຄືເກົ່າເນາະ. ມັນກໍເຮັດໃຫ້ແອອັດ ມັນກໍເຮັດໃຫ້ມີຄວາມສ່ຽງ ເພາະວ່າມື້ນີ້ເຮົາ ກໍຣະບາຍອອກແລ້ວ ຄົນນ່າ. ພວກທີ່ຢູ່ຄົບ 14 ມື້ນ່າ. ພວກທີ່ຍັງຕົກຄ້າງ ກໍຊິບໍ່ດົນແລ້ວ, ອີກຈັກໜ່ອຍ ກໍຊິໄດ້ກັບມາແລ້ວ."
ທ່ານໄດ້ກ່າວຕື່ມວ່າ ເຈົ້າໜ້າຝ່າຍລາວ ແລະ ຝ່າຍໄທຍ ມີການປະສານງານກັນ ຕລອດເວລາ. ຖ້າສູນກັ່ນກອງຫຼັກ 27 ມີທີ່ພັກ ໃຫ້ຄົນງານລາວ ທີ່ຕົກຄ້າງເຂົ້າມາກັກໂຕ ກໍຈະປະສານຝ່າຍໄທຍ ໃຫ້ປ່ອຍຄົນງານລາວ ທີ່ຕົກຄ້າງຢູ່ 40 ປາຍຄົນ ເຂົ້າມາທັນທີ.
ສຳລັບຢູ່ສູນກັ່ນກອງຫຼັກ 27 ນະຄອນຫຼວງວຽງຈັນ ແມ່ນຮັບຄົນ ເຂົ້າມາກັກໂຕ ໄດ້ປະມານ 500-600 ຄົນ. ສູນດັ່ງກ່າວ ຈະກັກໂຕຄົນງານລາວ 14 ມື້ ຖ້າກວດບໍ່ພົບ ອາການຕິດເຊື້ອໄວຣັສໂຄວິດ-19 ກໍຈະອະນຸຍາດ ໃຫ້ກັບ. ຖ້າກວດພົບວ່າຕິດເຊື້ອ ກໍຈະເອົາໄປປີ່ນປົວ ທີ່ໂຮງໝໍມິຕພາບ ລາວ-ໂຊວຽດ ຫຼື 150 ຕຽງ.