ໂຄງການ ກໍ່ສ້າງທາງຣົດໄຟ ລາວ-ຈີນ, ຄຸນໝິງ-ວຽງຈັນທ໌, ໄດ້ຈ້າງບໍຣິສັດ ທີ່ປຶກສາ ເອກຊົນ ຫຼື National Consulting Group ເພື່ອລົງສຳຫຼວດ ແລະ ປະເມີນ ຜົລກະທົບ ຕໍ່ສິ່ງແວດລ້ອມ, ສັງຄົມ ແລະ ທັມມະຊາດ ແລ້ວ.
ພະນັກງານ ທ່ານນຶ່ງ ຂອງບໍລິສັດ NATIONAL CONSULTANT GROUP ກ່າວຕໍ່ ເອເຊັຽເສຣີ ໃນມື້ວັນທີ 14 ກໍຣະກະດາ ນີ້ວ່າ:
“ຕອນນີ້ຫັ້ນ ພວກເຮົາ ໄດ້ໄປສຳຫຼວດ ປະເມີນຜົນກະທົບ ດ້ານສິ່ງແວດລ້ອມ ຮິບໂຮມ ຂໍ້ມູນດ້ານສິ່ງແວດລ້ອມ ຮຽບຮ້ອຍແລ້ວເນາະ. ແຕ່ນະຄອນຫຼວງ ວຽງຈັນທນ໌ ຈົນຮອດຊາຍແດນ ບໍ່ເຕັນແລ້ວ. ໂດຍ, ສ່ວນວ່າ ເພິ່ນຊິອັນນັ້ນ ເພິ່ນກະຫາກຊິມີ ແຈ້ງການ ລົງໄປຕິ໋ວ່າ ເພິ່ນຊິໄປຈຸດໃດ ຈຸດໃດ.”
ນາງກ່າວຕື່ມວ່າ ໃນປະຈຸບັນນີ້ ທາງບໍລິສັດ ກໍໄດ້ແຈ້ງການ ໄປຫາປ ະຊາຊົນ ຜູ້ທີ່ມີດິນ ທີ່ຄາດວ່າ ຈະຖືກ ຜົລກະທົບ ຈາກແລວ ທາງຣົດໄຟ ຟາກລະ 50 ແມັດນັ້ນ ໃຫ້ເຂົ້າໄປພົບ ຂະເຈົ້າ ເພື່ອໃຫ້ຂໍ້ມູນ ຮ່ວມທັງ ແຈ້ງລາຍລະອຽດ ກ່ຽວກັບ ຊັພສິນ ຂອງຕົນ ເພື່ອຈະ ປະກອບເປັນ ຂໍ້ມູນ ໃນການຈ່າຍ ຄ່າຊົດເຊີຍ ໃນຂັ້ນຕໍ່ໄປ.
ໃນຂະນະດຽວກັນ, ຊາວບ້ານຈຳນວນ 2-3 ຮ້ອຍຄອບຄົວ ໃນເຂດບ້ານນາສ້າວ ແລະ ບ້ານນາແລ, ເມືອງໄຊ, ແຂວງອຸດົມໄຊ ທີ່ຄາດວ່າ ດິນນາ ຂອງພວກຕົນ ຈະໄດ້ຮັບ ຜົລກະທົບ ຈາກການກໍ່ສ້າງ ສະຖານີຣົດໄຟ ປະຈຳເມືອງໄຊ ຂອງໂຄງການ ກໍ່ສ້າງທາງ ຣົດໄຟ ລາວ-ຈີນ ໃນຄັ້ງນີ້ ກໍມີ ຄວາມກັງວົນໃຈ ເພາະດິນນາ ຂອງພວກຕົນ ເມື່ອລວມກັນແລ້ວ ກໍມີຫລາຍຮ້ອຍເຮັກຕ້າ, ກຸ່ມດັ່ງກາວ ຢ້ານວ່າ ຈະບໍ່ຖືກຊົດເຊີຍ ຢ່າງເໝາະສົມ ແລະວ່າ ຢາກໃຫ້ ທາງການ ເບິ່ງຄືນ ເຣື່ອງຈັດສັນ ອາຊີພ ໃຫ້ຊາວບ້ານ ນຳອີກ ນອກເໜືອ ຈາກການຊົດເຊີຍ ຄ່າເສັຽຫາຍຈາກ ທີ່ດິນ ເພາະຊາວບ້ານ ສ່ວນໃຫຍ່ ເປັນຊາວໄຮ່ຊາວນາ ຖ້າບໍ່ມີນາເຮັດ ກໍຈະເປັນ ຄົນວ່າງງານ ຫລັງຈາກ ຖືກໂຍກຍ້າຍ. ດັ່ງທ່ານ ໄດ້ກ່າວ ຕໍ່ຜູ້ສື່ຂ່າວເອເຊັຍເສຣີ ໃນວັນທີ 14 ກໍຣະກະດາ ນີ້ວ່າ:
" ກະຢາກໃຫ້ ທາງພັກ-ຣັຖ ເພິ່ນປະເມີນຄືນ ທາງດ້ານອາຊີພ ຂອງຂະເຈົ້າຄືນ ຫັ້ນນ່າ. ຖ້າເອົາດິນ ຂອງປະຊາຊົນນີ້ ປະຊາຊົນ ກະຈະ ບໍ່ມີອາຊີພ, ປະຊາຊົນ 2-3 ຮ້ອຍຫຼັງຄາເຮືອນ ເຂົາກະຊິ ຫວ່າງງານ. ທາງພັກ-ຣັຖ ເພິ່ນມີ ທິດທາງແນວໃດ? ອັນອາຊີພ ທີ່ຊິໃຫ້ຂະເຈົ້າ ມີຕໍ່ໄປຫັ້ນນ່າ. ນາຫັ້ນ ເຂົາກະສືບທອດມາ ແຕ່ບັນພະບຸຣຸດ ພຸ້ນແຫຼະ."
ທ່ານກ່າວ ຕື່ມວ່າ ຖ້າເປັນໄປໄດ້ ກໍຢາກໃຫ້ ພາກຣັຖ ມີມາຕການ ໃນການຊົດເຊີຍ ໃນລັກສະນະ ທີ່ເບິ່ງແຍງ ປະຊາຊົນ ໃນໄລຍະຍາວ ເພາະທີ່ຜ່ານມາ ກໍມີບົດຮຽນແລ້ວ ຈາກການຊົດເຊີຍ ທີ່ດິນ ໃນບາງແຂວງ ໂດຍການຊົດເຊີຍ ເປັນເງິນນັ້ນ ເມື່ອໃຫ້ເງິນແລ້ວ ຊາວບ້ານ ກໍບໍ່ສາມາດ ໄປຊອກຊື້ດິນນາ ເພື່ອເຮັດ ການກະສິກັມໄດ້ ຄືບ່ອນເກົ່າ ແລະ ຊາວບ້ານ ກໍທຸກຍາກ ຕື່ມອີກ ຍ້ອນບໍ່ມີ ທີ່ດິນ ທຳມາຫາກິນ.
ປະຈຸບັນ, ໂຄງການ ກໍ່ສ້າງ ທາງຣົດໄຟ ລາວ-ຈີນ, ຄຸນໝິງ-ວຽງຈັນທນ໌, ໄດ້ດຳເນີນ ການສຳຫຼວດ ແລະ ກໍ່ສ້າງ ແດ່ແລ້ວ ເລັກນ້ອຍ, ແຕ່ມາເຖິງທຸກມື້ນີ້ ກໍຍັງ ບໍ່ມີມາຕການໃດໆ ຈາກພາກຣັຖ ໃນການໃຫ້ຄ່າຊົດເຊີຍ ທີ່ດິນປະຊາຊົນ ຜູ້ທີ່ຈະໄດ້ຮັບ ຜົລກະທົບ ຈາກໂຄງການ ດັ່ງກ່າວ ແລະ ຈະຮັບປະກັ ນຄວາມຫມັ້ນຄົງ ໃນຊີວິດຂອງຂະເຈົ້າໄດ້ ຫຼາຍໜ້ອຍສ່ຳໃດ.