ຊາວຈໍາປາສັກຈົ່ມ ຄ່າຜ່ານທາງ 16E ແພງໂພດ

ຝູງງົວພວມ​ຍ່າງ​ຂ້າມ​ທາງ ກັບ​ເມືອ​ເຮືອນ​ໃນ​ຍາມ​ແລງ ຫຼັງ​ຈາກ​ໄປກິນ​ຫ​ຍ້າ​ແລ້ວ ຕາມເສັ້ນ​ທາງ​ຢູ່​ເຂດ​ເມືອງ​ປາກ​ຊ່ອງ ແຂວງ​ຈຳ​ປາ​ສັກ ພາກ​ໃຕ້​ຂອງ​ລາວ (ຮູບ​ຖ່າຍເມື່ອ​ເດືອນ​ກໍ​ຣະ​ກະ​ດາ 2018)
ຝູງງົວພວມ​ຍ່າງ​ຂ້າມ​ທາງ ກັບ​ເມືອ​ເຮືອນ​ໃນ​ຍາມ​ແລງ ຫຼັງ​ຈາກ​ໄປກິນ​ຫ​ຍ້າ​ແລ້ວ ຕາມເສັ້ນ​ທາງ​ຢູ່​ເຂດ​ເມືອງ​ປາກ​ຊ່ອງ ແຂວງ​ຈຳ​ປາ​ສັກ ພາກ​ໃຕ້​ຂອງ​ລາວ (ຮູບ​ຖ່າຍເມື່ອ​ເດືອນ​ກໍ​ຣະ​ກະ​ດາ 2018) (RFA/PV)

0:00 / 0:00

ກຸ່ມບໍຣິສັດ ຫຸ້ນສ່ວນພາກໃຕ້ລາວ ຈໍາກັດ ທີ່ໄດ້ຮັບສັມປະທານ ໂຄງການຂຍາຍເສັ້ນທາງ ໝາຍເລຂ 16E ຈາກເມືອງປາກເຊ ຫາເມືອງປາກຊ່ອງ ແຂວງຈໍາປາສັກ, ໄດ້ສໍາເຣັດໂຄງການແລ້ວ ແລະ ຕັ້ງດ່ານເກັບເງິນ ຄ່າຜ່ານທາງ ລາຄາ 15 ພັນກີບຕໍ່ຖ້ຽວ ເຮັດໃຫ້ປະຊາຊົນ ທີ່ໃຊ້ເສັ້ນທາງດັ່ງກ່າວ ບໍ່ພໍໃຈ ແລະ ຈົ່ມວ່າ ແພງເກີນໄປ, ອີງຕາມຄໍາເວົ້າ ຂອງປະຊາຊົນ ເມືອງປາກຊ່ອງ ທ່ານນຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 25 ພຶສຈິການີ້:

" ມັນກໍບາງຄົນກໍວ່າ ຜູ້ມີຣາຍໄດ້ໜ້ອຍກໍວ່າ ຈັ່ງແມ່ນຊາດແພງ ໄປ-ມາ ກໍ 160 ບາດຫັ້ນແຫຼ້ວ, ແຕ່ມັນມີສອງຈຸດເດ ຄັນເຮົາເສັຽສອງເທື່ອ ບ່ອນຫັ້ນ ບ່ອນນີ້ ມັນກໍຄົນເຮົາມາຫຼາຍຄົນ ນັ່ງຣົດໂດຍສານ ເຂົາມາແລ້ວດີ ຄັນເຮົາມາຄົນດຽວ ບໍ່ຕ້ອງເອົາພາຫະນະມາ. "

ທ່ານກ່າວຕື່ມວ່າ ປະຊາຊົນເມືອງປາກຊ່ອງ ແຂວງຈໍາປາສັກ, ແຂວງເຊກອງ ແລະ ແຂວງອັດຕະປື ບໍ່ມີທາງຫຼີກລ້ຽງ ຕ້ອງຜ່ານທາງເສັ້ນນີ້ ເພື່ອເຂົ້າເທສບານ ເມືອງປາກເຊ ແລະ ຖ້າຫາກຈະໄປດ່ານສາກົນ ວັງເຕົ່າ ກໍຕ້ອງຈ່າຍຄ່າຜ່ານທາງ ຢູ່ເມືອງໂພນທອງ ອີກນຶ່ງຈຸດ.

ກຸ່ມບໍຣິສັດ ຫຸ້ນສ່ວນພາກໃຕ້ລາວ ຈໍາກັດ ເກັບຄ່າຜ່ານທາງ 15 ພັນກີບ ສໍາລັບຣົດກະບະ 4 ລໍ້ ແລະ ເກັບ 40 ພັນກີບ ສໍາລັບຣົດ 6 ລໍ້ຂຶ້ນໄປ, ດັ່ງເຈົ້າໜ້າທີ່ເມືອງປາກຊ່ອງ ແຂວງຈໍາປາສັກ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນັ້ນວ່າ:

" ແມ່ນໆ ເກັບຄ່າຜ່ານທາງ ຄືດຽວກັບວ່າ ສິໄປຊ່ອງເມັກຫັ້ນນາ ເພາະວ່າຂະເຈົ້າເຮັດທາງເດ ທາງປາກຊ່ອງ ແລ້ວແຕ່ຣົດ . ຣົດເກັງ ຣົດຫຍັງ ກໍ 15 ພັນກີບ ຄັນເປັນຣົດບັສ ຣົດເມ ກໍ 40 ພັນ. "

ຣັຖບານລາວ ໄດ້ສັ່ງໃຫ້ ກຸ່ມບໍຣິສັດ ຫຸ້ນສ່ວນພາກໃຕ້ລາວ ຈໍາກັດ ເກັບຄ່າຜ່ານທາງ ໝາຍເລຂ 16E ຫຼຸດລົງ ຈາກ 15 ພັນກີບ ເປັນ 10 ພັນກີບ, ນັບແຕ່ວັນທີ 12 ພຶສຈິກາ 2019 ເປັນຕົ້ນໄປ, ດັ່ງເຈົ້າໜ້າທີ່ກ່ຽວຂ້ອງ ກ່າວວ່າ:

" ເພິ່ນຕົກລົງກັນວ່າ ໃຫ້ເກັບ , ແຕ່ວ່າເປັນຣາຄາທີ່ທາງສູນກາງ ເພິ່ນອະນຸມັດເນາະ ກໍຄືລາຄາ 10 ພັນ, ໂຕທີ່ເພິ່ນຂຶ້ນລາຄາ ເພິ່ນກະເລີຍຕົກລົງກັນວ່າ ໃຫ້ທາງນັ້ນ ເກັບຣາຄາເກົ່າ ລາຄາໄປ 10 ພັນ, ມາ 10 ພັນ. "

ກຸ່ມບໍຣິສັດ ຫຸ້ນສ່ວນພາກໃຕ້ລາວ ຈໍາກັດ ຍອມຫຼຸດລາຄາ ຄ່າຜ່ານທາງ ຕາມຄໍາສັ່ງຂອງຣັຖບານ, ແຕ່ຣັຖບານ ຕ້ອງຂຍາຍເວລາສັມປະທານ ໃຫ້ກັບບໍຣິສັດອອກໄປຕື່ມ ອີກ 8 ປີ ຈາກເດີມ ຄື 42 ປີ ຮວມເປັນ 50 ປີ.

ປະຈຸບັນ, ແຂວງຈໍາປາສັກ ມີດ່ານເກັບເງິນຄ່າຜ່ານທາງ 2 ດ່ານ ຄື ດ່ານທີ່ນຶ່ງ ເສັ້ນທາງ 16W ຣະຫວ່າງ ເມືອງໂພນທອງ ຫາດ່ານສາກົນວັງເຕົ່າ, ເຊິ່ງແມ່ນບໍຣິສັດດວງດີ ກໍ່ສ້າງ-ຂົວທາງ ເປັນຜູ້ສັມປະທານ 42 ປີ ແລະ ດ່ານທີ່ສອງ ເສັ້ນທາງປາກເຊ ຫາປາກຊ່ອງ ເສັ້ນທາງໝາຍເລຂ 16E ຂອງກຸ່ມບໍຣິສັດຫຸ້ນສ່ວນພາກໃຕ້ລາວ ຈໍາກັດ ເປັນຜູ້ສັມປະທານ ໃນເວລາ 50 ປີ.