ຍັງພົບເຫັນ ແມ່ຄ້າບາງຄົນ ຊູຊີຂາຍເຄື່ອງຕັກບາດ ຢູ່ຫຼວງພຣະບາງ

ຍັງມີປະກົດການ ແມ່ຄ້າບາງຄົນ ຂາຍເຄື່ອງຕັກບາດເຂົ້າໜຽວ ຢູ່ແຂວງຫຼວງພຣະບາງ ແບບເອົາປຽບນັກທ່ອງທ່ຽວ ດ້ວຍການໃຫ້ຊື້ເຄື່ອງຕັກບາດ ແລ້ວໄລ່ລາຄາ ສູງກວ່າປົກກະຕິ, ເຖິງວ່າກ່ອນໜ້ານີ້ ພາກສ່ວນຫ້ອງການຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ນະຄອນຫຼວງພຣະບາງ ຈະມີມາດຕະການອອກມາ ເພື່ອສະກັດກັ້ນບັນຫາດັ່ງກ່າວ ແລ້ວກໍຕາມ.

ຖະໜົນສາຍນຶ່ງ ທີ່ເປັນແຫຼ່ງທ່ອງທ່ຽວ ທາງວັດທະນະທຳ ຂອງແຂວງຫຼວງພຣະບາງ. ເດືອນມີນາ ປີ 2023. ຮູບພາບຈາກພົນລະເມືອງ

ປັດຈຸບັນນີ້, ໃນນະຄອນຫຼວງພຣະບາງ ຍັງມີປະກົດການ ແມ່ຄ້າບາງຄົນ ຂາຍເຄື່ອງຕັກບາດເຂົ້າໜຽວ ແບບເອົາປຽບນັກທ່ອງທ່ຽວ ດ້ວຍການກົດດັນ ໃຫ້ຊື້ເຄື່ອງຕັກບາດ ໃນລັກສະນະ ເອົາເຄື່ອງມາວາງໃສ່ກະຕ່າຕັກບາດ ຂອງນັກທ່ອງທ່ຽວ ໃນເວລາທີ່ນັກທ່ອງທ່ຽວ ກຳລັງຕັກບາດພຣະສົງ ທີ່ຍ່າງມາຫຼາຍອົງ ແລ້ວແມ່ຄ້າ ກໍມາໄລ່ເງິນ ຕາມພາຍຫຼັງ ໃນລາຄາ ສູງກວ່າປົກກະຕິ ເປັນຕົ້ນ ນັກທ່ອງທ່ຽວ ນາງໜຶ່ງ ກໍພົບພໍ້ເຫດການນີ້ ກັບຕົວເອງ ແລະ ກໍຖືກແມ່ຄ້າໄລ່ເງິນ ໃນລາຄາ 4 ແສນກີບ. ດັ່ງນັກທ່ອງທ່ຽວ ນາງນີ້ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 11 ກັນຍາ ນີ້ວ່າ:

“ອັນນີ້ ຂ້ອຍເຄີຍເຈິເທື່ອໜຶ່ງ, ສອງເທື່ອ ນີ້ແຫຼະ. ເຮົາໃສ່ດີໆເນາະ ເວລາເຂົ້າບາດ ເຮົາໝົດ, ເຂົາເຈົ້າຈະເອົາມາໃສ່ໆໆ. ເວລາເຮົາໃສ່ບາດ ເຮົາຈະເຜີ, ບໍ່ໄດ້ສັງເກດ ວ່າເຂົາເຈົ້າມາຈັກກະຕ່າເນາະ ເຮົາບໍ່ຈື່ເນາະ, ເຂົາມາໄລ່ເງິນນຳເຮົາເລີຍ. ຂ້ອຍກະໝົດໄປ 4 ແສນ, ລາຄາມັນກໍບໍ່ຮອດດອກ ເຂົາເຈົ້າຕັ້ງມາເຮັດແບບ ເປັນຕາຊັງນ່າ.”

ສຳລັບເຄື່ອງຕັກບາດ ພວກແມ່ຄ້າ ຈະຂາຍເປັນຊຸດ, ຊຸດລະ 50 ພັນກີບ, ແຕ່ແມ່ຄ້າບາງຄົນ ກໍມັກສວຍໂອກາດ ເອົາເຄື່ອງຕັກບາດ ໄປວາງໃສ່ກະຕ່າ ຂອງນັກທ່ອງທ່ຽວ ໃນຕອນເຜີ ຫຼືໃນເວລາ ທີ່ກຳລັງວຸ້ນວາຍ ໃນການຕັກບາດພຣະສົງ ທີ່ພຣະສົງ ກຳລັງຍ່າງມາ, ເຊິ່ງເປັນການເອົາປຽບ ນັກທ່ອງທ່ຽວ ຢ່າງບໍ່ຍຸຕິທຳ.

ຂະນະທີ່ຊາວບ້ານ ໃນນະຄອນຫຼວງພຣະບາງ ທ່ານໜຶ່ງ ກໍກ່າວເຖິງ ບັນຫານີ້ວ່າ ທ່ານກໍເຄີຍໄດ້ຍິນ ແມ່ຄ້າຂາຍເຄື່ອງຕັກບາດ ແບບເອົາປຽບນັກທ່ອງທ່ຽວ ແລ້ວໄລ່ເງິນແພງ ແລະ ປັດຈຸບັນນີ້ ກໍຍັງມີບາງຄົນ ອາດລັກເຮັດ ແບບຝ່າຝືນ, ໂດຍເຈົ້າໜ້າທີ່ບໍ່ຮູ້. ແຕ່ເລື້ອງນີ້, ເຈົ້າໜ້າທີ່ພົບເຫັນ ກໍຈະມີການຕັກເຕືອນ ແລະ ປັບໃໝ ຕາມລະບຽບຢູ່.

“ກໍເຄີຍໄດ້ຍິນຢູ່, ແຕ່ຫາກຂ້ອຍ ກໍບໍ່ໄດ້ເຫັນໂຕຈິງ. ເລື້ອງມີ, ກໍຄືຊິມີແຫຼະ ແມ່ຄ້າບໍ່ຍຸຕິທຳ ແນວນັ້ນ ແນວນີ້, ບາງເທື່ອເຂົາກວດ ມັນກໍບໍ່ພົບ. ບາງຄົນເນາະ ມັນກໍຢາກຝ່າຝືນ ລັກເຮັດໄປ, ລັກຂາຍ ແບບວ່າຂຶ້ນລາຄາ ແມ່ນຫຍັງໄປ. ສິ່ງນີ້ ກໍໄດ້ຍິນວ່າ ເຂົາເຈົ້າກໍຜູ້ໃດ ເຮັດບໍ່ຖືກຕ້ອງ ເຂົາເຈົ້າກໍໄດ້ຕັກເຕືອນໄປເນາະ.”

ຂະນະດຽວກັນ, ຊາວບ້ານ ໃນນະຄອນຫຼວງພຣະບາງ ທ່ານໜຶ່ງ ກໍກ່າວວ່າ ບັນຫານີ້ ມີມາດົນແລ້ວ, ເຊິ່ງບາງເທື່ອ ອາດເກີດຈາກການສື່ສານ ທີ່ບໍ່ເຂົ້າໃຈກັນ. ທາງທີ່ດີ ນັກທ່ອງທ່ຽວ ຄວນບອກແມ່ຄ້າເລີຍວ່າ ບໍ່ຕ້ອງການເຄື່ອງແລ້ວ, ພໍແລ້ວ ເພື່ອໃຫ້ເຂົ້າໃຈກັນ.

“ກະໄດ້ຍິນເພິ່ນເວົ້າ ແມ່ຄ້າເຂົາເຈົ້າກໍຢາກຂາຍ ຄືວ່າຫັ້ນແຫຼະ, ອາດຈະສື່ສານກັນ ບໍ່ເຂົ້າໃຈບໍ, ເອີ່, ຄືໜ້ອຍແທ້ ຂອງຂ້ອຍຄືໝົດ? ແລ້ວພຣະຍັງມາຫຼາຍ. ບາດນີ້, ເຂົາເຈົ້າກະເລີຍວ່າ ຢາກໃຫ້ຊື້, ຫັ້ນນ່າ. ມີແຕ່ວ່າ ຖ້າເຮົາບໍ່ພໍໃຈ ກັບວິທີການເຮັດ ຂອງເຂົາເຈົ້າເນາະ ເຮົາກໍບອກເຂົາເຈົ້າວ່າ ພໍແລ້ວ, ຂ້ອຍເອົາເທົ່ານີ້, ພໍແລ້ວ.”

ທາງດ້ານເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນນະຄອນຫຼວງພຣະບາງ ທ່ານໜຶ່ງ ກໍກ່າວວ່າ ປັດຈຸບັນນີ້, ບັນຫານີ້ ກໍມີເຈົ້າໜ້າທີ່ ເຂົາເຈົ້າລົງກວດກາຢູ່, ເຊິ່ງ 1 ເດືອນ ຈະລົງກວດກາ 2 ເທື່ອ ແລະ ທີ່ຜ່ານມາ ກໍຍັງພົບເຫັນຢູ່ ເປັນບາງໄລຍະ. ແມ່ຄ້າທີ່ສວຍໂອກາດ ຫາເງິນກັບນັກທ່ອງທ່ຽວ ໃນລັກສະນະ ເອົາເຄື່ອງຕັກບາດ ໄປວາງໃສ່ກະຕ່າ ຂອງນັກທ່ອງທ່ຽວ, ໂດຍໄລ່ເງິນພາຍຫຼັງ ໃນລາຄາສູງ ຖືເປັນພຶດຕິກຳ ທີ່ບໍ່ຖືກຕ້ອງ ແລະ ກໍມີການສຶກສາອົບຮົມ, ຕັກເຕືອນ ແລະ ປັບໃໝ ຜູ້ລະເມີດຢູ່.

“ມັນກໍມີບາງຊ່ວງຫັ້ນແຫຼະ, ມີຄະນະກຳມະການ ອອກກວດກາຢູ່, ເດືອນ 1, ເຂົາເຈົ້າເຮັດເທື່ອ 1. ຄ່ອຍສຶກສາອົບຮົມ, ປັບໃໝນຳ, ກະເຮັດຢູ່ຕະຫຼອດ. ມັນຈະເປັນ ຮູບການທີ່ວ່າ ແມ່ຄ້າຂາຍເຄື່ອງ ມັນເຮັດເປັນກະຕ່າ ໄປຊອນໃສ່-ຊອນໃສ່, ຫັ້ນນ່າ. ບາດນີ້ຜູ້ໃສ່ບາດ, ກະຈັບໃສ່-ຈັບໃສ່ ບໍ່ໄດ້ຄິດໄລ່, ແນວພຣະມາຫຼາຍເດ້. ສຸດທ້າຍ, ໄລ່ເງິນກັນ ແລ້ວມັນຫຼາຍ, ຫັ້ນນ່າ.”

ກ່ອນໜ້ານີ້, ໃນປີ 2023, ກໍມີເຫດການ ລັກສະນະນີ້ ເກີດຂຶ້ນ, ໂດຍນັກທ່ອງທ່ຽວໄທ ໄດ້ໂພສຂໍ້ຄວາມ ຜ່ານສື່ສັງຄົມອອນລາຍນ໌ ເຕືອນນັກທ່ອງທ່ຽວໄທ ທີ່ຈະໄປທ່ຽວ ນະຄອນຫຼວງພຣະບາງ ໃຫ້ລະວັງ ແມ່ຄ້າຂາຍເຄື່ອງຕັກບາດ ສວຍໂອກາດ ສໍ້ໂກງ, ເຊິ່ງນັກທ່ອງທ່ຽວໄທ ທ່ານນີ້ ໄດ້ຖືກແມ່ຄ້າ ຂາຍເຄື່ອງຕັກບາດ ເອົາປຽບ ແລະ ຊູຊີຂາຍເຄື່ອງຕັກບາດໃຫ້ ໃນຮູບແບບ ເອົາເຄື່ອງຕັກບາດ ມາວາງໃສ່ກະຕ່າ ໃຫ້ນັກທ່ອງທ່ຽວ ຕະຫຼອດ ໃນຕອນທີ່ນັກທ່ອງທ່ຽວ ກຳລັງຕັກບາດ ໃຫ້ພຣະສົງ ທີ່ຍ່າງຜ່ານຫຼາຍອົງ ແບບບໍ່ໄດ້ແຈ້ງລ່ວງໜ້າ ແລ້ວມີການເກັບເງິນ ຕາມພາຍຫຼັງ ໃນລາຄາແພງເກີນຈິງ ສູງເຖິງເກືອບ 2,000 ບາທໄທ.

ເຖິງຢ່າງໃດກໍຕາມ, ບັນຫານີ້ ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ກໍຮັບຮູ້ເຖິງບັນຫາ ແລະ ກໍມີການປະຊຸມ ແລະ ລົງແກ້ໄຂ ຈົນອອກມາດຕະການ ຈັດສັນລະບຽບ ການຂາຍເຂົ້າຕັກບາດ ໃນນະຄອນຫຼວງພຣະບາງ.

ໂດຍມາດຕະການ ປະຕິບັດ ຄື ຕ້ອງໄດ້ຮັບອະນຸຍາດ ແລະ ເສຍຄ່າບໍລິການ ໃຫ້ຖືກຕ້ອງ ແລະ ຕ້ອງມີໃບອະນຸຍາດ ອອກໂດຍຫ້ອງການ ຖວທ ນະຄອນຫຼວງພຣະບາງ ເທົ່ານັ້ນ. ການຂາຍເຄື່ອງຕັກບາດ ໃຫ້ແກ່ນັກທ່ອງທ່ຽວ ຕ້ອງມີຄວາມສະໝັກໃຈ ແລະ ຕ້ອງຮັບປະກັນ ຄວາມສະອາດ, ປອດໄພ ແລະ ຫໍ່ຫຸ້ມສວຍງາມ. ຕ້ອງມີຄວາມຊື່ສັດ, ບໍ່ໂລບລາຄາ ແລະ ແຈ້ງລາຄາ ເປັນເງິນກີບ. ຕ້ອງວາງຂາຍ ຕາມຈຸດຈັດສັນ ຂັ້ນບ້ານ ແລະ ບໍ່ເລາະ ຂາຍຊະຊາຍ. ຕ້ອງຄ້ອງບັດອະນຸຍາດ ທຸກຄັ້ງ, ແຕ່ງກາຍສຸພາບ ແລະ ກະກຽມສະຖານທີ່, ສິ້ນໃຫ້ເຊົ່າ ສຳລັບແຂກ 10,000 ກີບ ຕໍ່ໜຶ່ງຜືນ ຕໍ່ໜຶ່ງຄັ້ງ.

ສ່ວນມາດຕະການລະເມີດ, ຄັ້ງທີ 1 ແມ່ນສຶກສາອົບຮົມ ແລະ ປັບໃໝ 5 ແສນກີບ ແລະ ບໍ່ໃຫ້ຂາຍ 6 ເດືອນ, ຄັ້ງທີ 2 ປັບໃໝ 1 ລ້ານກີບ ແລະ ບໍ່ໃຫ້ຂາຍເລີຍ ແລະ ຄັ້ງທີ 3 ດຳເນີນຄະດີ ຕາມລະບຽບກົດໝາຍ. ແຕ່ມາຮອດປັດຈຸບັນ, ກໍຍັງມີລັກສະນະ ແມ່ຄ້າ ຂາຍເຄື່ອງຕັກບາດເຂົ້າໜຽວ ທີ່ສວຍໂອກາດ ເອົາປຽບນັກທ່ອງທ່ຽວ ກໍຍັງເກີດຂຶ້ນ ເຖິງແມ່ນວ່າ ຈະມີການລົງກວດກາ ກໍຕາມ ເພາະນັກທ່ອງທ່ຽວ ບາງຄົນ ກໍຍັງພົບພໍ້ ກັບບັນຫານີ້ຢູ່.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org