ທົ່ງໄຫຫີນອາຈເປັນ ມໍຣະດົກໂລກ
ກົມມໍຣະດົກ ໂລກ ຈະພຍາຍາມ ສົ່ງເສີມ ຊຸກຍູ້ ໃຫ້ ທົ່ງໄຫຫີນ ກາຍເປັນ ມໍຣະດົກ ໂລກ.
-
2013-02-12 -
-
-
Your browser doesn’t support HTML5 audio
ເຈົ້າໜ້າທີ່ ຫ້ອງການ ທ່ອງທ່ຽວ ແຂວງຊຽງຂວາງ ກ່າວຕໍ່ RFA ວ່າ ກົມມໍຣະດົກໂລກ ຕຣຽມທີ່ຈະລົງ ພື້ນທີ່ ແຂວງຊຽງຂວາງ ໃນປີນີ້ ເພື່ອແນະນໍາ ເຣື່ອງການ ປົກປັກຮັກສາ ທົ່ງໄຫຫີນ ເພື່ອໃຫ້ເປັນ ໄປຕາມທີ່ ອົງການ UNESCO ກໍານົດໄວ້ ຫຼັງຈາກ ທີ່ທາງແຂວງ ໄດ້ສເນີໄປຍັງ ກົມມໍຣະດົກ ໂລກ ໃຫ້ດໍາເນີນການ:
"ດຽວນີ້ຫັ້ນ ເພິ່ນກໍວ່າສິລົງມາ ໃນເດືອນ 7 ນີ້ນະ ພວກ ກົມມໍຣະດົກ ເພິ່ນຈະລົງມາ ກ່ຽວກັບ ເຣື່ອງຄົ້ນຄວ້າ ເຣື່ອງນີ້ແຫລະ ເພິ່ນກໍສິລົງມາ ປະຊຸມ ກ່ຽວກັບ ເຣື່ອງວິທີ ຄຸ້ມຄອງ ຫລືວ່າການ ປົກປັກຮັກສາ ເຂດມໍຣະດົກ ໄຫຫີນ ຂອງພວກເຮົາ ນີ້ແຫລະ".
ເຈົ້າໜ້າທີ່ ເວົ້າວ່າ ຫລັງຈາກ ລົງພື້ນທີ່ແລ້ວ ທາງກົມ ກໍຈະສເນີ ຕໍ່ອົງການ UNESCO ໃຫ້ຮັບເອົາ ທົ່ງໄຫຫີນ ເປັນເຂດ ມໍຣະດົກໂລກ ແຕ່ຍັງຄາດການ ບໍ່ໄດ້ວ່າ ຈະສເນີຕາມແຜນ ທີ່ວາງໄວ້ ຄືພາຍໃນປີ 2015 ນັ້ນໄດ້ຫລືບໍ່ ເພາະຕ້ອງ ໃຫ້ເຂດ ທົ່ງໄຫຫີນ ມີຄວາມພ້ອມ ມີສິ່ງອໍານວຍ ຄວາມສະດວກ ຕ່າງໆ ຈຶ່ງຈະເປັນ ມໍຣະດົກໂລກ ໄດ້, ເປັນຕົ້ນ ເຣື່ອງເດີ່ນຍົນ ຫົນທາງ ໂຮງແຮມ ແລະອື່ນໆ.
ປັດຈຸບັນ ແຂວງຊຽງຂວາງ ໄດ້ຄົ້ນພົບໄຫຫີນ ແລະ ຂຶ້ນທະບຽນ ຢ່າງເປັນທາງການ ແລ້ວ 69 ຈຸດ ແຕ່ການສໍາຣວດ ພົບວ່າຍັງມີ ໄຫຫີນ ອີກ 50 ກວ່າຈຸດ ທີ່ລໍຖ້າ ການສໍາຣວດ, ກວດຣະເບີດ ຝັງດິນ ແລະ ຂຶ້ນທະບຽນ. ທ່ານກ່າວ ໃນຕອນທ້າຍວ່າ ການພັທນາ ທົ່ງໄຫຫີນ ຫລ້າສຸດນີ້ ທາງແຂວງ ກໍາລັງປັບປຸງ ເດີ່ນຍົນ ໃຫ້ເຂົ້າຂັ້ນ ສາກົນ ເພື່ອຮອງຮັບ ນັກທ່ອງທ່ຽວ ໃນ ອະນາຄົດ. ພ້ອມດຽວກັນ ທາງແຂວງ ກໍໄດ້ເລີ່ມ ສໍາຣວດ ບຸກເບີກພື້ນທີ່ ຕຣຽມຈະສ້າງເຂດ ເສຖກິດ ຢູ່ເຂດ ທົ່ງໄຫຫີນ ເພື່ອໃຫ້ ນັກລົງທຶນ ເຂົ້າມາສ້າງ ໂຮງແຮມ ເຮືອນພັກ ແລະ ສະຖານທີ່ ບໍຣິການຕ່າງໆ.