ຫຼາຍຄົນ ເດີນທາງກັບ ພູມລຳເນົາ ສລອງປີໃໝ່ ກັບຄອບຄົວ

ໃນໄລຍະ ບຸນປີໃໝ່ລາວປີນີ້, ຊາວລາວ ທະຍອຍເດີນທາງ ກັບພູມລໍາເນົາກັນ ຢ່າງຄຶກຄັກ ເຖິງວ່າຄ່າໂດຍສານ ຈະແພງຂຶ້ນກໍຕາມ ຊຶ່ງການສລອງບຸນປີໃໝ່ລາວປີນີ້ ແມ່ນຢູ່ໃນທ່າມກາງ ການຣະບາດຂອງເຊື້ອ ໂຄວິດ-19 ແລະຄ່າຄອງຊີບທີ່ແພງຂຶ້ນຫຼາຍ.

ຊາວລາວບັນດາເຜົ່າ ພວມເດີນທາງກັບພູມລຳເນົາ ໄລຍະພັກບຸນປີໃໝ່ລາວ ທີ່ຄິວຣົຖເມໂດຍສານສາຍໃຕ້ ໃນນະຄອນຫຼວງວຽງຈັນ (TS), ວັນທີ 13 ເມສາ 2022. RFA

ໃນໄລຍະບຸນປີໃໝ່ລາວ ປີນີ້ ຢູ່ຕາມຄິວຣົຖເມໂດຍສານສາຍໃຕ້ ແລະສາຍເໜືອ ຊາວລາວຫຼາຍຄົນ ຍັງພາກັນຫຼັ່ງໄຫຼ ເດີນທາງກັບພູມລໍາເນົາກັນຢ່າງຄຶກຄັກ ເຖິງແມ່ນວ່າ ຈະມີການແຜ່ຣະບາດຂອງເຊື້ອໂຄວິດ-19 ແລະຄ່າໂດຍສານ ແພງຂຶ້ນກໍຕາມ ຫຼາຍຄົນກໍຍັງເລືອກເມືອທາງຣົຖເມໂດຍສານຢູ່ ເພາະສາມາດລໍຖ້າຣົຖໂດຍສານ ອອກເດີນທາງກັບບ້ານໄດ້ເລີຍ ເຊິ່ງຕ່າງຈາກກັບການຂີ່ຣົຖໄຟລາວ-ຈີນ ທີ່ຕ້ອງໄປຊື້ປີ້ລ່ວງໜ້າ 3 ມື້ ແລະສ່ຽງ ທີ່ຈະບໍ່ໄດ້ປີ້ນໍາອີກ ແລະຢູ່ພາຍໃນຣົຖໂດຍສານ ທຸກຄົນຍັງຕ້ອງປ້ອງກັັນໂຕເອງ ຈາກເຊື້ອໂຄວິດ-19 ຄືເກົ່າ ເນື່ອງຈາກພາຍໃນຣົຖໂດຍສານ ບໍ່ໄດ້ມີການເວັ້ນໄລຍະຫ່າງ ຕ້ອງໄດ້ນັ່ງຕາມບ່ອນທີ່ເພິ່ນຈັດສັນໃຫ້.

ດັ່ງຊາວລາວ ໃນແຂວງຫຼວງພຣະບາງ ທີ່ເດີນທາງກັບພູມລໍາເນົາ ດ້ວຍຣົຖເມສາຍເໜືອ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 13 ເມສາ ນີ້ວ່າ:

ມັນບໍ່ທັນໄປຈອງປີ້ຣົຖໄຟກ່ອນຫັ້ນນ່າ ແບບກະທັນຫັນນ່າ ເມືອດ່ວນຊິນ່າ ຮອດຊົ່ວໂມງອອກ ມັນກະອອກເລີຍ ປີ້ມັນຂຶ້ນຫຼາຍ ປັດຈຸບັນນີ້ 2 ແສນ 5 ເນາະ ກ່ອນນັ້ນມັ້ນມີແຕ່ ແສນເຈັດ ຄົນມັນຫຼາຍຢູ່ ແຕ່ບໍ່ເຖິງກັບແໜ້ນ ຕ້ອງໃສ່ຜ້າອັດປາກ ຕ້ອງມີເຈວ ມີສະເປ ຂອງໃຜຂອງມັນຢູ່ໃນຣົຖ.”

ຂະນະນທີ່ ຊາວລາວ ໃນແຂວງບໍຣິຄໍາໄຊ ທີ່ເດີນທາງກັບພູມລໍາເນົາ ດ້ວຍຣົຖເມສາຍໃຕ້ ທ່ານນຶ່ງ ກໍກ່າວວ່າ ປີນີ້ກໍຖືວ່າ ຄ່າໂດຍສານແພງຂຶ້ນຫຼາຍ ເຊິ່ງຄົນທີ່ຈະເດີນທາງກັບບ້ານ ໃນເທສການບຸນປີໃໝ່ລາວ ທີ່ປີນຶ່ງມີເທື່ອນຶ່ງ ກໍຈໍາເປັນຕ້ອງໄດ້ຈ່າຍ ເພາະຢາກເມືອ.

ດັ່ງທ່ານກ່າວວ່າ:

ຈົ່ມທຸກຄົນເລີຍ ຄ່າຣົຖຂຶ້ນ ແຕ່ກ່ອນເມືອບໍຣິຄໍາໄຊ ມີແຕ່ແສນນຶ່ງ ດຽວນີ້ຂຶ້ນແສນຊາວ ຄັນແໜ້ນຫຼາຍເຕີບ ຕິດໆກັນເລີຍ ຣົຖເມມັນຈະມີ ທາງທຽວທາງກາງເນາະ ແຖວທາງກາງ ຈະເອົາຕັ່ງເສີມມາໃຫ້ນັ່ງ ກະຢ້ານ ແຕ່ກໍປ້ອງກັນໂຕເອງ.”

ຊາວລາວໃນແຂວງສວັນນະເຂດ ອີກທ່ານນຶ່ງ ກໍກ່າວວ່າ ການເດີນທາງກັບບ້ານເກີດ ໃນໄລຍະບຸນປີໃໝ່ລາວນີ້ ກໍຖືວ່າຄ່າໂດຍສານແພງຢູ່ ຄືຈາກນະຄອນຫຼວງວຽງຈັນ ໄປລົງສວັນນະເຂດ ລາຄາປີ້ຢູ່ທີ່ 180,000 ກີບ, ແຕ່ກ່ອນແມ່ນ 151,000 ກີບ ແຕ່ດົນໆຈຶ່ງໄດ້ກັບບ້ານໄປຫາຄອບຄົວ ຫາພໍ່ແມ່ພີ່ນ້ອງເທື່ອນຶ່ງ ກໍສາມາດຈ່າຍໄດ້ ແລະກໍຖືວ່າ ປີນີ້ຄົນກໍບໍ່ໄດ້ເມືອບ້ານຫຼາຍປານໃດ ແຕ່ກໍມີຄົນເດີນທາງຢູ່ເລີື້ອຍໆ.

ເມືອສວັນນະເຂດ ຂຶ້ນລາຄາ ແສນແປດ ປີນຶ່ງ ເມືອເທື່ອນຶ່ງ ກະບໍ່ເປັນຫຍັງເດ້ ຜູ້ໃດມີເງິນກະເມືອ ແຕ່ວ່າກະຊິໃຫ້ຫຼາຍ ກະບໍ່ໄດ້ປານໃດ ເພາະວ່າປີນີ້ມີໂຄວິດແດ່ນີ້.”

ທາງດ້ານເຈົ້າໜ້າທີ່ ຄິວຣົຖໂດຍສານສາຍເໜືອທ່ານນຶ່ງ ທີ່ຂໍສງວນຊື່ ແລະຕໍາແໜ່ງ ກໍກ່າວວ່າ ກໍມີການຕຣຽມຄວາມພ້ອມ ດ້ານການບໍຣິການໄວ້ແລ້ວ ການບໍຣິການພຽງພໍ ເພາະປີນີ້ ກໍຖືວ່າຄົນບໍ່ໄດ້ກັນບ້ານເກີດຫຼາຍປານໃດ ແຕ່ກໍມີມາເລື້ອຍໆ ເຊິ່ງທຸກຄົນກໍຍັງຕ້ອງປ້ອງກັນ ເຊື້ອໂຄວິດ-19 ດ້ວຍຕົນເອງຄືເກົ່າ ແລະລາຄ່າປີ້ຣົຖໂດຍສານ ກໍຂຶ້ນໝົດທົ່ວທຸກແຂວງ.

ໂອ້ລາຄາຂຶ້ນໝົດ ຍັງມີຄົນມານັ່ງຢູ່ ຄືເກົ່າຢູ່ ບໍຣິການພຽງພໍຢູ່ ກະນັ່ງຕາມບ່ອນນັ່ງຫັ້ນແຫຼະ ປ້ອງກັນໃຜ ປ້ອງກັນມັນ.”

ດ້ານເຈົ້າໜ້າທີ່ ຄິວຣົຖໂດຍສານສາຍໃຕ້ ທ່ານນຶ່ງ ຜູ້ຂໍສງວນຊື່ແລະຕໍາແໜ່ງ ກໍກ່າວວ່າ ກໍມີການປ້ອງກັນເຊື້ອໂຄວິດ-19 ຄືເກົ່າ ທີ່ສໍາຄັນ ທຸກຄົນຕ້ອງປ້ອງກັນເອົາໃຜເອົາລາວ ເຖິງແມ່ນວ່າ ລາຄາປີ້ໂດຍສານຈະປັບຂຶ້ນຕາມລາຄານໍ້າມັນ ແຕ່ກໍຍັງມີຄົນໂດຍສາຍ ເດີນທາງກັບບ້ານກັນຢ່າງຕໍ່ເນື່ອງ ແຕ່ບໍ່ເຖິງກັບຫຼາຍຈົນລົ້ນອອກນອກຣົຖ.

ປັບຂຶ້ນຕາມສະພາບນໍ້າມັນຫັ້ນແຫຼະ ຄົນອອກມາກະຫຼາຍຢູ່ ແຕ່ວ່າ ຖືວ່າບໍ່ຫຼາຍ ປ້ອງກັນຄືເກົ່າຫັ້ນແຫຼະ.”

ກ່ຽວກັບເຣື່ອງຄ່າໂດຍສານແພງຂຶ້ນນີ້ ເຈົ້າໜ້າທີ່ກະຊວງໂຍທາທິການ ແລະຂົນສົ່ງ ທ່ານນຶ່ງ ທີ່ຂໍສງວນຊື່ແລະຕໍາແໜ່ງ ກໍໄດ້ກ່າວວ່າ ສາເຫດທີ່ຂຶ້ນລາຄາຄ່າຣົຖໂດຍສານ ຍ້ອນຂຶ້ນຕາມລາຄານໍ້າມັນ ເນື່ອງຈາກຜູ້ປະກອບການ ກໍມີການຮ້ອງຮຽນມາ ເພາະຍັງຕ້ອງແລ່ນຣົຖເປັນປະຈໍາ ແລະຕ້ອງຈ່າຍຄ່ານໍ້າມັນແພງຂຶ້ນ ກໍຈໍາເປັນຕ້ອງໄດ້ຂຶ້ນໃຫ້ເຂົາເຈົ້າ.

ຄ່າໂດຍສານຂຶ້ນ ໂຕນີ້ມັນປັບຂຶ້ນຕາມກະແສຂອງເສຖກິຈ ຍ້ອນສະຖານະການບ້ານເຮົາ ນໍ້າມັນແພງ ຜູ້ປະກອບການ ເຂົາເຈົ້າກະຂໍຮ້ອງຮຽນຂຶ້ນມາໃຫ້ ກໍຕ້ອງເຂົ້າໃຈຜູ້ປະກອບການ.”

ທ່ານກ່າວຍັງເພີ່ມຕື່ມວ່າ ສ່ວນການຄວບຄຸມເຣື່ອງບ່ອນນັ່ງ ໃນການເດີນທາງນັ້ນ ກໍມີແຈ້ງການ ໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງໄປແລ້ວ ໂດຍໃຫ້ຜູ້ໂດຍສານນັ່ງຕາມບ່ອນນັ່ງ ບໍ່ໃຫ້ໜາແໜ້ນເກີນໄປ ເນື່ອງຈາກຍັງຕ້ອງປ້ອງກັນເຊື້ອໂຄວິດ-19 ຢູ່.

ຄວບຄຸມ ກະຕາມບ່ອນນັ່ງ ທີ່ນັ່ງຂອງຣົຖເມ ທີ່ມີໄວ້ຫັ້ນແຫຼະ ແລ້ວສ່ວນຣາຍລະອຽດ ແມ່ນເຈົ້າໜ້າທີ່ ຢູ່ຖນົນເພິ່ນຈະກວດກາຕື່ມ ເພິ່ນກວດກາພໍ້ ຈະມີການປັບໃໝກັນເກີດຂຶ້ນ.”

ນອກຈາກນີ້ ຕໍາຣວດຈາຣະຈອນ ໃນທົ່ວປະເທດ ກໍມີການຕຣຽມຄວາມພ້ອມ ໃນໄລຍະບຸນປີໃໝ່ລາວນີ້ນໍາດ້ວຍ ເພື່ອສະກັດກັ້ນອຸບັດຕິເຫດໃນການສັນຈອນໄປມາ ໂດຍແຕ່ລະແຂວງ ກໍຈະມີການວາງກໍາລັງ ຕັ້ງຈຸດກວດກາ ຍານພາຫະນະ ຕາມເສັ້ນທາງຫຼັກ ທາງເຂົ້າ-ອອກ ຂອງເມືອງ ແລະຂອງແຂວງ ໃນທົ່ວປະເທດ ແລະຍັງໄດ້ມີການສົມທົບກໍາລັງກັບເຈົ້າໜ້າທີ່ທ້ອງຖິ່ນ ທີ່ອອກກວດກາຕາມເສັ້ນທາງຕົວເມືອງຕ່າງໆ ເພື່ອຕິດຕາມສະພາບການສເລີມສລອງບຸນປີໃໝ່ລາວ ໃຫ້ມີຄວາມສງົບຮຽບຮ້ອຍ ແລະຮັບປະກັນຄວາມປອດພັຍ ນອກຈາກນີ້ແລ້ວ ຣັຖວິສາຫະກິຈຣົຖເມ ຢູ່ນະຄອນຫຼວງວຽງຈັນ ກໍໄດ້ມີການເພີ່ມຖ້ຽວຣົຖບໍຣິການຜູ້ໂດຍສານ ໃນໄລຍະບຸນປີໃໝ່ລາວນີ້ ນໍາດ້ວຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org