ຂ.ຫຼວງພຣະບາງ ຂໍໂຈະກິຈກັມ ໃຫຍ່ ຊ່ວງປີໃໝ່
ທາງການ ແຂວງຫຼວງພະບາງ ສເນີຣັຖບານ ຂໍໂຈະ ກິຈກັມ ສໍາຄັນ ຂອງ ບຸນປີໃໝ່ລາວ ປີນີ້.
-
ຈໍາປາທອງ
2020-03-12 -
-
-
Your browser doesn’t support HTML5 audio
ອໍານາດການປົກຄອງແຂວງຫຼວງພະບາງ ໄດ້ສເນີເຖິງຣັຖບານກ່ຽວກັບການຂໍໂຈະ ກິຈກັມສໍາຄັນ ໃນລະຍະບຸນປີໃໝ່ລາວ 2020 ນີ້ ຊຶ່ງໃນນັ້ນໄດ້ຂໍໂຈະ 4 ກິຈກັມໃຫຍ່ ຄືການຈັດງານເລືອກນາງສັງຂານ ຫລວງພະບາງ, ການຈັດຕລາດນັດມວນຊົນ ຕາມເສັ້ນທາງໃຈ ກາງເມືອງ, ການລົງຕົບພະທາດຊາຍ ແລະ ການແຫ່ນາງສັງຂານ.
ສາເຫດທີ່ທາງການແຂວງຫລວງພະບາງ ສເນີຂໍໂຈະກິຈກັມທີ່ວ່ານັ້ນ ຍ້ອນວ່າເປັນກິຈກັມໃຫຍ່ ແລະຈະມີມວນຊົນລາວ ແລະນັກທ່ອງທ່ຽວ ຕ່າງປະເທດເຂົ້າຮ່ວມຫຼາຍ ຈະມີຄວາມຫຍຸ້ງຍາກ ໃນການປ້ອງກັນ ແລະ ກວດກາພຍາດ ໂຄວິດ-19, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຫ້ອງວ່າການ ແຂວງຫລວງພະບາງ ຜູ້ບໍ່ປະສົງອອກຊື່ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 12 ມິນາ ນີ້:
"ແມ່ນໜັງສືພວກເຮົາ ຂໍທິດນໍາຂັ້ນເທິງ."
ໃນຂນະດຽວກັນ ເຈົ້າໜ້າທີ່ຜແນກອຸດສາຫະກັມ ແລະການຄ້າແຂວງຫລວງພະບາງ ກໍເວົ້າວ່າການໂຈະ 4 ກິຈກັມໃຫຍ່ຄຶແນວນັ້ນ ກໍເພື່ອ ບໍ່ໃຫ້ມີພຍາດ ໂຄວິດ-19 ຊຶ່ງມາເຖິງດຽວນີ້ ກໍຍັງບໍ່ມີຣາຍງານວ່າ ມີຄົນຕິດເຊື້ອພຍາດ ນັ້ນເທື່ອ ດັ່ງທີ່ທ່ານກ່າວວ່າ:
"ກະຖືວ່າໂຈະຂາດຕົວນັ້ນແຫລະ ບໍ່ໃຫ້ມີກິຈກັມ."
ທ່ານກ່າວຕື່ມວ່າ ຫລັງຈາກມີຂ່າວພຍາດ ໂຄວິດ-19 ຣະບາດແລ້ວ ຜູ້ປະກອບການຕ່າງໆ, ໜ່ວຍທຸຣະກິດ, ຮ້ານຄ້າ ກໍໄດ້ຮັບຜົລກະທົບ ໂດຍສະເພາະໂຮງແຮມ, ບ້ານພັກຮ້ານອາຫານ ແຕ່ເຖິງຢ່າງໃດທາງຜແນກອຸດສາຫະກັມ ແລະການຄ້າແຂວງ ກໍມີແຜນທີ່ຈະຊ່ອຍເຫຼືອ ຄືຫລຸດຄ່າພາສີອາກອນ ແລະຫລຸດ ຜ່ອນດອກເບັ້ຽ ທະນາຄານ ດັ່ງທີ່ທ່ານກ່າວວ່າ:
"ມັນກະທົບແຕ່ກີ້ຢູ່ແລ້ວ ຫລັງຈາກໂຄວິດ-19 ລະບາດ."
ແລະ ເຈົ້າຂອງຮ້ານອາຫານແຫ່ງນຶ່ງ ຢູ່ນະຄອນຫລວງພະບາງ ກໍເວົ້າວ່າ ບຸນປີໃໝ່ລາວປີນີ້ ຈະບໍ່ໃຫຍ່ຄືກັນກັບປີກາຍແນ່ນອນ ແລະ ກໍ ຄາດວ່າ ຈະປິດຮ້ານ ໃຫ້ພະນັກງານກັບບ້ານ ຍ້ອນຄາດວ່າຈະບໍ່ໄດ້ຂາຍອາຫານຫລາຍ ເພາະຄົນ ຈະມາທ່ຽວໜ້ອຍ ດັ່ງທີ່ທ່ານກ່າວວ່າ:
"ປີໃໝ່ເພິ່ນກະບໍ່ເຫລັ້ນແລ້ວນີ້ ປີນີ້ ເບິ່ງທ່າແລ້ວບໍ່ຫລາຍ."
ກ່ຽວກັບເຮຶ່ອງທີ່ວ່ານີ້ ເຈົ້າຂອງເຮືອນພັກ ຢູ່ນະຄອນຫລວງພະບາງ ເວົ້າວ່າ ຫາກທາງການ ຈະບໍ່ຈັດກິຈກັມສໍາຄັນ ໃນໂອກາດ ບຸນປີໃໝ່ ລາວປີນີ້ ເພື່ອປ້ອງກັນພຍາດ ໂຄວິດ-19 ຄືທີ່ວ່ານັ້ນ ກໍຕ້ອງໄດ້ທໍາໃຈຍອມຮັບ ຊຶ່ງລະຍະນີ້ ທາງເຮືອນພັກ ກໍໄດ້ຮັບຜົລກະທົບຢູ່ແລ້ວ ຍ້ອນບໍ່ມີແຂກ ເຂົ້າມາພັກຫລາຍ ດັ່ງທີ່ທ່ານກ່າວວ່າ:
"ມັນກໍຕ້ອງໄດ້ທໍາໃຈ ເລຶ່ອງນ້ອຍມັນກະນ້ອຍແທ້ນໍ."
ກິຈກັມໃຫຍ່ 4 ຢ່າງ ທີ່ີວ່າຈະບໍ່ຈັດຂຶ້ນນັ້ນ ເປັນກິຈກັມ ທີ່ຊາວແຂວງຫຼວງບາງ ພາກັນປະຕິ ບັດມາຕາມຮີດຄອງປະເພນີ ອັນດີງາມ ໃນແຕ່ລະປີ. ແຕ່ກໍຍັງຈະຈັດພິທີ ອັນເຊີນພຣະບາງລົງສົງ ແຕ່ມື້ວັນທີ 17 ຫາວັນທີ 20 ເມາສາ, ການແຫ່ຂະບວນສົງນໍ້າໃຫ້ພຣະສົງ ຢູ່ໃນແຕ່ລະວັດ ທີ່ຈະບໍ່ມີມວນຊົນ ແລະນັກທ່ອງທ່ຽວ ເຂົ້າຮ່ວມຫລາຍນັ້ນຢູ່.