ຄົນງານລາວ ໃນໄທ ເດີນທາງກັບບ້ານເກີດ ໄປສະຫຼອງ ປີໃໝ່ສາກົນ
2024.12.30

ນັບແຕ່ມື້ວັນທີ 27 ທັນວາ 2024 ເປັນຕົ້ນມາ, ມີຄົນງານລາວ ຈໍານວນຫຼາຍ ທີ່ເດີນທາງມາເຮັດວຽກ ຢູ່ໄທ ເລີ່ມທະຍອຍເດີນທາງ ອອກຈາກສະຖານີ ຂົນສົ່ງໝໍຊິດ 2 ຢູ່ນະຄອນຫຼວງບາງກອກ ເພື່ອກັບປະເທດລາວ ໃນໄລຍະ ບຸນປີໃໝ່ສາກົນ ພາຍຫຼັງບໍ່ໄດ້ກັບບ້ານ ມາເປັນເວລາ 1-2 ປີ ຍ້ອນຫຼາຍຄົນ ເລີ່ມມີລາຍໄດ້ ເນື່ອງຈາກເສດຖະກິດໃນໄທ ເລີ່ມຟື້ນໂຕ. ດັ່ງຄົນງານລາວ ຈາກນະຄອນປາກເຊ ແຂວງຈໍາປາສັກ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 28 ທັນວາ 2024 ວ່າ:
“ດົນແລ້ວ 2 ປີແລ້ວ ບໍ່ໄດ້ເມືອ, ຄິດຮອດ ຄິດຮອດຄົນທາງບ້ານ. ຫຼາຍປີແລ້ວ ບໍ່ໄດ້ເມືອຢາມ, ຢາມແມ່ຕູ້ ລາວກະເຖົ້າເດ້, ແລ້ວກໍຄິດຮອດ. ມີອາຫານທະເລ ແລ້ວກໍພວກຂອງແຫ້ງ ຂະໜົມ, ອີ່ຫຍັງ.”
ສໍາລັບສາເຫດ ທີ່ຄົນງານລາວ ຈໍານວນໜຶ່ງ ບໍ່ທັນໄດ້ກັບລາວ ໃນໄລຍະທີ່ຜ່ານມາ ເປັນຍ້ອນບໍ່ທັນມີລາຍໄດ້ ພໍເທົ່າໃດ. ອີກທັງ ການເດີນທາງກັບລາວ ໃນແຕ່ລະເທື່ອ ແມ່ນມີຄ່າໃຊ້ຈ່າຍຫຼາຍ. ດັ່ງຄົນງານລາວ ຈາກນະຄອນປາກເຊ ແຂວງຈໍາປາສັກ ອີກທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ກໍໄດ້ປະມານ ປີກວ່າແລ້ວ ບໍ່ໄດ້ກັບບ້ານ ເພາະວ່າ ບໍ່ຄ່ອຍມີເງິນປານໃດ ບໍ່ຄ່ອຍໄດ້ກັບ. ກໍໂຮງງານຢຸດພໍດີ ກໍເລີຍໄດ້ກັບ, ໄປເຮັດບຸນຢູ່ເຮືອນ ນໍາດ້ວຍ. ໄດ້ເວລາພໍດີ ໂບນັດອອກນໍາດ້ວຍ, ໄດ້ເງິນເມືອບ້ານ ຂຶ້ນມາວັນທີ 5 ແລ້ວກະເຮັດວຽກ ທີ 7.”
ທ່ານກ່າວຕື່ມວ່າ ຍ້ອນການເດີນທາງ ທັງໄປ ແລະ ກັບ ລະຫວ່າງໄທ-ລາວ ແມ່ນມີຄ່າໃຊ້ຈ່າຍຫຼາຍ ຈຶ່ງເຮັດໃຫ້ ຄົນງານລາວ ຈໍານວນໜຶ່ງ ຕັດສິນໃຈ ບໍ່ເດີນທາງກັບໄປ ປະເທດລາວ ແລະ ເລືອກທີ່ຈະສົ່ງເງິນ ໃຫ້ແກ່ຄອບຄົວ ຂອງພວກເຂົາເຈົ້າແທນ ເພື່ອປະຢັດ ຄ່າໃຊ້ຈ່າຍ.
ສໍາລັບຄົນງານລາວ ທີ່ເດີນທາງກັບລາວ ໃນປີນີ້, ຈະກັບໄປຢູ່ລາວ ປະມານ 5-7 ມື້ ແລະ ຫຼັງຈາກນັ້ນ ກໍຈະເລີ່ມທະຍອຍ ເດີນທາງກັບໄທ ໃນໄລຍະຕົ້ນປີ 2025 ເພື່ອກັບມາເຮັດວຽກ ຢູ່ໄທ ຄືເກົ່າ. ດັ່ງພະນັກງານ ຮັບຈ້າງຂົນສົ່ງໄທ-ລາວ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 30 ທັນວາ 2024 ນີ້ວ່າ:
“ມັນຈະມີ ຄົນໄປ-ຄົນມາ ຫັ້ນແລ້ວ. ເອີ່, ມັນກໍປີໃໝ່, ສົງການຫັ້ນ ຄົນຫຼາຍ, ຄົນຫຼາຍຢູ່ແລ້ວ ແລ້ວເຂົາກໍຈະເອົາເຄື່ອງ ເອົາຂອງ ກັບນໍາຫັ້ນແລ້ວ. ເຂົາຈະກັບລ່ວງໜ້າ ປະມານ 3 ວັນ 4 ວັນນີ້ແລ້ວ. ຫຼາຍ ເອີ່, ມັນກໍຊິຢູ່ ປະມານນັ້ນຫັ້ນແລ້ວ. ເຂົາເລີ່ມກັບ ວັນທີ 2 ວັນທີ 3. ເອີ, ກໍມາທິດໜຶ່ງ 4-5 ມື້ຫັ້ນແລ້ວ.”
ໃນວາລະ ບຸນປີໃໝ່ສາກົນ 2025 ນີ້, ຄົນງານລາວ ກໍຄາດຫວັງວ່າ ຈະມີວຽກເຮັດງານທໍາ ຢູ່ໄທ ທີ່ສາມາດສ້າງລາຍໄດ້ ໃຫ້ແກ່ພວກເຂົາເຈົ້າ ເພື່ອສົ່ງໃຫ້ຄອບຄົວ ຢູ່ປະເທດລາວໄດ້. ດັ່ງຄົນງານລາວ ຈາກນະຄອນປາກເຊ ແຂວງຈໍາປາສັກ ອີກທ່ານໜຶ່ງ ກ່າວວ່າ:
“ຢາກມີໂຊກ ມີລາບ, ກໍດີຢູ່ ດີຢູ່ (ລາຍໄດ້ຈາການເຮັດວຽກຢູ່ໄທ). ໄດ້ເຖົ້າແກ່ດີ, ດີໆ ເຖົ້າແກ່ດີ ມາເຮັດວຽກນີ້ ຈະກັບມາ (ໄທ) ມື້ວັນທີ 6.”
ກ່ຽວກັບເລື່ອງນີ້, ທາງເຈົ້າໜ້າທີ່ ທີ່ເຮັດວຽກ ກ່ຽວກັບເສັ້ນທາງ ການເດີນລົດໂດຍສານ ລະຫວ່າງປະເທດລາວ ແລະ ໄທ ທ່ານໜຶ່ງ ທີ່ຂໍສະຫງວນຊື່ ແລະ ສຽງ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ ສໍາລັບງານບຸນປີໃໝ່ສາກົນ ໃນປີນີ້ ແມ່ນມີຄົນງານລາວ ເດີນທາງລະຫວ່າງ ນະຄອນຫຼວງບາງກອກ ແລະ ແຂວງຕ່າງໆ ຂອງປະເທດໄທ ເພື່ອກັບປະເທດລາວ ຫຼາຍພັນຄົນ, ເຊິ່ງເປັນຈໍານວນ ທີ່ເພີ່ມຂຶ້ນ ກ່ອນການເດີນທາງກັບລາວ ໃນໄລຍະບຸນສົງການ ທີ່ຜ່ານມາ.
ນັບແຕ່ເດືອນມິຖຸນາ ປີ 2022, ບໍລິສັດຂົນສົ່ງ ຈໍາກັດ ຂອງໄທ ໄດ້ເຮັດ MOU ເພື່ອເປີດເສັ້ນທາ ແລ່ນລົດໂດຍສານ ລະຫວ່າງລາວ-ໄທ ຈໍານວນ 11 ເສັ້ນທາງ ເປັນຕົ້ນ ນະຄອນຫຼວງບາງກອກ ຫາ ນະຄອນຫຼວງວຽງຈັນ ແລະ ນະຄອນຫຼວງບາງກອກ ຫາ ນະຄອນປາກເຊ ແຂວງຈໍາປາສັກ. ຂະນະດຽວກັນ, ກໍຢູ່ລະຫວ່າງ ການສໍາຫຼວດ ເພີ່ມຕື່ມ ອີກ 2 ເສັ້ນທາງ ຄື: ແຂວງຂອນແກ່ນ ຫາ ນະຄອນຫຼວງວຽງຈັນ ແລະ ແຂວງຊຽງໃໝ່ ຫາ ແຂວງຫຼວງພຣະບາງ.
ແລະ ໃນເດືອນກໍລະກົດ ປີ 2024, ການລົດໄຟ ແຫ່ງປະເທດໄທ ແລະ ລົດໄຟ ແຫ່ງຊາດລາວ ກໍໄດ້ຮ່ວມກັນ ເປີດເສັ້ນທາງ ການແລ່ນລົດໄຟ ລະຫວ່າງປະເທດ ລະຫວ່າງ ສະຖານີກຸງເທບທະພິວັດ ຂອງໄທ ແລະ ສະຖານີວຽງຈັນ (ຄໍາສະຫວາດ) ຂອງລາວ, ເຊິ່ງກໍມີຊາວລາວ, ຊາວໄທ ແລະ ນັກທ່ອງທ່ຽວ ຊາວຕ່າງປະເທດ ໃຊ້ບໍລິການ ເປັນຈໍານວນຫຼາຍ.