ນັກຮຽນລາວໃກ້ຊາຍແດນຈີນ ຮຽນພາສາຈີນ


2013.09.27
F-Laos-border ຊາຍແດນລາວຈີນ ຜູ້ຄົນໄປມາ ຄ້າຂາຍ ກັນຕລອດ
Agence France-Presse/Getty Images

 

ໃນປັດຈຸບັນ ເດັກນ້ອຍນັກຮຽນລາວ ສ່ວນໃຫຍ່ຈະພາກັນຮຽນພາສາຈີນ ທີ່ ຣັຖບານຈີນ ໄດ້ເປີດຂື້ນ ໃນຫລາຍແຫ່ງ ໃນແຂວງພາກເຫນືອ ຂອງລາວ ທີ່ມີຊາຍແດນຕິດກັບຈີນນາຍຄຣູສ່ວນໃຫຍ່ເປັນຄົນຈີນ ແລະຈ້າງໂດຍຣັຖບານຈີນ. ນາງສົມເພັດອາຍຸ 24 ປີຈາກແຂວງບໍ່ແກ້ວ ໃນແຕ່ລະມື້ນາງຕ້ອງໄດ້ຍ່າງ ຂື້ນພູນ້ອຍ ເພື່ອໄປເຂົ້າໂຮງຮຽນທີ່ຈີນສ້າງຂື້ນ ນາງແລະຫມູ່ຄົນລາວດ້ວຍກັນ ອາຍຸຣະຫວ່າງ 8 ຫາ 28 ປີ ຈຳນວນ 60 ຄົນ ພາກັນໄປຮຽນພາສາຈີນຢູ່ ທີ່ນັ້ນ.

ນາງສົມເພັດເວົ້າວ່າຖ້ານາງສາມາດເວົ້າພາສາຈີນໄດ້ ນາງຈະໄດ້ເຮັດວຽກ ຜແນກການຕລາດ ກັບບໍຣິສັດຈີນ ໂຮງຮຽນຕັ້ງຢູ່ແຄມຂອງຫລຽວ ເຫັນຝັ່ງໄທ. ຫມູ່ນັກຮຽນໃນໂຮງຮຽນດຽວກັນ ນາງສົມນຶກ ອາຍຸ 24 ປີ ຜູ້ທີ່ຮຽນພາສາຈີນກ່ອນນາງ ກໍໄດ້ເຮັດວຽກຢູ່ ທະນາຄານຈີນແລ້ວ ຍ້ອນວ່າ ນາງສາມາດເວົ້າ ພາສາຈີນ ເພາະລູກຄ້າສ່ວນໃຫຍ່ ເປັນຄົນຈີນ.

ວ່າງສອງ-ສາມປີຫລັງໆມານີ້ ຈີນເປັນຜູ້ລົງທືນລາຍໃຫຍ່ໃນລາວ ໃນບັນດານັກລົງທືນຕ່າງຊາດ ເຮັດໃຫ້ນັກການຄ້າແລະປະຊາຊົນຈີນຍ້າຍ ເຂົ້າມາອາສັຍຢູ່ໃນລາວເປັນຈຳນວນຫລວງຫລາຍ ຍ້ອນຊັພຍາກອມທັມມະຊາດ ທີ່ລາວມີຢູ່ຄື: ປ່າໄມ້ ແຮ່ທາດແລະການສ້າງເຂື່ອນ. ນັກ ລົງທືນຈີນ ໄດ້ຮັບສຳປະທານ ໃນການຂຸດຄົ້ນແຮ່ທາດ ການສ້າງເຂືຶ່ອນໄຟຟ້າ ປູກຕົ້ນໄມ້ເສຖກິດຢາງພາລາ ມັນຕົ້ນ ອ້ອຍ ກ້ວຍ ແລະ ຕົ້ນກາລີບຕັສ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.