ຄຸນພໍ່ລາວ ຖືກປ່ອຍແລ້ວ
2013.04.09

ຄຸນພໍ່ລາວ ສາມຄົນ ຖືກປ່ອຍໂຕ ຫລັງຈາກ ຖືກກັກຂັງ ຍ້ອນຂໍ້ຫາ ສອນສາສນາ ເຢຊູ ໃນລາວ.
ຄຸນພໍ່ຄົນລາວ ສາມຄົນ ຖືກປ່ອຍໂຕ ໃນອາທິດນີ້ ຫລັງຈາກ ຖືກຈັບ ໃນເດືອນ ກຸມພາ ຜ່ານມາ ຍ້ອນສອນ ສາສນາ ເຢຊູ. ຄຸນພໍ່ ບຸນມາ, ສົມແກ້ວ ແລະ ຄຸນພໍ່ ບຸນມີ ຖືກຈັບ ໃນມື້ວັນທີ 5 ເດືອນ ກຸມພາ ປີ 2013 ແລະ ຖືກກັກຂັງ ຢູ່ໃນ ສະຖານີ ຕຳຣວດ ໃນເຂດ ເມືອງພິນ ແຂວງ ສວັນນະເຂດ ຫລັງຈາກ ເຈົ້າຫນ້າທີ່ ຕຳຣວດໄດ້ ກວດພົບເຫັນ ພວກ ທ່ານ copy ແຜ່ນ ດີວີດີ ກ່ຽວກັບ ສາສນາ ເຢຊູ ໃນຮ້ານ copy ໃນຕລາດ ເມືອງພີນ.
ອົງການ ສາສນາ ຄຣິສຕຽນ ສາກົນ ໃຫ້ການ ຢືນຢັນວ່າ ຄຸນພໍ່ສາມຄົນ ດັ່ງກ່າວ ໄດ້ກັບຄືນ ເມືອບ້ານແລ້ວ ໃນເວລານີ້. ຄຸນພໍ່ທັງສາມ ຖືກຈັບ ກັກຂັງ ເຖິງແມ່ນວ່າ ພວກທ່ານ ຈະໃຫ້ການ ຕໍ່ເຈົ້າຫນ້າທີ່ ລາວວ່າ ແຜ່ນຊີດີ ດັ່ງກ່າວ ມີໃວ້ ເພື່ອການຮຽນ ຄຳພີ ຂອງ ພວກເພິ່ນເອງ ກໍຕາມ. ນອກຈາກ ຄຸນພໍ່ສາມຄົນ ຖືກຈັບແລ້ວ ເຈົ້າຂອງຮ້ານ ວີດີໂອ ກໍຖືກຈັບ ເຊັ່ນກັນ ໃນຂະນະທີ່ ສອງຄົນ ຖືກປ່ອຍຕົວ ໃນເວລາ ຕໍ່ມາ ຄຸນພໍ່ສອງຄົນ ກໍຖືກຈັບ ໃສ່ຄຸກ ທີ່ເມືອງພີນ.
ອົງການ ສາສນາ ຄຣິສຕຽນ ກ່່າວວ່າ ຄຸນພໍ່ທັງສາມ ຖືກກັກຂັງ ໃນຄຸກທີ່ມີ ການຮັກສາ ຄຸມຂັງ ຢ່າງເຄັ່ງຄັດ ທັງສາມຄົນ ຖືກລ່າມໂສ້ ຂານົກຢາງ ແລະ ບໍ່ ອະນຸຍາດ ໃຫ້ອອກຈາກ ຫ້ອງກັກຂັງ. ຄຸນພໍ່ບຸນມາ ຖືກເຕະ ແລະຕີ ຢ່າງທາຣຸນ ຈາກ ຮ້ອຍຕຳຣວດໂທ ຜູ້ທີ່ ຈັບທ່ານ ໃນຊ່ວງການ ກັກຂັງ ແລະ ສືບສວນ ເພື່ອບັງຄັບ ໃຫ້ທ່ານ ສາຣະພາບຜິດ.