ວັນປີໃໝ່ຢູ່ລາວ ງຽບເຫງົາ
2020.04.13

ປະຊາຊົນ ຢູ່ນະຄອນຫລວງວຽງຈັນ ບໍ່ມີການສລອງບຸນປີໃໝ່ລາວ ຍ້ອນວ່າ ອຳນາດການປົກຄອງ ຢູ່ແຕ່ລະທ້ອງຖິ່ນ ກວດກາເຂັ້ມງວດ ຫ້າມບໍ່ໃຫ້ມີການຄົບງັນ ຫລື ເຮັດກິຈກັມຫຍັງ ທີ່ມີຄົນເກີນ 10 ຄົນ ຂຶ້ນໄປ ໃນໄລຍະທີ່ມີການຣະບາດຂອງພຍາດໂຄວິດ19.
ປະຊາຊົນຈະຕ້ອງພັກຢູ່ໃນເຮືອນຂອງຕົນເອງ ອີງຕາມຄຳສັ່ງເລກທີ 06 ຂອງນາຍົກ ໃນຂນະທີ່ ຕາມເສັ້ນທາງຕ່າງໆ ເຈົ້າໜ້າທີ່ກໍຕັ້ງດ່ານ ກວດແລະຫ້າມບໍ່ໃຫ້ປະຊາຊົນອອກນອກບ້ານ. ຊາວນະຄອນຫຼວງ ວຽງຈັນ ທ່ານນຶ່ງໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 13 ເມສາ ວ່າ:
"ບໍ່ເອື້ອຍ ບໍ່ໄດ້ໄປໃສ ເອື້ອຍຢູ່ບ້ານ ຄູບາເພິ່ນກະເອົາພະລົງຕາມຮີດຕາມຄອງ ເພິ່ນກະສົງເອົາເອງເນາະ ຄືເອື້ອຍຢູ່ເຮືອນຈັ່ງຊີ້ ເຮົາມີພະ ເຮົາກະລົງຫົດສົງຢູ່ເຮືອນເຮົາ ບ້ານເຮົາກະຄືຕິດຕັ້ງແຕ່ລະຈຸດ ເປັນບາງສ່ວນເນາະ ສ່ວນຕຳຣວດຈາລະເພິ່ນຂຶ້ນກັບບ້ານຫຍັງຫັ້ນນະ."
ນາງກ່າວຕື່ມອີກວ່າ ໄລຍະນີ້ ຖ້າປະຊາຊົນບໍ່ມີຄວາມຈຳເປັນອອກນອກເຮືອນແທ້ໆ ເປັນຕົ້ນໄປໂຮງໝໍ, ໄປຊື້ອາຫານ ຫລື ສົ່ງເຂົ້າສົ່ງນ້ຳ ໃຫ້ຄົນຢູ່ຄອບຄົວ, ແຕ່ກ່ອນອອກຈາກບ້ານ ກໍຕ້ອງຂໍໃບອະນຸຍາດ ຈາກອຳນາດການປົກຄອງບ້ານ ເພື່ອເປັນຫລັກຖານສະແດງ ຕໍ່ເຈົ້າ ໜ້າທີ່ຕາມດ່ານກວດຕ່າງໆ ຖ້າບໍ່ດັ່ງນັ່ນ ຈະຖືວ່າມີຄວາມຜິດ.
ໃນຂນະດຽວກັນ ຢູ່ນະຄອນປາກເຊ ແຂວງຈຳປາສັກ ບັນຍາກາດກໍງຽບເຫງົາເຊັ່ນດຽວກັນ, ປະຊາຊົນບໍ່ຫລິ້ນບຸນປີໃໝ່, ຫລືຕັ້ງກຸ່ມຫົດນ້ຳ ຖະໜົນຫົນທາງ, ບໍ່ມີຣົດແລ່ນຫລາຍຕາມຖະໜົນ ຄືແຕ່ລະປີ. ຊາວນະຄອນປາກເຊ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
"ງຽບໝົດໄດ໋ ບາງບ້ານກະປິດແລ້ວເດ ກາງຄືນນີ້ກໍບໍ່ໄດ້ໄປໃສມາໃສແລ້ວ ເພິ່ນກະວ່າໃຫ້ຢຸດໝົດຫັ້ນແຫຼະ ເຮັດແບບທຳມະດາເຮັດແບບ ນີ້ແຫລະມັນບໍ່ໃຫ້ມີການເຕົ້າໂຮມກັນ ບໍ່ມີການແຫ່ ນາງສັງຂານ ພໍແລ້ວຮີດຄອງນີ້ແລ້ວ ມັນມີຄຳສັ່ງໃຫ້ເຝົ້າລະວັງ ໝົດເດ້ ບໍ່ທັນໄດ້ວ່າ ແນວໃດ."
ຢູ່ນະຄອນຫລວງພະບາງ ແຂວງຫລວງພະບາງ ກໍງຽບເຊັ່ນດຽວກັນ ຫລັງຈາກທີ່ເຈົ້າໜ້າທີ່ ທາງການຫ້າມ ສລອງບຸນປີໃໝ່, ແຕ່ຈະມີພຽງ ກິຈກັມ ຕາມຮີດຄອງປະເພນີ ທີ່ບໍ່ມີຄົນເຂົ້າຮ່ວມຫລາຍ. ເຈົ້າໜ້າທີ່ ແຂວງຫລວງພະບາງ ໄດ້ກ່າວວ່າ:
"ເຮົາບໍ່ໄດ້ຈັດຍິ່ງໃຫຍ່ຄືທຸກປີ ແຕ່ວ່າຈັດບາງຣາຍການ ບາງກິຈກັມທີ່ວ່າ ເປັນຮີດຄອງປະເພນີຫັ້ນ ແຫ່ນາງສັງຂານເບາະ ແມ່ນຫຍັງຖືວ່າ ສັ່ງໂຈະຖືວ່າບໍ່ໄດ້ເຮັດ ແຕ່ວ່າ ໃຫ້ເຮັດພິທີທາງສາສນາ ບາງກິຈກັມ ຫັ້ນຍັງມີຢູ່ ສົງພະພຸດທະຮູບ ຕາມຫັ້ນວ່າ ໃຫ້ສົງຢູ່."
ຢູ່ເມືອງວັງວຽງ ແຂວງວຽງຈັນ ຊຶ່ງເປັນເມືອງທ່ອງທ່ຽວ ກໍບໍ່ມີຄົນຫລິ້ນປີໃໝ່ ເຊັ່ນດຽວກັນ ແລະ ບັນຍາກາດກໍງຽບເຫງົາ, ດັ່ງເຈົ້າໜ້າທີ່ ເມືອງວັງວຽງ ໄດ້ກ່າວວ່າ:
"ໂຈະໝົດດຽວນີ້ ຖືກຊ່ວງນີ້ ໄລຍະທີ່ໄດ້ປະກາດປິດເມືອງ ມີແຕ່ຢູ່ ແຕ່ລະວັດລະບ້ານ ເຮັດຕາມຮີດຄອງປະເພນີ ເຮັດໄຫວ້ພະຮັບສິນບໍ່ ຫລືວ່າຫົດສົງທຳມະດານີ້ ຜູ້ໃດທັນກະໄປແຕ່ວ່າ ຈະບໍ່ເຮັດຄືແຕ່ລະປີ ຜ່ານມາ."
ເຖິງຢ່າງໃດກໍຕາມ, ໄລຍະປີໃໝ່ລາວ ເຈົ້າໜ້າທີ່ໄດ້ອອກຂໍ້ຫ້າມ ບໍ່ໃຫ້ປະຊາຊົນດື່ມເຫລົ້າ ເບັຽ ແລະ ຈັບກຸ່ມຊຸມແຊວກັນ ຕາມການເຝົ້າ ລະວັງ ການຣະບາດຂອງພຍາດໂຄວິດ19, ແຕ່ເຈົ້າໜ້າທີ່ເວົ້າວ່າ ອຸບັດຕິເຫດຕາມທ້ອງຖະໜົນ ຈະຫລຸດລົງ ຍ້ອນວ່າ ບໍ່ມີການຂັບຣົດ ອອກໄປນອກ ແລະ ບໍ່ມີການດື່ມສິ່ງມຶນເມົາຫລາຍ ຄືແຕ່ແຕ່ລະປີທີ່ຜ່ານມາ.