ສລອງປີໃໝ່ຖ້າມກາງ ເຝົ້າຣະວັງ ໂຄວິດ-19

ໄຊຍາ
2021.03.31
ສລອງປີໃໝ່ຖ້າມກາງ ເຝົ້າຣະວັງ ໂຄວິດ-19 ງານສລອງບຸນປີໃໝ່ ຢູ່ ມ.ຫຼວງພຣະບາງ ຂ.ຫຼວງພຣະບາງ ປະເທດລາວ ເມື່ອກ່ອນໜ້າ ເຊື້ອພຍາດໂຄວິດ-19 ອອກແຜ່ຣະບາດ
ພາບປະກອບ: ນັກຂ່າວພົລເມືອງ

ທາງການລາວໄດ້ອອກແຈ້ງເຖິງ ການສລອງປີໃໝ່ລາວ ປະຈຳ ພ ສ 2564 ຕ້ອງໄດ້ເຂັ້ມງວດ ການເຝົ້າຣະວັງການຣະບາດຂອງ ເຊື້ອພຍາດໂຄວິດ-19. ຜ່ານມາສະພາບການຣະບາດ ຂອງປະເທດໃກ້ຄຽງ ຍັງເພີ່ມຂຶ້ນ ເຖີງວ່າລາວຈະບໍ່ມີຜູ້ຕິດເຊື້ອຫຼາຍ ແຕ່ກໍ ໃຫ້ເຂັ້ມງວດ ມາຕການປ້ອງກັນການຣະບາດ.

ແຂວງຫຼວງພຣະບາງ ເປັນແຂວງນຶ່ງ ທີ່ມີການສລອງປີໃໝ່ກັນຢ່າງຄຶກຄື້ນ ແລະມີນັກທ່ອງທ່ຽວເຂົ້າມາທ່ຽວຫຼາຍ. ຕໍ່ມາຕການ ປ້ອງກັນ ເຈົ້າໜ້າທີ່ຜແນກຖແລງຂ່າວວັທນະທັມ ແລະທ່ອງທ່ຽວ ຂອງແຂວງຫຼວງພຣະບາງໄດ້ກ່າວຕໍ່ RFA ໃນວັນທີ 31 ມິນາ ວ່າ:

"ມີແຈ້ງການຂອງຫ້ອງວ່າການ ສຳນັກງານນາຍົກເດ້ ເພາະວ່າຊ່ວງນີ້ ສະພາບການຣະບາດຂອງພຍາດໂຄວິດ-19 ກໍຍັງທົ່ວໂລກ ກໍຍັງຣະບາດຢູ່. ບັນດາປະເທດທົ່ວໂລກ ໃກ້ຄຽງ ລາວ ກໍຍັງຣະບາດຢູ່ ຕ້ອງໄດ້ມີການຣະມັດຣະວັງ ຫັ້ນນ່າ. ອັນສະເພາະ ພາຍໃນປະເທດລາວ ເຮົາກໍຖືວ່າບໍ່ມີການຣະບາດ ພໍເທົ່າໃດນັ້ນແຫຼະຄັນເວົ້າເນາະ ແຕ່ວ່າພວກເຮົາຈະຕ້ອງ ມີິສະຕິ ໄດ້ປ້ອງກັນ ຢ້ານຫັ້ນແຫຼະ ມັນເກີດຂຶ້ນເດ້ ຊິເຮັດແນວໃດມັນຊິ ຫຍຸ້ງຍາກ."

ເຈົ້າໜ້າທີ່ໄດ້ ກ່າວຕື່ມວ່າ ປີນີຈະຈັດຕາມຮີດຄອງ ສາມວັນ ຣະຫວ່າງ 14-16 ເມສາ ຕາມຮີດຄອງ ຈະອັນເຊີນພຣະບາງ ໄປ ປະດິດສະຖານທີ່ວັດໃໝ່ ເພື່ອຈັດພິທີຫົດສົງ ແລະ ມີຂະບວນແຮ່ທາງວັທນະທັມ ຂອງຊາວຫລວງພຣະບາງ ທີ່ສືບທອດກັນມາ ແຕ່ບູຮານນະການ.

ຊາວບ້ານໃນແຂວງຫຼວງພຣະບາງ ກໍເວົ້າວ່າອີງຕາມທາງການ ປະກາດກໍຕ້ອງເຂັ້ມງວດ ເຣື່ອງການປ້ອງກັນປີນີ້ ຈະບໍ່ໄປໃສ່ ຢູ່ຫລີ້ນຢູ່ແຖວເຂດບໍຣິເວນບ້ານ.

"ເພິ່ນປະກາດມາວ່າໃຫ້ພໍ່ແມ່ ປະຊາຊົນຮັບຮູ້ວ່າ ບໍ່ໃຫ້ໄປບ່ອນທີ່ວ່າແອອັດ, ບ່ອນທີ່ວ່າຮ້ານເຫລົ້າຮ້າຍເບັຽ. ຊ່ວງໄລຍະປີໃໝ່ ເນາະຄົນບຸກຕ່າງເມືອງຕ່າງແຂວງມາ ຄົນຕ່າງປະເທດ ມາເຮົາກໍບໍ່ຮູ້ຫັ້ນນ່າ ສ່ວນຫລາຍເຮົາກໍຢູ່ເພາະບ້ານເຮົາ ເຮົາກິນນຳກັນກໍ ແບບວ່າໄທບ້ານເຮົາເອງນີ້."

ນະຄອນຫຼວງວຽງຈັນ ຕຽມການສລອງປີໃໝ່ລາວ ຕາມປະເພນີ ຣະຫວ່າງ ວັນທີ 14-16 ເມສາ ໂດຍບໍ່ມີຂະບວນແຮ່ ມີແຕ່ເຮັດ ຕາມຮີດຄອງເພື່ອປ້ອງກັນພຍາດໂຄວິດ-19 ຕາມທາງການປະກາດ.

"ເພາະວ່າທາງແຂວງເນາະ ມັນກໍຕ້ອງແບບວ່າ ອັນດຽວກັນຫັ້ນມັນກະຊິປະມານ 2-3 ມື້ທີ່ເພິ່ນກຳນົດຫັ້ນແຫຼະ ມັນກໍບໍ່ນອກ ເໜືອ າກຫັ້ນດອກ. ເພື່ອປ້ອງກັນໂຕ ພຍາດໂຄວິດ ນີ້ນ່າບໍ່ໃຫ້ມັນແຜ່ຣະບາດ."

ແຂວງເຊກອງເປັນແຂວງ ທີ່ບໍ່ມີຣາຍງານວ່າ ມີຜູ້ຕິດເຊື້ອພຍາດໂຄວິດ-19 ປີໃໝ່ປີນີ້ ທາງແຂວງຈະສລອງ ແຕ່ວັນທີ 14-16 ເມສາ. ໂດຍການສລອງປີໃໝ່ ຕ້ອງປະຕິບັດ ມາຕການປ້ອງກັນພຍາດໂຄວິດ-19. ດັ່ງເຈົ້າໜ້າທີ່ຜແນກຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວແຂວງເຊກອງ ໄດ້ກ່າວວ່າ:

"ກໍຄືວ່າຊິບໍ່ມີຫຍັງດອກ ແຫ່ນາງສັງຂອກສັງຂານ ຫຍັງເພິ່ນບໍ່ໄດ້ເຮັດ ດົນຕອກດົນຕີ ເພິ່ນກໍຢາກຫ້າມແຫຼະ. ເພາະວ່າຢ້ານ ໂຄວິດ-19 ນີ້ແຫຼະຫົດນໍ້າປົກກະຕິ ສົງນໍ້າປົກກະຕິ ແຈ້ງເຕືອນປະຊາຊົນ ຫັ້ນແຫຼະເບິ່ງຣະມັດຣະວັງ ນໍາກັນຄັນວ່າຄົນແອອັດຫຼາຍ ກໍບໍ່ຢາກໃຫ້ແອອັດ ຢາກໃຫ້ຫ່າງ ໆ ກັນແດ່."

ການສລອງບຸນປີໃໝ່ລາວ ພ ສ 2564 ຫ້ອງວ່າການສຳນັກງານນາຍົກຣັຖມົນຕຣີ ໄດ້ອອກແຈ້ງການເມື່ອວັນທີ 25 ມິນາ ຜ່ານມາ ໂດຍເນື້ອໃນຣະບຸວ່າ ກາສລອງປີໃໝ່ ກຳນົດ ວັນທີ 14-16 ເມສາ ໃຫ້ສລອງຕາມຮີດຄອງ ປະເພນີ ຢູ່ພາຍໃນຄອບຄົວ, ສຳນັກງານອົງການ, ວັດວາ ອາຣາມ ແລະ ສະຖານທີ່ ສັກກະຣະບູຊາຕ່າງໆ.

ສ່ວນກິຈກັມບໍ່ອະນຸຍາດໃຫ້ຈັດ ກໍມີການຈັດວົງເສບ ດົນຕຣີຟ້ອນລຳ ຕາມວັດວາອາຣາມ, ຕາມແຄມຫາດ ແຄມນໍ້າ, ຫ້າມຫຼິ້ນນໍ້າ ຢູ່ຕາມຖນົນຫົນທາງ, ຫ້າມສະແດງຄອນເສີດ, ງານປະກວດ ນາງສັງຂານ, ແຫ່ນາງສັງຂານ ການຈັດງານຕລາດນັດ ຍົກເວັ້ນ ສະຖານທີ່ ທີ່ຣັຖໄດ້ກຳນົດໄວ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.