ສັມພາດ ທ.ອະນຸສອນ ສິຣິສັກດາ


2013.04.17
F-lao-art ພາພຍົນ ເຣື້ອງໃໝ່ "ຈັນທະລີ" ສ້າງໂດຍ ບໍຣິສັດ ລາວ ອາຣທ໌ ເມເດັຍ
Lao Art Media

ການສ້າງ ພາພຍົນ ໃນລາວ ມີການຂຍາຍຕົວ ໄດ້ຮັບ ການຮ່ວມມື ຈາກ ປະເທດ ເພື່ອນບ້ານ ທັງ ການຖ່າຍທຳ ແລະ ການຕລາດ. ບໍຣິສັດ ລາວ ອາຣທ໌ ເມເດັຍ (Lao Art Media) ຈະເຣີນສຸຂ ມີ ສັມພາດ ທ່ານ ອະນຸສອນ ສິຣິສັກດາ, ເຈົ້າຂອງ ບໍຣິສັດ ລາວ ອາຣທ໌ ເມເດັຍ, ມາສເນີທ່ານ…

ການ​ສ້າງ ແລະ ຜ​ລິດ​ພາ​ພ​ຍົນ ໃນ​ທຸກ​ມື້​ນີ້ ບໍ່​ແມ່ນ​ເຣື້ອງ ທີ່​ຍາກ ​ຈົນ​ເກີນໄປ ​ສຳ​ລັບ ຊາວ​ລາວ ເນື່ອງ​ຈາກວ່າ ເທັກ​ໂນ​ໂລ​ຈີ ໄດ້ເຮັດ​ໃຫ້ ​ຕົ້ນ​ທຶນ ໃນ​ການ​ຜລິດ​ຕ່ຳ ແລະ ໃຊ້​ງ່າຍ​ຂຶ້ນ ພ້ອມ​ກັບ ພອນ​ສວັນ ແລະ ຄວາມ​ສາມາດ ໃນ​ການ ​ສະ​ແດງ​ ຂອງ ​ໜຸ່ມ​ນ້ອຍ​ລາວ ກໍ​ມີ​ຢ່າງ ​ຫລວງ​ຫລາຍ. ແຕ່​ສິ່ງ​ທີ່ ​ຜູ້​ຜ​ລິດ ເປັນ​ຫ່ວງ ໃນ​ປັ​ຈ​ຈຸ​ບັນ ​ກໍຄື ການຕລາດ ຈຳ​ໜ່າຍ ແລະ ອອ​ກ​ເຜີຍ​ແຜ່ ເນື່ອງ​ຈາກວ່າ ໂຮງ​ສາຍ ​ພາ​ພ​ຍົນ ໃນ​ສ​ປ​ປ​ລາວ ຍັງ​ຈຳ​ກັດ ຢູ່ ບວກ​ກັບ ວັ​ທ​ນະ​ທັມ ການ​ເບິ່ງ ​ພາ​ພ​ຍົນ ໄດ້​ຫາຍ​ໄປ ເປັນ​ເວ​ລາ ເກືອບ 40 ປີ​ ມາ​ແລ້ວ ໃນ​ຂ​ະ​ນະ​ທີ່ ແຜ່ນ​ດີ​ວີ​ດີ ກໍ​ເຕີບ​ໂຕຂຶ້ນ ​ທຸກໆ​ມື້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.