ສັມພາດຜູ້ເຂົ້າປະກວດ ນາງງາມ ຈັກວານ 2019

ການປະກວດນາງງາມຈັກກະວານ ( Miss Universe 2019 ) ໄດ້ຈັດຂື້ນທີ່ ເມືອງ ແອັດແລນຕ້າ ຣັຖ ຈໍເຈັຍ ສະຫະຣັຖ ອະເມຣິກາ. ນ້ອງ ເມ ວິຈິດຕາ ພອນວິໄລ ຜູ້ເຂົ້າຮ່ວມການປະກວດ ເປັນຕົວແທນ ຈາກ ສປປ ລາວ.
ການປະກວດນາງງາມຈັກກະວານ ( Miss Universe 2019 ) ໄດ້ຈັດຂື້ນທີ່ ເມືອງ ແອັດແລນຕ້າ ຣັຖ ຈໍເຈັຍ ສະຫະຣັຖ ອະເມຣິກາ. ນ້ອງ ເມ ວິຈິດຕາ ພອນວິໄລ ຜູ້ເຂົ້າຮ່ວມການປະກວດ ເປັນຕົວແທນ ຈາກ ສປປ ລາວ. (May)

0:00 / 0:00

ການປະກວດນາງງາມ ຈັກກະວານ ຫຼື Miss Universe 2019 ໄດ້ຈັດຂື້ນທີ່ ເມືອງ ແອັດແລນຕ້າ ຣັຖ ຈໍເຈັຍ ສະຫະຣັຖ ອະເມຣິກາ ເມື່ອວັນທີ 8 ເດືອນ ທັນວາ ປີ 2019 ທີ່ຜ່ານມາ. ນ້ອງ ເມ ວິຈິດຕາ ພອນວິໄລ ຜູ້ເຂົ້າຮ່ວມການປະກວດ ເປັນຕົວແທນ ສປປ ລາວ ໄດ້ເລົ່າປະສົພການ ໃນການປະກວດຄັ້ງນີ້ ໂດຍຜ່ານການ ໃຫ້​ສັມພາດ ຕໍ່ນັກຂ່າວ RFA ພາຍຫຼັງ ທີ່ເຂົ້າຮ່ວມການປະກວດວ່າ ຍັງມີສີ່ງ ທີ່ທ້າຍຫຼາຍ ຕໍ່ການກ້າວເຂົ້າສູ່ ການປະກວດເວທີ ຣະດັບສາກົລ.

ການປະກວດ Miss Universe ປະຈຳປີ 2019 ຄັ້ງທີ 68 ມີສາວງາມ ຈາກ ທົ່ວໂລກ ເຂົ້າຮ່ວມປະກວດ 90 ຄົນ ໂດຍຜູ້ຄອງມົງກຸດ ສາວງາມໃນປີ 2019 ນີ້ໄດ້ແກ່ ໂຊຊີບີນີ ທຸນຊີ ຈາກ ປະເທດ ແອຟຟຣິກກາໃຕ້ ສ່ວນນ້ອງ ເມ ວິຈິດຕາ ພອນວິໄລ ໄດ້ອັນດັບ ທີ 25.