ສື່ມວນຊົນລາວ


2013.05.07
F-lao-news ເຄື່ອງໝາຍ ສໍານັກງານ ຂ່າວສານ ປະເທດລາວ
KPL

 

ຊາວລາວ ຢາກເຫັນ ຢາກຮຽກຮ້ອງ ໃຫ້ ສື່ມວນຊົນ ຂອງລາວ ມີ ຄຸນນະພາບ ດີຂື້ນ, ຢາກໃຫ້ມີ ສີສັນ ເປັນ ເອກກະຣາດ ແລະ ມີສິດ ເສຣີພາບ ໃນການສເນີຂ່າວ ຢ່າງເຕັມທີ່ ເປັນຕົ້ນໃຫ້ ມີສິດສເນີ ທັງຂ່າວດີ ແລະບໍ່ດີ ເພື່ອຕອບສນອງ ຄວາມສົນໃຈ ແລະ ຄວາມ ຕ້ອງການ ຂອງ ສັງຄົມ ບໍ່ຄວນຈຳກັດ ຕ້ອງສເນີແຕ່ ຂ່າວດີໆ ເພື່ອຮັບໃຊ້ ພັກແລະຣັຖບານ ເທົ່ານັ້ນ. ຊາວລາວ ຄົນນຶ່ງ ທີ່ ແຂວງຫົວພັນ ສະແດງ ຄຳຄິດເຫັນ ໃນທຳນອງ ດຽວກັນນີ້ ຕື່ມວ່າ:

“ສຳຣັບ ປະຊາຊົນ ແລ້ວ ເຂົາກໍຢາກ ໃຫ້ຍົກ ຄຸນນະພາບ ສື່ ເພາະວ່າ ທີ່ຜ່ານມາ ໃນເຣື່ອງສື່ ສ່ວນຫລາຍ ກໍແມ່ນມີແຕ່ ຍົກແຕ່ດ້ານດີ ດ້ານຫຍໍ້ທໍ້ ສ່ວນຫລາຍ ໜັງສືເຮົາ ກໍບໍ່ທັນ ຢາກກ້າເຂົ້າ ຄັ່ນເວົ້າແລ້ວ ສ່ວນຫລາຍ ມັນຈະແຕະຕ້ອງ ຜູ້ນັ້ນ ມັນກໍສິ ມີຜົນກະທົບ ໃຫ້ຊື່.  ດີແທ້ຂັ້ນເທິງ ຄວນຈະວາງສິດ ກວ້າງຂວາງ ກ່ອນເກົ່າໃຫ້ ສື່ ເຂົາກ້າສອງແສງ ເພື່ອທີ່ຈະສະກັດກັ້ນ ບັນຫາ ທີ່ຫຍໍ້ທໍ້ ຂອງສັງຄົມ ອາດຈະດີຕາມ.”

ຄົນລາວ ອີກຜູ້ນຶ່ງ ຢູ່ແຂວງ  ອັດຕະປື ເວົ້າວ່າ

“ຂອງລາວ ບໍ່ກວ້າງຂວາງ ມັນຕ້ອງ ໄດ້ຜ່ານກົມ ຖແລງຂ່າວ ຢາກໃຫ້ດີກວ່ານີ້ ມັນມີຂອບເຂດ ຈຳກັດ ມັນຍັງບໍ່ທັນ ເສຣີ ຂື້ນກັບກົມ ຖແລງຂ່າວ ກົມຖແລງຂ່າວ ກໍຕ້ອງຜ່ານ ຣັຖບານ. ຕົວນີ້ມັນກໍ ກ່ຽວກັບ ເຣື່ອງ ງົບປະມານ ຍັງບໍ່ ຊັດເຈນ.”

ຊາວລາວເຫລົ່ານີ້ ເວົ້າອີກວ່າ ດີແທ້ ສື່ມວນຊົນ ຂອງລາວ ຄວນສເນີຂ່າວ ທີ່ເປັນ ຄວາມຈິງທຸກຢ່າງ ເຊັ່ນຄວນສເນີ ຂ່າວ ຄວາມຈິງ ກ່ຽວກັບ ການເມືອງ ແລະ ການລົງທຶນ ຂອງ ຕ່າງປະເທດນຳ ທີ່ກຳລັງສົ່ງ ຜົນກະທົບ ຢ່າງໜັັກ ຕໍ່ ປະຊາຊົນ ລາວໃນ ທົ່ວປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.