ມູລນິທິລາວປິດແຄັມ ປະຈໍາ ປີ

ຈເຣີນສຸຂ
2015.08.03
F-heritage ນັກຮຽນ ເຂົ້າຮ່ວມ ຄ້າຍຣະດູຮ້ອນ ສືບສານ ສິລປະ ວັທນະທັມລາວ ຂອງມູລນິທິ ມໍຣະດົກລາວ
RFA

ຄ້າຍ ຣະດູຮ້ອນ ສືບສານ ສິລປະ ວັທນະທັມລາວ, ໂດຍສະເພາະ ແມ່ນ ດົນຕຣີ ລາວເດີມ, ທີ່ ໄດ້ຈັດຂຶ້ນ ເປັນ ເວລາ 1 ສັປດາ, ເຣີ່ມແຕ່ ວັນທີ 25 ຈົນຮອດ ວັນທີ 31 ກໍຣະກະດາ ແລະ ໄດ້ຈັດ ການສະແດງ ຜົລງານ ຂອງ ພວກ ຫຼານນ້ອຍ ທີ່ ໄດ້ຮໍ່າຮຽນ ມານັ້ນ ຂຶ້ນ ວັນທີ 1 ເດືອນ ສິງຫາ ນີ້. ຍານາງ ນິພະສອນ ສຸພົມ, ປະທານ ມູລນິທິ ມໍຣະດົກ ລາວ, ກ່າວ ກ່ຽວກັບ ການສອນ ໃນ ປີນີ້ ບາງຕອນ ວ່າ:

"ເຄື່ອງ ດົນຕຣີ ລາວເດີມ ຫລື ບ້ານເຮົາ ເອີ້ນວ່າ ເຄື່ຶອງ ດົນຕຣີ ມະໂຫລີ ເນາະ. ນອກຈາກ ສອນ ດົນຕຣີ ແລ້ວ ກະຍັງມີ ສອນຟ້ອນ, ປີນີ້ ທາງດ້ານ ວັທນະທັມ ສອນ ເຣື່ອງ ປີໃໝ່ ລາວ ວ່າ ມັນເກີດມາ ຈາກໃສ, ສອນ ເດັກນ້ອຍ ເຮັດ ບັ້ງໄຟ [ຈໍາລອງ] ລະກະ ຄວາມເປັນມາ ຂອງ ບັ້ງໄຟ ວ່າ ມັນ ມາຈາກ ໃສ ລະກະ ເວົ້າ ນິທານ, ເຣື່ອງ ພຍາ ຄັນຄາກ ເນາະ, ລະກະ ທ້າວ ຜາແດງ ນາງໄອ່. ນອກຈາກ ນັ້ນ ກະມີ ການ ແຕ່ງກິນ, ມີກິລາ ລາວ, ລະກະ ຮ້ອງເພງ ພ້ອມ ລະກະ ມີຮຽນ ກ່ຽວກັບ ປວັດສາດ ລາວ."

ການ ສິດສອນ ດົນຕຣີ ລາວເດີມ ປີນີ້, ທາງ ມູລນິທິ ໄດ້ເຊີນເອົາ ອາຈານ ສອນ ແຄນ ຈາກ ຣັຖ ແຄລີຟໍເນັຍ ແລະ ອາຈານ ສອນ ເຄື່ອງດົນຕຣີ ລາວເດີມ ທົ່ວໄປ ຈາກ ປະເທດ ລາວ. ນາງ ວິວີ່, ນັກຮຽນ ຈາກ ຣັຖ ວໍຊິງຕັນ, ທາງພາກ ຕາເວັນຕົກ ສ່ຽງເໜືອ ຂອງ ສະຫະຣັດ ທີ່ ເຂົ້າຮ່ວມ ຄ້າຍ ດັ່ງກ່າວ ເວົ້າວ່າ:

"ວິວີ່ ຮຽນ ຮຽນຟ້ອນ ກັບ ຮຽນ ຫລິ້ນຄຸ່ຍ ກັບ ລະນາດ, [ຮຽນໄດ້ ຫຼາຍ ປານໃດ ແລ້ວ] ຫລິ້ນໄດ້ 4 ເພງ [ຊື່ວ່າ ເພງຫຍັງ] ລາວເຊີ້ງ, ລາວ ເຈົ້າຊູ້, ກັບ ດອກໄມ້ ລະ ຊາວລາວ ເອີຍ."

ການຈັດຄ້າຍ ຣະດູ ຮ້ອນ ສືບສານ ສິລປະ ວັທນະທັມ ລາວ ຂອງ ມູລນິທິ ມໍຣະດົກ ລາວ ປີນີ້, ມີ ນັກຮຽນ ກວ່າ 40 ຄົນ, ອາຍຸ ແຕ່ 6 ປີ ຫາ ກວ່າ 20 ປີ, ເຂົ້າຮ່ວມ ຈາກ ຫຼາຍໆ ຣັຖ ເປັນຕົ້ນ ແມ່ນ ວໍຊິງຕັນ, ແຄລີຟໍເນັຽ, ແດ່ລ່າແວ໋, ໄອດາໂຮ, ໂອຮາຍໂອ, ນັອດ ແຄໂຣລາຍນ່າ ແລະ ຣັຖ ອ້ອມຂ້າງ ນະຄອນ ຫຼວງ ວໍຊັນຕັນ ດີຊີ. ນອກຈາກ ນັ້ນ ຍັງມີ ນັກຮຽນ ມາຈາກ ປາຣີສ, ປະເທດ ຝຣັ່ງ ອີກ ດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.