ຊາວຄຣິສຕຽນລາວ ກຳນົດສລອງ ບຸນຄຣິສມາສ

ອຸ່ນແກ້ວ
2023.12.24
ຊາວຄຣິສຕຽນລາວ ກຳນົດສລອງ ບຸນຄຣິສມາສ ໂຕຢ່າງ ຊາວຄຣິສຕຽນລາວ ປະກອບພິທີ ນະມັສການພຣະເຈົ້າ ປະຈຳສັປດາ ໃນນະຄອນຫຼວງວຽງຈັນ, ເດືອນເມສາ 2016
RFA

ຊາວຄຣິສຕຽນລາວ ຢູ່ຫຼາຍແຂວງ ຕຣຽມຈັດສລອງ ບຸນຄຣິສມາສ ໃນວັນທີ 25 ທັນວາ ຫຼັງຈາກ ສູນລວມຄຣິສຕະຈັກ ຂ່າວປະເສີດ ຂັ້ນສູນກາງ ໄດ້ຮັບອະນຸຍາດ ຈາກກະຊວງພາຍໃນ ຢ່າງເປັນທາງການ.

ສະເພາະການຈັດງານ ໃນປີນີ້, ຊາວຄຣິສຕຽນລາວ ຢູ່ທ້ອງຖິ່ນ ບໍ່ຈໍາເປັນ ຕ້ອງໄດ້ຂໍອະນຸຍາດ ຈາກອໍານາດການປົກຄອງທ້ອງຖິ່ນ ຍ້ອນວ່າ ກະຊວງພາຍພາຍໃນ ອະນຸຍາດໃຫ້ ຈັດການສລອງ ບຸນຄຣິສມາສ ໃນທົ່ວປະເທດໄດ້.

ແຕ່ຊາວຄຣິສຕຽນ ກໍຈະເຮັດໜັງສືເຊີນ ເຈົ້າໜ້າທີ່ກຽ່ວຂ້ອງ ມາຮ່ວມໃນງານສລອງ ບຸນຄຣິສມາສ ຕາມທໍານຽມ ທີ່ໄດ້ປະຕິບັດມາ.

ຊາວຄຣິສຕຽນລາວ ຢູ່ແຂວງພາກໃຕ້ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 22 ທັນວາ ວ່າ:

“ມີແຕ່ເຊີນ ບໍ່ໄດ້ໄປຂໍ ບໍ່ໄດ້ແຈ້ງ ເພາະວ່າ ທາງສູນ ເພິ່ນໄປແຈ້ງ ຫາກະຊວງພາຍໃນ ແລ້ວແຈກຢາຍເອກສານນີ້ ໄປຫາແຂວງ ແຂວງຂຶ້ນໄປຫາເມືອງ ບໍ່ໄດ້ໄປສເນີ ບໍ່ໄດ້ໄປເຮັດ ໃບຄໍາຮ້ອງ. ແຕ່ວ່າ ມີແຕ່ເຊີນເທົ່ານັ້ນ, ເຊີນເຂົານີ້ ໄປຮ່ວມນໍາ. ເຣື່ອງການສເນີນີ້, ເອີ້ນວ່າ ມີການປ່ຽນແປງ ຜ່ານມານີ້ ເຄີຍເຮັດໃບຄຳຮ້ອງ ໃບສເນີຕ່າງໆ ເຂົາຈຶ່ງອະນຸຍາດໃຫ້ເຮັດ.”

ການດໍາເນີນການແບບນີ້, ເປັນສິ່ງທີ່ ອໍານວຍຄວາມສະດວກ ໃຫ້ແກ່ທ້ອງຖິ່ນ ໂດຍບໍ່ຈໍາເປັນ ຕ້ອງເຮັດເອກສານສເນີ ໄປຫ້ອງການເມືອງ ເພື່ອຂໍອະນຸຍາດ ຈັດສລອງງານດັ່ງກ່າວ.​ ຊາວຄຣິສຕຽນລາວ ຢູ່ແຂວງພາກໃຕ້ ອີກທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

“ຄຣິສມາສ ນີ້ເບາະ ກະມື້ວັນ 26-27 ນີ້ແຫຼະ ກະໄດ້ເຊີນແຫຼະໂອ ເພາະວ່າ ເຣື່ອງເຊີນນີ້ ກະສຸດແລ້ວແຕ່ ປະທານສູນແຂວງ ເພິ່ນເຊີນກະເຊີນ ບໍ່ເຊີນ ກະສຸດແລ້ວແຕ່ເພິ່ນ. ເຮັດຄືປີກາຍນີ້ແຫຼະ ຊິມາກະມາ, ແຕ່ວ່າ ພີ່ນ້ອງເຮົາທີ່ເຊື່ອນີ້ ກະໄດ້້ເຊີນມາທຸກແຂວງຢູ່.”

ຢູ່ແຂວງພາກເໜືອ, ກໍມີການຕຣຽມ ຈັດບຸນຄຣິສມາສ ຢູ່ໃນໂບດ ລະດັບແຂວງ ແລະ ເຮືອນ ຂອງຜູ້ນໍາສາສນາຄຣິສຕຽນ ປະຈໍາບ້ານ, ແຕ່ບໍ່ໄດ້ຈັດ ແບບຍິ່ງໃຫຍ່. ຊາວຄຣິສຕຽນລາວ ຢູ່ພາກເໜືອ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

“ຄຣິສຕຽນຢູ່ພີ້ ເຂົາຈັດຢູ່ ຂອງແຂວງ ເຂົາກະຈັດຕລອດ ຈັດທຸກປີຢູ່. ຄຣິສຕະຈັກ ຂອງແຕ່ລະບ້ານ ກໍຈັດ ຂອງແຕ່ລະບ້ານ. ເຈົ້າໜ້າທີ່ ເຂົາກໍໄປ ມີແຕ່ເຮັດໜ້ອຍນຶ່ງ ພໍອັນນັ້ນຊື່ໆ.”

ເຈົ້າໜ້າທີ່ ຢູ່ບາງເຂດ ກໍບໍ່ໄດ້ຮັບເຊີນ ເຂົ້າມາຮ່ວມ ງານສລອງດັ່ງກ່າວ ແລະ ບໍ່ຮູ້ຣາຍລະອຽດ ກ່ຽວກັບເຣື່ອງນີ້. ເຈົ້າໜ້າທີ່ ຂແນງພາຍໃນ ຢູ່ແຂວງພາກໃຕ້ ທ່ານນຶ່ງ ໄດ້ກ່າວວ່າ:

“ເພິ່ນຈັດງານ ບໍ່ເຫັນໜັງສືອີ່ຫຍັງ ມາຫາຜແນກພາຍໃນ. ໂຕນີ້, ຕ້ອງໄດ້ປະສານ ຂແນງການກ່ຽວຂ້ອງແນ່ ເຮົາກະບໍ່ຮູ້ຣາຍລະອຽດ ພໍປານໃດ. ເຂົາເຈົ້າໄດ້ປະສານຫາ ຂແນງການກ່ຽວຂ້ອງ ຫຼືບໍ່ນ່າ.”

ຢູ່ບາງທ້ອງຖິ່ນ ຢູ່ແຂວງພາກໃຕ້, ກໍຍັງມີກໍຣະນີ ເຈົ້າໜ້າທີ່ບ້ານ ບໍ່ອະນຸຍາດ ໃຫ້ຈັດງານ ສລອງຄຣິສມາສ. ຊາວຄຣິສຕຽນລາວ ຢູ່ແຂວງພາກໃຕ້ ທ່ານນຶ່ງ ໄດ້ກ່າວວ່າ:

“ຈັດຢູ່, ແຕ່ເຮົາໄປເຮັດຮ່ວມ ຢູ່ຄຣິສຕະຈັກໃຫຍ່ເດ້. ບ້ານໃກ້ຄຽງກັນ, ແຕ່ເຮັດຢູ່ບ້ານເຮົາເອງ ເຂົາບໍ່ໃຫ້ເຮັດ, ເຮັດເຂົາໄປມ້າງ ໄປອັນນັ້ນໝົດ. ບ້ານນ້ອງ ເຂົາບໍ່ໃຫ້ເຮັດ ນ້ອງໄປເຮັດນໍາ ຄຣິສຕະຈັກໝູ່.”

ທີ່ຜ່ານມາ ກໍຖືກເຈົ້າໜ້າທີ່ຈັບ ຍ້ອນຖືກກ່າວຫາວ່າ ຈັດງານ ຫຼື ປະກອບພິທີ, ໂດຍບໍ່ໄດ້ຮັບອະນຸຍາດ ຈາກເຈົ້າໜ້າທີ່.

ຊາວຄຣິສຕຽນລາວ ຖືກເຈົ້າໜ້າທີ່ຈັບນັ້ນ, ເກີດຂຶ້ນໃນວັນທີ 29 ທັນວາ 2018, ​ໂດຍເຈົ້າໜ້າທີ່ ຕໍາຣວດ ເມືອງພີນ ແຂວງສວັນນະເຂດ ໄດ້ຈັບຊາວຄຣິສຕຽນລາວ ແລະ ຫົວໜ້າໂບດ ຢູ່ບ້ານນາຄະນອງ ລວມທັງໝົດ 7 ຄົນ, ໄດ້ຂໍ້ຫາ ຕັ້ງເຕົ້າໂຮມກັນ ປະກອບພິທີ ໃນບຸນຄຣິສມາສ, ໂດຍບໍ່ໄດ້ຮັບອະນຸຍາດ ຈາກທາງການ ແລະ ຫຼັງຈາກນັ້ນ 7 ຄົນ ກໍໄດ້ຮັບການປ່ອຍໂຕ ໃນວັນທີ 2 ມົກກະຣາ 2019.

ສໍາລັບປີ 2023, ກໍຍັງເກີດເຫດການ ທີ່ບໍ່ພຶງປຣາຖນາ ຕໍ່ຊາວຄຣິສຕຽນລາວ ຢູ່ບາງແຂວງ ໂດຍສະເພາະ ເຈົ້າໜ້າທີ່ຂັ້ນບ້ານ ແລະ ຊາວບ້ານ ຈໍານວນນຶ່ງ ຍັງມີການຂົ່ມເຫັງ ແລະ ໄລ່ຊາວຄຣິຕຽນລາວ ອອກຈາກບ້ານ ເປັນຕົ້ນ ເມື່ອວັນທີ 15 ມົກກະຣາ ທີ່ຜ່ານມາ ຄູສອນສາສນາຄຣິສຕຽນ 1 ຄົນ ແລະ ຊາວຄຣິສຕຽນ 15 ຄອບຄົວ ທີ່ເປັນຊົນເຜົ່າອາຄ່າ ຢູ່ບ້ານໃໝ່ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ໄດ້ຖືກເຈົ້າໜ້າທີ່ຂັ້ນບ້ານ ໄລ່ອອກຈາກບ້ານ ຍ້ອນເຈົ້າໜ້າທີ່ ບໍ່ພໍໃຈ ທີ່ເຂົາເຈົ້າເຫຼົ່ານັ້ນ ຫັນໄປເຊື່ອຖືສາສນາຄຣິສຕຽນ ແທນການນັບຖືຜີ ຕາມຕວາມເຊື່ອ ຂອງເຜົ່າອາຄ່າ.

ອີກໂຕຢ່າງນຶ່ງ, ວັນທີ 3 ກັນຍາ ທີ່ຜ່ານມາ ເຈົ້າໜ້າທີ່ ບ້ານຕາປົງ ແລະ ເຈົ້າໜ້າທີ່ ເມືອງສະໝ້ວຍ ແຂວງສາຣະວັນ ໄດ້ບຸກເຂົ້າໄປມ້າງເຮືອນ ຊາວຄຣິສຕຽນ ຄອບຄົວນຶ່ງ ທີ່ມີສະຊິກຄອບຄົວ 2 ຄົນ ແລະ ໄດ້ໄລ່ເຂົາເຈົ້າ ໜີອອກຈາກບ້ານ ຍ້ອນວ່າ ເຈົ້າໜ້າທີ່ບ້ານ ບໍ່ພໍໃຈ ທີ່ຄອບຄົວ ຊາວຄຣິສຕຽນດັ່ງກ່າວ ບໍ່ເຂົ້າຮ່ວມ ຮີດຄອງ-ປະເພນີ ຂອງບ້ານ ແລະ ເຈົ້າໜ້າທີ່ບ້ານ ຕ້ອງການໃຫ້ເຂົາເຈົ້າ ເຊົາເຊື່ອຖື ສາສນາຄຣິສຕຽນ.​

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.