ຊາວຄຣິດສະຕຽນລາວ ສະຫຼອງ ຄຣິດສະມາດ ຢູ່ໃນຂອບເຂດ
2024.12.25
ການສະເຫຼີມສະຫຼອງ ວັນຄຣິດສະມາດ ຂອງຊາວຄຣິດສະຕຽນລາວ ຈະເກີດຂຶ້ນໄດ້ ສະເພາະໃນໂບດຄຣິດ ທີ່ໄດ້ຮັບການຮັບຮອງ ຈາກທາງການລາວ ເທົ່ານັ້ນ, ເຊິ່ງພາກສ່ວນທີ່ກ່ຽວຂ້ອງ ຈະກຳນົດເອງວ່າ ບ່ອນໃດ ທີ່ສາມາດ ຈັດກິດຈະກຳໄດ້, ອີງຕາມຄຳເວົ້າ ຂອງຊາວຄຣິດສະຕຽນ ຢູ່ແຂວງທາງພາກໃຕ້ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 24 ທັນວາ 2024 ນີ້ວ່າ:
“ມີ, ເພິ່ນອະນຸມັດ ທາງເຈົ້າເມືອງ ພາຍໃນເມືອງ, ຕຳຫຼວດ ແລ້ວແນວລາວສ້າງຊາດ ແລ້ວຕຳຫຼວດກຸ່ມນາຍບ້ານ. ໂດຍ, ຕ້ອງແຈ້ງເພິ່ນ. ບໍ່ໄດ້ນ່າ ຖ້າຫາກເຮົາຈັດແບບວ່າ ບໍ່ໄດ້ແຈ້ງເພິ່ນ, ບໍ່ໄດ້. ຕ້ອງແຈ້ງ ຕ້ອງລາຍງານເພິ່ນ, ຕ້ອງເພິ່ນໄດ້ຮັບຊາບ.”
ທ່ານກ່າວຕື່ມວ່າ ໃນຮອບ 2 ປີຜ່ານມາ, ທາງການລາວ ພາຍໃນເມືອງ ຂອງທ່ານ ບໍ່ອະນຸຍາດໃຫ້ ດຳເນີນການ ຈັດກິດຈະກຳ ສະເຫຼີມສະຫຼອງ ວັນຄຣິດສະມາດ, ແຕ່ປີນີ້ ພັດໄດ້ຮັບການອະນຸມັດ ແຕ່ຈະຕ້ອງ ຈັດກິດຈະກຳ ພາຍໃນໂບດຄຣິດ ຕາມທີ່ທາງການກຳນົດ ເທົ່ານັ້ນ. ຖ້າຫາກຈັດກິດຈະກຳ ນອກພື້ນທີ່ ກໍຈະຖືກເຈົ້າໜ້າທີ່ລັດ ເອີ້ນໄປຫ້ອງການ.
ບໍ່ແມ່ນແຕ່ ສະເພາະພື້ນທີ່ເຂດນອກ ທີ່ທາງການ ເຂົ້າມາຄວບຄຸມ ການຈັດກິດຈະກຳ, ແຕ່ຍັງກວມເອົາ ການຈັດກິດຈະກຳ ຢູ່ນະຄອນຫຼວງວຽງຈັນ ນຳດ້ວຍ. ດັ່ງຊາວຄຣິດສະຕຽນ ຢູ່ນະຄອນຫຼວງວຽງຈັນ ທ່ານໜຶ່ງ ທີ່ເດີນທາງໄປເຂົ້າຮ່ວມ ກິດຈະກຳ ທີ່ຈັດໂດຍໂບດຄຣິດ ຢ່າງຕໍ່ເນື່ອງ ທ່ານໜຶ່ງ ກ່າວຕໍ່ວິທະຍຸເອເຊັຽເສຣີ ໃນໄລຍະບໍ່ດົນມານີ້ວ່າ:
“ງານຄຣິດສະມາດບໍ, ແມ່ນໆ, ມີໆ, ມີປົກກະຕິ ວັນທີ 23 ຫາວັນທີ 25 ທັນວາ, ເຮົາຈະບໍ່ມີແຫ່. ຈັດໃນໂບດເລີຍ ມີປະມານ 70 ປາຍ. ບາງບ່ອນ ເປັນເຮືອນ, ເອົາເຮືອນເຮັດເປັນໂບດ.”
ສຳລັບຄວາມຄາດຫວັງ ຂອງຊາວຄຣິດສະຕຽນ ສ່ວນຫຼາຍ ແມ່ນຕ້ອງການ ຈັດກິດຈະກຳ ແລະ ເຜີຍແຜ່ຂ່າວປະເສີດ ໃຫ້ຊາວລາວ ໃນເຂດຕ່າງໆ ໄດ້ຮັບຮູ້ ກ່ຽວກັບພຣະເຢຊູ ຫຼາຍຂຶ້ນ ເພື່ອໃຫ້ເກີດຄວາມສັດທາ ແລະ ຫັນປ່ຽນມາເຊື່ອຖື ສາດສະໜາຄຣິດ ເພີ່ມຕື່ມ. ດັ່ງຊາວຄຣິດສະຕຽນ ອີກທ່ານໜຶ່ງ ກ່າວວ່າ:
“ຈະປະກາດຂ່າວປະເສີດ ໃນປີນີ້ ໃຫ້ຄົນທີ່ຍັງບໍ່ທັນຮູ້ ເລື່ອງລາວ ຂອງພຣະເຍຊູ ໄດ້ຍິນ, ເລື່ອງຂ່າວປະເສີດ ແລ້ວກໍຫວັງວ່າ ຈະນຳຄົນ ທີ່ບໍ່ເປັນຄຣິດສະຕຽນ ມາເປັນຄຣິດສະຕຽນ ຫຼາຍກວ່າເກົ່.”
ແຕ່ຄວາມພະຍາຍາມດັ່ງກ່າວ ພັດບໍ່ສາມາດ ດຳເນີນການໄດ້ ຢ່າງອິດສະຫຼະ ແລະ ມັກຖືກກວດສອບ ຈາກໜ່ວຍງານລັດ ແລະ ເຈົ້າໜ້າທີ່ຂັ້ນທ້ອງຖິ່ນ ຢ່າງຕໍ່ເນື່ອງ. ດັ່ງຊາວຄຣິດສະຕຽນ ຢູ່ແຂວງທາງພາກໃຕ້ ອີກທ່ານໜຶ່ງ ກ່າວວ່າ:
“ການປະກາດຂ່າວປະເສີດ, ຍັງບໍ່ມີການເສລີ, ຍັງບໍ່ມີການເສລີ ແລະ ຍັງມີການຕໍ່ຕ້ານໄດ໋. ຖ້າເຮົາປະກາດ ແບບຜິດປົກກະຕິນີ້, ຈະເກີດເຫດ ກັບພວກເຮົາໄດ໋, ໂດນຈັບ.”
ອີງຕາມຄຳເວົ້າ ຂອງຄູສອນສາດສະໜາ ຄຣິດສະຕຽນ ຢູ່ແຂວງທາງພາກກາງ ທ່ານໜຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ ປັດຈຸບັນ ທົ່ວປະເທດລາວ ມີໂບດຄຣິດ ທີ່ໄດ້ຮັບການຮັບຮອງ ຈາກທາງການລາວ ຈຳນວນ 1,900 ປາຍແຫ່ງ ແລະ ມີຜູ້ເຊື່ອຖື ສາດສະໜາຄຣິດ ປະມານ 200,000 ປາຍຄົນ. ຫຼາຍທີ່ສຸດ ຢູ່ແຂວງສະຫວັນນະເຂດ.
ໃນຂະນະທີ່ ອີງຕາມກົດໝາຍ ຂອງລາວ ລະບຸວ່າ ປະຊາຊົນ ມີສິດເສລີພາບ ໃນການເຊື່ອຖື ສາດສະໜາ, ແຕ່ໃນສະພາບຕົວຈິງແລ້ວ ການເຊື່ອຖື ສາດສະໜາຄຣິດສະຕຽນ ຍັງຖືກຈຳກັດຢູ່ ແລະ ໃນເດືອນພຶສະພາ ປີ 2025, ລາວ ຈະໄດ້ຮັບການທົບທວນ ສະຖານະການ ດ້ານສິດທິມະນຸດ ເປັນຄັ້ງທີ 4 ໂດຍໜ່ວຍງານ ທີ່ເຮັດວຽກ ດ້ານສິດທິມະນຸດ ສາກົນ. ໃນນີ້, ກວມເອົາປະເດັນ ກ່ຽວກັບການເຊື່ອຖື ສາດສະໜາ ນຳດ້ວຍ.