ຊຸມຊົນຕໍ່ວ່າຮ້ານຂາຍ ປີ້ງໝາ
2017.03.16
ຊາວເມືອງຫຼວງພຣະບາງ ເມືອງມໍຣະດົກໂລກ ກຳລັງມີການ ວິພາກວິຈານ ເລື້ອງການເປີດຮ້ານ ຂາຍປິ້ງໝາ ໃນຂນະທີ່ ການຄ້າເມືອງ ກໍໃຫ້ເຫດຜົນ ວ່າສາມາດ ດຳເນີນການໄປໄດ້ ເພາະວ່າ ໝາ ບໍ່ຢູ່ໃນບັນຊີ ສັດຫວງຫ້າມ.
ຮ້ານປິ້ງໝາທີ່ເປີດໃຫ້ ບໍຣິການ ຢູ່ເຂດເດີນຍົນ ແລະ ຢູ່ເຂດບ້ານນາເດືອຍ ເມືອງຫຼວງພຣະບາງ ແຂວງຫຼວງພຣະບາງ ກໍາລັງຖືກ ຜູ້ຄົນ ຈຳນວນນຶ່ງ ວິພາກວິຈານ ເຖິງຄວາມ ບໍ່ເໝາະສົມ, ດັ່ງ ຊາວຫຼວງພຣະບາງ ທ່ານນຶ່ງ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 15 ມິນາ ວ່າ:
"ຂາຍໝາເປັນໂຕກະມີ ຢາກໃຫ້ຜແນກວັທນະທັມ ຫລືການຄ້າ ເຂົ້າມາກວດເບິ່ງ ເນື່ອງຈາກວ່າ ເປັນເມືອງມໍຣະດົກໂລກ ແທ້ໆກໍຍັງເຮັດ ຮ້ານແບບນີ້ ມັນເປີດເຜີຍ ເກີນໄປເບາະ ມັນບໍ່ງາມໜ້າ ງາມຕາ".
ຕາມຣະບຽບການ ແມ່ນບໍ່ມີການຫ້າມ ທຸຣະກິດ ຂາຍປິ້ງໝາ ດັ່ງທ່ານ ໄຊຍະຫວັດ ໂພທິປັນຍາ ຫົວໜ້າຫ້ອງການ ການຄ້າເມືອງຫຼວງ ພຣະບາງ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 15 ມິນາ ຜ່ານມາວ່າ:
"ເລື້ອງການເຮັດ ທຸຣະກິດ ຫັ້ນນ່າ ພວກເຮົາ ກະບໍ່ເກືອດຫ້າມ ບັນດາ ຂະແໜງການ ກ່ຽວຂ້ອງ ຫາກວ່າເຫັນດີເນາະ ເລື້ອງປະເພດສັດ ທີ່ວ່າ ເຮົາກະຍັງ ບໍ່ທັນເຂົ້າໃຈວ່າ ປະເພດສັດ ໝານີ້ ມັນເປັນສັດ ຫວງຫ້າມ ແນວໃດ ຫັ້ນນ່າ".
ສັດປະເພດໝາ ຍັງບໍ່ຢູ່ໃນຣາຍຊື່ ປະເພດສັດ ທີ່ຫ້າມ ຂ້າແລະຂາຍ, ດັ່ງເຈົ້າໜ້າທີ່ ທ່ານນີ້ ກ່າວອີກວ່າ:
"ເລື້ອງປະເພດໝານີ້ ມັນຈະຂຶ້ນກັບ ຂະແໜງກະສິກັມ ລ້ຽງສັດພຸ້ນ ອັນນີ້ພວກເຮົາກະວ່າ ມັນບໍ່ທັນມີ ຣະບຽບບໍ ຂະແໜງ ກະສິກັມ ຍົກຕົວຢ່າງ ຄືແນວນັ້ນນ່າ ເນາະ".
ການເປີດຮ້ານຂາຍປິ້ງໝາ ຢູ່ເຂດດັ່ງກ່າວ ໄດ້ເປີດບໍຣິການ ມາຫຼາຍປີແລ້ວ ແຕ່ສະເພາະ ຮ້ານຢູ່ເດີນຍົນນັ້ນ ແມ່ນໄດ້ມີການ ຕິດປ້າຍ ຂາຍຊິ້ນໝາ ມາໄດ້ 3 ເດືອນ ສ່ວນວ່າ ຮ້ານອື່ນໆ ຈະບໍ່ມີ ການຕິດປ້າຍ ແລະ ບາງຮ້ານ ກໍຈະໃສ່ຊື່ວ່າ ຮ້ານຟານບ້ານ ເທົ່ານັ້ນ.
ການເປີດບໍຣິການຢູ່ຮ້ານດັ່ງກ່າວ ຈະມີຈະເລີ້ມແຕ່ ເວລາ 3 ໂມງ ເປັນຕົ້ນໄປ ຊຶ່ງພວກລູກຄ້າ ກໍແມ່ນປະຊາຊົນ ທົ່ວໄປ, ພະນັກງານ ຣັຖກອນ ແລະ ພວກກັມມະກອນ ວຽດນາມ. ອີງຕາມ ການບອກເລົ່າ ຂອງ ຊາວຫຼວງພຣະບາງ.
ຢູ່ປະເທດລາວ ບໍ່ມີກົດໝາຍ ຫ້າມຂາຍຊິ້ນໝາ ແລະ ປະເທດລາວ ຍັງເປັນທາງຜ່ານ ໃນການຂົນສົ່ງ ໝາ ຈາກປະເທດໄທ ໄປຂາຍຢູ່ ປະເທດວຽດນາມ.