ປີໃໝ່ລາວປີນີ້ບໍ່ມີ ນ.ສັງຂານ
ບຸນປີໃໝ່ລາວ ຢູ່ລາວ ປີນີ້ຕ່າງຈາກ ປີຜ່ານມາ ຍ້ອນການແຜ່ຣະບາດ ຂອງ ໄວຣັສໂຄວິດ-19 ວັດ ທົ່ວປະເທດ ງົດ ການປະກວດ ການແຮ່ ນາງສັງຂານ ຮວມທັງ ການສົງພຣະ ທີ່ມີຜູ້ຄົນ ແອອັດກັນ.
-
ສຸພັດຕາ
2020-04-16 -
-
-
Your browser doesn’t support HTML5 audio
ບຸນປີໃໝ່ລາວ ພສ 2563 ປີ 2020 ນີ້ ເນື່ອງຈາກມີການຣະບາດຂອງພຍາດໂຄວິດ-19 ທາງອົງການພຸທສາສນາສັມພັນ ແຫ່ງ ສປປລາວ ໄດ້ມີໜັງສືແຈ້ງການເລຂທີ 157/ອພສ ລົງວັນທີ 7 ເມສາ 2020 ແຈ້ງເຖິງທຸກວັດ ໃນທົ່ວປະເທດ ເພື່ອໃຫ້ພຣະສົງ-ສາມະເນນ ແລະ ພຸທສາສະນິກະຊົນ ພາຍໃນແຕ່ລະວັດໃນບ້ານຂອງຕົນ ງົດການຈັດງານບຸນປະເພນີ ຫົດສົງພຣະໃນ ປີໃໝ່ລາວປີນີ້ ເພື່ອບໍ່ໃຫ້ມີການຊຸມນຸມ ຂອງມວນຊົນ, ແຕ່ ອະນຸຍາດໃຫ້ແຕ່ລະວັດ ເຮັດພິທີສົງພຣະພຸທຮູບ ຕາມຮີດຄອງປະເພນີເລັກນ້ອຍໄດ້, ດັ່ງເຈົ້າອາວາດວັດ ພຸດທາວາດ ຢູ່ເມືອງສອງຄອນ ແຂວງສວັນນະເຂດ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ່ 14 ເມສານີ້ວ່າ ປີໃໝ່ລາວປີນີ້ ທາງວັດແມ່ນຈະງົດເວັ້ນຕາມ ແຈ້ງການ:
“ປີໃໝ່ລາວປີນີ້ ຊິໄດ້ງົດເວັ້ນເນາະ ເພາະວ່າເພິ່ນແຈ້ງການອອກມາ ຈາກອົງການພຸທສາສນາສັມພັນລາວ ເພິ່ນໄດ້ໃຫ້ສັ່ງຢຸດ ກະຖືວ່າ ທາງວັດພຸດທາວາດ ກະຊິໄດ້ເອົາພຣະລົງ ຫົດສົງທັມມະດາ ອີງຕາມຮີດ ຄອງປະເພນີຂອງບ້ານ ເຮັດຕາມປະເພນີແບບວ່າ ເອົາຄູບາ ອາຈານ ເປັນທີລະວັດບໍ່ ກະຊິໄດ້ລົງມາຫົດສົງ ຫຼັງຈາກນັ້ນ ກະຊິໄດ້ເອົາຂຶ້ນໃນມື້ນັ້ນໂລດ ກະຊິບໍ່ໄດ້ເອົາປະໄວ້ເນາະ ເພາະວ່າເພິ່ນບໍ່ ໃຫ້ຈັດງານ ບຸນຕ່າງໆ ງານປະເພນີຕກິຈກັມອື່ນໆ ຖືວ່າເພິ່ນຫ້າມແລ້ວ.”
ເຈົ້າອາວາດ ເວົ້າວ່າ ປັດຈຸບັນນີ້ ອອກຕົນຍາດໂຍມ ຍັງມາວັດໄດ້ເປັນປົກກະຕິ ແຕ່ບໍ່ອະນຸຍາດໃຫ້ເຂົ້າມາຫຼາຍ:
“ອອກຕົນຍາດໂຍມກະຖືວ່າ ເຂົ້າມາໄດ້ຢູ່ ຊ້ວງນີ້ກະເຂົ້າມາໄດ້ຢູ່ ພາຍໃນວັດນີ້ ກະຖືວ່າອະນຸຍາດຢູ່ເນາະ ກະເຂົ້າມາບໍ່ຫຼາຍເນາະສະເພາະ ແຕ່ໃນບ້ານນີ້ ສະເພາະແຕ່ໃນບ້ານນີ້ ເຖົ້າແກ່ແນວໂຮມຫັ້ນລະ ເພິ່ນກະຊິໄດ້ມາຫົດສົງນໍາ.”
ເຈົ້າອາວາດ ກ່າວຕື່ມວ່າ ສໍາລັບມາຕການປ້ອງກັນການຣະບາດຂອງພຍາດໂຄວິດ-19 ຢູ່ພາຍໃນວັດນີ້ ແລ້ວແມ່່ນວ່າ ໄດ້ປະຕິບັດຕາມ ຄໍາສັ່ງຂອງອົງການພຸທສາສນາສັມພັນ ແລະປະຕິບັດ ຕາມຄໍາສັ່ງ ຂອງ ທາງການ.
ໃນຂນະດຽວກັນ ອອກຕົນຍາດໂຍມ ຢູ່ຄອນຫຼວງວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ບຸນປີໃໝ່ລາວ ປີນີ້ບໍ່ຄືທຸກປີ ຍ້ອນມີການຣະບາດ ຂອງພຍາດໂຄວິດ-19 ຢູ່ວັດຄູບາອາຈານ ກໍບໍ່ເປີດຮັບແຂກ ການໄປຫົດສົງພຣະ ເພິ່ນກໍໃຫ້ຈໍາກັດ ບໍ່ໃຫ້ໄປຊຸມນຸມ ກັນຫຼາຍຄົນ:
“ປີນີ້ມັນບໍ່ຄືຊູ່ປີເນາະ ເພາະວ່າມີພຍາດໂຄວິດ ນີ້ແຫຼະ ຄູບາອາຈານ ເພິ່ນບໍ່ຮັບແຂກ ແຕ່ວ່າເພິ່ນເປີດໃຫ້ ຜູ້ໃດຊິສົງກະໄປສົງເທື່ອລະຄົນ ສອງຄົນ ເຮັດແນວນັ້ນ ເພິ່ນປ່ຽນແປງ ສະພາບການປ່ຽນແປງ ນໍາພຍາດ ໂຄວິດນີ້ແຫຼະ ຜູ້ໃດກະຢ້ານຫັ້ນລະ ມີແຕ່ວ່າຜູ້ໃດຢາກໄປສົງ ກະໄປສົງ ສົງໃຜສົງມັນເອົາ ບໍ່ຊຸມນຸມວ່າຊັ້ນສະ ເພິ່ນກະຢ້ານພຍາດ ນີ້ແຫຼະເນາະ ຊຸມນຸມກັນຫັ່ນນາ ມັນບໍ່ຄືຊູ່ປີ ປີນີ້ນະ ຄັນຄືຊູ່ສົງ ເບີກລາບາສີ ກະຊຸມນຸມກັນຫຼາຍຄົນຄືແຕ່ເກົ່າຫັ່ນແຫຼະ ປີນີ້ບໍ່ໄດ້ເຮັດ ບໍ່ໄດ້ໄປເຕົ້າໂຮມກັນ ບ້ານນະເພິ່ນປະກາດວ່າແນວນັ້ນ ເພິ່ນບໍ່ໃຫ້ ໄປເຕົ້າໂຮມກັນຫຼາຍຄົນ ເພາະວ່່າຢ້ານຕິດພຍາດຫັ້ນແຫຼະເນາະ ຜູ້ເປັນແນວໃດກະມີ ບໍ່ຮູ້ຈັກ ນຶ່ງມານະ ສອງມາ ກະການຫຼີ້ນກິນເບາະ ເພິ່ນກະບໍ່ໃຫ້ ຫຼີ້ນໃຫ້ມ່ວນ ໃຫ້ກິນເຫຼົ້າກິນຢາ ບໍ່ໃຫ້ຊຸມນຸມກັນຫຼາຍຄົນ ເພິ່ນບໍ່ໃຫ້ມີບໍ່ໃຫ້ເຮັດ ເພິ່ນປະກາດຈັ່ງເຊັ້ນ.”
ທ່ານເວົ້າວ່າ ວັດຢູ່ບ້ານນີ້ ແມ່ນປິດຮັບແຂກມາໄດ້ຫຼາຍມື້ແລ້ວ, ເຈົ້າອາວາດ ບໍ່ອະນຸຍາດໃຫ້ອອກຕົນຍາດໂຍມ ເອົາອາຫານໄປຈັງຫັນ ຈັງເພນ ຄືທີ່ຜ່ານມາ:
“ວັດບ້ານແມ່ ລະແມ່ນຄູບາອາຈານບໍ່ຮັບແຂກ ບໍ່ໃຫ້ອອກຕົນຍາດໂຍມໄປຈັງຫັນຈັງເພນ ຄືຊູ່ມື້ ເພິ່ນຢ້ານຕິດພຍາດ ເພິ່ນລະຢູ່ວັດເພິ່ນ ກິນເອງ ເພິ່ນບໍ່ໃຫ້ໄປຈັງຫັນຈັງເພນ ຄືແຕ່ເກົ່າ ເພິ່ນໃຫ້ໄປຊຸມນຸມກັນ ຫຼາຍຄົນ ອອກຕົນຍາດໂຍມບໍ່ໄດ້ໄປຫາໄປຫຍັງລະ ຄົນໄປໄຫວ້ ໄປສົງ ກະບໍ່ໄປດຽວນີ້ນະ.”
ທ່ານກ່າວຕື່ມອີກວ່າ ປີໃໝ່ລາວປີນີ້ ງຽບເຫງົາຫຼາຍ ຄິດຮອດລູກກະໄດ້ແຕ່ຟັງສຽງ ບໍ່ຄືປີປີຜ່ານໆມາ ເມື່ອຮອດຍາມບຸນປີໃໝ່ລາວ ລູກໆ ທີ່ໄປເຮັດວຽກຢູ່ຕ່າງແຂວງ ຈະພາກັນກັບມາຢາມພໍ່ແມ່ ແຕ່ປີນີ້ມາບໍ່ໄດ້ ຍ້ອນຕ້ອງປ້ອງກັນໂຕເອງຈາກພຍາດໂຄວິດ-19 ຖ້າມາກະຕ້ອງໄດ້ ກັກໂຕ 14 ມື້ກ່ອນຈັ່ງມາຫາຄອບຄົວໄດ້.
ສໍາລັບງານບຸນປີໃໝ່ລາວ ຢູ່ແຂວງຫຼວງພຣະບາງ ຊາວຫຼວງພຣະບາງ ໃນບ້ານນຶ່ງເວົ້າວ່າ ປີໃໝ່ລາວປີນີ້ ທາງບ້ານຂອງທ່ານ ແມ່ນບໍ່ໄດ້ ຈັດເລີຍ:
“ບໍ່ໆ ບໍ່ໆ ຢູ່ບ້ານນີ້ເພິ່ນກະຂ່າວເລີຍ ຖືວ່າບໍ່ມີເລີຍ ຖືວ່່ບໍ່ໄດ້ຫຼີ້ນເລີຍ ບຸນສົງການກະບໍ່ໄດ້ຫຼີ້ນ ບໍ່ໄດ້ອັນນັ້ນເລີຍນະ.”
ຊາວບ້ານທ່ານນີ້ກ່າວຕື່ມວ່າ ເຖິງແມ່ນວ່າ ປີນີ້ຢູ່ພາຍໃນບ້ານ ຈະບໍ່ໄດ້ຈັດງານບຸນປີໃໝ່ລາວຄືປີຜ່ານມາ ເນື່ອງຈາກການແຜ່ຣະບາດ ຂອງ ພຍາດໂຄວິດ-19 ແຕ່ສໍາລັບຜູ້ເຖົ້າຜູ້ແກ່ ພາຍໃນບ້ານ ແມ່ນຍັງ ສາມາດໄປໃສ່ບາດຢູ່ວັດໄດ້ ຕາມປົກກະຕິຢູ່:
“ວັດວາໄປໃສ່ບາດໃສ່ພົກແທ້ ແມ່ນມີທັມມະດາອັນນັ້ນ ມີພວກຜູ້ເຖົ້າຜູ້ນັ້ນ ເພິ່ນໄປໃສ່ບາດໃສ່ຫຍັງແມ່ນທັມມະດາ ແມ່ນເພິ່ນໄປສູ່ມື້ຢູ່ແລ້ວ ມີແຕ່ໄທບ້ານຕໍ່ໄທບ້ານເນ່ ເພິ່ນໄປຜູ້ເຖົ້າຜູ້ແກ່ນະ ແຕ່ບ້ານອື່ນແທ້ ວັດອື່ນແທ້ກະບໍ່ໄດ້ເຂົ້າມາຫັ້ນແຫຼະ ແບບວ່າເພິ່ນປ້ອງກັນເລີຍ ສົມມຸດ ວ່າຄົນນອກບໍ່ໃຫ້ເຂົ້າ ເພາະບ້ານເຮົາເພິ່ນມາກວດມັນ ບໍ່ມີຫຍັງຊິ ລະເຮົາປ້ອງກັນ ຄົນນອກບໍ່ໃຫ້ເຂົ້າເລີຍ ຄົນໃນກໍບໍ່ໃຫ້ອອກ. ຄັນຢ່າງ ອອກໄປ ກະຕ້ອງອອກໄປມີເຫດຜົນສົມມຸດວ່າ ເຈົ້າອິໄປຊື້ເຄື່ອງ ກະຊື້ໄວ້ຕອນເພິ່ນປະກາດຫັ່ນ ຊື້ໄວ້ຫຼາຍເລີຍ.”
ໃນຂນະດຽວກັນ ເຈົ້າໜ້າທີທ້ອງຖິ່ນຢູ່ອີກບ້ານນຶ່ງ ໃນແຂວງຫຼວງພຣະບາງ ກ່າວວ່າ ປີໃໝ່ລາວສໍາລັບຢູ່ບ້ານຂອງທ່ານເອງ ແມ່ນຈະຈັດຢູ່ ແຕ່ຈະຈັດຕາມຄໍາແນະນໍາ ຂອງທາງການ:
“ເຮົາກະວ່າຊິເຮັດຢູ່ເກາະ ແຕ່ວ່າຊິເຮັດຕາມຣະບຽບຫຼັກການເພິ່ນຫັ້ນແຫຼະ ເວລາເຮົາໄປຫົດໄປສົງ ບໍ່ເຫີ້ມັນເປັນຂະບວນການໃຫຍ່ຫັ່ນນາ ກະໄດ້ມີແຕ່ວ່າ ເວລາສົງພຣະຫັ່ນ ກະຊິໄດ້ໄປເທື່ອເລັກເທື່ອໜ້ອຍ ໄປຫັ້ນ ສະເພາະບ້ານເຮົານີ້ນະ ຈໍາກັດຄົນໄປຫັ້ນບໍ່ໃຫ້ເປັນຂະບວນ ນີ້ແຫຼະ ມີແຕ່ວ່າໄປມື້ 9 ຄົນ 10 ຄົນບໍຊິນະ ຕລອດ 24 ຊົ່ວໂມງ.”
ເຈົ້າໜ້າທີ່ທ່ານນີ້ ກ່າວຕື່ມວ່າ ສໍາລັບມາຕການປ້ອງພຍາດໂຄວິດ-19 ນັ້ນ ຢູ່ພາຍໃນບ້ານນີ້ ແມ່ນໄດ້ປິດທາງເຂົ້າ-ອອກ ແລະມີເຈົ້າໜ້າທີ່ ກອງຫຼອນບ້ານ ກວດກາເວນຍາມຢ່າງເຂັ້ມງວດ:
“ພວກເຮົາໄດ້ຕັນທາງເຂົ້າອອກບ້ານເຮົາເໝິດ ແບບວ່າບ້ານເຮົາມັນມີທາງຜ່ານເນາະ ບັງເອີນວ່າທາງຜ່່ານນັ້ນ ມັນເປັນທາງສາທາຣະນະ ມັນມີບ້ານໃຕ້ ບ້ານເໜືອທຽວ ເຮົາກະປ່ອຍແຕ່ວ່າ ສະເພາະເສັ້ນທາງ ທີ່ຈະເຂົ້າມາເລາະໃນບ້ານໃນຊ່ອງເຮົາຊອຍ ແມ່ນປິດໝົດທຸກເສັ້ນ ທາງເຮົາລ້ອມຮົ້ວໄວ້ຊໍ້າ ລະເຮົາຍາມເປັນບາງບ່ອນໄວ້ພາກສ່ວນທີ່ມີຄວາມຈໍາເປັນ ອອກໄປຊື້ເຂົ້າຊື້ນໍ້າ ເຮົາປ່ອຍອອກຈຸດນຶ່ງ ກາຍນັ້ນມີ 10 ຮ່ອມເຮົາໄດ້ປິດໄວ້ເໝິດເກາະ.”
ເນື່ອງຈາກສະພາບການໃນປັດຈຸບັນ ພຍາດໂຄວິດ-19 ຍັງສືບຕໍ່ແຜ່ຣະບາດຢ່າງຕໍ່ເນື່ອງ ສໍາລັບຢູ່ ສປປລາວ ເຖິງແມ່ນວ່າຣັຖບານໄດ້ມີ ມາຕການສະກັດກັ້ນ ແລະປ້ອງການແຜ່ຣະບາດ ຂອງພຍາດນີ້ຢ່າງ ຈິງຈັງ ໃນໄລຍະທີ່ຜ່ານມາ ແຕ່ມາເຖິງປັດຈຸບັນ ກໍໄດ້ກວດພົບຜູ້ຕິດ ເຊື້ອ ແລະມີຄວາມສ່ຽງທີ່ຈະແຜ່ຣະບາດ ໃນທົ່ວປະເທດ ເພື່ອຍົກຣະດັບການສະກັດກັ້ນ ການແຜ່ຣະບາດຂອງໄວຣັສ ໂຄວິດ-19 ຕາມ ຄໍາສັ່ງ ຂອງຣັຖບານ ສບັບເລຂ 06/ນຍ ລົງວັນທີ 29 ມີນາ 2020 ຫ້ອງການ ບໍຣິຫານງານສູນກາງ ອົງການພຸທສາສນາສັມພັນ ແຫ່ງ ສປປລາວ ກໍໄດ້ປະຕິບັດຕາມ ແຈ້ງການສບັບດັ່ງກ່າວຢ່າງເຂັ້ມງວດ.