ເຣື້ອງທີ່ເກັບບັນທຶກໄວ້
2011-07-22
ຣາຊກາລ ພຣະຍາ ຫລ້າ ແສນໄຕຣ ພູວະນາຖ: ໃນຣາຊສມັຍ ຂອງ ພຣະເຈົ້າຫລ້າ ແສນໄຕຣ ຕອນທີ່ ພຣະອົງຄ໌ ກໍານົດ ເອົາ ນາສອງຮັກ ໃນເຂຕ ເມືອງດ່ານຊ້າຍ ເປັນເຂຕ ເຈຣະຈາ ຄວາມເມືອງ ກັບ ໄທສຍາມ. ພຣະຍາ ຫລ້າ ແສນໄຕຣ ສເວີຍຣາຊ ໄດ້ 10 ປີ ພຣະອົງຄ໌ ສະເດັຈສຸຣະຄົຕ ໃນ ປີ ຄຣິສຕສັກຣາຊ 1495.
2011-07-15
ຊີວິດ ການເປັນຢູ່ ຂອງ ຄົນລາວ ໃນ ສະໄໝ ກຣຸງທົນບູຣີ ວ່າ ຄົນລາວ ທີ່ຖືກ ກວາດຕ້ອນ ໄປຢູ່ ສຍາມ ນັ້ນ ມີຜູ້ຕາຍ ຢູ່ກາງທາງ ຫຼາຍກວ່າ ຈໍານວນ ທີ່ ລອດຊີວິດ ເຖິງ 2 ເທົ່າ. ສໍາລັບ ຜູ້ເຫຼືອ ລອດຊີວິດ ໄປໄດ້ ນັ້ນ ມີແຕ່ພຽງ 3,000 ຄົນ ເທົ່ານັ້ນ. ສຍາມ ໄດ້ ປະຕິບັດ ຕໍ່ຄົນລາວ ດ້ວຍການ ໃຊ້ ຣະບົບ ໄພ່ ປົກຄອງ ມີ “ການເຂົ້າເດືອນ”, ມີໄພ່ສົມລາວ ແລະ ມີໄພ່ ຫຼວງລາວ ໃນ ກົມອາສາ. ສັປດາ ນີ້ ຈະໄດ້ກ່າວ ເຖິງ ການຍ້າຍຖິ່ນ ຂອງຄົນລາວ ທີ່ເຂົ້າໄປ ຢູ່ ຫົວເມືອງ ຊັ້ນໃນ ໃນສະໄໝ ກຣຸງ ຣັດຕະນະໂກສິນ.
2011-07-06
ເຊີນທ່ານ ຮັບຟັງ ແລະ ຮັບຊົມ ການສັມພາດ ທ່ານ Paul ມູນຄະຕິ ຫົວໜ້າ ທີມ Lao man United ທີ່ເຂົ້າຮ່ວມ ແຂ່ງຂັນ ບຸນຊ່ວງເຮືອ ມັງກອນ ປະຈໍາປີ ຄັ້ງທີ 10 ຊື່ງເປັນ ປະເພນີ ຂອງຊາວຈີນ ທາງ ພາກໃຕ້ ເຊັ່ນ: ຮົງກົ້ງ ແລະ ໃຕ້ຫວັນ ທີ່ຈັດຂື້ນ ໃນຂົງເຂດ ນະຄອນຫຼວງ ວໍຊິງຕັນ ດີ.ຊີ ແລະ ທີມ Lao man United ກໍໄດ້ ໄຊຊນະເລີດ ຈື່ງສາມາດ ຄວ້າລາງວັນ ຫຼຽນຄໍາ ມາໄວ້ ເປັນຂວັນໃຈ ຂອງຊາວລາວ...
2011-06-23
ຣາຊກາລ ຂອງ ພຣະເຈົ້າ ແທນຄໍາ.... ພໍສົມເດັຈ ພຣະເຈົ້າ ໄຊຍະຈັກກະພັຕ ແຜ່ນແຜ້ວ ໄດ້ຮູ້ ຂ່າວວ່າ ກອງທັພລາວ ແຕກແລ້ວ ພຣະອົງຄ໌ ກໍພາ ພຣະປະຢູຣະຍາຕ ລັກໜີ ລົງເຮືອ ລ່ອງມາ ເມືອງຊຽງຄານ, ຝ່າຍກອງທັພ ແກວ ຈຶງໄດ້ ເຂົ້າຢຶດ ນະຄອນ ຊຽງທອງ. ຄັ້ງນັ້ນ, ເຈົ້າແທ່ນຄໍາ ພຣະຣາຊໂອຣົສ ຂອງ ພຣະເຈົ້າ ໄຊຍະຈັກກະພັຕ ແຜ່ນແຜ້ວ ຊື່ງເປັນ ເຈົ້າຄອງ ນະຄອນ ຢູ່ເມືອງ ດ່ານຊ້າຍ ເມື່ອໄດ້ ຮູ້ຂ່າວວ່າ ແກວ ຍົກທັພ ມາຕີ ນະຄອນ ຊຽງທອງ ແລະ ເຂົ້າຢຶດ ເອົາ ພຣະນະຄອນ ໄດ້ແລ້ວ ກໍເກນເອົາ ພົລເມືອງ ຊຽງຄານ, ເມືອງ ດ່ານຊ້າຍ ຍົກຂຶ້ນ ໄປຕີ ຂນາບຫລັງ. ຝ່າຍ ກອງທັພ ແກວ ບໍ່ຮູ້ ວ່າມີ ກອງທັພ ຈາກເມືອງ ອື່ນ ມາຕີ ຕັດຫລັງ ແລະ ຍ້ອນກໍາລັງ ພົລ ກໍອິດເມື່ອຍ ທັງໄດ້ ຮັບບາດເຈັບ ແລະ ລົ້ມຕາຍ ໄປເປັນ ຈໍານວນ ຫລວງຫລາຍ ຢູ່ແລ້ວນັ້ນ ເມື່ອຖືກ ກໍາລັງ ຂອງ ເຈົ້າແທ່ນຄໍາ ບຸກເຂົ້າ ໂຈມຕີ ຈຶ່ງໄດ້ ແຕກພ່າຍ ໜີໄປ.
2011-06-17
ໃນບົດ ກ່ອນນີ້ ເຮົາໄດ້ ຮູ້ເຖິງ ບ້ານເມືອງ ທີ່ສຍາມ ຈັດໃຫ້ ຄົນລາວ ໃນສະໄໝ ກຣຸງທົບບູຣີ ໄປຢູ່ນັ້ນ ຄື ຄົນລາວ ທົ່ວໄປ ໄປຢູ່ ທີ່ ແຂວງ ສະຣະບູຣີ ສ່ວນ ພຣະໂອຣົດ ຂອງເຈົ້າ ສິຣິບຸນຍະສານ ຄື ເຈົ້າ ນັນທະເສນ, ເຈົ້າ ອິນທະວົງສ໌ ແລະ ເຈົ້າ ອະນຸວົງສ໌ ຢູ່ ບາງຍີ່ຂັນ ໃນບາງກອກ ໃນປະຈຸບັນ ຄົນລາວ ບາງສ່ວນ ກໍຢູ່ເມືອງ ຣາຊບູຣີ ແລະ ຫົວເມືອງ ຕາເວັນຕົກ ແດ່ ແລະ ຫົວເມືອງ ຕາເວັນອອກ ກໍມີເມືອງ ຈັນທະບູຣີ ສໍາລັບ ພວກຄົນ ໄທດໍາ ຢູ່ເມືອງ ເພັຊບູຣີ ບ່ອນດຽວ.
2011-06-13
ນັບຕັ້ງແຕ່ ພຣະເຈົ້າ ໄຊຍະຈັກກະພັຕ ແຜ່ນແຜ້ວ ຂຶ້ນຄອງ ຣາຊສົມບັຕ ໃນນະຄອນ ຊຽງທອງ ແຕ່ປີ ຄ.ສ. 1456 ເປັນຕົ້ນມາ ສະພາພກາຣ ບ້ານເມືອງ ກໍຢູ່ ສຸຂເສີມ ເຕີມຄອງ ບໍ່ມີໄພຍ໌ ພິບັຕ ແຕ່ ປະກາຣໃດ.
2011-06-02
ການອົພຍົບ ຍ້າຍຖິ່ນ ເຂົ້າ ສູ່ສຍາມ ຫຼືໄທຍ໌ ຂອງ ຄົນລາວ ແຕ່ອາດີດ. ໃນບົດ ກ່ອນ ເຮົາໄດ້ ຮູ້ເຖິງ ຈຸດປະສົງ ຂອງການ ກວາດຕ້ອນ ຄົນລາວ ຈາກ ວຽງຈັນ ເຂົ້າສູ່ ສຍາມ ນັ້ນວ່າ, ມີຢູ່ 2 ສາເຫດ ຄື ອານາຈັກ ວຽງຈັນ ມີຜູ້ຄົນ, ຊ້າງ, ມ້າ ແລະ ສະບຽງ ອາຫານ ຫຼາຍ ແລະ ຍັງມີ ວຽດນາມ ໃຫ້ການ ສນັບສນູນ ສຍາມ ຈຶ່ງຕ້ອງ ທໍາລາຍ ວຽງຈັນ ໃຫ້ລ້າ ຫຼ່ອຍລົງ. ສາເຫດ ອັນທີ່ສອງ ກໍຄື ພົລເມືອງ ຂອງສຍາມ ຫລຸດໜ້ອຍ ລົງ ເພາະໄດ້ ເສັຽຊີວິດ ຈາກ ສົງຄາມ ແລະ ຄວາມອຶດຢາກ ສຍາມ ຈຶ່ງຕ້ອງ ເພີ່ມຄົນ ໃຫ້ອັ່ງແໜ້ນ ຂຶ້ນ ແລະ ຍັງໄດ້ ຄົນລາວ ໄປເປັນ ແຮງງານ ໄປທໍາການ ປູກຝັງ ແລະ ເປັນກໍາລັງ ທາງ ທະຫານ ອີກດ້ວຍ. ໃນຕອນນີ້ ຈະໄດ້ກ່າວ ເຖິງ ບ້ານເມືອງ ທີ່ສຍາມ ຈັດໃຫ້ ຄົນລາວ ໃນສມັຍ ກຣຸງ ທົນບູຣີ ໄປຢູ່ ນັ້ນວ່າ ມີຢູ່ ບ່ອນ ໃດແດ່.
2011-05-24
ເວລານັ້ນ ປະເທສຊາຕ ບ້ານເມືອງ ເກີດ ໂກລາຫົລ ວຸ້ນວາຍ ຍ້ອນ ພວກອະທັມ ເຂົ້າກໍາ ອໍານາຈ ຂາດ ສິລທັມ ເຫັນແກ່ ຄວາມໂລພມາກ ໂລພາ ກະຫາຍ ອໍານາຈ ຫາຜົລ ປໂຍຊ ໃສ່ຕົນ ແລະ ພັຄພວກ ເຫັນແກ່ເງິນ ແສນໄຖ່ ແທນທີ່ ຈະເຫັນແກ່ ໄພ່ແສນເມືອງ.
2011-05-02
ຊາວໄທ ໃນເຂດ ລຸ່ມ ແມ່ນໍ້າຂອງ ຈາກ 8 ແຂວງ ໄດ້ສົ່ງ ຜູ້ຕາງໜ້າ ໄປປະທ້ວງ ຢູ່ຕໍ່ໜ້າ ບໍຣິສັດ ຊໍ ການຊ່າງ ຂໍໃຫ້ ຍົກເລີກ ການກໍ່ສ້າງ ເຂື່ອນ ໄຊຍະບູຣິ
2011-04-13
ໃນບົດກ່ອນ ເຮົາໄດ້ຮູ້ ເຖິງສາເຫດ ທີ່ສຍາມເຂົ້າ ຄອບຄອງ ລາວ ທັງ 3 ອານາຈັກ ແລະ ຫຼັງຈາກ ຍຶດຄອງ ໄດ້ແລ້ວ ສຍາມກໍເລີ້ມ ກວາດຕ້ອນ ຣາສດອນລາວ ຊຶ່ງເປັນການ ອົພຍົບ ຍ້າຍຖິ່ນ ຂອງຄົນລາວ ສູ່ສຍາມ ຄັ້ງຍິ່ງໃຫຍ່ ທີ່ສຸດ ໃນປວັດສາດ ເພາະມີທັງ ການເຂົ້າໄປ ເພີ່ງບາຣະມີ ຂອງ ກະສັດສຍາມ ແລະ ການຖືກ ກວາດຕ້ອນ ເປັນຊະເລີຍເສິກ.
2011-03-30
ຣາຊກາລ ຂອງ ພຣະເຈົ້າ ສາມແສນໄທ ໄຕຣພູວະນາຖ: ເມື່ອສົມເດັຈ ພຣະເຈົ້າຟ້າງຸ່ມ ສະເດັຈ ໄປປະທັບ ຢູ່ນະຄອນນ່ານ ແລະ ສະເດັຈສຸຣະຄົຕ ແລ້ວ ເສນາອາມາຕຍ໌ ຣາຊມົນຕຣີ ກໍໄດ້ພ້ອມພຽງກັນ ອະພິເສກ ທ້າວອຸ່ນເມືອງ ຣາຊໂອຣົສ ອົງຄ໌ທີ່ 1 ທີ່ປະສູຕຈາກ ພຣະອັຄຄະມະເຫສີ ແກ້ວກັນຍາ ຂຶ້ນສເວີຍຣາຊສົມບັຕ ໃນນະຄອນ ຊຽງທອງ ແທນພຣະຣາຊບິດາ.
2011-03-17
ການອົພຍົບ ເຂົ້າສູ່ສຍາມ ຫຼືໄທຍ໌ ຂອງຄົນລາວ ແຕ່ອາດີດ. ໃນປີ ຄ.ສ. 1776 ທີ່ອານາຈັກ ຈຳປາສັກ ຕົກເປັນ ຫົວເມືອງຂຶ້ນ ຂອງສຍາມນັ້ນ ຈະເຫັນໄດ້ວ່າ ກອງທັບສຍາມ ທີ່ຍົກໄປ ໃນຄັ້ງນັ້ນ ບໍ່ແມ່ນກອງທັບ ສຳລັບທີ່ຈະ ປາບປາມແຕ່ ເມືອງ ນາງລອງ ເທົ່ານັ້ນ ການທີ່ສຍາມ ຍົກກອງທັບ ໄປເຖິງ 2 ກອງທັບ ກໍສະແດງອອກ ຢ່າງຈະແຈ້ງແລ້ວວ່າ ສຍາມມີແຜນການ ແລະ ວາງເປົ້າ ໝາຍ ທີ່ຈະຕີເອົາ ຈຳປາສັກ ຢູ່ແລ້ວ ບໍ່ແມ່ນແຕ່ຈະຕີ ເມືອງນາງລອງ ທີ່ແຂງຂໍ້ເທົ່ານັ້ນ ເພາະກຳລັງ ຂອງກອງທັບເຖິງ 2 ກອງທັບ ກໍເປັນເຫດຜົນ ໃນຕົວຢູ່ແລ້ວ.
2011-03-10
ພຣະບາງ ປະດິສຖານຢູ່ ເມືອງວຽງຄໍາ ເມື່ອປະຊາຂົນ ຊາວເມືອງວຽງຄໍາ ໄດ້ຖວາຍກາຣ ຕ້ອນຮັບ ພຣະບາງ ພ້ອມດ້ວຍ ພຣະສົມມະນະທູຕ ແລະ ປະຊາຊົນ ຊາວຂເມຣ ທີ່ພຣະເຈົ້າ ແຜ່ນດິນຂເມຣ ສົ່ງຂື້ນມາ ພ້ອມກັບ ພຣະມະຫາປາສມັນ ເຂົ້າໄປຄົບງັນກັນ ຢູ່ໃນເມືອງວຽງຄໍາ ເປັນເວລາ 3 ມື້ 3 ຄືນ ຕາມກໍານົດ ຣາຍກາຣນັ້ນ ແລ້ວ ກໍຈະດຳເນີນ ຕໍ່ໄປຍັງ ເມືອງຊຽງທອງ.
2011-03-04
ການອົພຍົບ ຍ້າຍຖິ່ນ ເຂົ້າສູ່ສຍາມ ຫຼືໄທຍ໌ ຂອງຄົນລາວ ແຕ່ອາດີດ. ກຣຸງສີອະຍຸທຍາ ຂອງສຍາມ ເປັນຣາຊທານີ ຫຼືເປັນເມືອງຫຼວງ ຢູ່ໄດ້ 417 ປີ ເມື່ອເຖິງປີ ຄ.ສ. 1767 ກຣຸງສີອະຍຸທຍາ ກໍເສັຽແກ່ພະມ້າ ຖືວ່າເປັນການ ສ້ຽງສຸດສະໄໝ ອະຍຸທຍາ.
2011-03-01
ກາຣນໍາເອົາ ພຸທສາສນາ ລັທທິລັງກາວົງສ໌ ນິກາຍເຖຣະວາທ ມາຍັງ ປະເທສລາວ. ຊົນຊາຕອ້າຍລາວ ມີປວັຕກາຣ ນັບຖື ພຸທສາສນາ ມາແຕ່ ສມັຍ ຂຸນລີເມົາ ເຈົ້ານະຄອນ ງາຍລາວ ເມື່ອປີຄຣິສຕະສັກຣາຊ 69 ພ.ສ. 612. ພຸທສາສນາ ທີ່ຊົນຊາຕ ອ້າຍລາວ ນັບຖື ໃນເວລານັ້ນ ແມ່ນພຸທສາສນາ ນິກາຍ ມະຫາຍານ ຊື່ງເປັນ ນິກາຍນຶ່ງ ຄູ່ກັບ ນິກາຍ ເຖຣະວາທ ທີ່ຝ່າຍມະຫາຍານ ຂນານນາມ ໃຫ້ວ່າ ນິກາຍຫິນະຍານ ຫຣື ຍານນ້ອຍ.