ບ້ານລາວໃນປະເທດໄທ ຕອນ 12

ການອົພຍົບ ຍ້າຍຖິ່ນ ເຂົ້າ ສູ່ສຍາມ ຫຼືໄທຍ໌ ຂອງ ຄົນລາວ ແຕ່ອາດີດ. ໃນບົດ ກ່ອນ ເຮົາໄດ້ ຮູ້ເຖິງ ຈຸດປະສົງ ຂອງການ ກວາດຕ້ອນ ຄົນລາວ ຈາກ ວຽງຈັນ ເຂົ້າສູ່ ສຍາມ ນັ້ນວ່າ, ມີຢູ່ 2 ສາເຫດ ຄື ອານາຈັກ ວຽງຈັນ ມີຜູ້ຄົນ, ຊ້າງ, ມ້າ ແລະ ສະບຽງ ອາຫານ ຫຼາຍ ແລະ ຍັງມີ ວຽດນາມ ໃຫ້ການ ສນັບສນູນ ສຍາມ ຈຶ່ງຕ້ອງ ທໍາລາຍ ວຽງຈັນ ໃຫ້ລ້າ ຫຼ່ອຍລົງ. ສາເຫດ ອັນທີ່ສອງ ກໍຄື ພົລເມືອງ ຂອງສຍາມ ຫລຸດໜ້ອຍ ລົງ ເພາະໄດ້ ເສັຽຊີວິດ ຈາກ ສົງຄາມ ແລະ ຄວາມອຶດຢາກ ສຍາມ ຈຶ່ງຕ້ອງ ເພີ່ມຄົນ ໃຫ້ອັ່ງແໜ້ນ ຂຶ້ນ ແລະ ຍັງໄດ້ ຄົນລາວ ໄປເປັນ ແຮງງານ ໄປທໍາການ ປູກຝັງ ແລະ ເປັນກໍາລັງ ທາງ ທະຫານ ອີກດ້ວຍ. ໃນຕອນນີ້ ຈະໄດ້ກ່າວ ເຖິງ ບ້ານເມືອງ ທີ່ສຍາມ ຈັດໃຫ້ ຄົນລາວ ໃນສມັຍ ກຣຸງ ທົນບູຣີ ໄປຢູ່ ນັ້ນວ່າ ມີຢູ່ ບ່ອນ ໃດແດ່.
ວຽງໄຊ
2011.06.02

Watch the video on youtube

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.