ເຣື້ອງທີ່ເກັບບັນທຶກໄວ້
2011-04-08
ປຶ້ມແຕ່ລະຫົວ ບໍ່ວ່າຈະ ຫົວບາງຫລືໜາ ທີ່ຂຽນຂຶ້ນ ສໍາລັບເດັກນ້ອຍ ຫລືຜູ້ໃຫຍ່ ທົ່ວໄປແລ້ວ ແມ່ນໃຫ້ຄວາມຮູ້ ໃຫ້ບົດຮຽນ ແກ່ຜູ້ອ່ານ ທັງນັ້ນ. ສໍາລັບປຶ້ມ ທີ່ມີິຊື່ວ່າ ”ທ້າວລິງນ້ອຍ ແລະ ແວ່ນວິເສດ” ຊຶ່ງແຕ່ງໂດຍ ຄົນອະເມຣິກັນ ແລະແຕ້ມຮູບປະກອບ ໂດຍຄົນລາວ ມີເນື້ອຫາ ສາຣະ ແລະ ໃຫ້ຄະຕິ ເຕືອນໃຈ.
2011-04-01
ການລັກໄປ ເຮັດວຽກຢູ່ໄທ ຂອງຊາວລາວ ຮວມທັງ ແມ່ຍິງແລະເດັກນ້ອຍ ປາກົດວ່າ ຍັງມີຢູ່ຕໍ່ໄປ ໂດຍບໍ່ມີທ່າທີວ່າ ຈະຫລຸດໜ້ອຍ ຖອຍລົງ ໄດ້ງ່າຍ. ຍ້ອນສາເຫດ ມີແນວໃດ, ຈະບໍ່ຫລຸດລົງ ຫລືບໍ່ ໃນຂັ້ນຕໍ່ໄປນັ້ນ ມະນີຈັນ ຈະພາທ່ານ ມາຟັງການ ສັມພາດ ຍານາງ ກາບມານີວັນ ພູໄຊ ນັກວິຊາການລາວ ໃນນະຄອນຫລວງ ວຽງຈັນ...
2011-03-25
ພິທີ ມອບລາງວັນ ກ້າຫານ ສະຕຣີສາກົລ ແກ່ແມ່ຍິງ 10 ທ່ານ ຈາກປະເທດຕ່າງໆ ທົ່ວໂລກ ທີ່ກະຊວງ ການຕ່າງປະເທດ ສະຫະຣັຖ ອະເມຣິກາ ໃນກຸງ Washington. ກ່ຽວກັບວ່າ ເປັນໃຜ? ມາຈາກ ປະເທດໃດ? ເປັນຫຍັງ ຈຶ່ງໄດ້ຮັບກຽດ ຍ້ອງຍໍນັ້ນ...
2011-03-18
ການມີລູກ ຂອງຄົນ ໃນປັຈຈຸບັນ ເປັນໄປໄດ້ ຫລາຍແບບ ຮວມທັງແບບ ມີລູກ ທີ່ໃຫ້ຜູ້ອື່ນ ຖືພາໃຫ້ ຕົວຢ່າງ ກໍຣະນີ ແມ່ຍິງວຽດນາມ 15 ຄົນ ທີ່ໄປຮັບຈ້າງ ຖືພາ ແລະ ອອກລູກ ໃຫ້ຊາວຕ່າງ ປະເທດ ຢູ່ໄທ, ຊຶ່ງບໍ່ເຄີຍ ເກີດຂຶ້ນ ໃນສັງຄົມລາວ.
2011-03-11
ວັນແມ່ຍິງ ສາກົລ: ວັນທີ 8 ມີນາ ຊຶ່ງເປັນວັນຄົບ ຮອບປີທີ 100 ໃນປີ 2011 ນີ້ ປະເທດຕ່າງໆ ໃນທົ່ວໂລກ ຮວມທັງ ສະຫະຣັຖ ອະເມຣິກາ ແລະ ສປປລາວ ມີການຈັດ ກິຈກັມ ເພື່ອທົບທວນ ແລະ ສັລເສີນຜົລງານ ໃນດ້ານຕ່າງໆ ຂອງແມ່ຍິງ ໃນລະຍະ ທີ່ຜ່ານມາ.
2011-03-04
ຣາຍການ ຜູ້ຍິງ ແລະເດັກນ້ອຍ ປະຈໍາສັປດາ ໃນມື້ນີ້ ຈະໄດ້ນໍາເອົາເຣື້ອງ ກ່ຽວກັບວ່າ: ລູກ ເປັນສຸດທີ່ຮັກ ຂອງພໍ່ແມ່ ແລະ ເພື່ອຈະໄດ້ລູກ ທີ່ມີສຸຂພາບ ແຂງແຮງ ແລະ ມີມັນສມອງ ດີນັ້ນ ຜູ້ເປັນແມ່ ຄວນຮັກສາ ສຸຂພາບ ບໍາຣຸງໂຕເອງ ແນວໃດ ໃນເວລາຖືພາ. ຊຶ່ງຈະມີການ ໂອ້ລົມກັບ ທ່ານໝໍ ແມ່ແລະເດັກ ທ່ານນຶ່ງ.
2011-02-25
ເຖົ້າແກ່ ບູຮານລາວ ມັກເວົ້າຢູ່ ສເມີວ່າ ຜົວເປັນເພັຍ ຍ້ອນເມັຍຜູ້ຮູ້. ອັນນີ້ເປັນ ຄວາມຈິງ ສເມີໄປຫລືບໍ່ ແລະ ສໍາລັບ ຄູ່ຜົວເມັຍ ພຸງລີ ແລະ ພູທາວລີ ເຈົ້າຂອງຮ້ານຄ້າ ຮ້ານອາຫານ ທີ່ເມືອງ ດູບັສ ຣັຖ California ສະຫະຣັຖ ອະເມຣິກາ... ຊຶ່ງ ມະນີຈັນ ຈະນຳມາສເນີ ທ່ານໃນຣາຍການ ຜູ້ຍິງ ແລະເດັກນ້ອຍ ປະຈໍາສັປດານີ້. ເຊີນທ່ານ ຮັບຟັງໄດ້.
2011-02-18
ຣາຍການ ຜູ້ຍິງແລະເດັກນ້ອຍ ປະຈໍາສັປດາ ໃນມື້ນີ້ ຈະພາທ່ານ ໄປຮູ້ຈັກກັບ ການລ້ຽງລູກ ຂອງຊາວລາວ ເຜົ່າມົ້ງ ຄອບຄົວນຶ່ງ ທີ່ເມືອງ Lacrosse ຣັຖ Wisconsin ສະຫະຣັຖ ອະເມຣິກາ ຊຶ່ງເປັນການ ລ້ຽງລູກ ທີ່ເປັນໜ້າ ສົນໃຈ.
2011-02-11
ຣາຍການ ຜູ້ຍິງ ແລະ ເດັກນ້ອຍ ປະຈໍາສັປດາ ໃນມື້ນີ້, ມະນີຈັນ ຈະນໍາເອົາ ຄໍາເຫັນຂອງ ທ່ານ ”ວິກເຕີ ວາງ” ນັກຮຽນຣູ້ ປັນຍາຊົນ ລາວ ທີ່ເມືອງ Fresno ຣັຖ California ສະຫະຣັຖ ອະເມຣິກາ ຊຶ່ງໄດ້ມາຮ່ວມ ພີທີ ຊາປະນະກິດສົພ ຂອງ ມື້ລາງ ພຍາ ນໍຣະປະໂມກ ພົນໂທ ວັງປາວ ທີໄດ້ເວົ້າເຖິງ ຄໍາຕັກເຕືອນ ອັນດີງາມ ຂອງທ່ານ ນາຍພົນ ຕໍ່ເຍົາວະຊົນ ຊາວລາວ.
2011-02-04
ນໍ້ານົມແມ່ ເປັນອາຫານ ທີ່ດີເລີດ ສໍາລັບລູກນ້ອຍ ຊຶ່ງຜູ້ເປັນແມ່ ຄວນໃຫ້ລູກ ໄດ້ດູດກິນ ເລີ່ມແຕ່ມື້ເກີດ. ກ່ຽວກັບວ່າ ເປັນຍ້ອນເຫດຜົນ ແນວໃດນັ້ນ “ມະນີຈັນ” ຈະນໍາມາ ສເນີທ່ານ ໃນຣາຍການ ຜູ້ຍິງ ແລະ ເດັກນ້ອຍ ປະຈໍາສັປດາ ນີ້.
2011-01-28
ເຊື້ອໂຣຄ HIV/Aids ຍັງແພ່ຫລາຍ ຢູ່ລາວ ຊຶ່ງສ່ວນນຶ່ງ ກໍຍ້ອນມີຄົນງານ ເຄື່ອນທີ່ ເຂົ້ານອກອອກໃນ ຕາມປະເທດ ເພື່ອນບ້ານ ຮ່ວມທັງຜູ້ຍິງ ທີ່ໄປເຮັດວຽກ ຢູ່ປະເທດໄທ ແບບບໍ່ຂໍໃບ ອະນຸຍາດ ລັກລອບຢູ່ຢ່າງ ຜິດກົດໝາຍ ແລະ ສຸດທ້າຍ ກໍຕົກເປັນເຫຍື່ອ ພວກນັກຄ້າ ປະເວນີ, ເມື່ອມີໂອກາດ ກັບບ້ານ ກໍນໍາເອົາ ເຊື້ອໂຣຄຕ່າງໆ ຕິດໂຕມານໍາ ຢ່າງບໍ່ຮູ້ສຶກຕົວ.
2011-01-14
ການລັກໄປເຮັດວຽກ ຢູ່ປະເທດ ເພື່ອນບ້ານ ຂອງຄົນວັຍຫນຸ່ມ ສາວລາວ ຊຶ່ງມັກເກີດ ເລື້ອງລາວ ທີ່ບໍ່ເພິ່ງ ປາຖນານັ້ນ ອາດຫລຸດໜ້ອຍລົງ ຖ້າຫາກວ່າ ທາງການລາວ ສ້າງວຽກເຮັດງານທໍາ ຫລາຍຂຶ້ນ ແລະໄດ້ເງິນ ຄ່າແຮງງານ ທີ່ສົມມາ ສົມຄວນ.
2010-12-21
ຜູ້ເຄາະຮ້າຍ ທີ່ຕົກເປັນ ເຫຍື່ອຂອງການ ຄ້າມະນຸດ ໂດຍສະເພາະ ຄ້າໄປປະເທດ ເພື່ອນບ້ານ ແລະ ສ່ວນຫລາຍ ກໍເປັນຜູ້ຍິງ ຍັງຢູ່ໃນ ວັຍສາວ ຈາກຄອບຄົວ ທີ່ທຸກຍາກ ດ້ອຍການສຶກສາ.
2010-12-11
ຄະດີ ຄ້າມະນຸດ ຊຶ່ງ ທາງການໄທ ຈັບຜູ້ຕ້ອງຫາ ຄົນສໍາຄັນ ໄດ້ຫລາຍຄົນ ຮວມທັງ ນາຍໜ້າ ຄົນລາວ ແລະ ເຮັດໃຫ້ ນາຍຕໍາຣວດ ຊັ້ນຜູ້ໃຫຍ່ ຂອງໄທ 2 ຄົນ ຕ້ອງຖືກໃຫ້ ຢຸດພັກການ ນັ້ນ ຈະມີການ ສອບປາກຄໍາ ຜູ້ຍິງລາວ ທີ່ເຄາະຮ້າຍ ແລະ ທີ່ຢູ່ໃນ ຄວາມຄຸ້ມຄອງ ຂອງບ້ານ ເກຣຕການ ນັ້ນ ໃນວັນທີ 14 ທັນວາ ທີ່ຈະມາເຖິງ ນີ້. ກ່ຽວກັບ ເລື້ອງດັ່ງກ່າວ ມະນີຈັນ ມີຣາຍງານ ມາສເນີທ່ານ ໃນອັນດັບ ຕໍ່ໄປ.
2010-12-03
ການໃຊ້ຄວາມ ຮຸນແຮງ ຕໍ່ຜູ້ຍິງ ຍັງມີຢູ່ ຕໍ່ໄປ ໃນປະເທດ ຕ່າງໆ ທົ່ວໂລກ ຮວມທັງໃນ ສປປລາວ ແລະ ປະເທດ ອ້ອມຂ້າງ ນໍາດ້ວຍ. ກ່ຽວກັບ ເລື້ອງດັ່ງກ່າວ ເຊີນທ່ານຮັບຟັງ ໄດ້ຈາກ ມະນີຈັນ ໃນອັນດັບ ຕໍ່ໄປ.