ແມ່ ແລະ ເດັກ: ວັນທີ 27 ມິນາ 2009
2009.03.30
ສູນປົກປ້ອງ ແລະພັທນາ ດ້ານວິຊາຊີພ ເກຣຕການ ຫລືທີ່ເອີ້ນ ກັນໂດຍຫຍໍ້ວ່າ ບ້ານເກຣຕການ ທີ່ຕັ້ງຢູ່ ບໍ່ໄກຈາກໃຈ ກາງເມືອງບາງກອກ ຂອງໄທນັ້ນ ເປັນທີ່ຮູ້ຈັກ ກັນດີສໍາລັບ ເຈົ້າໜ້າທີ່ໄທ ລາວ ພະມ້າແລະ ກໍາພູຊາ ທີ່ເຮັດວຽກ ກ່ຽວພັນກັບ ບັນຫາ ການຄ້າມນຸດ. ພ້ອມກັນນັ້ນກໍ ເປັນສຖານທີ່ ທີ່ຄຸ້ນເຄີຍ ເປັນຢ່າງດີ ສໍາລັບ ແມ່ຍີງໄວເດັກ ໄວຂຶ້ນສາວ ຈາກພູມີພາກ ນີ້ທີ່ເຄີຍຕົກ ເປັນເຫຍື່ອຂອງການ ຄ້າມນຸດໃນ ປະເທດໄທ ແລະໄດ້ຖືກ ຊ່ວຍເຫລືອຈາກເຈົ້າ ໜ້າທີ່ຂອງຣັຖ ແລະພາກ ເອກຊົນໃນໄທ ໃຫ້ພົ້ນອອກຈາກ ສພາບການເຮັດວຽກ ແບບໜັກໜ່ວງ ຖືກກົດຂີ່ ກັກຂັງ ລ່ວງເກີນສິດທິ ຕ່າງໆນາໆ ຈາກນາຍຈ້າງ ຊຶ່ງມາຮອດ ເວລານີ້ ກໍມີຈໍາ ນວນບໍ່ໜ້ອຍ ໄດ້ຮັບການ ຄຸ້ມຄອງອຸປກາຣະ ຈາກສູນແຫ່ງນີ້ ກ່ອນໜ້າຈະຖືກ ສົ່ງກັບບ້ານ ກັບປະເທດ ເດີມຂອງຕົນ.
ເວົ້າສເພາະ ເດັກນ້ອຍແມ່ຍີງ ຜູ້ເຄາະຮ້າຍ ທີ່ຖືກຊ່ວຍ ແລະສົ່ງໄປຢູ່ ທີ່ສູນ ບ້ານເກຣຕການ ໃນຂະນະນີ້ ມີທັງໝົດ 100 ກວ່າຄົນ. ໃນນັ້ນ ມີເດັກນ້ອຍ ແມ່ຍີງລາວ ຮວມຢູ່ດ້ວຍ 49 ຄົນຊຶ່ງຖືວ່າ ເປັນຈໍານວນທີ່ ໜ້ອຍເພາະທີ່ ຜ່ານມາການສົ່ງ ແມ່ຍີງ ຜູ້ເຄາະຮ້າຍ ກັບຄືນ ປະເທດລາວນັ້ນ ບໍ່ຄ່ອຍຈະມີ ບັນຫາຫຍູ້ງຍາກ ບໍ່ຄືກັນ ກັບປະເທດອຶ່ນ ເຊັ່ນພະມ່າ ເປັນຕົ້ນ. ເຈົ້າໜ້າທີ່ ບ້ານເກຣຕການ ກ່າວກ່ຽວກັບ ເລື່ອງນີ້ວ່າ:
ລາວຕອນນີ້ກໍ ເຫລືອບໍ່ຫລາຍ ເພາະທາງສູນ ບ້ານເກຣຕການ ສາມາດສົ່ງກັບ ປະເທດໄດ້ ຂ້ອນຂ້າງຫລາຍ ຊຶ່ງຕ່າງໄປຈາກ ພະມ່າ ທີ່ການສົ່ງກັບ ຢາກຍາກແດ່ນັ້ນ
ສູນ ບ້ານເກຣຕການ ຈະວ່າໄປແລ້ວ ບໍ່ເປັນພຽງ ສຖານທີ່ພັກ ເຊົາຮອງຮັບຫລື ຈຸດພັກສໍາລັບ ເດັກນ້ອຍແມ່ຍີງ ທີ່ເຄີຍຕົກ ເປັນເຫຍື່ອຂອງ ພວກຄ້າມະນຸດ ກ່ອນທີ່ ພວກເຂົາເຈົ້າ ຈະໄດ້ກັບຄືນ ໄປບ້ານເດີມ ປະເທດເດີມ ເທົ່ານັ້ນແຕ່ຫາກ ຍັງເປັນສຖານທີ່ ທີ່ໃຫ້ຫລາຍໆ ຢ່າງນໍາອີກ ນັບຕັ້ງແຕ່ມື້ ທໍາອິດທີ່ໄດ້ ເຂົ້າມາຢູ່ໃນ ທີ່ນີ້. ເດັກທຸກຄົນທີ່ ຖືກສົ່ງເຂົ້າມາ ລ້ວນແຕ່ເປັນຜູ້ ທີ່ໄດ້ຮັບ ຄວາມເຈັບປວດ ທາງດ້ານຮ່າງກາຍ ແລະຈິດໃຈ ຖືກກະທໍາ ທາຣຸນນະກັມ ຕ່າງໆບໍ່ຈັກວ່າ ທໍ່ໃດແລ້ວນັ້ນ ກ່ອນອື່ນໝົດ ທາງສູນ ກໍຈະຕ້ອນຮັບ ແບບໃຫ້ເກີດຄວາມ ຮູ້ສຶກອົບອຸ່ນ ຮູ້ສຶກປອດໄພ ເປັນທີ່ເພິ່ງຂອງ ພວກເຂົາເຈົ້າໄດ້. ຈະມີການໂອ້ລົມ, ມີການກວດ ສຸຂພາບ ໂດຍຈະມີທັງ ແພດ-ໝໍ, ມີທັງນັກສັງ ຄົມສົງເຄາະ, ນັກຈິຕວິທຍາ ຄອຍເບິ່ງແຍງ ຊ່ວຍບໍາບັດ ຟື້ນຟູສພາບ ທາງຮ່າງກາຍ ແລະຈິດໃຈໃຫ້ ໃນກໍຣະນີ ທີ່ໄດ້ຮັບຄວາມ ກະທົບກະເທືອນ ໜັກໜ່ວງ ແພດໝໍທາງສູນ ຊ່ວຍໄດ້ຍາກ ກໍຈະມີການ ນໍາສົ່ງໄປໂຮງ ພຍາບານ ເພື່ອປິ່ນປົວ ນອກຈາກນັ້ນ ກໍມີການຊ່ວຍ ເຫລືອທາງດ້ານກົດ ໝາຍ ນໍາຕົວນາຍຈ້າງ ຂຶ້ນສານຟ້ອງຮ້ອງ ເອົາຄ່າເສັຽຫາຍ ຄ່າທົດແທນ ຊຶ່ງບາງກໍຣະນີ ກໍແກ່ຍາວ ເດັກຕ້ອງໄດ້ຢູ່ ບ້ານເກຣຕການ ດົນໄປອີກ. ເຈົ້າໜ້າທີ່ບ້ານ ເກຣຕການ ກ່າວວ່າ:
ເດັກທີ່ເຂົ້າມາ ຢູ່ທີ່ນີ້ ຖາມວ່າເມື່ອໃດ ກັບບ້ານໄດ້ນັ້ນ ຂ້ອນຂ້າງດົນແດ່ ຈັກໜ່ອຍເພາະຖ້າ ມີການຮ້ອງທຸກ ກ່າວໂທດນາຍຈ້າງ ຫລືຜູ້ຕ້ອງຫາ ໃນຖານະ ທີ່ຕົນເປັນ ຜູ້ເສັຽຫາຍ ນັ້ນກໍຕ້ອງມີ ຫລາຍຂັ້ນຕອນ ໂດຍເລີ່ມຈາກການ ພາໄປແຈ້ງຄວາມ, ໄປສຖານທີ່ ໄປຊີ້ຕົວບຸກຄົນ ການໄປໃຫ້ສອບ ປາກຄໍາຢູ່ສານ ຫລືອັດບັນທຶກ ເປັນ video tape ຫາກເປັນເດັກ ອາຍຸຕໍ່າກວ່າ 18 ປີໂດຍມີນັກ ສັງຄົມໄປດ້ວຍ ເພື່ອຊ່ວຍໃຫ້ຄໍາ ກະຈ່າງແຈ້ງ ຂໍ້ຄວາມຕ່າງໆ ທີ່ສໍາຄັນໆ. ແຕ່ຖ້າອາຍຸເກີນ18 ປີນັ້ນ ຈະງ່າຍກວ່າ ບໍ່ຕ້ອງມີນັກ ສັງຄົມໄປດ້ວຍ ແລະເດັກຕ່າງດ້າວ ນີ້ຈະສາມາດ ຂໍສືບພະຍານ ລ່ວງໜ້າໄດ້ ກ່ອນຟ້ອງ ເພາະເດັກຕ່າງດ້າວ ຈະສາມາດ ຢູ່ໄທໄດ້ຊົ່ວຄາວ ແລະຈະຕ້ອງໄດ້ ກັບບ້ານ.
ນອກຈາກ ຊ່ວຍທາງດ້ານ ກົດໝາຍແລ້ວທາງ ບ້ານເກຣຕການ ກໍມີການຝຶກ ອົບຮົມວິຊາຊີພ ຕ່າງໆທັງໝົດ 8 ຜແນກ ຄືຜແນກ ຫັຖກັມຕໍ່າຜ້າ ກີ່ກະຕຸກ ມີຜແນກຜ້າ batik, ຜແນກຕັດຫຍິບ, ນວດແຜນໂບຮານໄທ, ປະດິດຈັກສານ, ເສີມສວຍຮວມຢູ່ດ້ວຍ ເພື່ອຊ່ວຍໃຫ້ ພວກເຂົາເຈົ້າ ສາມາດ ມີອາຊີພ ທີ່ພໍຈະສ້າງ ຣາຍໄດ້ໃຫ້ ພວກເຂົາເຈົ້າໄດ້ ເມື່ອກັບຄືນ ບ້ານເດີມ. ການຝຶກວິຊາຊີພ ຕາມຄວາມຕ້ອງການ ຂອງເດັກນັ້ນ ຈະເລີ່ມຂຶ້ນພາຍ ຫລັງທີ່ສຸຂພາບ ຮ່າງກາຍຈິດໃຈ ຂອງເຂົາເຈົ້າ ຫາຍດີແລ້ວ. ໝາຍຄວາມວ່າ ຫລັງຈາກໄດ້ຜ່ານ ການຮັກສາ ບໍາບັດຕ່າງໆ ຊຶ່ງອາຈໄຊ້ ເວລານານເຖິງ ເດືອນເຄິ່ງຫລື 2 ເດືອນກໍມີ. ສໍາລັບຊາວລາວ ຜູ້ຮູ້ຈັກແລະຄຸ້ນ ເຄີຍກັບການ ຕໍ່າຫູກຕໍ່າຝ້າຍ ມາແຕ່ບ້ານແລ້ວ ນັ້ນກໍຈະມັກ ເລື່ອງກີ່ກະຕຸກ:
ຄົນລາວ ຈະມັກຮຽນຕໍ່າ ກີ່ກະຕຸກ ເພາະສາມາດ ນໍາໄປປັບ ໄຊ້ໄດ້ແລະການ ຈັກການສານ ຜູ້ຍີງຄົນລາວ ກໍຈະນິຍົມ ຮຽນເພາະທີ່ບ້ານ ກໍຈະມີ ເຊັ່ນກັນ.
ການຝຶກ ວິຊາຊີພ ທີ່ບ້ານ ເກຣຕການ ໂດຍສເພາະສໍາລັບ ຜູ້ເຄາະຮ້າຍທີ່ ເປັນຄົນຕ່າງດ້າວ ນັ້ນບໍ່ໄດ້ໝາຍ ຄວາມວ່າຝຶກແລ້ວ ອອກໄປກໍ່ປະກອບ ອາຊີພໄດ້ເລີຍ ແຕ່ຈະເປັນການ ຝຶກວິຊາຊີພ ອາຊີວະ ບໍາບັດຫລາຍກວ່າ, ຈະເປັນການຝຶກ ໃຫ້ຄົນທີ່ໄດ້ ປະເຊີນກັບຄວາມ ໂຫດຮ້າຍມານັ້ນ ມີສມາທິ ໃນສີ່ງທີ່ຕົນ ກໍາລັງເຮັດ ແລະ ນັ້ນກໍອາຈ ເວົ້າໄດ້ວ່າ ເປັນການບໍາບັດ ແນວນຶ່ງທາງດ້ານ ຈິດໃຈ, ຈະເປັນການ ຝຶກໄລຍະສັ້ນ ເພາະຕ້ອງໄດ້ ກັບຄືນປະເທດ ຂອງຕົນ. ຖ້າຫາກເປັນຄົນ ໄທທາງສູນ ກໍສາມາດສົ່ງ ໄປຝຶກວິຊາຊີພ ໄດ້ຕໍ່ ຢ່າງເຕັມ ສ່ວນຫລັງຈາກຝຶກ 6 ເດືອນເຕັມໆແລ້ວ. ຜູ້ເຄາະຮ້າຍຈາກ ພວກຄ້າມະນຸດ ທີ່ມີການ ກະທໍາທາຣຸນ ຖືກກັກຂັງ ໜ່ວງ ໜ່ຽວ ຖືກທໍາຮ້າຍ ຮ່າງກາຍ ແລະສະພາບ ທາງຈິດໃຈ ກໍບໍ່ເປັນ ປົກກະຕິ ຊຶ່ງໄດ້ຮັບການ ບໍາບັດການຝຶກ ໃຫ້ມີສມາທິ ດ້ວຍກິຈກັມຕ່າງໆ ນັ້ນເປັນສີ່ງທີ່ ດີຫລາຍ ສໍາລັບພວກ ເຂົາເຈົ້າທີ່ເປັນ ເປັນກຸ່ມຊຶ່ງໂດຍ ສ່ວນໃຫຍ່ມີອາຍຸ ບໍ່ເກີນ 18 ປີ. ໃນຈຳນວນນັ້ນ ທີ່ຜ່ານມາ ກໍມີເດັກຍີງ ຊາວລາວຖືພາມານ ຍ້ອນຖືກນາຍຈ້າງຂົ່ມຂຶນ ແລະກໍມາເກີດ ລູກ ຢູ່ບ້ານ ເກຣຕການນີ້. ເດັກນ້ອຍ ທີ່ຕົກເປັນເຫຍື່ອ ການຄ້າມະນຸດ ຈາກປະເທດລາວ ຕາມຄໍາເວົ້າຂອງ ເຈົ້າໜ້າທີ່ລາວ ແລ້ວແມ່ນວ່າ ສ່ວນໃຫຍ່ ຈະມາຈາກ ເຂດແຂວງ ສວັນນະເຂດ ເພາະການຂ້າມໄປ ຂ້າມມາສະດວກ. ສໍາລັບເລື່ອງການ ສົ່ງກັບນັ້ນທາງ ບ້ານເກຣຕການ ຈະເນັ້ນເຖິງຄວາມ ພ້ອມຂອງທາງ ຄອບຄົວຜູ້ໄດ້ ຮັບເຄາະຮ້າຍ ເປັນສໍາຄັນ:
ໄດ້ເນັ້ນເຖິງ ຄວາມພ້ອມຂອງ ຄອບຄົວ ຊຶ່ງວ່າ ຖ້າສົ່ງກັບ ການຫວນກັບມາ ອາຈບໍ່ມີ ຫລືແທບບໍ່ມີ ເລີຍຄົນຈາກ ບ້ານເກຣຕການ ສົ່ງກັບ ກັບຄືນເຂົ້າອີກ ກໍມີນຶ່ງເປີ ເຊັນ ນ້ອຍເຕັມທີ່.
ບ້ານເກຣຕການ ຄວາມຈິງແລ້ວ ໃນການສິດສອນ ໃຫ້ຄວາມຮູ້ນັ້ນ ກໍມີການສາຍ video ໃຫ້ເບີ່ງໂດຍມີ ນັກສັງຄົມ ສົງເຄາະຫລືວ່າ ນັກຈິດຕະວິທຍາ ຄອຍຊ່ວຍ ອາທິບາຍໄປນໍາ ເພື່ອກຽມຄວາມພ້ອມ ໃນຫລາຍໆດ້ານ ກ່ອນສົ່ງກັບເຊັ່ນ ເລື່ອງການຮູ້ ປະຕິເສດ ຮູ້ເທົ່າທັນຄົນ ເຮັດແນວໃດ ຈຶ່ງຈະບໍ່ ໃຫ້ພວກເຂົາເຈົ້າ ຖືກ ຫລອກລວງ ເຂົ້າໄປໄທອີກ ເຮັດແນວໃດ ພວກເຂົາເຈົ້າ ຈຶ່ງຈະບໍ່ເຊື່ອ ຄົນງ່າຍໃຫ້ຢູ່ ໃນປະເທດຂອງ ຕົນເອງຫາຢູ່ ຫາກິນໃນ ປະເທດຂອງ ຕົນເອງເຕືອນເຖິງ ພິດ ໄພ ທີ່ຈະເກີດຂຶ້ນ ຫາກບໍ່ໂຊກດີ ຄືດັ່ງຄັ້ງນີ້.
ຊາວລາວ 49 ຄົນທີ່ ບ້ານເກຣຕການ ເວລານີ້ສ່ວນນຶ່ງ ກໍຢູ່ໃນ ຣະຫວ່າງ ການດໍາເນີນ ຄະດີຟ້ອງຮ້ອງ ນາຍຈ້າງ ສ່ວນນຶ່ງ ກໍລໍຖ້າ ຮັບຄ່າຊົດເຊີຍ, ສ່ວນນຶ່ງກໍ ຢູ່ໃນຣະ ຫວ່າງການ ບໍາບັດປີ່ນປົວ, ແລະອີກສ່ວນນຶ່ງ ກໍລໍຖ້າການ ສົ່ງກັບຄືນ ປະເທດລາວ. ເລື່ອງຂອງການສົ່ງ ກັບນີ້ທາງ ບ້ານເກຣຕການ ມີການປະສານ ກັບເຈົ້າໜ້າທີ່ ທາງລາວ ເພື່ອໃຫ້ຕິດຕາມ ຫາຄອບຄົວຂອງ ເດັກລາວທີ່ເຄາະ ຮ້າຍນັ້ນ ດ້ວຍການສັງເກດ ເບິ່ງເປັນຢ່າງດີ ກ່ຽວກັບສພາບ ຄອບຄົວຂອງພວກ ເຂົາເຈົ້າ ເພື່ອຈະບໍ່ ໃຫ້ຕົກເຂົ້າສູ່ ສະພາບຖືກ ຫລອກລວງ ເຂົ້າໄທຕື່ມອີກ.
ຕາມຂໍ້ມູນ ຂອງເຈົ້າໜ້າທີ່ ໄທແລະລາວ ແຕ່ປີ 2001 ຫາປີ 2006 ມີຊາວລາວ ທີ່ຕົກເປັນເຫຍື່ອ ການຄ້າມະນຸດ ທີ່ທາງໄທ ສາມາດຊ່ວຍເຫລືອ ແລະຈັດສົ່ງກັບ ຄືນປະເທດລາວ ມີທັງໝົດ 1230 ຄົນ ເປັນຜູ້ຍິງ 1172 ຄົນແລະໃນ ຈໍານວນດັ່ງກ່າວ ມີຫລາຍເຖິງ 65 ສ່ວນຮ້ອຍ ອາຍຸບໍ່ຮອດ 18 ປີ.