ແມ່ ແລະ ເດັກ: ວັນທີ 2 ມິນາ 2009

ການຄ້າ ມະນຸດ ໂດຍສເພາະ ແມ່ຍີງແລະ ແລະເດັກສາວ ເພື່ອໄປເປັນ ໂສເພນີ ຍັງເປັນ ບັນຫາຢູ່ສປປລາວ -ຕາມຣາຍງານ ກະຊວງການ ຕ່າງປະເທດ ສະຫະຣັດ ເມື່ອວັນທີ 25 ກຸມພາ 2009.
ມະນີຈັນ
2009.03.03

ຫ້ອງການ ປະຊາທິປະໄຕ, ສິດທິມະນຸດ ແລະແຮງງານ ກະຊວງການ ຕ່າງປະເທດ ສະຫະຣັດ ອະເມຣິກາ ອອກຣາຍງານ ປະຈໍາປີເມື່ອວັນທີ 25 ກຸມພາ 2009 ກ່ຽວກັບການ ປະຕິບັດ ສິດທິມະນຸດ ຢູ່ປະເທດ ຕ່າງໆ ໃນໂລກ  ອັນມີທັງ ສປປລາວ ຮວມຢູ່ດ້ວຍ.

ໃນຣາຍງານ ກ່ຽວກັບ ການປະຕິບັດ ສິດທິມະນຸດ ໃນລາວປະ ຈໍາປີ 2008 ດັ່ງກ່າວ  ທີ່ມີທັງໝົດ 10 ໜ້າເຈັ້ຽພິມນັ້ນ ໄດ້ເວົ້າເຖິງ ເລື່ອງການຄ້າມະນຸດ ໂດຍສເພາະຄ້າ ແມ່ຍີງ ແລະເດັກສາວ ເພື່ອໄປເປັນ ໂສເພນີ ວ່າຍັງເປັນບັນຫາ ສໍາລັບ ສປປລາວ ຢູ່ຕໍ່ໄປ.

ຣາຍງານ ເວົ້າວ່າ  ມີຣາຍງານວ່າ ຜູ້ຄົນ ໂດຍສເພາະ ຜູ້ຍີງ ແລະເດັກສາວ ຖືກຄ້າ ເຂົ້າມາ ໃນລາວ, ຈາກລາວ ແລະຜ່ານລາວ  ຫລືຖືກຄ້າ ພາຍໃນລາວ ເອງ.  ເຫດການ ດັ່ງກ່າວ ເກີດຂຶ້ນ ທັ້ງໆທີ່ ກົດໝາຍຂອງລາວ ຫ້າມການ ລັກພາຕົວ ແລະຫ້າມ ຄ້າມະນຸດ, ຫ້າມກັກຂັງ ໜ່ວງໜ່ຽວ ແບບມີການ ບັງຄັບ, ຫ້າມບໍ່ໃຫ້ ຈັດຫາຄົນ ເພື່ອການຄ້າ ທາງເພດ ແລະການເປັນ ໂສເພນີ. ພ້ອມກັນນັ້ນ ກົດໝາຍ ຂອງລາວ ຍັງຫ້າມ ການຄ້າມະນຸດ ໃນທຸກຮູບແບບ ແລະລົງໂທດ ພວກຄົນ ທີ່ກ່ຽວຂ້ອງ ກັບການ ຂົ່ມຂືນ ຢ່າງເໝາະສົມ.

ຣາຍງານ ກະຊວງການ ຕ່າງປະເທດ ປະຈໍາປີ 2008 ເວົ້າຕື່ມວ່າ  ສປປລາວ ແມ່ນປະເທດ ທີ່ເປັນແຫລ່ງ ທີ່ມາ ຂອງການ ຄ້າມະນຸດ ອັນມີທັງ ເດັກນ້ອຍ ຜູ້ຍີງ ອາຍຸຣະຫວ່າງ 13 ປີຫາ 16 ປີ ຮວມຢູ່ດ້ວຍ ເພື່ອໄປເປັນ ແຮງງານ ແບບບັງຄັບ ແລະເປັນ ໂສເພນີ. ພ້ອມກັນນັ້ນ ກໍຍັງເປັນ ປະເທດທາງຜ່ານ ຂອງການຄ້າ ມະນຸດ ຈໍານວນນຶ່ງ ນໍາອີກ  ໂດຍມີປະເທດ ປາຍທາງ ທີ່ສໍາຄັນຄື ໄທ. ຢູ່ ສປປລາວ ການກວດກາ ຊາຍແດນ ບໍ່ມີປະສິດ ທິພາບ. ກະຊວງ ແຮງງານຂອງ ໄທ ປະເມີນວ່າ  ມີການຈ້າງ ຄົນງານລາວ ຢູ່ໄທ ຢ່າງໜ້ອຍ 250 ພັນຄົນ. ໃນນັ້ນ ຢ່າງໜ້ອຍມີ 80 ພັນຄົນ ບໍ່ໄດ້ຂຶ້ນ ທະບຽນ ຢ່າງຖືກຕ້ອງ. ໃນຈໍານວນ ຄົນງານ ລາວ ເຫລົ່ານີ້ບໍ່ຮູ້ ແນ່ນອນວ່າ ມີຫລາຍຄົນ ປານໃດ ຕົກຢູ່ໃນ ສພາບຖືກຄ້າ  ເຖິງແມ່ນວ່າ ຈະມີການ ສຶກສາສໍາຣວດ ເທື່ອນຶ່ງ ຜ່ານມາ ບົ່ງບອກວ່າ  ຄົນງານ 2ສ່ວນ3 ທີ່ເປັນ ພົລເມືອງລາວ ທີ່ເຮັດວຽກ ໃນໄທນັ້ນ  ເປັນພວກ ທີ່ຕົກເປັນເຫຍື່ອ ຂອງການຄ້າ ມະນຸດ  ພາຍຫລັງ ຂ້າມຊາຍແດນ ລາວເຂົ້າ ໄປໄທແລ້ວນັ້ນ ແລະກໍມີ ຜູ້ເປັນເຫຍື່ອ ຂອງການຄ້າ ມະນຸດ ຈໍານວນໜ້ອຍນຶ່ງ ຢູ່ພາຍໃນ ລາວ ໂດຍສະເພາະ ມາຈາກແຂວງຕ່າງໆ ທາງພາກເໜືອຂອງລາວ ເຊັ່ນແຂວງຫົວພັນ ແຂວງຊຽງຂວາງ. ພວກເຂົາເລົ່ານີ້ ຖືກຄ້າ ເພື່ອຂູດຮີດ ທາງເພດ ຫລືເຮັດວຽກ ໃນໂຮງງານ ແລະມີການ ສຶກສາ ສໍາຣວດ ອີກເທື່ອນຶ່ງ ບອກໃຫ້ຮູ້ວ່າ  ມີຜູ້ຍີງ ຈໍານວນ ໜ້ອຍນຶ່ງ  ຖືກຄ້າໄປຈີນ ເພື່ອໄປເປັນ ເຈົ້າສາວ ຫລືເປັນເມັຽ ຂອງຜູ້ຊາຍ ຊາວຈີນ ນໍາອີກ.

ຜູ້ທີ່ຕົກ ເປັນເຫຍື່ອ ຂອງການຄ້າ ມະນຸດ ເກືອບທັງໝົດ  ເປັນຄົນລາວລຸ່ມ,  ແຕ່ກໍມີ ຜູ້ຍີງລາວ ຈາກຊົນເຜົ່າ ຕົກເປັນເຫຍື່ອ ຂອງພວກ ຄ້າມະນຸດ ຄືກັນ  ແຕ່ຫາກ ມີຈໍານວນໜ້ອຍ ແລະ ກໍກໍາລັງ ເພີ່ມຂຶ້ນ. ກຸ່ມຊົນເຜົ່າ ສ່ວນໜ້ອຍ  ແມ່ນຢູ່ໃນ ສພາບ ທີ່ມີຄວາມສ່ຽງ ທີ່ຈະຕົກ ເປັນເຫຍື່ອ  ຍ້ອນວ່າ ພວກເຂົາເຈົ້າ ບໍ່ຮູ້ວັທນະທັມ ຫລືບໍ່ຮູ້ ພາສາໄທ  ຊຶ່ງຄົນງານລາວ ທົ່ວໄປ ສາມາດໄຊ້ ເພື່ອປົກປ້ອງ ຕົນເອງ ອອກຈາກ ສພາບຖືກ ກົດຂີ່ ໃນປະເທດໄທ ໄດ້ຈໍານວນໃດ ຈໍານວນນຶ່ງ.

ຂນະດຽວກັນ ກໍມີຄົນຕ່າງຊາດ ຈໍານວນນຶ່ງ  ໂດຍສເພາະ ຄົນພະມ່າ ແລະວຽດນາມ ຖືກຄ້າ ຜ່ານລາວ ພວກ ຕົວະຍົວະ ຫລອກລວງຄົນງານ ຈໍານວນຫລວງຫລາຍ ມັກເປັນຄົນ ທ້ອງຖີ່ນ ດຽວກັນ ທີ່ມີ ປສົບປການ ໃນການຂ້າມ ຊາຍແດນ ແລະເປັນຜູ້ຮູ້ ຜູ້ທີ່ຕົກ ເປັນເຫຍື່ອ ນັ້ນດີ. ພວກຫລອກລວງ ສ່ວນໃຫຍ່ແລ້ວ ແມ່ນບໍ່ມີ ການພົວພັນໃດໆ ກັບວົງການ ອາສຍາກັມ ທີ່ມີການ ຈັດຕັ້ງ, ກັບການ ຂູດຮີດ ທາງເພດ ເພື່ອການຄ້າ ຫລືການບັງຄັບ ໃຫ້ເຮັດວຽກ ແບບຂ້າທາດ ແລະໜ້າທີ່ຂອງ ພວກເຂົາມັກຈົບລົງ ເມື່ອຜູ້ ເຄາະຮ້າຍ ໄປຮອດ ປະເທດໄທ ບ່ອນທີ່ພວກ ຄົນງານ ຖືກຂູດຮີດ ໂດຍກຸ່ມຄ້າ ມະນຸດ ທີ່ມີການ ຈັດຕັ້ງ ອັນດີກວ່າ.

ໃນຣະຫວ່າງ ເດືອນສິງຫາ  ມີການສືບສວນ ເລື່ອງການ ຄ້າມະນຸດ 53 ກໍຣະນີ. ໃນນັ້ນ ມີຫລາຍກໍຣະນີ ກ່ຽວຂ້ອງກັບ ພວກກໍ່ກັມ ທໍາເຂັນ ທີ່ເປັນຄົນລາວ ຫລາຍຄົນ. ເຈົ້າໜ້າທີ່ ກະຊວງຮັກສາ ຄວາມສງົບຂອງລາວ ຣາຍງານວ່າ ມີການຕັດສີນ ຜູ້ກະທໍາຜິດ ນຶ່ງກໍຣະນີ ການຄ້າມະນຸດ ເມື່ອເດືອນ ພຶສຈິກາ ປີ 2007 ຕາມກົດໝາຍອາຍາ ແລະໃນປີດຽວ ກັນນັ້ນ ກໍໄດ້ຕັດສີນ ອີກ 4 ກໍຣະນີ ຈາກນະຄອນຫລວງ ວຽງຈັນ, ແຂວງຈໍາປາສັກ ແລະແຂວງ ວຽງຈັນ ການລົງໂທດ ແມ່ນກັກຂັງ ແຕ່ 1 ປີຫາ 15 ປີ ແລະປັບໃໝ ຢ່າງໜັກອີກ.

ຣາຍງານ ກະຊວງ ການຕ່າງ ປະເທດ ສະຫະຣັດ ຍັງໄດ້ເວົ້າ ເຖິງການຄ້າ ມະນຸດຢູ່ລາວ ວ່າຍັງມີການ ພົວພັນກັບ ການສໍ້ຣາຊ ບັງຫລວງ ແລະຍັງເປັນບັນຫາ ຢູ່ລາວ  ຊຶ່ງເຈົ້າ ໜ້າທີ່ ຣັຖບານ ມີສ່ວນ ກ່ຽວຂ້ອງ ຫລືສົມຮູ້ ຮ່ວມຄິດ ເລື່ອງການ ຄ້າມະນຸດ. ມີຂໍ້ມູນ ຫລັກຖານວ່າ ເຈົ້າໜ້າທີ່ ທ້ອງຖີ່ນ ຮູ້ກ່ຽວກັບ ການເຂື່ອນໃຫວ ຂອງພວກຄ້າມະນຸດ  ແລະຈໍານວນນຶ່ງ ກໍອາດໄດ້ຮັບ ຜົນປະໂຫຍດ ນໍາດ້ວຍ ແຕ່ເຖິງແນວໃດ ກໍບໍ່ມີ ເຈົ້າໜ້າທີ່ ຣັຖບານ ຫລືເຈົ້າໜ້າທີ່ ປົກປ້ອງກົດໝາຍ ຄົນໃດເລີຍ ຖືກໃສ່ວິໃນ ຫລືລົງໂທດ ຖານມີສ່ວນ ຮ່ວມໃນການ ຄ້າມະນຸດ.

ແຕ່ເຖິງຢ່າງໃດ ກໍຕາມ  ຣັຖບານລາວ ກໍໄດ້ສແດງ ໃຫ້ເຫັນເຖິງ ຄວາມຄືບໜ້າ ໃນການປົກປ້ອງ ຜູ້ທີ່ຕົກ ເປັນເຫຍື່ອ ຂອງການຄ້າ ມະນຸດ ດີຂຶ້ນໃນ ໄລຍະປີ 2008. ກະຊວງ ແຮງງານແລະ ສວັດດີການ ສັງຄົມ ແລະພາກສ່ວນ ຮັບຜິດຊອບ ຄົນເຂົ້າເມືອງ ຂອງລາວ  ໄດ້ຮ່ວມມື ກັບອົງການ ສາກົນເພື່ອ ຄົນຍ້າຍຖີ່ນ IOM, ໂຄງການ ສະຫະປະ ຊາຊາດ ຕ້ານການຄ້າ ມະນຸດ ໃນອະນຸພູມີພາກ ແມ່ນໍ້າຂອງ ແລະອົງການ ທີ່ບໍ່ຂຶ້ນກັບຣັຖບານ NGO ທ້ອງຖີ່ນ ໃນການ ໃຫ້ການຊ່ວຍເຫລືອ ແກ່ຜູ້ເຄາະຮ້າຍ ກະຊວງ ແຮງງານ ສວັດດິການ ສັງຄົມ ຂອງລາວ ສືບຕໍ່ເປີດສູນ ແຫ່ງນຶ່ງ ໃນນະຄອນ ຫລວງວຽງຈັນ ເພື່ອຮອງຮັບ ຜູ້ເຄາະຮ້າຍ  ຮວມທັງຜູ້ທີ່ບໍ່ ຢາກກັບຄືນບ້ານເດີມ ພວກເຂົາເຈົ້າ ຖືກສົ່ງໄປສູນ ທີ່ຢູ່ໃນຄວາມ ຄຸ້ມຄອງໂດຍ ສມາຄົມແມ່ຍີງລາວ ຫລືສົ່ງໄປທີ່ NGO ທ້ອງຖີ່ນ ໃຫ້ຊ່ວຍ ຣັຖບານລາວ ໃຫ້ການ ຊ່ວຍເຫລືອ ດ້ານການ ປີ່ນປົວ ໃຫ້ຄໍາປຶກສາ ອົບຮົມ ດ້ານວິຊາຊີບ ແລະການຈ້າງງານ ສໍາລັບພວກ ທີ່ຕົກເປັນເຫຍື່ອ ຢູ່ໃນສູນ ຮອງຮັບ ໃນນະຄອນຫລວງ ວຽງຈັນ ແລະໃນສູນ ຂອງສະຫະພັນ ແມ່ຍີງລາວ ກະຊວງ ແຮງງານ ແລະສວັດດີການ ສັງຄົມລາວ ມີນ່ວຍງານ ຮັບຜິດຊອບ ເລື່ອງເດັກນ້ອຍ ທີ່ດ້ອຍ ໂອກາດ ຮວມທັງ ການ ປົກປ້ອງ ຜູ້ຕົກເປັນ ເຫຍື່ອການຄ້າ ມະນຸດ ແລະສະກັດກັ້ນ ການຄ້າ ມະນຸດ ພ້ອມກັນນັ້ນ ກໍຍັງມີສູນ ໃຫ້ການຊ່ວຍເຫລືອ ສໍາລັບ ຜູ້ເຄາະຮ້າຍ ທີ່ຖືກສົ່ງກັບ ນໍາອີກ  ແຕ່ຍັງມີ ຄວາມຈໍາກັດ ທາງດ້ານ ປະສິດທິພາບ ຍ້ອນມີ ງົບປະມານໜ້ອຍ ການຊ່ວຍເຫລືອ ຈາກສາກົນ ບໍ່ພຽງພໍ ແລະການຂາດ ເຈົ້າໜ້າທີ່ ທີ່ໄດ້ຮັບ ການອົບຮົມ ເພື່ອໃຫ້ຊ່ວຍເຫລືອ ພ້ອມກັນນັ້ນ ທາງສູນ ຍັງໃຫ້ການ ບໍຣິການ ແກ່ຜູ້ເຄາະຮ້າຍ ຈາກການໄຊ້ ຄວາມຮຸນແຮງ ໃນຄອບຄົວ ອີກດ້ວຍ.

ນອກຈາກ ນັ້ນແລ້ວ  ທາງກະຊວງ ຍັງໄດ້ເຮັດວຽກ ກັບອົງການ ພາກເອກກະຊົນ ໂດຍຜ່ານ ນ່ວຍງານ ກົມກອງທີ່ ເຮັດວຽກງານ ຢູ່ແຂວງ ຕ່າງໆຂອງລາວ ເພື່ອໃຫ້ການ ຊ່ວຍເຫລືອ ເພີ່ມຕື່ມແກ່ ພວກເຄາະຮ້າຍ ຈາກການຄ້າ ມະນຸດແລະການ ໄຊ້ຄວາ ຮຸນແຮງ ໃນຄອບຄົວ ໄດ້ສົ່ງ ຜູ້ເຄາະຮ້າຍ ໃນກໍຣະນີ ຕ່າງໆ ທີ່ໄດ້ຮັບຈາກ ທາງຝ່າຍ ກວດຄົນເຂົ້າເມືອງ ແລະສູນ ຮອງຮັບຂອງ ກະຊວງໃນນະຄອນ ຫລວງວຽງຈັນ ໄປໃຫ້ອົງການ NGO ຢູ່ສູນ ຮອງຮັບ ໄລຍະຍາວ ເພື່ອຕິດຕາມ ພວກທີ່ ຕົກເປັນເຫຍື່ອ ຂອງການ ຄ້າມະນຸດ ແລະການ ຂູດຮີດ ທາງເພດ ໂດຍສເພາະແລ້ວ ກໍແມ່ນ ພວກທີ່ຕ້ອງການ ຄໍາປຶກສາ ແລະການຊ່ວຍ ເຫລືອໄລຍະຍາວ.

ເມື່ອເດືອນ ຕຸລາ ປີ 2008 ອົງການ AFESIP ຊຶ່ງຕິດຕາມ ເບີ່ງການ ກັບຄືນເຂົ້າ ສູ່ສັງຄົມ ຂອງຜູ້ ເຄາະຮ້າຍ ໃນຊຸມຊົນ ຂອງພວກເຂົາ ເຈົ້າເອງ ຮ່ວມກັບກະຊວງ ແຮງງານແລະ ສວັດດີການ ສັງຄົມລາວ ໄດ້ສໍາເຣັດ ການກໍ່ສ້າງ ສູນຮອງຮັບ ຜູ້ເຄາະຮ້າຍ ແຫ່ງທີ 2 ໃນແຂວງ ສວັນນະເຂດ ແລະອົງການ NGO ສາກົນດັ່ງກ່າວ ກໍໄດ້ເປີດສູນ ຮອງຮັບ ຜູ້ເຄາະຮ້າຍ ອີກແຫ່ງນຶ່ງ ຢູ່ເມືອງ ປາກເຊ.

ຣາຍງານ ເວົ້າຕໍ່ໄປວ່າ  ດ້ວຍການ ສນັບສໜູນ ຂອງມູນນິທິ ເພື່ອເດັກນ້ອຍ ຂອງສະຫະ ປະຊາຊາດ UNICEF ໄດ້ມີການ ສືບຕໍ່ໂຄງການ ສນັບສໜູນ ແກ່ຜູ້ ເຄາະ ຮ້າຍ ສມາຄົມ ນັກກົດໝາຍລາວ ທີ່ຂຶ້ນກັບ ກະຊວງ ຍຸຕິທັມ ກໍໄດ້ໃຫ້ການ ຊ່ວຍເຫລືອ ທາງດ້ານ ກົດໝາຍ ແກ່ຜູ້ ເຄາະຮ້າຍຈາກ ການລ່ວງ ຣະເມີດ ສິດທິມະນຸດ  ຮວມທັງ ການຄ້າ ມະນຸດດ້ວຍ ແລະໃຫ້ການ ສຶກສາ ອົບຮົມ ທາງດ້ານ ກົດໝາຍ ແກ່ປະຊາຊົນ ທົ່ວໄປ ອີກດ້ວຍ ສະຫະພັນ ແມ່ຍີງລາວ ແລະອົງການ ຊາວນຸ່ມລາວ ໄດ້ສເນີ ໂຄງການດ້ານ ການສຶກສາ ເພື່ອໃຫ້ ເດັກນ້ອຍ ຜູ້ຍີງ ແລະຜູ້ຍີງ ໄວນຸ່ມສາວ  ຮູ້ກ່ຽວກັບ ຣະບົບການ ເອົາຜູ້ຍີງ ໄປເຂົ້າຊ້ອງ ແລະໄປເຮັດວຽກ ຢູ່ໃນໂຮງງານ ນາຣົກຕ່າງໆ ໃນປະເທດເພື່ອນ ບ້ານຕ່າງໆ ແລະແຫ່ງອຶ່ນໆ ນໍາອີກ ການຈັດຕັ້ງເລົ່ານີ້ ມີປະສິດ ທິພາບຫລາຍ ໃນການເຜີຍ ແຜ່ຂໍ້ມູນ ໃນຂັ້ນທ້ອງຖີ່ນ ຂອງລາວ

ທາງການລາວ ໄດ້ໃຫ້ການ ສຶກສາ ຄວາມຮູ້ ແກ່ປະຊາຊົນ ກ່ຽວກັບ ໄພອັນຕຣາຍ ຈາກການ ຄ້າມະນຸດ  ໂດຍໄຊ້ຊື່ ມວນຊົນ ຂອງຕົນແລະ ການໄປປາກົດ ຕົວຕໍ່ ສັງຄົມ ຂອງເຈົ້າ ໜ້າທີ່ຂັ້ນນໍາ ຂອງລາວ ສະຫະພັນ ແມ່ຍີງ ຮ່ວມມືກັບ ອົງການ UNICEF ນໍາເອົາປ້າຍ ເຕືອນຕ່າງໆ ໄປຕິດໄວ້ ຕາມແຜ່ນ ກະດານຂ່າວ ຢູ່ຈຸດ ກວດກາ ຊາຍແດນແລະ ຕົວເມືອງໃຫຍ່ ເມື່ອເດືອນ ກັນຍາ ຜ່ານມາ ໂດຍໄດ້ຮັບຄວາມ ເຫັນພ້ອມຈາກ ກະຊວງ ຖະແຫລງຂ່າວ ແລະ ວັທນະທັມ ກອງເລຂາຕ້ານ ການຄ້າ ມະນຸດແລະ ຫ້ອງການ ນາຍົກ ຣັຖມົນຕຣີ ສຖານີໂທຣະທັດ Lao Star ຮ່ວມກັບ MTV ໄດ້ຈັດ concert ທີ່ສະທ້ອນ ໃຫ້ເຫັນ ເຖິງບັນຫາ ການຄ້າ ມະນຸດ ແລະ concert ນັ້ນມີການ ຖ່າຍທອດຄືນ ແລະມີການ ສາຍຟິມ ເອກກະສານ ກ່ຽວກັບ ການຄ້າ ມະນຸດໃນ ເອເຊັຽ ໃຫ້ມວນຊົນຮູ້. 

ພ້ອມກັນນັ້ນ ທາງການລາວ ກໍໄດ້ ຮຽກຮ້ອງ ການຮ່ວມມື ຈາກບັນດາ ປະເທດ ເພື່ອນບ້ານ ຫລາຍເພີ່ມຂຶ້ນ ເພື່ອການ ແກ້ໃຂ ບັນຫາການຄ້າ ມະນຸດ ໃຫ້ລຸດໜ້ອຍ ຖອຍລົງ ແລະໝົດ ສີ້ນໄປ ໃນທີ່ສຸດ ຕາມຣາຍງານ ປະຈໍາປີ 2008 ວ່າດ້ວຍການ ປະຕິບັດ ສິດທິມະນຸດ ຢູ່ ສປປລາວ ທີ່ອອກໂດຍ ຫ້ອງການ ປະຊາທິປະໄຕ ສິດທິມະນຸດ ແລະ ແຮງງານ ກະຊວງ ການຕ່າງປະເທດ ສະຫະຣັດ ອະເມຣິກາ ເມື່ອວັນທີ 25 ກຸມພາ ປີ 2009 ນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.