ຕອບຈົດໝາຍ: ວັນທີ 2 ມົກກະຣາ 2013
2013.01.02

ສບາຍດີ ປີໃໝ່ ທຸກໆທ່ານ ທີ່ກໍາລັງໃຫ້ກຽດຕິດຕາມ ຮັບຟັງ ຣາຍການ ຈົດໝາຍ ຈາກຜູ້ຟັງ. ກ່ອນອື່ນ Maysioly ຫວັງວ່າ ທຸກໆທ່ານ ຄົງໄດ້ຮັບ ແຕ່ຄວາມສຸກສັນ ໃນວັນສລອງ ສົ່ງທ້າຍປີເກົ່າ ຕ້ອນຮັບປີໃໝ່, ໂດຍສເພາະ, ທ່ານທີ່ຢູ່ ໃນຂົງເຂດ ນະຄອນ ນິວ ຢັອກ (New York) ຄົງຈະຄຶກຄື້ນ ເປັນພິເສດ. ຢ່າງໃດກໍຕາມ, ປີ 2013 ນີ້ ຂໍໃຫ້ເປັນປີ ມີໂຊກມີໄຊ ນໍາແຕ່່່ສິ່ງດີໆ ມາໃຫ້ ຄອບຄົວ ແລະ ຄົນລາວ ໃນທົ່ວໂລກ ກໍແລ້ວກັນເນາະ ບັດນີ້ ຂໍເຊີນທຸກໆທ່ານ ເຂົ້າສູ່ຣາຍການເລີຍ.
ທ່ານຜູ້ຟັງ ທີ່ເຄົາຣົບ ປີເກົ່າ ຫາກໍຜ່ານພົ້ນໄປ ຢ່າງສົດໆຮ້ອນໆ ສນັ້ນ ຖ້າ ໄມໂຊລີ ອ່ານຈົດໝາຍ ອວຍພອນ ຈາກຜູ້ຟັງ ຊ້ານ້ອຍນຶ່ງ ຄົງບໍ່ເປັນຫຍັງຕິເນາະ. ສບັບນີ້ ຂຽນ ຈາກທ່ານ ລໍເຊັ້ງ ທີ່ ຣັຖ ແມແຊັດຈູຊິດສ໌ (Massachusetts) ບອກວ່າ ສບາຍດີ ຄນະທິມງານ ເອເຊັຍເສຣີ ທີ່ນະຄອນຫລວງ ວໍຊິງຕັນ ດີ.ຊີ. (Washington DC) ທີ່ເຄົາຣົບ ແລະ ນັບຖື, ໃນວາຣະດິຖີ ປີໃໝ່ ສາກົນ 2013 ນີ້ ຂ້າພະເຈົ້າ ຂໍອວຍພອນໃຫ້ ທຸກໆທ່ານ ຈົ່ງໄດ້ຮັບແຕ່ ຄວາມສຸກ ຄວາມຈະເຣີນ ແລະ ມີອາຍຸໝັ້ນຍືນ ຕລອດໄປເທີ້ນ ຂຽນມາດ້ວຍຄວາມນັບຖື ເປັນຢ່າງສູງ ວ່າຊັ້ນ….ຂໍຂອບໃຈນໍາທ່ານ ລໍເຊັ້ງ ທີ່ສົ່ງ ພອນໃຫ້ ຄນະທິມງານ ຂອງພວກເຮົາ ຂໍໃຫ້ ທ່ານ ແລະຄອບຄົວ ໄດ້ຮັບພອນນີ້ ເຊັ່ນດຽວກັນ ສບາຍດີປີໃໝ່ເດີ.
ອີກສບັບນຶ່ງ ຂຽນຈາກ ຜູ້ຟັງ ທີ່ໃສ່ຊື່ວ່າ (ຊົນນະ ຈຣຶກ) ໃນຈົດໝາຍ ຂຽນວ່າ ສບາຍດີ ທ່ານຍິງ ທ່ານຊາຍ ທີ່ຢູ່ໃນ ເອເຊັຍເສຣີ (RFA) ທີ່ເຄົາຣົບ ແລະ ນັບຖືຢ່າງສູງ ໜັງສືສບັບນີ້ ແມ່ນຂຽນ ຂຶ້ນມາ ໃນຂນະທີ່ ຂ້າພະເຈົ້າ ກໍາລັງ ນັ່ງຊົມ ປີໃໝ່ 2013 ທີ່ກໍາລັງ ກ້າວເຂົ້າມາ ແທນທີ່ ສືບປີກາຣ ນານໄປທາງໜ້າ ຈຶ່ງຂໍອວຍພອນໄຊມາຍັງ ທຸກໆທ່ານ ໃນວິທຍຸ ເອເຊັຍເສຣີ (RFA) ຈົ່ງມີໂຊກດີ ສັກສີ ຈະເຣີນເງິນຕຣາ ມາກມາຍຫາຍຮ້ອນ ທຸກປະການເທີ້ນ. ພ້ອມກັນນີ້ ຂ້າພະເຈົ້າ ຂໍສແດງ ຄວາມຄິດ ເຫັນບາງຢ່າງ ກ່ຽວກັບ ປະເທດລາວ ດັ່ງນີ້: ຣັຖບານ ສປປລາວ ມີຄວາມສລາດສ່ອງໃສແທ້ ສາມາດ ຮັກສາ ສຖານະການ ທຸກຢ່າງໄວ້ໄດ້ ແຕ່ ສິ່ງຂາດແຄນ ກໍມີຢູ່, ໂດຍສເພາະ, ເຣື້ອງປະຫວັດສາດ ແລະ ການວາງແຜນ ໃນອະນາຄົດ ຍ້ອນເຫດນີ້ ທຸກສິ່ງທຸກຢ່າງ ຈິ່ງຂຶ້ນກັບ ຊາດອື່ນໝົດ ວ່າຊັ້ນ.
ຈົດໝາຍ ສບັບຕໍ່ໄປ ຂຽນຈາກ ຍາລຸງ ຜູ້ໃສ່ຊື່ວ່າ (ຜູ້ກໍາພ້າແຜ່ນດິນ) ໃນຈົດໝາຍ ຂຽນວ່າ ສບາຍດີ ຫລານໄມໂຊລີ ລຸງບໍ່ຢາກ ເວົ້າຫລາຍເກີນໄປ ມີແຕ່ ຂໍຮ້ອງ ເພື່ອນຮ່ວມຊາດ ຜູ້ມີກຽດທັງຫລາຍດັ່ງນີ້: ພວກເຮົາ ເປັນຄົນລາວ ຄືກັນແທ້ໆ ຈະຂັດກັນ ໄປຮອດໃສອີກ? ໃຜໆ ກໍອ້າງວ່າ (ຂ້ອຍເປັນຄົນລາວແທ້) ເຈົ້າເປັນ ລາວເຄິ່ງໆກາງໆ ລຸງ ຢາກຖາມແດ່ວ່າ ປັຈຈຸບັນນີ້ ມີແຜ່ນດິນລາວຕ່ອນໃດແດ່ ທີ່ ເປັນຂອງຄົນລາວຮ້ອຍເປີເຊັນ ສນັ້ນ ຍາລຸງ ຜູ້ກໍາພ້າແຜ່ນດິນ ຈິ່ງຂໍຮຽກຮ້ອງ ທ່ານທີ່ເປັນຄົນລາວທັງຫລາຍ ຈົ່ງຮຽກຮ້ອງໃຫ້ ປະເທດລາວ ປ່ຽນຣະບອບການປົກຄອງໃໝ່ ເພື່ອໃຫ້ ຫລາຍພັກການເມືອງ ເພື່ອໃຫ້ລາວ ມີປະຊາທິປະຕັຍ ອັນແທ້ຈິງ ແລະເປັນລາວແທ້ ວ່າຊັ້ນ. ທີ່ກ່າວມານີ້ ກໍຄື ຄໍາເຫັນຂອງ ຍາລຸງ ຜູ້ (ກໍາພ້າແຜ່ນດິນ) ຂໍໃຫ້ຜູ້ຟັງ ນໍາໄປຄິດຊວ່ຍ ຍາລຸງຜູ້ນີ້ແດ່.
ຕໍ່ໄປ ແມ່ນຄໍາເຫັນ ຈາກຜູ້ຟັງ ກ່ຽວກັບ ຂ່າວລາວ ທີ່ວິທຍຸເອເຊັຍເສຣີ ສເນີໄປແລ້ວນັ້ນ ທໍາອິດນີ້ ແມ່ນຂ່າວ ບຶງທາດຫລວງ ຄົນລາວ (ເມືອງລາວ) ຂຽນວ່າ: ປະຊາກອນຈີນ ແມ່ນລົ້ນ ແຜ່ນດິນຈີນແລ້ວ ພວກເຂົາຈິ່ງ ຫາທຸກວິທີທາງ ເພື່ອຣະບາຍຄົນຈີນ ອອກຕ່າງປະເທດ ໃຫ້ຫລາຍທີ່ສຸດ ເທົ່າທີ່ຈະຫລາຍໄດ້ ໂດຍບໍ່ເສັຍດາຍທຶນ ທີ່ຕ້ອງເສັຍໄປ ປະເທດໃດ ທີ່ຜູ້ນໍາບໍ່ໂລບມາກ ກໍບໍ່ຕົກເປັນເຫຍື່ອ ແຕ່ຜູ້ນໍາລາວ ກົງກັນຂ້າມ ຮັບເອົາທຸກຢ່າງ ທີ່ຈີນ ສເນີມາ ເພື່ອຜົລປໂຍດຕົນເອງ ແລະ ພວກພ້ອງ ຕໍ່ໄປປະເທດລາວ ຈະກາຍເປັນປະເທດຈີນ ພວກເພິ່ນ ກໍບໍ່ສົນ.
ສ່ວນຜູ້ຟັງ ທີ່ໃສ່ຊື່ວ່າ (ບ້ານນອກ) ຂຽນວ່າ: ທຸກຄົນ ມີສິດອອກຄວາມຄິດເຫັນ ແຕ່ບໍ່ແມ່ສັຕຣູ ທຸກຄົນມີສິດ ຢູ່ຮ່ວມກັນໄດ້ ບ້ານເມືອງ ມີກົດໝາຍ ແມ່ນແຕ່ ອາເມຣິກາ ເຂົາມີທຸກສັນຊາດທົ່ວໂລກ ເຂົ້າມາຕັ້ງຖີ່ນຖານ (ຮວມທັງຄົນລາວ) ແຕ່ກໍຍັງ ເປັນປະເທດ ຈົນເທົ້າປັຈຈຸບັນນີ້ (ແລະຈະເຣີນ ອີກດ້ວຍ) ວ່າຊັ້ນ.
ຕໍ່ໄປແມ່ນຂ່າວ ທີ່ວ່າ (ຜູ້ນໍາ ສລອງໄຊຊນະ) ປວງປະຊາ ກັງວົນ ຜູ້ຟັງ ທີ່ໃສ່ຊື່ວ່າ W GO ຂຽນວ່າ: ຈະສລອງ ໄຊຊນະ ກໍບໍ່ວ່າ ແຕ່ຂໍໃຫ້ຖາມ ປະຊາຊົນ ກ່ອນໄດ້ບໍວ່າ ເຂົາຄິດແບບໃດ ກັບວຽດນາມ ຖ້າປະຊາຊົນສ່ວນຫລາຍ ເຫັນດີນໍາ ກໍບໍ່ວ່າຫຍັງ. ສ່ວນຜູ້ຟັງ ທີ່ໃສ່ຊື່ວ່າ (ຂ້ອຍຄົນລາວ (ບ່ອນປາກໄດ້ໄອດັງ) ຂຽນວ່າ ລາວເອີ່ຍ ເປັນຫຍັງ ບໍ່ໃຊ້ພາສາຊາດ ເວົ້າກັນ ຫຼືວ່າ ພາສາຊາດ ຂອງພວກເຮົາ ໄດ້ຕາຍໄປກັບ ວັດຖຸນິຍົມ, ຕາຍໄປກັບ ຄວາມຂັດແຍ້ງ ຊີງດີຊີງເດັ່ນ ຕາຍໄປ ກັບຄວາມອາຄາດບາດໝາງ ຕາຍໄປ ກັບການເອົາ ຄົນຕ່າງຊາດ ເຂົ້າກອບໂກຍ ເອົາຊັບສົມບັດ ຂອງຊາດຕົນເອງ. ຕື່ນເຖີດ ຕື່ນຈາກການ ຝັນຮ້າຍ ແລ້ວກັບມາ ຫາສິ່ງທີ່ ເປັນຈິງ ໃນປະເທດ ຂອງພວກເຮົາ ໃນປັຈຸບັນ ວ່າຊັ້ນ. RFA ຂໍຂອບໃຈ ນໍາທຸກທ່ານ ທີ່ໄດ້ສົ່ງຄວາມຄິດຄວາມເຫັນ ເຂົ້າມາ ກ່ຽວກັບ ຂ່າວ ທີພວກເຮົາ ອອກອາກາດ ໄປແລ້ວນັ້ນ ເຖິງຈະເປັນຄໍາເຫັນ ສັ້ນໆ ແຕ່ກໍໃຫ້ປໂຍດ ແກ່ຜູ້ຟັງ ສນັ້ນ ຈົ່ງ ຂຽນມາເລື້ອຍໆ ຂໍຂອບໃຈລ່ວງໜ້າ
ທ່ານຜູ້ຟັງທີ່ເຄົາຣົບ ເວົ້າມາກໍຍືດຍາວ ພໍສົມຄວນ ກ່ອນຈາກກັນໃນມື້ນີ້ Maysoly ຂໍຈັດເພງທີ່ມີຊື່ວ່າ ສຽງແຄນປີໃໝ່ ຊຶ່ງເປັນຜົນງານເພງຂອງ ກຸນຣະວຸດ ເຈົ້າຄໍາຜາຍ ຂັບຮ້ອງໂດຍ: ອິນດາວັນ ໃສ ສິລປິນລາວ ຕ່າງແດນ ທີ່ປະເທດ ຝຣັ່ງເສດ ຂໍມອບເປັນ ຂອງຂັວນປີໃໝ່ ແດ່ທຸກໆທ່ານ.
ມາຮອດນີ້ ເວລາຣາຍການ ຈົດໝາຍ ຜູ້ຟັງ ກໍໝົດລົງພຽງເທົ່ານີ້ແລ້ວ ໄມໂຊລີ ຂໍຂອບໃຈ ນໍາທຸກໆທ່ານ ທີ່ໃຫ້ກຽດຕິດຕາມຮັບຟັງ ພົບກັນໃໝ່ ໃນສັປດາໜ້າ, ຕາມວັນເວລາ ແລະ ສຖານີແຫ່ງດຽວກັນນີ້ ສໍາຫລັບມື້ນີ້ ຂໍຄວາມສຸກສົດຊື່ນບານໃຈ ຈົ່ງມີແດ່ທຸກໆທ່ານ ສບາຍດີ.