ຕອບຈົດໝາຍ: ວັນທີ 22 ກໍຣະກະດາ 2010
2010.07.22
ສະບາຍດີ ທ່ານຜູ້ຟັງ ທີ່ເຄົາຣົບ
ຂໍຕ້ອນຮັບ ທຸກທ່ານ ເຂົ້າສູ່ຣາຍການ ຕອບຈົດໝາຍ ປະຈໍາສັປດາ, ຊຶ່ງພວກເຮົາ ກໍໄດ້ຮັບຈົດໝາຍ ແລະ ກໍ ຫລາຍໆ ອີເມວ ໃນສັປດານີ້, ບາງຄົນ ກໍຂຽນມາສັ້ນໆ ແບບທັກທາຍ ແລະ ສະແດງຄວາມຍິນດີ ກັບ ຣາຍການຕ່າງໆ.
ມາເຣີ້ມ ດ້ວຍຈົດໝາຍ ຂອງທ່ານ ລູກລາວໃຕ້, ຊຶ່ງເພິ່ນຂຽນວ່າ ເພິ່ນໄດ້ຍິນຂ່າວ ອັນເປັນຄວາມຫາຍນະ ເຂົ້າມາເຢືອນສາຍນໍ້າຂອງ ອີກ ທີ່ບໍ່ມີອົງການໃດ ເຂົ້າມາຍັບຍັ້ງ ໂຄງການນີ້ໄດ້! ຄົນລາວ ທັງປະເທດ ກໍມິດງຽບ ເພາະຢ້ານຜູ້ນໍາ ຜເດັດການລາວແດງ ທີ່ໄດ້ລົງນາມ ສ້າງເຂື່ອນກະແສ ໄຟຟ້າ ທີ່ດອນຊະໂຮງ ຫລືວ່າ ຮູຊະໂຮງ ນັ້ນເອງ. ໂດຍທີ່ປະເທດມະເລເຊັຍ ເປັນຜູ້ໄດ້ຮັບສັມປະທານ ກໍ່ສ້າງເຂື່ອນດັ່ງກ່າວນີ້1 ບັດນີ້ ລູກລາວໃຕ້ ຢາກຂໍເລົ່າຊີວິດ ຂອງຄວາມເປັນຄົນໃຕ້ ໂດຍຫຍໍ້ ດັ່ງນີ້: ຂ້ອຍເປັນຄົນ ໄທໃຕ້ ໂດຍກໍາເນີດ ບໍ່ໄກ ຈາກຄອນພະເພັງ ເທົ່າໃດນັກ ຂຶ້ນກັບ ຕາແສງ ກະດັນ, ເມືອງນາຄະບູຣີ, ແຂວງສີທັນດອນ. ຂ້ອຍໃຊ້ ຫລື ໃຫຍ່ມາດ້ວຍທັມຊາຕ ບໍ່ເຄີຍເຫັນແສງສີທີ່ຫລາຍຄົນເວົ້າວ່າ ຈະເຣີນແລ້ວ ຄື ທຸກມື້ນີ້! ແຕ່ຂ້ອຍ ກໍພາກພູມໃຈ ທີ່ໄດ້ເກີດມາ ພາໃຫຍ່ ໃນດິນແດນ ສຸວັນພູມ ແຫ່ງນີ້! ໃນທີ່ສຸດ ຂ້ອຍກໍໜີຈາກ ແຜ່ນດິນເກີດ! ຍ້ອນ ຂ້ອຍບໍ່ມັກຣະບອບ ຜເດັດການ ຄອມມິວນິດສ໌ ກຸ່ມລາວແດງ ເປັນຜູ້ນໍາ! ເຖິງຢ່າງໃດ ຂ້ອຍກໍຍັງເປັນລາວ ຮ້ອຍເປີຣ໌ເຊັນ ເໝືອນເດີມ! ສະນັ້ນ ຂ້ອຍຈຶ່ງ ຝາກຄວາມຄິດ ອັນຫຍໍ້ໆນີ້ ມາຕາມສາຍລົມ ເຖິງພີ່ນ້ອງລາວ ທົ່ວປະເທດ ສະເພາະ ກໍແມ່ນພວກພີ່ນ້ອງລາວໃຕ້ ທີ່ຈະໄດ້ຮັບຜົນກະທົບ ຈາກການສ້າງເຂື່ອນ ດອນຊະໂຮງນີ້ ເຕັມລ້ານເປີເຊັນເລີຍ! ຮູຊະໂຮງ ເປັນແກ້ງຫີນ ນໍ້າໄຫລແຮງ ທາງຕອນເທິງ ຮູນໍ້າ ດັ່ງກ່າວນີ້ ແມ່ນດອນ ແອ່ນ, ດອນອີ່ຊົມ, ດອນຕານ ແລະ ດອນຈອມ ນໍ້າສາຍນີ້ ແມ່ນໄຫລ ແບ່ງອອກຈາກ ດອນເດຊ ແລະ ບ້ານຄອນ ໄຫລກາຍຮູຊະດັມ ທາງຕາເວັນອອກ ລົງສູ່ຄອນພະເພັງ ຫລື ຫລີ່ຜີ ນັ້ນແຫລະ! ຖ້າເຂື່ອນດັ່ງກ່າວນີ້ ເກີດຂຶ້ນແທ້ໆແລ້ວ ….. ທຸກສິ່ງທຸກ່ຢາງກໍຈະປ່ຽນໄປ ແນ່ນອນ! ເປັນຕົ້ນແມນ ສຸນເສັຍນິເວດ ວິທຍາ ຢ່າງມະຫັນ! ຊີວະວິທຍາ ນາໆພັນ ຈະສູນຫາຍ ຢ່າງບໍ່ຄາດຄິດ ໄດ້ແລ້ວ! ຕົວຢ່າງອີກ ແມ່ນປາພອນ, ປາໝາກຜາງ, ປາຊະອີ ແລະ ປາປາກ! ແມ່ນຂຶ້ນມາຕາມ ຮູນໍ້າສາຍນີ້ ໃນຣະຫວ່າງ ເດືອນຍີ່ ຕໍ່ໃສ່ເດືອນ 3! ລູກລາວໃຕ້ ຕົກໄກໄປໜ້າ! ຈະບໍ່ເຫັນ ຮູຊະໂຮງ ດັ່ງເດີມ ຕໍ່ໄປ ອີກແລ້ວ..
ນັ້ນ ກໍແມ່ນຈົດໝາຍ ຂອງທ່ານ ລູກລາວໃຕ້ ທີ່ຂຽນສະແດງ ຄວາມເປັນຫ່ວງ ຜົນກະທົບ ຈາກ ການສ້າງເຂື່ອນ ດອນຊະໂຮງ ຕໍ່ທັມຊາຕ ແລະ ວິຖີຊີວິດ ຂອງຊາວບ້ານ ໃນເຂດດັ່ງກ່າວ. ຂອບໃຈ ນໍາທ່ານ ລູກລາວໃຕ້ ຫລາຍໆ ທີ່ໄດ້ໃຫ້ຂໍ້ມູນ ລະອຽດພໍສົມຄວນ, ຊຶ່ງຂ້າພະເຈົ້າ ກໍໄດ້ຮຽນຮູ້ ຕື່ມ ຈາການບອກເລົ່າ ຂອງທ່ານ ແລະ ກໍຫວັງວ່າ ຫລາຍໆທ່ານ ຄົງຈະວາດມະໂນພາບ ອອກເຊັ່ນກັນ ຈາກການບອກເລົ່າ ທາງຈົດໝາຍ ສະບັບນີ້.
ຕໍ່ໄປ ແມ່ນອີເມວ ຂອງທ່ານ ດາວ ຢັງ, ຈາກ ຣັດ ເມນີໂຊຕາ, ຊຶ່ງທ່ານ ບອກວ່າ ທ່ານສົນໃຈ ປວັດສາດລາວ ເປັນຕົ້ນແມ່ນ ລາວຫລົງ ແລະ ລາວອິສຣະ ຕັ້ງແຕ່ ບົດທີ 1 ເຖິງບົດສຸດທ້າຍ, ຊຶ່ງທ່ານ ຢາກໃຫ້ ພວກເຮົາ ຈັດສົ່ງໃຫ້. ກ່ຽວກັບ ເຣື້ອງນີ້ ພວກເຮົາ ຕ້ອງຂໍໂທດ ກັບທ່ານ ດາວ ຢັງ ຫລາຍໆ ທີ່ພວກເຮົາ ບໍ່ສາມາດ ສົ່ງໃຫ້ໄດ້ ເນື່ອງຈາກວ່າ ທາງວິທຍຸ ເອເຊັຍເສຣີ ຂອງພວກເຮົາ ບໍ່ມີນະໂຍບາຍ ທີ່ຈະສົ່ງໃຫ້ ສ່ວນບຸກຄົນ. ແຕ່ຂໍແນະນໍາ ໃຫ້ທ່ານ ອັດເອົາ ຈາກ ເວັບໄຊທ໌ ຂອງພວກເຮົາ ແລະ ຖ້າຫາກວ່າ ມີບົດໃດ ຂາດສົ່ງຂ່າວ ຫາພວກເຮົາ ກໍແລ້ວກັນ ແລະ ພວກເຮົາ ຈະເອົາໃສ່ໃນເວັບໄຊທ໌. ເຖິງຢ່າງໃດ ກໍຕາມ, ໃນລະຍະນີ້ ພວກເຮົາ ກໍປັບປຸງ ເວັບໄຊທ໌ ໄປນໍາ ທຸກມື້ ແລະ ກວດກາ ແລະ ພະຍາຍາມ ເອົາຕອນທີ່ຂາດໄປນັ້ນ ຂຶ້ນເວັບໄຊທ໌ ຕື່ມອີກ.
ຂອບໃຈ ທີ່ທ່ານ ໃຫ້ຄວາມສົນໃຈ ກັບຣາຍການ ຂອງພວກເຮົາ.
ສະບັບຕໍ່ໄປ ແມ່ນຂອງທ່ານ ຄ.ຍົມມະຣາຊ, ຈາກປະເທດ ການາດາ,
ຊຶ່ງເພິ່ນໃສ່ ຫົວຂໍ້ ວ່າ ”ວິໃຈ ການພທັນາ ສັງຄົມຢູ່ລາວ ແບບໂລກາພິວັຕນ໌”
ທ່ານ ຂຽນວ່າ: ພາຍຫລັງ ທີ່ກຸ່ມປະເທດ ອຸດສາຫະກັມ G8 ແລະ ກຸ່ມປະເທດ ພັທນາ G20 ປະຊຸມສຸດລົງແລ້ວ, ຂ້າພະເຈົ້າ ວິໃຈ ໄດ້ວ່າ ພວກເພິ່ນ ບໍ່ໄດ້ແບ່ງວ່າ ປະເທດຄອມມິວນິດສ໌, ເສຣີ, ຮັ່ງມີ ຫລື ທຸກຍາກ ອີກຕໍ່ໄປ, ແຕ່ກໍານົດ ເປັນປະເທດ ມີພະລັງງານ ແລະ ບໍ່ມີພະລັງງານ ເປັນສໍາຄັນ.
ພະລັງງານ ຫລັກຂອງໂລກ ຄື ນໍ້່າມັນ, ຖ່ານຫີນ, ກາຊ ທັມຊາຕ, ຢູເຣນຽມ ແລະ ພະລັງງານ ນິວຄເຣັຍ. ສິ່ງດັ່ງກ່າວນີ້ ເປັນປັດໃຈ ສໍາຄັນ ຕໍ່ການຂັບເຄື່ອນ ຣະບົບເສຖກິດໂລກ ແລະ ໂລກາພິວັດ. ຖ້າໂລກ ຂາດແຄນ ພະລັງງານ ຂຶ້ນມາ ເມື່ອໃດ, ເສຖກິດ ຈະຖົດຖອຍ ຄັ້ງໃຫຍ່, ໂລກາພິວັດ ຈະຢຸດສະງັກ ແລະ ໂລກ ຈະເກີດ ອັສຫົນ ຮອບດ້ານ. ຢູ່ແຜ່ນດິນແມ່ ຂອງລາວເຮົາ ມີຊັພຍາກອນ ອຸດົມຮັ່ງມີ ກໍຈິງ ແຕ່ມັນກໍມີຂອບເຂດ ຈໍາກັດເດີ. ຖ້າພັທນາ ຂາດສະຕິ ຕາມຄວາມຢາກ ແລະ ຕາມການຍຸຍົງ ຂອງຕ່າງປະເທດ ຄື ທຸກມື້ນີ້, ປະຊາຊົນ ເຈົ້າຂອງປະເທດ ບໍ່ໄດ້ຮັບສ່ວນແບ່ງ ແລະ ຂາດຄວາມຍຸຕິທັມ ໂລກຈະພັງທະລາຍ ກ່ອນພວກມີອໍານາດ ສໍ້ໂກງ, ຫລອກລວງ ຂອງລາວເຮົາ ຈະຕາຍເສັຍດ້ວຍຊໍ້າ. ສັນຕິພາບນັ້ນ ຈະໄດ້ມີແຕ່ ກັບທັມມະຊາດ, ຍ້ອນມະນຸດ ເຫັນແກ່ຕົວໂພດ ສ້າງວິກິດການຂຶ້ນ, ສັນຕິພາບ ກໍຫາຍໄປກັບ ທັມມະຊາດ ແລະ ໄປຕິດຢູ່ກັບໄຟ ການຈາລະຈອນ ຢູ່ລາວ ແຕ່ລະບ່ອນ ຊຶ່ງທຸກຄົນຮູ້ດີ ວ່າ: ໄຟຂຽວ ແມ່ນ ໄຟອິສຣະ, ໄຟເຫລືອງ ແມ່ນໄຟ ລັ່ງເລ, ໄຟແດງ ແມ່ນໄຟ ອໍານາດ, ຈິງ ຫລື ປອມ ຄິດເອົາ. ທິສດີ ສອນຢູ່ສູນສັມມະນານັ້ນ ດີແລ້ວ ຄື: ພັທນາ ເພິ່ງຕົນເອງ, ກຸ້ມຕົນເອງ,ສ້າງພລາທິການ ກັບທີ່ ແຕ່ເຮັດຕິລືມໄປ. ເຖິງຢ່າງໃດ ກໍຈະເຊື່ອພັກ ແລະ ຣັຖ ຕໍ່ໄປ, ແຕ່ຢ່າໃຫ້ ລູກຫລານ ຮຸ້ນຕໍ່ໄປ ໄດ້ເກີດເຖິງ ໂລກາພິນາດ ກໍພໍໃຈແລ້ວ. ເພາະມັນ ມີລາງສັງຫອນໃຈ ແປກໆຢູ່.
ສຸດທ້າຍ ຂໍອະທິຖານ: ອະຫັງ ສຸຂິໂຕ ໂຫມິ, ນິທທຸກໂຂ ໂຫມິ, ອະເວໂຣໂຫມິ, ອັພຍາ ປັງໂນ ໂຫມິ, ອະນິໂຂ ໂຫມິ, ສຸຂິ ອັຕຕານັງ ປະຣິຫາຣາມິ... ສາທຸ
ນັ້ນ ກໍແມ່ນ ຈົດໝາຍ ຂອງທ່ານ ຄ. ຍົມມະຣາຊ...
ຂອບໃຈ ນໍາທ່ານ ຫລາຍໆ ທີ່ໄດ້ສົ່ງຈົດໝາຍ ມາຮ່ວມໃນຣາຍການ ຂອງພວກເຮົາ ໃນສັປດານີ້...