ຕອບຈົດໝາຍ: ວັນທີ 9 ກັນຍາ 2010

ຣາຍການ ຕອບຈົດໝາຍ ປະຈໍາສັປດາ ຈັດສເນີທ່ານໂດຍ: ໄມຊູລີ... ເຊີນທ່ານເປີດຟັງໄດ້ ໂດຍກົດ(Click) ຢູ່ບ່ອນທີ່ຂຽນວ່າ "ດາວໂລ້ດ"
ໄມຊູລີ
2010.09.09

ສະບາຍດີ ທ່ານຜູ້ຟັງ ທີ່ເຄົາຣົບ ພົບ ກັບທ່ານ ຜູ້ຟັງ ອີກຕາມເຄີຍ ໃນເວລາ ດຽວກັນນີ້ ຫວັງວ່າ ທ່ານທ່ີຂຽນ ຈົດໝາຍ ເຂົ້າມາຮ່ວມ ໃນຣາຍການ ຄົງຕິດຕາມ ຮັບຟັງຢູ່ …… ບັດນີ້  ຂໍເຊີນທ່ານ ເຂົ້າສູ່ ຣາຍການ ເລີຍ …..

ຈົດໝາຍ ສບັບທຳອິດ ທີ່ Maysoly ຈະນຳມາອ່ານ ສູ່ທ່ານຟັງ  ມື້ນີ້ ຂຽນຈາກ (ລູງ ນ້ຳຕົກຕາດ) ຫລັກ 8 ປາກເຊ ເຄີຍເປັນແຟນ ປະຈຳມາກ່ອນ ສະບັບນີ້ ເພີ່ນ ສົ່ງຄວາມຄິດເຫັນ ກ່ຽວກັບ ເຣື້ອງບ້ານເຣື້ອງ ເມືອງມາດັ່ງນີ້.. ສບາຍດີ ເພື່ອນ ຮ່ວມຊາຕ ເຄົາຣົບ ທາງສາສນາພຸທ ເພີ່ນວ່າພຸທໂທ, ທັມໂມ, ສັງໂຄ ຄຳທີ່ວ່ານີ້ ຄິດວ່າໃຜໆ ກໍຄົງຮູ້ດີ ແຕ່ລູງຈະ ຂໍເພີ່ມຕື່ມ ຈັກເລັກຈັກນ້ອຍ, ຄຳແປ ພຸດໂທ ແປຄວາມວ່າ ແນວຄິດດີ ມີຄວາມຈີງ, ທັມໂມ ແປວ່າ ປະພຶດດີ ກະທຳດີ, ສັງໂຄ ແປວ່າ ເອົາເຂົ້າສູ່ສັງຄົມ ເອົາໄປໃຊ້ຂາຍ, ໃຊ້ມີປະໂຫຍດ ຍົກຕົວຢ່າງ ເຊັ່ນ ນັກ ປະດິດ ໂທຣະສັບ ມືຖື ເມື່ອເຮັດ ຂື້ນມາແລ້ວ ກໍເອົາໄປຂາຍ ໃນ ສາທາຣະນະຊົນ ຄົນຊື້ໄປໃຊ້ ແລະ ມີຄື້ນຮັບຟັງ ໄດ້ທົ່ວໂລກ. ອັນນີ້ເອີ້ນວ່າ ແນວຄິດດີ ໃຊ້ໄດ້.

ເມື່ອບໍ່ນານ ມານີ້ ລູງໄດ້ຟັງຂ່າວ ຈາກ RFA ກ່ຽວກັບຂ່າວ ທີ່ວ່າ ປັຈຈຸບັນນີ້  ວຽດນາມ ມີຄວາມຢ້ານວ່າ ໃນຂັ້ນຕໍ່ໄປ ຈີນ ຈະແຜ່ອຳນາດ ສູ່ພາກພື້ນ ເອເຊັຍ ຕາເວັນອອກ ສຽງໃຕ້ ໄວກວ່າ ວຽດນາມ ຕໍ່ຂ່າວນີ້ ລູງຄິດວ່າ ຍ້ອນເຫດນັ້ນຕິ ວຽດນາມຈຶ່ງຟ້າວ ເປິດຄວາມສຳພັນ ກັບ America ຢ່າງວ່ອງໄວ ເພາະ ອາເຣິກາ ເປັນຊາດສລາດ. ບາດນີ້ ຂໍຍ້ອນຄືນໃສ່ ສມັຍ ຝຣັງເສສ ເຂົ້າເອເຊັຍ ເຂົາເຂົ້າ ວຽດນາມກ່ອນ ສະນັ້ນ ວຽດນາມ ຈີ່ງຈະເຣີນ ກວ່າລາວ ແລະ ຂະເມນ ມາໃນຍຸກນີ້ ຂໍຮ້ອງເຕືອນ ຄົນລາວເຮົາວ່າ ຢ່ານຳຫລັງເຂົາ ອີກເທາະ! ຜູ້ຂ້າວ່າ. ທ້າຍນີ້ ຂໍໃຫ້ Maysoly ປະກອບສ່ວນ ພີ່ມເຕີມແດ່ ກໍຍີ່ງດີວ່າຊັ້ນ…

ກ່ອນອື່ນ Maysoly ຂໍຂອບໃຈ ນຳຍາລູງ ນ້ຳຕົກຕາດ ຫຼັກ 8 ປາກເຊ ທີ່ຂຽນຈົດໝາຍ ເຂົ້າມາຮ່ວມຣາຍການ ຂອງພວກເຮົາອີກ ສ່ວນເຣື້ອງທີ່ວ່າ ຢາກໃຫ້ ປະກອບສ່ວນ ເພີ້ມຕື່ມ ແນວໃດ ແນວນື່ງນັ້ນ ຢ່າວ່າຊັ້ນ ວ່າຊີ້ເທາະ ຍາລູງ ກໍຮູ້ແລ້ວ່າ ຄົນມີຄວາມ ຮູ້ນ້ອຍ ຄື Maysolyo ນີ້ ບໍ່ຄ່ອຍຮູ້ ເຣື້ອງການບ້ານ ການເມືອງ ນຳເພີ່ນດອກ ເຖີງຢ່າງໃດ ຄວາມຈົບ ຄວາມດີ ຍາລູງ ກໍ່ເວົ້າ ໝົດແລ້ວເດ່ Maysoly ຂໍອວຍໃຊ ໃຫ້ພອນໃຫ້ ຍາລູງ ມີສຸຂພາບ ເຂັ້ມແຂງ ກໍແລ້ວກັນນໍ ແລະ ຫວັງວ່າ ໂອກາດໜ້າ ພວກເຮົາຈະ ໄດ້ຣັບຈົດໝາຍ ຈາກທ່ານອີກ…

ຈົດໝາຍ ສະບັບຕໍ່ໄປ ຂຽນຈາກ (ລູກເຂົ້າໜຽວ) ເມືອງ Elgin ຣັຖ IL. ສະບັບນີ້ ເພີ່ນສັ່ງມາອີກ ຕາມເຄີບວ່າ (ຫ້າມປ່ຽນແປງ ທຸກຂໍ້ຄວາມ ຂອງຈົດໝາຍທີ່ ຜູ້ຂ້າຂຽນ ມານີ້ເດັດຂາດ ວ່າຊັ້ນ). ອັນນີ້ ກໍຢາກບອກ ໃຫ້ທຸກໆ ທ່ານຊາບວ່າ ຈົດໝາຍ ທຸກສະບັບ ຂອງແຟນ ຣາຍການ ທີ່ສົ່ງມາ ບາງເທື່ອ ພວກເຮົາຈຳເປັນ ຕ້ອງໄດ້ດັດ ແປງ ເລັກໆນ້ອຍໆ ເພື່ອຄວາມເໝາະສົມ ຂອງຜູ້ຟັງ, ໃນເມື່ອທ່ານ “ລູກເຂົ້າໜຽວ ບອກວ່າຫ້າມ ດັດແປງ “ ກໍເສັຍໃຈນຳ.

ຈົດໝາຍ ສະບັບຕໍ່ໄປ ຂຽນຈາກ ທ່ານ ຄ.ຍົມມະຮາຊ ຈາກເມືອງ Toronto ປະເທດ Canada ສບັບນີ້ ເພີ່ນໄດ້ ສົ່ງ ຄຳຄິດເຫັນ ໃນບັນຫາຕ່າງໆ ເຂົ້າມາຮ່ວມ  ມີດັ່ງຕໍ່ລົງ ໄປນີ້:

ປັຈຈຸບັນນີ້ ທຸກປະເທດ ໃນໂລກ ປະສົບບັນຫາ ແສນສາຫັດ ຄວາມແຕກຕ່າງ ກໍພຽງແຕ່ວ່າ ບ່ອນໃດ ກະທົບຫລາຍ ກະທົບຫນ້ອຍ ເທົ່ານັ້ນ. ເບີ່ງຕົວຢ່າງກຸ່ມ ປະເທດ ອຸຕສາຫະກັມ ຫຼື G8 ປະຊຸມກັນ ຢູ່ຂອກແຄແຈຮົ້ວ ເມືອງ Toronto. ນີ້ລະ ເປັນບົດຮຽນ ແຕ່ເປັນຈັ່ງບຸນ ພວກເພີ່ມີ ຄວາມເມດຕາ ຊ່ວຍບັນເທົາທຸກ ດ້ານມະນຸດຊົນ ແກ່ປະເທດ ທີ່ຍາກຈົນ ເປັນ ກໍຣະນີ ພິເສດ. ສຳລັບປະເທດ ພັທນາແລ້ວ ແມ່ນເພີ່ງຕົນເອງ ກຸ້ມຕົນເອງ ທິສດີ ເສຖາກິດ ຫລັກແຫ່ງ ຄວາມຢູ່ລອດ ແມ່ນວ່າດ້ວຍ ດີນ, ນ້ຳ, ລົມໄຟ, ເປັນຣາຍຣະອຽດ.

ໃນໂລກແຫ່ງ ຄວາມເປັນຈິງນີ້ ເບີ່ງຄືນແລ້ວ ລາວຍັງເປັນ 1 ໃນປະເທດນື່ງ ທີ່ຍາກຈົນຂອງໂລກ ແນ່ນອນ ກໍຈະຕ້ອງ ໄດ້ຮັບ ການອານຸເຄາະ ຈາກ ຕ່າງປະເທດ ແລະ ໃຊ້ທິສດີ ເສຖສາດ ຫລັກການຢູ່ລອດ ໃນນັ້ນຮວມທັງ ການຂໍ ການຢືມ ແລະ ການໃຫ້ ສັມປະທານ ແບບ ຄົບວົງຈອນໂລດ ຕໍ່ຈາກນັ້ນມາ ກໍຄື  ຄ່າຄອງຊິບ ແພງຂື້ນ ເງີນກີບແຂງຕົວ ຜູ້ມີອຳນາດ ຮັ່ງມີເປັນດີ ສ່ວນ ປະຊາຊົນ ຍີ່ງທຸກລົງ. ການອຸດສາຫະກັມ ຖືກກະທົບ ໃນທຸກ ຂະແໜງ ບັນຫາເງີນ (ເຟິ້) ຕາມມາ.

ນີ້ລະ ລົດຊາຕ ຂອງທືນນິຍົມ ບໍ່ຮູ້ແຈ້ງ ກໍຄືຣະບົບ ງູກີນຫາງ ຕົນເອງ ໝົດຫາງ ຍັງເຫຼືອແຕ່ຫົວ ແຕ່ລະປະເທດ ອ້ອມຂ້າງ ແລະຫ່າງໄກ ແນມຕາໃສ່ ກັບ ຊັພຍາກອນ ທັມມະຊາດ ອັນອຸດົມຮັ່ງມີ ຂອງລາວ ຜູ້ໃດ ກໍຍາດແຍ່ງ ເຂົ້າໄປ ບໍຣິໂພກ ພວກຜູ້ນຳລາວ ໃຈເຖີງແທ້ໆ ວ່າແຕ່ໃຜ ຍົກຍ້ອງ ກໍຟ້າວເຊັນ ປະທັບຕາ ໃຫ້ໂລດ ໄວກ່ວາ ຈິດວິນຍານ ສະລະຮ່າງກາຍ ເສັຍອີກ.

ສຸດທ້າຍ ໃນໂອກາດ ບຸນເຂົ້າພັນສາ 2553 ນີ້ ຂໍພອນພຣະພຸທ ພຣະທັມ ແລະ ພຣະສົງ ໄດ້ປົກປ້ອງ ອຳນວຍ ສຸຂ ບັນເທົາທຸຂ ແດ່ ທຸກໆທ່ານ ໃນ ສະຖານີວິທຍຸ  ເອເຊັຍເສຣີ ຈົ່ງມີຄວາມ ຈະເຣີນ ຍໍໆຍີ່ງໆ ຕລອດກາລ ວ່າຊັ້ນ… ຂໍຂອບໃຈ ທ່ານ ຄ. ຍົມມະຣາຊ ຜູ້ຫລີງເຫັນ ບັນຫາຕ່າງໆ ແລ້ວຍົກຂື້ນ ມາກ່າວ ເພື່ອໃຫ້ຜູ້ຟັງ ໄດ້ນຳໄປ ພິຈາຣະນາ ຊ່ວຍກັນ ໂອກາດໜ້າ ເຊີນຂຽນມາຮ່ວມ ຣາຍການ ຕອບຈົດໝາຍ ຂອງພວກເຮົາອີກ….

ທ່ານຜູ້ຟັງທີ່ ເຄົາຣົບ ເວົ້າມາ ກໍສົມຄວນ ແກ່ເວລາ ສະນັ້ນ ກ່ອນຈົບຣາຍການ  Maysoly ຂໍເຊີນທ່ານ ເພງລາວມ່ວນໆ ແລະ ມີຄວາມໝາຍ ເພງນື່ງ ເພື່ອປິດທ້າຍ ຣາຍການ ເພງທີ່ທ່ານ ຈະໄດ້ຟັງ ໃນອັນດັບ ຕໍ່ໄປນີ້ ມີຊື່ວ່າ (ຮັກກັນເທິດ ມະນຸດ) ແຕ່ງ ແລະຂັບຮ້ອງໂດຍ: ທ່ານ ພົມມະ ພີມມະສອນ ..ເຊີນຮັບຟັງໄດ້ ເລີຍ....

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.