ຕອບຈົດໝາຍ: ວັນທີ 26 ສິງຫາ 2010
2010.08.26
ສະບາຍດີ ທ່ານຜູ້ຟັງ ທີ່ເຄົາຣົບ ມື້ນີ້ Maysoly ມາພົບກັບທ່ານ ຜູ້ຟັງ ອິກຕາມເຄີຍ ໃນທຸກໆ ວັນພຣະຫັດ ຂໍຂອບໃຈ ທຸກໆທ່ານ ທີ່ຍັງໃຫ້ ກຽດຕິດຕາມ ຮັບຟັງຣາຍ ການ ຕອບຈົດໝາຍ ຂອງພວກເຮົາ ເມື່ອຟັງແລ້ວ ຖ້າທ່ານມີ ຄຳຕິຊົມ ຫຼືຄວາມຄິດ ຄວາມເຫັນແນວໃດ ກໍຢ່າລືມ ສົ່ງຈົດໝາຍ ເຂົ້າມາ ຮ່ວມກັບຣາຍການ ຂອງພວກ ເຮົາ ເພາະຣາຍການ ນີ້ມີໄວ້ ເພື່ອໃຫ້ ໂອກາດ ແກ່ຜູ້ຟັງ ສະແດງ ທັສນະ ແລະ ຄວາມຄິດເຫັນ ຂອງທຸກໆທ່ານ ໄດ້ຢ່າງເສຣີ…
ຢ່າງໃດກໍຕາມ ເພື່ອບໍ່ເປັນ ການເສັຍເວລາ ຂໍເຊີນທ່ານ ເຂົ້າສູ່ຣາຍການ ເລີຍ… e-mail. ສະບັບທຳອິດ ທີ່ຈະນຳ ມາອ່ານ ສູ່ທ່ານຟັງ ໃນມຶ້ນີ້ ຂຽນຈາກ ທ່ານ (ຈັນທະບຸນ ມະນີວົງສ໌) ຈາກເມືອງ Fresno ຣັຖ California ໃນຈົດໝາຍ ຂຽນວ່າ: ສະບາຍດີ Maysoly ແລະທີມງານ ວິທຍຸເອເຊັຍເສຣີ ໝົດທຸກຄົນ… ຂ້ອຍຫາກໍ ຂຽນໜັງສື ເຂົ້າມາ ເມື່ອເດືອນ ຜ່ານມານີ້ ຄິດວ່າອິກ ຈັກ 2-3 ເດືອນ ຈີ່ງຈະຂຽນ ມາຮ່ວມຣາຍການ ອິກຊັ້ນດອກ…. ແຕ່ກໍອົດບໍ່ໄດ້ ຍ້ອນຄວາມຢາກໄດ້ ຮູບແຕ້ມ ຂອງເຈົ້າຟ້າງຸ່ມ… ຂໍໃຫ້ Maysoly ຫລື ພະນັກງານ ເອເຊັຍເສຣີ ຊ່ວຍສົ່ງໃຫ້ ທາງ e-mail ແດ່ເດີ ອີກປະການນື່ງ ຈັ່ງໃດໆ ກໍໄດ້ຂຽນມາ ແລ້ວ ກໍຂໍ ປະກອບສ່ວນ ໃນຣາຍການເລີ່ຍ. ການປະກອບສ່ວນ ຂອງຂ້ອຍ ໃນມື້ນີ້ ກໍບໍ່ມີເຣື້ອງ ຫຍັງຫລວງຫລາຍດອກ ມີແຕ່ຢາກ ຂໍຝາກ ຄວາມຄິດຮອດ ຄິດເຖີງ ມາຍັງພໍ່ແມ່ ພີ່ນ້ອງລາວເຮົາ ຫມົດທຸກຄົນ ທີ່ຕິດຕາມ ຮັບຟັງ ວິທຍຸເອເຊັຍເສຣີ ຢູ່ໃນຂນະນີ້ ແລະ ກໍຂໍສະແດງ ຄວາມຮຸ້ບຸນຄຸນ ຕໍ່ວິຣະຊົນ ແລະ ບັນພຣະບຸຣຸດ ຂອງລາວເຮົາ ໝົດທຸກຄົນ ມາໃນທີ່ນີ້ນຳ ການທີ່ຂ້ອຍ ຂໍສະແດງ ຄວາມຮູ້ບຸນຄຸນ ເຊັ່ນນີ້ ກໍເພາະ ເມື່ອຂ້ອຍທົບທວນ ແລະ ຖາມຕົວເອງວ່າ ຕັ້ງແຕ່ເກິດມາ ຈົນເຖີງ ປັຈຈຸບັນ ຂ້ອຍໄດ້ຮັບ ຫຍັງແດ່ ຈາກການທີ່ ເກິດເປັນຄົນລາວ ຄຳຕອບກໍມີ ຫລາຍໂພດ ຖ້າຈະເອົາ ມາເວົ້າ ສູ່ກັນຟັງ ກໍຄົງບໍ່ໝົດ ຈັກເທື່ອ ແຕ່ຈະຂໍຍົກ ຕົວຢ່າງ ຈັກສອງຂໍ້ ກໍແລ້ວກັນເນາະ! ຂໍ້ທີ່ນື່ງ ແມ່ນຂ້ອຍໄດ້ ຮັບການສຶກສາ ຈາກໂຮງຮຽນ ປະຖົມ ຈົນເຖີງ ມັທຍົມຕອນຕົ້ນ. ເຖີງແມ່ນວ່າ ຈະເປັນການ ສຶກສາ ທີ່ບໍ່ສູງ ແຕ່ມັນກໍເປັນ ມູນເຊື້ອ ສະນວນທີ່ດີ ຈົນນຳພາໃຫ້ ຂ້ອຍໄດ້ຮັບ ວຽກການ ທີ່ສາມາດ ລ້ຽງຄອບລ້ຽງຄົວ ພໍໄດ້ ຢູ່ດີກີນດີ ໃນປະເທດເພີ່ນ. ຂໍ້ທີ່ສອງ ແມ່ນສັກສີ ໃນຄວາມເປັນລາວ ເມື່ອຂ້ອຍ ພົບພໍ້ຜູ້ໃດ ຫຼືເຮັດທຸຣະກິດ ອັນໃດ ຂ້ອຍພູມໃຈ ແນະນຳຕົນເອງ ວ່າເປັນຄົນລາວ ແລ້ວຂ້ອຍ ກໍໄດ້ຮັບ ຄວາມມີ ໄມຕຣີຈິດ ຕອບສນອງສເມີ ສະນັ້ນ Maysoly ໃນຂນະທີ່ ຣາຍການ ຕອບຈົດໝາຍ ຂອງເຈົ້າອອກ ອາກາດ ຢູ່ນີ້ ຂ້ອຍເຊື່ອແນ່ວ່າ ຄົງຈະມີ ວິຣະຊົນລາວ ແລະປັນຍາ ຊົນລາວ ຫລາຍໆທ່ານ ທີ່ຕິດຕາມ ຮັບຟັງຢູ່ ສະນັ້ນ ຂ້ອຍຟາກຄຳ ຂໍຮ້ອງ ນີ້ໃຫ້ພວກເພີ່ນ ຊ່ວຍຖ່າຍທອດ ຄວາມຮູ້ ແລະປັນຍາ ໃຫ້ລູກຫລານ ນ້ອງນຸ່ງເຮົາ ຜ່ານທາງ ເອເຊັຍເສຣີ ນີ້ແດ່ ເພື່ອວ່າ ມັນຈະ ໄດ້ເປັນ ສາຍສະນວນ ທີ່ຈະນຳພາ ໃຫ້ລູກຫລານລາວ ມີຄຸນນະພາບ ຊີວິດ ອັນດີງາມ.
ທ້າຍສຸດນີ້ ຂໍຟັງເພງນຳ ຈັກເພງແດ່ ຈະແມ່ນເພງ ໃດກໍໄດ້ ຖ້າເປັນເພງ ຜູ້ຊາຍ ຂໍໃຫ້ເປັນ ເພງຂອງ ທ່ານຄຳເຕີມ ຫຼືບໍ່ ກໍເປັນເພງ ຂອງ ນັກຮ້ອງຍີງ (ທານຕະວັນ ກໍໄດ້). ເພງນີ້ຂໍມອບ ໃຫ້ແດ່ ຄຣູສອນ ສມັຍຢູ່ ໂຮງຮຽນ ປະຖົມສຶກສາ ທຸກໆຄົນ ນັບຕັ້ງແຕ່ ປ. 1 ຈົນເຖີງ ປ. 6 ເຊັ່ນວ່າ ປ.1 ຍາເອື້ອຍ ສົມຈິດ ປ. 2 ຍາເອື້ອຍ ຈັນທີ ປ. 3 ນາຍຄຣູ ຖານ ພິມມະຈັກ ປ.4 ນາຍຄຣູ ສີມາ ປ.5 ຍາເອື້ອຍ ຈັນເພັງ ແລະ ປ. 6 ນາຍຄຣູປານ.
ຕັ້ງແຕ່ ຈົບ ປ. 6 ເມື່ອປີ 1969 ກໍບໍ່ເຄີຍ ເຫັນກັນເລີຍ ຫວັງວ່າ ມື້ນື່ງຂ້ອຍ ຈະໄດ້ມາຕອບ ບຸນແທນຄຸນເພີ່ນ ແລະ ທ້າຍສຸດນີ້ ຂໍມອບໃຫ້ແດ່ Dr. ບຸນສັງຄຳແກ້ວ ແລະ Madam ຂອງເພີ່ນ ນັບວ່າ ເພີ່ນກໍເປັນ ວິຣະຊົນລາວ ທ່ານນື່ງ ສີ່ງທີ່ຂ້ອຍ ຊື້ງໃຈທີ່ສຸດ ໃນວັນນະກັມ ຂອງເພີ່ນ ກໍຄື ຄຳວ່າ (ໃຫ້ອະພັຍ)
ທ້າຍນີ້ ຂໍອວຍໄຊ ໃຫ້ພອນ ແດ່ ຄນະມິມງານ ເອເຊັຍເສຣີ ທຸກໆ ທ່ານ ຈົ່ງມີແຕ່ ຄວາມສຸກແລະ ຄວາມຈະເຣີນ ປະກອບດ້ວຍ ອາຍຸ ວັນນະ ສຸຂະ ພາຣະ ປາຖນາ ສີ່ງໃດທີ່ຢູ່ໃນ ຂອບເຂດ ຂອງສີລທັມແລ້ວ ຂໍໃຫ້ໄດ້ດັ່ງໃຈ ເທີ້ນ..ວ່າຊັ້ນ.
Maysoly ຂໍຂອບໃຈ ນຳທ່ານ (ຈັນທບຸນ) ທີ່ໄດ້ຂຽນ ສີ່ງດີໆ ເຂົ້າມາປະກອບ ໃນມື້ນີ້ ຢາກໃຫ້ ມີຫລາຍໆ ຄົນຄິດຄືທ່ານ ຄົງຈະດີບໍ່ນ້ອຍ ສ່ວນ ຮູບ ເຈົ້າ ຟ້າງຸ່ມນັ້ນ ຈະສົ່ງໃຫ້ຕາມ ພາຍຫລັງ ແລະເພງທີ່ ຂໍຟັງມານັ້ນ ຍີນດີ ຈະຈັດໃຫ້ ຈະແມ່ນເພງ ໃດນັ້ນ ຂໍໃຫ້ຕິດຕາມ ຮັບຟັງໄດ້ ໃນທ້າຍຣາຍການ ພ້ອມກັນນີ້ Maysoly ພ້ອມດ້ວຍ ຄນະ team ງານ ເອເຊັຍເສຣີ ຂໍອວຍໄຊ ໃຫ້ພອນ ແດ່ ທ່ານ (ຈັນທະບຸນ ແລະຄອບຄົວ) ຈົ່ງປະສົບ ແຕ່ຄວາມສຸກ ຄວາມຈເຣີນ ປາສຈາກ ພຍາດໂຣຄາ ເຊັ່ນກັນ ຫວັງວ່າ ໂອກາດໜ້າ ພວກເຮົາ ຈະໄດ້ຮັບ ຈົດໝາຍ ຈາກທ່ານອິກ.
ຈົດໝາຍ ສະບັບຕໍ່ໄປ ຂຽນຈາກ (ລຸງເກົ່າ usa) ກ່ອນອື່ນ Maysoly ຂໍຂອບໃຈ ທີ່ ສົ່ງ copy ຮູບ ໃນຫນັງສື ພີມ ຂອງ ພຣະເຈົ້າ ມະຫາຊີວິດ ສີສວ່າງ ວັທນາ ແລະ ພຣະ ອັຄມະເຫສີ ມາໃຫ້. ເບີ່ງແລ້ວ ເຫັນວ່າ ຄຸນນະພາບ ໃຊ້ການ ບໍ່ໄດ້ ຈີ່ງບໍ່ເໝາະສົມ ທີ່ຈະແຈກຢາຍ ໃຫ້ຜູ້ຟັງ ເຖີງຢ່າງໃດ ກໍຂໍຂອບໃຈ ນຳລູງ ເກົ່າ ອິກເທື່ອນື່ງ ທີ່ໄດ້ສົ່ງ ຮູບແຕ້ມ ຂອງເຈົ້າ ຟ້າງຸ່ມ ມາໃຫ້ ເທື່ອແລ້ວນີ້ ຊື່ງກໍຜູ້ສົນໃຈ ຫລາຍທ່ານ ຊື່ງທາງ ວິທຍຸເອເຊັຍເສຣີ ໄດ້ຈັດສົ່ງ ໃຫ້ຮຽບຮ້ອຍແລ້ວ ຂໍຂອບໃຈ ຍາລູງເກົ່າ USA ອິກເທື່ອນື່ງ. ໂອກາດໜ້າ ເຊີນຂຽນມາໃໝ່.
Email ສະບັບຕໍ່ໄປ ຄືຂອງ ທ່ານ (ທະນຸ ສີວິໄຊ) ຈາກປະເທດ ຝຣັງເສດ ບອກວ່າ ສະບາຍດີ ນ້ອງ Maysoly ອ້າຍຂໍຂອບໃຈ ນຳນ້ອງ ຫລາຍໆເດີ ທີ່ເອົາ ຈົດໝາຍ ອອກຣາຍການໃຫ້ ແລ້ວຈະອັດເປັນ ແຜ່ນ CD ສົ່ງມາໃຫ້ ພ້ອມກັນນີ້ ອ້າຍໄດ້ສົ່ງເພງ ນື່ງມາໃຫ້ ລ່ວງໜ້າ ກ່ອນ ເປັນເພງທີ່ ອ້າຍຮ້ອງເອງ ວ່າຊັ້ນ!
ສະບາຍດີ ອ້າຍ ທະນຸ ກ່ອນອື່ນ ຂໍໃຫ້ ຢ່າເຂົ້າໃຈຜິດວ່າ Maysoly ບໍ່ຢາກເອົາເພງ ອ້າຍ ອອກອາກາດ ເພາະ ເທື່ອນີ້ ກໍບໍ່ມີເພງ attach ມານຳ ຄິດວ່າ computer ຂອງອ້າຍຄົງ ມີບັນຫາ ແນວໃດແນວນື່ງ ເອົາໄວ້ບາດ ອັດເປັນ CD ຣຽບຣ້ອຍແລ້ວ ຈີ່ງເວົ້າກັນ ໃໝ່ເນາະ ເພື່ອບໍ່ໃຫ້ ລົບໄປ ລົບມາ ແລະ ຂໍໃຫ້ໂຊກດີ ກໍແລ້ວກັນ…
ທ່ານຜູ້ຟັງ ທີ່ເຄົາຣົບ ເວົ້າມາກໍ ຍຶດຍາວແດ່ແລ້ວ ຢ້ານວ່າ ຈະເຮັດໃຫ້ ທ່ານເຫງົານອນ ສັ້ນ Maysoly ຂໍຈັດເພງ ປິດທ້າຍຣາຍການ ໃຫ້ທ່ານ ໄດ້ຮັບຟັງເລີຍ ເພງທີ່ທ່ານ ຈະໄດ້ຟັງ ໃນອັນດັບຕໍ່ ໄປນີ້ ມີຊື່ວ່າ (ຍອດນາຣີ ແຫ່ງສີເມືອງ) ຈາກສຽງຮ້ອງ ຂອງທ່ານ (ຄຳເຕີມ ຊະນຸບານ) ເພງນີ້ແມ່ນ ຈັດຕາມຄຳຂໍ ຂອງທ່ານ (ຈັນທະບຸນ ມະນີວົງ) ຈາກເມືອງ Fresno ຣັຖ California) ຫວັງວ່າ ພ້ອມກັນນີ້ Maysoly ກໍຂໍມອບເປັນ ຄວາມມ່ວນຊື່ນ ແດ່ ແຟນຣາຍການ ຕອບຈົດໝາຍ ທຸກໆທ່ານ ທີ່ພວມຕິດຕາມ ຣາຍການ ຂອງວິທຍຸ ເອເຊັຍເສຣີ ໃນຂນະນີ້ ເຊີນຮັບຟັງ ໄດ້ເລີຍ.
ທ່ານຜູ້ຟັງ ທີ່ເຄົາຣົບ ເປັນອັນວ່າ ມາຮອດນີ້ ເວລາ ແຫ່ງຣາຍການ ຕອບຈົດໝາຍ ສຳຫລັບ ມື້ນີ້ ກໍໝົດລົງ ພຽງເທົ່ນີ້ Maysoly ຂໍເຊີນ ທ່ານຕິດຕາມ ຮັບຟັງໄດ້ໃໝ່ ໃນວັນພຣະຫັດໜ້າ.